Breaking News

ຂ່າວພາຍໃນ

ກົດໝາຍຄວນຮູ້! ຜົວຂົ່ມຂືນເມຍຕົນເອງ ກໍມີຄວາມຜິດ

ນອກຈາກມາດຕະການລົງໂທດ ຜູ້ຂົ່ມຂືນ ໃນກົດໝາຍອາຍາແລ້ວ ໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຍັງໄດ້ລະບຸໂທດໃນກໍລະນີ ຜົວທີ່ບັງຄັບຮ່ວມເພດກັບເມຍຕົນເອງ ແລະຜູ້ທີ່ຮ່ວມເພດກັບເດັກຍິງຫຼືຊາຍ ທີ່ອາຍຸຕ່ຳກວ່າ 18 ປີ ເຖິງວ່າເດັກນັ້ນຈະຍິນຍອມ ກໍຖືວ່າມີຄວາມຜິດ ແລະເປັນຄວາມຮຸນແຮງ ດັ່ງເນື້ອໃນລຸ່ມນີ້: ບຸກຄົນທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຫຼືເດັກ ທີ່ເປັນການກະທຳຜິດທາງອາຍາ ຈະຖືກດຳເນີນຄະດີ ແລະລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ (ມາດຕາ 128-129). ນອກຈາກນັ້ນ ຜູ້ໃຊ້ຄວາມຮຸນແຮງລຸ່ມນີ້ ກໍຈະຖືກລົງໂທດ ດັ່ງນີ້: 1.   ບຸກຄົນຜູ້ເປັນຜົວ ທີ່ໄດ້ບັງຄັບຮ່ວມເພດກັບເມຍຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 ກີບ ຫາ 1,000,000 ກີບ. …

Read More »

ເປີດໂອກາດໃຫ້ນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ຮ່ວມໂຄງການທີ່ປະເທດ ຍີ່ປຸ່ນ!!!

ເປີດຮັບສະຫມັກແລ້ວ ! ຂໍເຊີນນ້ອງໆເຍົາວະຊົນລາວ ອາຍຸ 10-13 ປີ ຈາກໂຮງຮຽນທັງພາກລັດ ແລະ ເອກະຊົນ ສະຫມັກເຂົ້າຮ່ວມໂຄງການ ສື່ສານເດັກນ້ອຍ (Children Communication on Earth, CCE) ຢູ່ປະເທດຍີ່ປຸ່ນ ເປັນເວລາ 10 ມື້, ປິດຮັບສະຫມັກ ວັນສຸກ ທີ່ 5/10/2018 ເວລາ 16:00 ໂດຍພໍ່ແມ່ຜູ້ປົກຄອງ ສາມາດມາລົງທະບຽນສະຫມັກ ໃຫ້ລູກຫຼານ ເພື່ອເຂົ້າສອບເສັງສໍາພາດໄດ້ ລົງທະບຽນໄດ້ທີ່ຫ້ອງການພັນຕ່າງປະເທດ ສູນກາງຊາວ ຫນຸ່ມປະຊາຊົນປະຕິວັດລາວ ໃນຊົ່ວໂມງລັດຖະການ. ລາຍລະອຽດເພີ່ມຕື່ມ ສາມາດອ່ານໄດ້ ຕາມແຈ້ງການຂ້າງລຸ່ມນີ້… ທີ່ມາ: Lao Youth Radio FM 90.0 Mhz    

Read More »

ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ!!!

ມັນຄືຄວາມຈິງ ?? ປະເທດລາວ ມີລະດັບຄວາມສາມາດ ໃນການໃຊ້ພາສາອັງກິດຕໍ່າທີ່ສຸດໃນອາຊຽນ ແລະ ຢູ່ອັນດັບ ທີ່ #80 ຂອງໂລກ ຈາກທັງໝົດ 80 ປະເທດ ທີ່ໄດ້ເຮັດການສໍາຫຼວດ, ໂດຍໄດ້ອີງຕາມການຈັດອັນດັບຂອງ @english.first ! World English Proficiency Ranking in ASEAN Countries 2018 based on @english.first #englishfirstEF ທີ່ມາ: target magazine/https://www.targetlaos.com/article/31785

Read More »

ແຮງງານຕ່າງດ້າວເຂົ້າມາຍາດອາຊີບຄົນລາວແທ້ບໍ?

ໃນຜ່ານມາ, ສຽງຈົ່ມ ວ່າຈາກສັງຄົມແມ່ນບໍ່ໜ້ອຍຕໍ່ ຄວາມເຂົ້າໃຈຂອງເຂົາວ່າ: ເປັນຫຍັງແຮງງານຕ່າງດ້າວຈຶ່ງ ເຂົ້າມາຍາດອາຊີບຄົນລາວ ເຮົາຫຼາຍແທ້? ເພາະຫຼຽວໄປ ທາງ ໃດກໍເຫັນແຕ່ຊາວຕ່າງ ດ້າວມາເລາະເຮັດວຽກ, ທໍາມາ ຄ້າຂາຍຢູ່ທົ່ວທຸກບ່ອນນັບແຕ່ ຊ່າງຕັດຫຍິບໄປຈົນຮອດຊ່າງ ເຮັດເຮືອນ, ກໍ່ສ້າງອາຄານ, ການລົງທຶນຂຸດຄົ້ນບໍ່ແຮ່, ເຮັດເຂື່ອນໄຟຟ້າ, ຊຸບເປີ້ມາເກັດ ຂະໜາດໃຫຍ່ໆ ແລະ ອື່ນໆ ເຊິ່ງທັງໝົດເຫຼົ່ານີ້ ລ້ວນແລ້ວ ແຕ່ເປັນອາຊີບທີ່ມີບາງຢ່າງ ຄົນລາວເຮົາບໍ່ຢາກສົນໃຈພໍ ເທົ່າໃດ ໂດຍອ້າງເຫດຜົນຕ່າງໆ ນາໆ, ກໍດັ່ງຄໍາວ່າ: ຢ້ານແຮງ ງານຕ່າງດ້າວເຂົ້າມາຍາດວຽກເຮັດງານທໍາ, ແຕ່ໃນຕົວຈິງມັນ ບໍ່ແມ່ນແນວນັ້ນ, ແມ່ນຍ້ອນ ກະໂຕເຮົາເອງຂາດຄວາມດຸໝັ່ນ, ຄວາມອົດທົນພະຍາຍາມ ໃນການຮຽນຮູ້ວິຊາຊີບ ຕ່າງໆນໍາມາພັດທະນາຕົນເອງເຊັ່ນ: ຊ່າງຕັດຜົມ, ຊ່າງຈອດຢາງລົດ ແລະ ຫຼາຍວຽກ ໂດຍງ່າຍກວ່ານີ້ກໍຍັງເຮັດບໍ່ໄດ້, ຖ້າວຽກໃຫຍ່ກວ່ານັ້ນ, ດັ່ງການສ້າງຖະໜົນຫົນທາງ, ໂຮງຈັກໂຮງງານ, ຕຶກອາຄານ ລະດັບໃຫຍ່ຕ່າງໆ ຖ້າບໍ່ມີແຮງ …

Read More »

ແຈ້ງເຕືອນ! ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat) ໄລຍະວັນທີ 14 ຫາ 15 ກັນຍາ 2018 ນີ້!!!

ຄາດວ່າໃນໄລຍະ ວັນທີ 14 ຫາ 15 ກັນຍາ 2018 ລົມພາຍຸໜູນເຂດຮ້ອນ ບາລີແຈັດ (Barijat), ພາຍຸຫົວນີ້ຈະເຄື່ອນທີ່ ຜ່ານພາກເໜືອຂອງປະເທດຫວຽດນາມ. ດັ່ງນັ້ນຈື່ງແຈ້ງເຕືອນເຖີງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ພາກເໜືອ ແລະ ພາກກາງ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບ ສະພາບລົມແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ດິນເຈື່ອນ ແລະ ນໍ້າຖ້ວມຊຸ ທີ່ອາດຈະເກີດຂື້ນໄດ້ ແລະ ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຕິດຕາມສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ. (ຢ່າລືມແຊຣບອກຕໍ່ໆກັນ ເພາະຈະໄດ້ເປັນການແຈ້ງເຕືອນກັນໃຫ້ຮັບຮູ້) ທີ່ມາ: ກົມອຸຕຸນິຍົມແລະອຸທົກກະສາດ

Read More »