Breaking News

ຂ່າວພາຍໃນ

ລຽນແຖວຍາວຢຽດ! ມາເບິ່ງບັນຍາກາດ ການຂໍບັດຄິວເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ 

ເປັນກະແສ ຮືຮາ ກັນທົ່ວໂລກອອນລາຍໄປແລ້ວໃນເວລານີ້ ສຳລັບການລຽນແຖວຂໍບັນຄິວ ເອີ້ນໄດ້ວ່າລຽນແຖວຍາວຢຽດເລີຍກໍວ່າໄດ້ ສຳລັບບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ໃນວັນທີ 05 ມີນາ 2019. (ເບິ່ງຄລິບ) ບັນຍາກາດ ການຂໍບັດຄິວ ເພື່ອຊື້ແບບຟອມສະຫມັກ ເຂົ້າເຮັດວຽກລັດຖະກອນ ຢູ່ສະພາແຫ່ງຊາດ ວັນສຸກ ທີ່ 05/04/2019 Posted by Lao Youth Radio FM 90.0 Mhz on Thursday, April 4, 2019 (ຂໍຂອບໃຈຄລິບ ແລະ ຮູບພາບ)

Read More »

ມາເບິ່ງດ່ວນ! ກັບວິທີການໄປເຮັດ Passport ງ່າຍໆດ້ວຍຕົວເອງ (#ແຊຣເກັບໄວ້ເບິ່ງເລີຍ)

ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ກ່ອນອື່ນຕ້ອງຂໍບອກວ່າຖ້າຄິດຢາກໄປຕ່າງໄປຕ່າງປະເທດ ແລະ ຄິດຢາກເຮັດ Passport  ດຽວນີ້ກໍມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ຂໍເຮັດໜັງສືຜ່ານແດນຫົວໃໝ່ – ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ) – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ – ຮູບ 4×6 ໃສ່ສູດ ແບບສາກົນ 1 ໃບ – ແບບຟອມຄຳຮ້ອງ 1 ສະບັບ ຂຽນໃຫ້ລະອຽດ ພ້ອມຕິດຮູບ ຕິດບັດປະຈຳຕົວກ໋ອບປີ້ໃສ່ຕາມຊ່ອງທີ່ເພິ່ນບອກໃຫ້ລະອຽດ (ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້ …

Read More »

#ແຊຣບອກຕໍ່ໆກັນ ຮູ້ຫຼືບໍ່! ວ່າວັນພັກຊົດເຊີຍ ປີໃໝ່ລາວ 2019 ມີຈັກມື້?

ຫ້ອງການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 506/ຫສນຍ ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພສ 2562, ເນື່ອງຈາກວັນປີໃໝ່ລາວປີນີ້ ແມ່ນວັນທີ 14, 15 ແລະ 16 ເມສາ 2019 (ກົງກັບວັນອາທິດ, ວັນຈັັນ ແລະ ວັນອັງຄານ) ແລະ ດ້ວຍຍ້ອນວ່າວັນທີ 14 ເມສາ ເປັນວັນອາທິດ ເຊິ່ງກົງກັບວັນພັກລັດຖະການ, ດັ່ງນັ້ນຈຶ່ງກຳນົດເອົາ 17 ເມສາ 2019 (ວັນພຸດ) ເປັນວັນພັກຊົດເຊີຍ. (ຂໍຂອບໃຈຮູບພາບປະກອບ)

Read More »

ກຽມພົບກັບງານ “STYLE BANGKOK” ງານຍິ່ງໃຫ່ຍ ຫາຊື້ໄດ້ຄົບ ຈົບທີ່ນີ້ທີ່ດຽວ (17-21ເມສາ 2019 ນີ້)

ມີຂ່າວງານ Event ດີໆທີ່ຈະເກີດຂຶ້ນໃນໄວໆນີ້ມາຝາກ ຫຼ້າສຸດປະເທດເພື່ອນບ້ານເຮົາກໍຈະມີການຈັດງານ “STYLE Bangkok” ໃນວັນທີ 17-21ເມສາ  2019 ເປັນງານທີ່ຍິ່ງໃຫ່ຍ ໂດຍລວມງານສະແດງສິນຄ້າໄລ້ສະຕາຍທີ່ສຳຄັນ 3ຢ່າງໄດ້ແກ່ ງານສະແດງສິນຄ້າແຟຊັ່ນ, ງານສະແດງສິນຄ້າເຄື່ອງໜັງ  ແລະ ງານສະແດງສີິນຄ້າເຄື່ອງໃຊ້ພາຍໃນບ້ານ  ແລະພ້ອມງານສະແດງສິນຄ້າດ້ານເຟີນິເຈີ 3 ຄວາມຍິ່ງໃຫ່ຍໃນງານດຽວ ຫາຊື້ໄດ້ຄົບ ຈົບທີ່ນີ້ບ່ອນດຽວ ການລວມງານສະແດງສິນຄ້າ BIFF&BIL, BIG+BIH ແລະ  TIFF ເຊິ່ງຖືເປັນງານສະແດງສິນຄ້ານາໆຊາດທີ່ຈັດຕໍ່ເນື່ອງຍາວນານ ແລະເປັນທີ່ຍອມຮັບໃນລະດັບສາກົນເຂົ້າໄວ້ດ້ວຍກັນ ຈຶ່ງເປັນການອຳນວຍຄວາມສະດວກແກ່ຜູ້ຊື້ໃຫ້ສາມາດພົບສິນຄ້າທີ່ຫຼາກຫຼາຍ ແລະຄົບຖ້ວນພາຍໃນງານດຽວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊື້ ແລະຜູ້ຂາຍທຸກປະເພດ ບໍ່ວ່າຈະເປັນຜູ້ຄ້າລາຍຍ່ອຍ, Concept Store, ຕົວແທນຈັດຊື້ ນັກອອກແບບ, ທຸລະກິດອະສັງຫາລິມະຊັບ, ຫ້າງຊັບພະສິນຄ້າທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນໃນຂະນະດຽວກັນກໍຈະເປັນການຂະຫຍາຍໂອກາດທາງດ້ານການຄ້າຂອງຜູ້ຮ່ວມສິນຄ້າທີ່ຈະໄດ້ພົບຜູ້ຊື້-ຜູ້ຄ້າທີ່ຫຼາກຫຼາຍຍິ່ງຂຶ້ນ Crenovative Origin ພູມປັນຍາ ສ້າງສັນ ຢ່າງມີສະໄຕ STYLE Bangkok ເດືອນເມສາຈັດຂຶ້ນພາຍໃຕ້ຄອນເຊັບສະທ້ອນແນວຄິດໃນການປະສົມປະສານຄວາມຄິດສ້າງສັນ (Creative) ນະວັດຕະກຳ  (Innovation) ແລະ (Original) ເຂົ້າໄວ້ໃນໜຶ່ງດຽວ ໂດຍສະເໜີຈຸດເດັ່ນຂອງສິນຄ້າໄລສະຕາຍຂອງຜູ້ປະກອບການໄທທີ່ມີການຕໍ່ຍອດ …

Read More »

ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan (ດີ ທົນທານ ຊໍ່າໃດມາເບິ່ງ!)

ທົດສອບການຂັບຂີ່ທີ່ດີທີ່ສຸດຂອງນິສສັນ Nissan ດ້ວຍຮູບລັກການຂັບເຄື່ອນອັນຊານສະຫຼາດຂອງລົດຍົນນິສສັນ Nissan ເພື່ອຄວາມປວດໄພສຳລັບຕົວທ່ານ ແລະຄວບຄົວຂອງທ່ານ ໃນເດືອນມີນາ, ປີ 2019, ທີ່ນະຄອນຫຼວງວຽງຈັນ. ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”), ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນ Nissan ໃນລາວ ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງບໍລິສັດຕັນຈົງມໍເຕີໂຫດດີງສ໌ ເບີຫັດຂອງປະເທດມາເລເຊຍ Tan Chong Motor Holdings Bhd ບໍລິສັດໄດ້ດຳເນີນການກິດຈະການໃນລາວມາໄດ້ຫຼາຍປີ ແລະ ໄດ້ຈັດກິດຈະກຳຕ່າງໆ ເຊັ່ນການທົດລອງການຂັບທີ່ດີທີ່ສຸດເພື່ອລູກຄ້າຂອງນິສສັນ Nissan ແລະ ຜູ້ສົນໃຈທົ່ວໄປ. ເມື່ອວັນທີ 16 -17 ເດືອນມີນາ ປີ 2019 ທີ່ຜ່ານມາເວລາ 9:00 – 6:00 ໂມງ. ທາງບໍລິສັດໄດ້ຈັດງານທີ່ລານຈອດລົດທີ່ຫໍວັດທະນະທຳແຫ່ງຊາດລາວ ຈຸດປະສົງຂອງການຈັດງານກໍ່ຄືການໃຫ້ລູກຄ້າ ແລະ ຜູ້ສົນໃຈໄດ້ເຂົ້າມາທົດລອງຂັບ ຊື່ງງານໄດ້ຈັດຂື້ນເປັນເວລາສອງວັນ. …

Read More »