Breaking News

ຂ່າວພາຍໃນ

ພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 20 ປີ ສປປ ລາວ ເຂົ້າອາຊຽນ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ສວນສະທາລະນະປະຕູໄຊ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/81997-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017). ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນຳ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕຳຫຼວດຈາກບັນດາກະຊວງ ແລະ ຂະແໜງຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ …

Read More »

ພູມໃຈ! ບໍລິສັດຕົວແທນຈາກລາວ ໄດ້ຮັບລາງວັນຊຶ່ງເປັນທີ່ຍອມຮັບໃນລະດັບສາກົນ

Havas Riverorchid Laos ໄດ້ຮັບ 3 ລາງວັນສໍາລັບຜົນງານໂຄສະນານໍ້າດື່ມຫົວເສືອ ໃນງານ The Communitor Awards ປະຈໍາປີ ຄັ້ງທີ 23 ທີ່ປະເທດສະຫະລັດອາເມລິກາ. The Communitor Awards ແມ່ນລາງວັນລະດັບສາກົນທີ່ຍອມຮັບເຖິງຄວາມຄິດທີ່ຍິ່ງໃຫຍ່ໃນດ້ານການຕະຫຼາດ ແລະ ການສື່ສານ ເຊິ່ງໄດ້ກໍ່ຕັ້ງຂຶ້ນມາຫຼາຍກວ່າສອງທົດສະວັດແລ້ວ, ໂດຍໃນແຕ່ລະຄັ້ງ ຈະຮັບຜົນງານຫຼາຍກວ່າ 6,000 ລາຍການ ຈາກຫຼາຍໜ່ວຍງານໃນທົ່ວໂລກ, ເຮັດໃຫ້ລາງວັນດັ່ງກ່າວນີ້ ເປັນໜຶ່ງໃນລາງວັນທີ່ໃຫຍ່ທີ່ສຸດໃນໂລກ. Havas Riverorchid Laos ໄດ້ຮັບ 3 ລາງວັນ Silver ສໍາລັບຜົນງານໂທລະທັດກັບຜະລິດຕະພັນ ນໍ້າດື່ມຫົວເສືອ. ລາງວັນຊະນະເລີດ ໄດ້ແກ່ປະເພດ Health and Wellness ລວມໄປເຖິງໃນປະເພດ Craft ສໍາລັບຜົນງານຖ່າຍວິດີໂອໂຄສະນາດີເດັ່ນ ແລະມີເຕັກນິກພິເສດໃນການຖ່າຍວິດີໂອ. ຄວາມພະຍາຍາມໃນການສ້າງສັນຂຶ້ນ ແມ່ນພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ”. The …

Read More »

ງານເປີດຫ້ອງຂາຍ ​LTH STORE ​​ໃໝ່ ແລະ Nokia ສະມາດໂຟນໃໝ່

ຫຼັງຈາກປິ​ດປັບປຸງຫ້ອ​ງຂາຍ ຫຼື ສູນ​ໂນ​ເກ​ຍ ​ມາໄດ້​ເຄິ່ງ​ປີ​ ​​ມາເຖິງ​ທ້າຍອາທີດທີ່ຜ່ານມາ  LTH Store ໄດ້​​ເປີດໃໝ່​ຢ່າງ​ເປັນ​ທາງ​ການ, ພ້ອມກັບການເປີດຕົວ ຂອງການກັບມາຢ່າງເປັນທາງການ​ Nokia ສະມາດ​ໂຟນລຸ້ນ​ໃໝ່ທັງ​ 3 ລຸ້ນ ​ແລະ ມີ​ເຄື່ອງໃຊ້​ໄຟຟ້າ​​ເຖິງ​ 20 ຍີ້ຫໍ້​ ເພື່ອ​ໃຫ້​ລູກຄ​້າມີຫຼາຍທາງເລືອກ. ພິທີເປີດຫ້ອງຂາຍໃໝ່ຈັດຂຶ້ນໃນຕອນຄໍ່າຂອງວັນເສົາວັນທີ 29 ກໍລະກົດ 2017 ທີ່ບ້ານຝາຍ (ດົງປ່າລານ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດຕັດແຖບຜ້າຂອງທ່ານ ​ແຈັກ​ ໄຊຊະນະ ຜູ້ອຳນວຍການ ຂອງ​ບໍລິສັດ ​ແອວ​ທົງ​ຮວດ ​ເທ​ເລ​ຄອມ​ ຈຳກັດ (LTH), ມີບັນດາພະນັກງານ LTH ແລະ ​ແຂກ​ຖື​ກຮັບ​ເຊີນ​ເຂົ້າ​ຮ່ວມ​. ທ່ານ ປິຍະ​ວັດ ປຣິນສິດທິ​ລັດ ຫົວໜ້າພະ​ແນ​ກ​ເຄື່ອງ​​ໃຊ້​ໄຟຟ້າ, ບໍລິສັດ ​ແອວ​ທົງ​ຮວດ​ ເທ​ເລ​ຄອມ​ ຈຳກັດ (LTH)ກ່າວໃນພິທີເປີດວ່າ:  ຫ້ອງຂາຍ LTH …

Read More »

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ. ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ …

Read More »

ປະທານ ສຸພານຸວົງ ປະທານປະເທດຄົນທຳອິດ ຂອງປະເທດລາວເຮົາ

ເພື່ອລະນຶກວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 108 ປີ 13 ກໍລະກົດ 1909 ມື້ໃຫ້ກຳເນີດວີລະບູລຸດແຫ່ງຊາດລາວສາຍານາມ ບຸລຸດເຫຼັກ ຫຼື ເປັນ” ເຈົ້າຊາຍແດງ ”  ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ. ມື້ນີ້ 13 ກໍລະກົດ 2017 ໄດ້ໝູນວຽນມາບັນຈົບອີກວາລະໜຶ່ງ ປະທານສຸພານຸວົງ ປະທານປະເທດຜູ້ທຳອິດ ແຫ່ງ ສປປ ລາວ  ຈະຍືນຍົງຢູ່ໃນຄວາມຊົງຈຳຂອງປະຊາຊົນລາວ ຊົ່ວກາລະນານ! ມື້ນີ້! ເຮົາເລີຍນໍາຮູບພາບ ຂອງທ່ານ ປະທານ ສຸພານຸວົງ ມາໃຫ້ເບິ່ງກັນ ເພື່ອລະນຶກເຖິງທ່ານ.   ແຫຼ່ງ: ປະຫວັດສາດລາວ ແຕ່ອາດີດເຖິງປະຈຸບັນ (ດຣ. ພູທອງ ແສງອາຄົມ) ຫໍສະໝຸດແຫ່ງຊາດ ຮູບ: ເຟສ ບຸກ ປະທານ ສຸພານຸວົງ  

Read More »