ຄົນລາວເຮົາທຸກຄົນຊ່ວງນີ້ສັງເກດໄດ້ວ່າໃຜໆກໍຈະມີແຕ່ຄວາມຍິນດີ ຍິ້ມແຍ້ມແຈ່ມໃສ ເພາະໃນຊ່ວງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກໍຈະມີແຕ່ຂ່າວທີ່ໜ້າຍິນດີມາໃຫ້ໄດ້ຕິດຕາມກັນບໍ່ຂາດສາຍ ເປັນຂ່າວດີກັນໄປໃນເມື່ອບໍ່ດົນມານີ້ ນັ້ນກໍຄືການແຂ່ງຂັນເພາະກາຍຊິງແຊ້ມໂລກ 10th WBPF World Bodybuilding and Physique Sport Championship 2018 ຢູ່ທີ່ ຈັງຫວັດ ຊຽງໃຫມ່ ປະເທດໄທ ເຊິ່ງໃນນັ້ນກໍມີນັກກິລາເພາະກາຍຈາກ ສປປລາວ ເຂົ້າຮ່ວມທັງຫມົດ 4 ຄົນ [ຊາຍ 3 ຍິງ 1] ແຂ່ງຂັນທັງຫມົດ 5 ລຸ້ນ ແລະ ພວກເຂົາກໍບໍ່ເຮັດໃຫ້ຄົນລາວເຮົາທັງຊາດຜິດຫວັງ ເພາະສາມາດຄວ້າລາງວັນມາຝາກຄົນລາວເຮົາດັ່ງນີ້: 1. ນາງ ພອຍໄພລິນ ພັນທະລີ ນັກກິລາຍິງ women’s model physique ຄວາມສູງ 160 cm [ໄດ້ຫລຽນຄຳ] ຂອງໂລກ [ເປັນຫລຽນປະຫວັດສາດ] ພ້ອມກັນນີ້ຍັງໄດ້ອັນດັບທີ 6 ຂອງໂລກໃນລຸ້ນ world women’s …
Read More »ຂ່າວພາຍໃນ
ສາຍ Art ທັງຫຼາຍຟັງທາງນີ້ ! ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA (ຂໍຍໍ້າວ່າ…ຫ້າມພາດ!!!)
ສາຍ Art ທັງຫຼາຍຟັງທາງນີ້ ! ມີຂ່າວງານດີໆ ສົ່ງທ້າຍປີເກົ່າ2018-ຕ້ອນຮັບປີໃໝ່2019 ມາຝາກແຟນໆອີກແລ້ວ ໃນວັນສຸກ ວັນທີ 21 ທັນວາ 2018 ນີ້ ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA ເປັນຄົນຈັດຂຶ້ນ ຮ່ວມກັບ ຮ້ານອາຫານແສງລາວ (ເຂົ້າຮ່ວມຟຣີ) ເຊິ່ງງານດັ່ງກ່າວພາດບໍ່ໄດ້ເລີຍເດີ້ (ຂໍຍໍ້າວ່າຫ້າມ…ພາດ!!!) ເພາະແຟນໆຈະໄດ້ພົບກັບ ງານສິລະປະ ງານອາດດດ(Art) ງານສິນຕ່າງໆ ແບບບໍ່ເຄີຍມີມາກ່ອນ ແລະ ຍັງຈະມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕທ່ານອອກມາໃນງານນີ້ງານດຽວເທົ່ານັ້ນ!!! ນອກຈາກນັ້ນ ພາຍໃນງານ “SENGLAO ARTIST NIGHT” ແຟນໆຈະໄດ້ພົບກັບບັນດາຮ້ານທີ່ຈະມາເສີບທັງອາຫານ+ຄວາມບັນເທີງ+ສິລະປະ & ຫັດຖະກຳ+ໜັງສັ້ນ, ພ້ອມນັ້ນພາຍໃນງານຍັງຈະມີ…??? ແນ່ໆ…ຢາກຮູ້ກັນແມ່ນບໍ່ວ່າຈະແມ່ນຫຍັງນໍ້??? ເອົາເປັນວ່າ ວັນສຸກ ວັນທີ 21 ທັນວາ 2018 ນີ້ ເວລາ …
Read More »ຮອງທ້ອງໄປກ່ອນແລ້ວ 1ລາງວັນ! ມາຮ່ວມສົ່ງກຳລັງໃຈໃຫ້ ຕູ່ ທິດາ ໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (Final 21 ທັນວາ ນີ້!!!)
ສົ່ງທ້າຍປີ 2018 ກັບການປະກວດນາງງາມລະດັບໂລກໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງສາວງາມໄປເປັນຕົວແທນນັ້ນກໍຄື ຕູ່ ທິດາ ສິດທິໄຊ Miss Tourism International Laos 2018 ແລະ ໃນກ່ອນໜ້ານີ້ໃນຊ່ວງເກັບຕົວ ນາງກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະຄວ້າລາງວັນ “Miss Socialite adopted by BarstreetKL” ເປັນລາງວັນເດີນແບບສະຫງ່າງາມຖຶກໃຈຜູ້ເຂົ້າຊົມ ມາໄດ້ແບບໜ້າຍິນດີ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ໃນວັນທີ 21 ທັນວາ 2018 ນີ້ແລ້ວເດີ້… ກໍຈະເປັນຮອບ Final ຂອງການປະກວດ Miss Tourism International 2018, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈ ມາຮ່ວມລຸ້ນ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ຕູ່ ທິດາ Miss Tourism …
Read More »ນີ້ຄືແມ່ຍິງໄວ 40 ປີ??? ອໍ້າ ພັດສະຣາພາ ຊຸບເປີ້ສະຕາດັງປະເທດເພື່ອນບ້ານ ສະຫຼອງຄົບຮອບວັນເກີດ ພ້ອມຖືກເຊີໄພ້ແບບນີ້…
ກ່າວເຖິງ ຊຸບເປີສະຕາດັງໝາຍເລກ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດສະຣາພາ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະຮູ້ກັນດີ, ຫຼ້າສຸດໃນວັນທີ 5 ທັນວາ 2018 ທີ່ຜ່ານມາ ກໍເປັນວັນຄົບຮອບວັນເກີດຂອງເພິ່ນ ແຕ່ປີນີ້ທີ່ເປັນທີ່ຮືຮາຂອງບັນດາແຟນໆກໍຄື ເພາະເພິ່ນມີອາຍຸຄົບຮອບ 40 ປີພໍດີ ແຕ່ເບິ່ງແລ້ວກໍຍັງງາມ ເລີດ ແລະ ເປັນນັກສະແດງໃນດວງໃຈຂອງໃຜຫຼາຍໆຄົນບໍ່ມີປ່ຽນ ຈົນແຟນໆຫຼາຍໆທ່ານເຖິງກັບຫຼົງຮ້ອງວ່າ ນີ້ຄືແມ່ຍິງໄວ 40 ປີ ແທ້ຫວ໋າ??? ກ່ອນໜ້ານີ້ ອໍ້າ ພັດສະຣາພາ ໄດ້ອອກມາໃຫ້ສຳພາດວ່າຈະບໍ່ມີການຈັດງານວັນເກີດຢ່າງເປັນທາງການ ມີພຽງແຕ່ຈະເຮັດບຸນໃສ່ບາດພ້ອມຄອບຄົວ ແລະ ໝູ່ເພື່ອນທີ່ສະໜິດ!!! ແຕ່ເຖິງຢ່າງໃດກໍຕາມ ວັນເກີດຊຸບເປີສະຕາທັງທີເຫຼົ່າບັນດາໝູ່ເພື່ອນທີ່ສະໜິດກໍຈັດໃຫ້… ມີການເຊີໄພ້ວັນເກີດນາງຢ່າງໜ້າຮັກ ແລະ ອົບອຸ່ນ… View this post on Instagram งานนี้โดนหลอกค่าา? แต่เป็นหลอกที่ซึ้งและดีใจมากก ขอบคุณนะคะที่ทำให้อั้มขนาดนี้ ? รักทุกคนนะคะ❤️ #aumsurprisenight2018 A post …
Read More »1624 ອອກມາຖະແຫຼງການຊີ້ແຈງແລ້ວ ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍທີ່ເປັນພະຍາດຂາເປື່ອຍ!!!
ຫຼັງຈາກມີກະແສ Talk of the town ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍ ທ້າວ ຄຳນ້ອຍ ແສນຄຳຍອງ ທີ່ເປັນພະຍາດຂາເປື່ອຍ ເຮັດໃຫ້ແມ່ຂອງຜູ້ປ່ວຍໄດ້ອອກມາໂພສຮູບ ແລະ ຂຽນລະລາຍອຽດການຊ່ວຍເຫຼືອວ່າບໍ່ໄດ້ຮັບຄວາມຍຸດຕິທຳດັ່ງນີ້: ຈົນຫຼ້າສຸດໃນວັນທີ 4 ທັນວາ 2018 ກໍໄດ້ມີຖະແຫຼງການຈາກ ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ (1624) ເຖິງກໍລະນີດັ່ງກ່າວຢ່າງລະອຽດດັ່ງນີ້: ຈາກກໍລະນີດັ່ງກ່າວນີ້ເຮັດໃຫ້ເກີດກະແສ ເຮັດໃຫ້ເກີດຄວາມສົນໃຈຈາກສັງຄົມ ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ກົດແຊຣກັນຢ່າງຫຼວງຫຼາຍ. (ເອົາເປັນວ່າຂໍເອົາໃຈຊ່ວຍທັງສອງຝ່າຍເລີຍກໍແລ້ວກັນເນາະ) ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624
Read More »