Breaking News

ຂ່າວພາຍໃນ

ຖ້າຫາກສາວເຊຍເບຍ 1.000 ກວ່າຄົນ ຕ້ອງໄດ້ຢຸດເຮັດວຽກ ຊີວິດພວກເຂົາຈະເປັນແນວໃດ?

ຊະຕາກຳຊີວິດຂອງ ສາວເຊຍເບຍ 1.000 ກວ່າຄົນ ທົ່ວປະເທດລາວ ຈະເປັນແນວໃດ ຖ້າຫາກຕ້ອງໄດ້ຢຸດເຮັດວຽກເຊຍເບຍ ຕາມແຈ້ງການທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ, ຊຶ່ງຫລາຍຄົນ ກໍມີຄວາມຮູ້ສຶກນ້ອຍໃຈ ເພາະຢ້ານຮຽນບໍ່ຈົບ, ຢ້ານບໍ່ມີເງິນເສຍຄ່າເຊົ່າຫ້ອງ, ຈຸນເຈືອຄອບຄົວ ແລະ ອື່ນໆ. ປັດຈຸບັນ, ສາວເຊຍເບຍ ທົ່ວປະເທດລາວມີ 1.000 ກວ່າຄົນ, ໃນນັ້ນ ສະເພາະຂອງ ບໍລິສັດ ເບຍລາວ ມີປະມານ 800 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກສຶກສາຢູ່ວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ. ໃນການປະຕິບັດໜ້າທີ່ ສາວເຊຍເບຍ ຂອງບໍລິສັດ ເບຍລາວ ແມ່ນມີລະບຽບຄຸ້ມຄອງຢ່າງເຂັ້ມງວດເຊັ່ນ: ມີລົດຮັບ-ສົ່ງລະຫວ່າງເຮືອນຫາຮ້ານ, ບໍ່ສາມາດນັ່ງນຳແຂກໄດ້, ບໍ່ສາມາດກິນເບຍໃນໂມງເຮັດວຽກໄດ້ ແລະ ເຮັດວຽກບໍ່ເກີນ 4 ຊົ່ວໂມງຕໍ່ມື້. ສິ່ງນີ້ ເປັນການສ້າງວຽກເຮັດງານທໍາ ແລະ ຊ່ວຍປັບປຸງການດຳລົງຊີວິດຂອງປະຊາຊົນລາວໃຫ້ນັບມື້ນັບດີຂື້ນ, …

Read More »

ເຕັກໂນໂລຊີການຂັບຂີ່ແບບອັດສະລິຍະຕ້ອງ ອໍລ ນິວ ນິສສັນ ເທີຣາ (ALL-NEW NISSAN TERRA) ເທົ່ານັ້ນ!!!

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ນໍາເຂົ້າໂດຍ ຕົວແທນນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ  (Lao) Sole Co., Ltd. (“TCML”). ລົດຍົນໄດ້ຖືກຜະລິດທີ່ສູນການຜະລິດລົດຍົນນິສສັນໃນປະເທດໄທຍ ເພື່ອສະໜອງລົດຍົນໃຫ້ກັບຕະຫຼາດໃນເອເຊຍຕາເວັນອອກສ່ຽງໃຕ້, ລົດຍົນນິສສັນ NISSAN ໄດ້ຜະສົມຜະສານການທຳງານຂອງເຄື່ອງຍົນລະດັບສູງດ້ວຍເທກໂນໂລຍິການຂັບທີ່ອັນລໍ້າເລີດເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່. ດ້ວຍຮູບແບບໂຄງສ້າງ 7 ບອ່ນນັ່ງຂອງລົດຍົນສະປອດທ໌ SUV ອໍລ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ໄດ້ພັດທະນາມາດົນຫຼາຍກວ່າ 60 ປີຂອງລົດຕະກູນ SUV ຂອງນິສສັນ Nissan ເຊີ່ງໄດ້ແກ່ ນິສສັນ ແພັທໂທລ໌ …

Read More »

ຮ້ານກາເຟດັງເປີດເຜີຍ ຄັດເລືອກເມັດກາເຟຊັ້ນດີ ຈາກພາກໃຕ້ຂອງປະເທດລາວ

ສຳລັບຄົນທີ່ມັກ ແລະ ຫຼົງໄຫຼໃນການດື່ມກາເຟລາວທີ່ຮ້ານ Kaogee Cafe  ສົ່ງໂດຍຕົງຈາກໄຮ່ ຕ້ອງທີ່ຮ້ານ Kaogee Cafe ເທົ່ານັ້ນ ເພາະຮ້ານ Kaogee Cafe ເຮົາຄັດສັນເມັດກາເຟຊັ້ນດີຈາກ   “ພູພຽງບໍລິເວນ”​ ສົ່ງຣົດຊາດກາເຟທີ່ແທ້ເຖິງຈອກຂອງທ່ານ. “ຈາກເບ້ຍກາເຟອ່ອນໆ ປູກໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜື່ງໃນໂລກ ພູພຽງບໍລິເວນ ທີ່ດິນແຫ່ງນີ້ເປັນດິນ ພູເຂົາໄຟ ໃນແຫຼມອິນດູຈີນ ທີ່ສະຫງົບລົງແລ້ວ ສິ່ງທີ່ເຫຼືອໄວ້ແມ່ນແຮ່ທາດ ພູເຂົາໄຟ ແລະ ຄວາມອຸດົມສົມບູນຂອງພື້ນດິນ ມີອາກາດບໍລິສຸດທີ່ຊ່ວຍໃຫ້ພືດຫຼາຍໆຊະນິດເຕີບໂຕຢ່າງສົມບູນແບບ ໂດຍສະເພາະແມ່ນ “ກາເຟ” ດ້ວຍວິທີຊີວິດດັ່ງກ່າວ ເຮັດໃຫ້ປະຊາຊົນເຂດພູພຽງບໍລະເວນສ່ວນຫຼາຍກາຍເປັນຊາວເສດຖະກອນປູກກາເຟຫຼາຍທີ່ສຸດ ນັບຕັ້ງແຕ່ນັ້ນເປັນເວລາດົນນານພໍສົມຄວນ ເຮັດໃຫ້ໄດ້ການຮຽນຮູ້ ແລະ ສາມາດປູກກາເຟໄດ້ເກັ່ງ ຜົນທີ່ໄດ້ເປັນການເອກອ້າງ ມີຄວາມເປັນເອກະລັກ ມີຄຸນນະພາບ ແລະ ຄວາມປອດໄພກ່ອນທີ່ຈະສົ່ງເມັດກາເຟອອກໄປຫຼາຍປະເທດໃນທົ່ວໂລກ ປີໜຶ່ງຫຼາຍຮ້ອຍໂລ ສາມາດສ້າງລາຍໄດ້ປີໜຶ່ງກໍ່ຄື ການພັດທະນາເສດຖະກິດຂັ້ນສູງສຸດຂອງລາວ ນີ້ແມ່ນຫນຶ່ງໃນຄວາມພາກພູມໃຈຂອງປະຊາຊົນລາວທີ່ສາມາດສົ່ງອອກຜະລິດຕະພັນກະສິກໍາ ແລະ ໄດ້ຮັບການຮັບຮູ້ຈາກສາກົນ. ໃນຄວາມເປັນຈິງແລ້ວແຕ່ກ່ອນຄົນລາວບໍ່ດື່ມກາເຟ ແຕ່ຍ້ອນອານານິຄົມຂອງປະເທດຝຣັ່ງ ວັດທະນະທໍາການດື່ມກາເຟເລີ່ມຕົ້ນແຜ່ຂະຫຍາຍ. ປະຊາຊົນລາວກ້າວໄປຮຽນຮູ້ການດື່ມກາເຟແລະໃນເວລານັ້ນຝຣັ່ງໄດ້ນໍາເອົາຫມາກກາເຟມາໃຫ້ລາວ. ພວກເຂົາເລີ່ມຄົ້ນຫາບ່ອນທີ່ປູກກາເຟທີ່ເຫມາະສົມທີ່ສຸດ. ຈົນໄດ້ມາພົບຂຸມຊັບຂອງທໍາມະຊາດໃນດິນແດນແຫ່ງນີ້ທີ່ຮາບສູງ ພູພຽງບໍລິເວນ ຜ່ານມາຫຼາຍຊ່ວງອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂື້ນ ເລີ້ມໃຫ້ຄວາມສົນໃຈ ແລະ ຖືເປັນສະຕາຍທີ່ບົ່ງບອກເຖິງຣົດສະນິຍົມ …

Read More »

ປະຊາຊົນ ລາວ-ໄທ ຮ່ວມໃສ່ບາດສະຫຼອງ ຄົບຮອບ 25 ປີ ຂົວ ມິດຕະພາບ ລາວ-ໄທ 1

ໃນຕອນເຊົ້າຂອງວັນທີ 26 ເມສາ 2019 ປະຊາຊົນຊາວນະຄອນຫຼວງວຽງຈັນ ສປປ ລາວ ແລະ ປະຊາຊົນແຂວງໜອງຄາຍ ປະເທດໄທ ພ້ອມດ້ວຍອຳນາດການປົກຄອງກ່ຽວຂ້ອງໄດ້ພ້ອມກັນໃສ່ບາດເພື່ອເປັນການສະເຫຼີມສະຫຼອງວັນຄົບຮອບ 25 ປີ ການເປີດນໍາໃຊ້ຂົວມິດຕະພາບລາວ-ໄທແຫ່ງທຳອິດ ໂດຍມີ ພຣະສົງເຂົ້າຮ່ວມ 125 ອົງ ໃນນັ້ນພຣະຈາກລາວ 62 ອົງ. ເຂົ້າຮ່ວມງານໃນຄັ້ງນີ້ຍັງມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຣົນນະໄຊ ຈິດວິເສດ ເຈົ້າແຂວງໜອງຄາຍ ແລະ ທ່ານ ຊອນ ເບີນາດຄາຣາສະໂກ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳລາວ. ຂໍຂອບໃຈທີ່ມາຈາກ: ປະເທດລາວ Pathedlao

Read More »

ອະລັງການ! ສິງກະໂປ ເປີດໂຕນໍ້າຕົກໃນຮົ່ມທີ່ສູງທີ່ສຸດໃນໂລກ

ອີງ​ຕາມ ສຳນັກ​ຂ່າວຣອຍ​ເຕີ,​ເມື່ອ​ບໍ່​ດົນ​ມາ​ນີ້ ສິງກະ​ໂປ ​ເປີດ​​​ໃຫ້​ບໍລິການ​ນ້ຳຕົກ​ ໃນ​ຮົ່ມ​ສູງ​ທີ່​ສຸດ ໃນ​ໂລກ 40 ​ແມັດ ຢູ່​ໃນ​ຮ້ານ​ຄ້າ​ໃຫຍ່ ທີ່ມີຊື່​ວ່າ ຈີ​ເວລ ຄອມ​​ເພ​ລັກ ໃນມູນ​ຄ່າ​ ການ​ກໍ່ສ້າງ 1,3 ຕື້​ໂດ​ລາ​ສະຫະລັດ ​ໃນ​ຂະໜາດ​ພື້ນ​ທີ່ 135.700 ຕາ​ແມັດ​ ຢູ່ສະໜາມ​ບິນສາກົນ ​ຊາງ​ງີ ​ເພື່ອ​ດຶງ​ດູດ ນັກ​ທ່ອງ​ທ່ຽວ ​ໂດຍ​ສະ​ເພາະ ໃນ​ອຸດສາຫະກຳ​ ການບິນ ​ແລະ ຈັດ​ຫາ​ສິ່ງ ​ອຳນວຍ​ຄວາມ​ສະດວກ ທີ່​ຫລາກ​ຫລາຍ ​ເພື່ອ​ໃຫ້​ຜູ້​ໂດຍສານ ທີ່​ເດີນທາງ​ມາ​ກັບ ​ເຮືອບິນ ສາມາດ​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ ​ໃນ​ລະຫວ່າງ​ ການ​ຕໍ່​ເຮືອບິນ ​ໃນ​ສະໜາມ​ບິນ​ສາກົນ ຊາງ​ງີ ທີ່​ໄດ້​ຮັບ​ຄະ​ແນນ​ສຽງ ​ໃຫ້​ເປັນ​ສາຍ​ການບິນ ທີ່​ດີ​ທີ່​ສຸດ​ໃນ​ໂລກ 7 ປີຕິ​ດຕໍ່​ກັນ ​ແລະ ປີ​ກາຍ​ນີ້ ຮັບຮອງ​ຜູ້​ໂດຍສານ 65,5 ລ້ານ​ເທື່ອ​ຄົນ. ທີ່ມາ: ຂປລ

Read More »