Breaking News

ຂ່າວພາຍໃນ

ມາແລ້ວ! Huawei Mate 20 ແລະ Huawei Mate 20 pro… ເໝາະກັບການໃຊ້ງານທຸກສະຖານະການ!!!

ສໍາລັບສາວໆຄົນໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ແອັດຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ເຊິ່ງແອັດກໍໄດ້ໄປສໍາພັດມາເອງກັບມື ກໍໄດ້ຮູ້ເຖິງຄວາມສຸດຍອດຂອງທັງສອງລຸ້ນນີ້ ຈົນເກີດມີຄວາມຢາກໄດ້ຂຶ້ນມາແບບຫ້າມບໍ່ຢູ່ເລີຍ… ພາຍໃນງານມື້ນັ້ນ… ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ອື່ນທີ່ວາງຂາຍຕາມທ້ອງຕະຫຼາດ; ມັນຍິ່ງເຮັດໃຫ້ຢາກໄດ້ມາເປັນເຈົ້າຂອງຍິ່ງຂຶ້ນ ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ, ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ …

Read More »

ດັງຂ້າມຊາດ! ໜຸ່ມເຜົ່າມົ້ງ “ສາຍາ ບູດສ໌ລີລາວ” ໂຊກັງຟູຄວ້າແຊ້ມທີ່ ສປ ຈີນ!!!

ຕາງໜ້າ ສປປລາວ ແລະ ເຜົ່າມົ້ງ ທ່ານ ອາຈານ ເຕີ້ (ຊື່ເຜົ່າມົ້ງ ແມ່ນ TawbKoj TsisTxawj Dhuav)  ສາມາດຄວ້າແຊ້ມ ການແຂ່ງຂັນກິລາ ZhengZhou international Shaolin wushu festival (ລາຍການແຂ່ງຂັນກັງຟູ ເຊົ້າຫຼິນ ບໍ່ວ່າຈະເປັນ ມວຍວູຊູ ແລະ ໄທຈິ ທີ່ເປັນມວຍລະດັບຕົ້ນໆຂອງ ສປ ຈີນ) ໃນປະເພດດ່ຽວ ໃນລາຍການທີ 1 ເຮັດໃຫ້ຄວ້າຫຼຽນຄຳໄປຄອງ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທີ່ ສປ ຈີນ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສໍາລັບ ລາຍການດັ່ງກ່າວ ມີ 65 ປະເທດເຂົ້າຮ່ວມຈັດຂຶ້ນໃນລະຫວ່າງວັນທີ 20-24 ຕຸລາ 2018 ທີ່ວັດເຊົ້າຫຼິນ ໃນ …

Read More »

ແຈ້ງການ! ຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ… (ເບິ່ງລາຍລະອຽດເພີ່ມຕື່ມ)

ອີງຕາມແຈ້ງການສະບັບເລກທີ395/ປກສ.ນວ, ລົງວັນທີ 15 ຕຸລາ 2018 ເພື່ອແຈ້ງການ ການເພິ່ມທະວີປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນໄລຍະງານບຸນອອກພັນສາປະວໍລະນາ, ບຸນຊ່ວງເຮືອປະເພນີ ທ່າວັດຈັນປະຈຳປີ ພ.ສ 2561. ຂໍ້ຫ້າມຕ່າງໆມີລາຍລະອຽດດັ່ງລຸ່ມນີ້: 1. ເຂົ້າຮ່ວມປະຕິບັດກົດລະບຽບຂອງພະແນກອຸດສະຫະກຳ-ການຄ້າ ນະຄອນຫລວງວຽງຈັນ, ກ່ຽວກັບການຫ້າມນຳເຂົ້າ, ບໍລິການ-ຂາຍ, ຈູດໂຄມໄຟລອຍຟ້າ, ຈູດໝາກກະໂພກທຸກຊະນິດ, ທຸກລະດັບ 2. ຫ້າມນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດ, ເປັນຜົນລົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ  3. ຫ້າມຖືອາວຸດທຸກຊະນິດເຂົ້າໄປໃນງານບຸນ ຍົກເວັ້ນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທີ່ກຳລັງປະຕິບັດໜ້າທີ່ໃນການປ້ອງກັນງານບຸນດັ່ງກ່າວ 4. ບຸກຄົນໃດຢູ່ໃນສະພາບມຶນເມົາຫ້າມຂັບຂີ່ລົດສັນຈອນຕາມເສັ້ນທາງຫຼວງ, ຫ້າມຂີ່ລົດເປັນພຶງເປັນແພ,ຂີ່ລົດແຂ່ງກັນ, ຂີ່ລົດກວນເມືອງ, ຂັບຂີ່ລົດທີ່ເປັນພຶດຕິກຳລະເມີດກົດລະບຽບການສັນຈອນຕາມເສັ້ນທາງຫຼວງ 5. ຫ້າມກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບ ໃນບຸນເດັດຂາດ 6. ຫ້າມຈອດລົດຊະຊາຍຕາມຖະໜົນຫົນທາງຕ່າງໆເຊັ່ນ: ຖະໜົນສຸພານຸວົງ ນັບແຕ່ໄຟແດງບ້ານອາກາດ …

Read More »

ແຈ້ງການ! ປິດເສັ້ນທາງໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນຕັ້ງແຕ່ວັນທີ… (ເບິ່ງລາຍລະອຽດເພີ່ມຕື່ມ)

ກະຊວງໂຍທາທິການ ແລະ ຂົນສົ່ງ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລື່ອງ: ການປິດເສັ້ນທາງການສັນຈອນພາຫະນະທຸກປະເພດ ໃນຊ່ວງບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2018 ທີ່ທ່າວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 22-27 ຕຸລາ 2018. ເລີ່ມຕັ້ງແຕ່ວັນທີ 22 ຫາ 27 ຕຸລາ 2018 ເປັນຕົ້ນໄປ ໃຫ້ງົດການສັນຈອນທຸກປະເພດຊົ່ວຄາວ ເປັນບາງເວລາ ຕາມຖະໜົນດັ່ງລຸ່ມນີ້: – ຖະໜົນ ດອນຈັນ (ແຄມຂອງ) ແຕ່ສາມແຍກປາກປາສັກ ຫາ ອານຸສາວະລີເຈົ້າອານຸວົງ – ຖະໜົນ ເຈົ້າຟ່າງຸ່ມ (ແຕ່ສາມແຍກປາກປາສັກ ຫາ ຫໍພະແຫ້ວ) (ຂໍຂອບໃຈສຳລັບຮູບພາບ)  

Read More »

ບໍ່ມີມື້ຮັ່ງຍ້ອນເຮັດແບບນີ້! 8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ

8 ນິດໃສ ທີ່ຈະເຮັດໃຫ້ກາຍເປັນຄົນທຸກ…ໂດຍບໍ່ຕັ້ງໃຈ ນັ່ງຖ້າໂຊກຊະຕາ ແຕ່ບໍ່ຄິດທີ່ຈະລົງມືເຮັດ ສາວໆຟັງທາງນີ້ ຄົນທີ່ຈະຮັ່ງມີນັ້ນ ໂຊກຊະຕາບໍ່ໄດ້ຈະຊ່ວຍຕະຫຼອດເວລາດອກເດີ້ ເພາະສ່ວນຫຼາຍຄົນທີ່ເຂົາປະສົບຜົນສຳເລັດແມ່ນມັກຈະໄດ້ມາຈາກເຫື່ອແຮງ ແລະ ສະໝອງເທົ່ານັ້ນ ໝາຍຄວາມວ່າ ຖ້າສາວໆຢາກເປັນຄົນຮັ່ງມີກໍຕ້ອງເລີ່ມທ້ອນໂຮມ ຕ້ອງຮູ້ຈັກຄິດ ແລະ ຊອກຫາຊ່ອງທາງ ວາງແຜນການເງິນໃຫ້ຕົນເອງ ດີກວ່ານັ່ງລໍຖ້າວາດສະໜາແລ້ວໃຊ້ເງິນໄປເລື້ອຍໆ. ເງິນເດືອນຫຼາຍຂຶ້ນ ຍິ່ງໃຊ້ຈ່າຍຟຸມເຟືອຍ ເງິນເດືອນເພີ່ມຂຶ້ນທຸກປີແມ່ນບໍ່ສາວໆ ແຕ່ພວກເພິ່ນຍັງໃຊ້ຈ່າຍຟຸມເຟືອຍ ຫາກເປັນເຊັ່ນນີ້ຄົງຈະບໍ່ມີເງິນທ້ອນແນ່ນອນ ສະນັ້ນພະຍາຍາມບໍລິຫານລາຍຮັບໃຫ້ເໝາະສົມກັບຄ່າໃຊ້ຈ່າຍທີ່ຈຳເປັນຈະດີກວ່າ ບໍ່ດັ່ງນັ້ນ ແລ້ວຢ່າຫາວ່າບໍ່ເຕືອນເດີ້ ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ ຫືມ…ບາງຄົນໃຊ້ຊີວິດຄືກັບວ່າ ມັນເປັນມື້ສຸດທ້າຍຂອງຊີວິດ ໃຊ້ຈ່າຍເງິນແບບລືມນຶກຄິດເຖິງອະນາຄົດ ມັນບໍ່ຄ່ອຍດີປານໃດເດີ້ເພິ່ນ ເພາະຫາກມີເລື່ອງສຸກເສີນ ເຮົາຈະຊ່ອຍຕົນເອງບໍ່ໄດ້ ເລື່ອງຊິຮັ່ງຊິມີຍິ່ງບໍ່ຕ້ອງເວົ້າເຖິງເລີຍ ລອງປັບປ່ຽນແນວຄິດໃໝ່ດີກວ່າເນາະ ໃຫ້ສາວໆລອງແບ່ງລາຍຮັບສ່ວນໜຶ່ງເກັບໄວ້ເພື່ອອະນາຄົດແດ່ເດີ້. ກັບຄວາມຄິດທີ່ວ່າ “ມື້ໜ້າຄ່ອຍທ້ອນກໍໄດ້” “ມື້ໜ້າຄ່ອຍທ້ອນກໍໄດ້” ແນະ!!! ຄຸ້ນໆກັບປະໂຫຍກນີ້ແນ່ບໍ່ສາວໆ, ຕໍ່ໃຫ້ເຮັດວຽກເມື່ອຍເກືອບຕາຍ ຫຼື ຈະມີເງິນເດືອນສູງປານໃດ ບອກເລີຍວ່າຍາກທີ່ຈະຮັ່ງມີ ເພາະຫາກມີເງິນເທົ່າໃດກໍໃຊ້ຈົນໝົດ ບໍ່ເຫຼືອໄວ້ທ້ອນເຮົາກໍຈະບໍ່ມີທາງທີ່ຈະມີເງິນເປັນກ້ອນ ໄດ້ຈັກເທື່ອເດີ້ສາວໆ. ບັນຊີລາຍຮັບ-ລາຍຈ່າຍ ຖືວ່າມີຄວາມສຳຄັນຫຼາຍກັບວິທີການໃຊ້ເງິນ …

Read More »