Breaking News

ຂ່າວພາຍໃນ

ສະຖານທູດໄທ ແລະ ເອັດສຊີຈີ ຮ່ວມກັນຈັດໂຄງການກວດແລະຮັກສາສຸຂະພາບແຂ້ວໃຫ້ພຣະສົງລາວ ຫຼາຍກວ່າ 999 ອົງ

ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ໂດຍເປັນຄວາມຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ຄະນະທັນຕະແພດສາດ …

Read More »

ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ

ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …

Read More »

ສ່ອງ IG! ວີ ວິໂອເຣັດ ນັກຮ້ອງດັງ ຫຼ້າສຸດໂພສແບບນີ້…ຫຼັງຈົບຄອນເສີດໃນປະເທດລາວ

ມາອັບເດດ Instagram ຂອງ ວີ ວິໂອເຣັດ ວໍເທຍ ນັກຮ້ອງ/ນັກສະແດງຊື່ດັງຈາກປະເທດໄທ ເມື່ອບໍ່ດົນມານີ້ນາງກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອພົບພໍ້ກັບແຟນໆຊາວລາວ ແລະ ຈັດມິນິຄອນເສີດຢ່າງອົບອຸ່ນ… ຫຼ້າສຸດ ວີ ວິໂອເຣັດ ກໍໄດ້ໂພສຮູບພາບ ແລະແຄັບຊັ່ນຄວາມປະທັບໃຈທີ່ມີຕໍ່ແຟນໆຊາວລາວວ່າ: “Thank you for shout-singing with me for the last two nights. You guys were awesome. Love love love Laos” ເຊິ່ງມີຄວາມໝາຍວ່າ: ຂອບໃຈສຳລັບການຮ້ອງເຊຍ-ຮ້ອງເພງ ໄປພ້ອມໆກັນກັບຂ້ອຍໃນ 2 ຄໍ່າຄືນທີ່ຜ່ານມາ, ພວກເຈົ້າສຸດຍອດຫຼາຍໆ. ຮັກ ຮັກ ຮັກ ປະເທດລາວ ຈົນເຮັດໃຫ້ໂພສດັ່ງກ່າວມີແຟນໆທັງລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນ ແລະ ຕອບກັບວ່າ …

Read More »

ບໍ່ໄດ້ແຊ້ມແຕ່ຊະນະໃຈຄົນລາວ! ຫຼັງຈາກທີມຊາດລາວ ພາດຈຸດໂທດເສຍໃຫ້ ທີມຊາດໄທ 3-5 (ຖືວ່າເກັ່ງຫຼາຍແລ້ວ…ຊົມເຊີຍ)

ເປັນທີ່ຮືຮາທົ່ວບ້ານທົ່ວເມືອງໃນເວລານີ້ ຫຼັງນັກເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ໂຊຜົນງານແບບເໝືອເມກ ເອົາຊະນະຫຼາຍນັດລວດ ສ້າງປະຫວັດຫນ້າໃຫມ່ໃຫ້ກັບວົງການບານເຕະລາວ ແລະ ຫຼ້າສຸດຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ທີມຊາດໄທ ແຂ່ງຂັນໄປໃນວັນທີ 21 ພຶດສະພາ 2019 ທີ່ຜ່ານມາ… ເຊື່ອວ່າແຟນໆກໍຄົງຕິດຕາມການແຂ່ງຂັນນັດຊິງຊະນະເລິີດຢ່າງໃຈຈົດໃຈຈໍ່ ໃນທີ່ສຸດຜົນກໍອອກມາແລ້ວ ທີມຊາດລາວ ພາດຈຸດໂທດ ເສຍໃຫ້ ທີມຊາດໄທ 3-5 ຫລັງຈາກ ເວລາປົກກະຕິ ສະເຫມີ 0-0  ຖືວ່ານ້ອງໆມີຄວາມສາມາດ ແລະ ເກັ່ງຫຼາຍໆ ເຖິງຈະພາດເສຍໃນນັດຊິງເພາະພຽງພາດຈຸດໂທດ ຕາມຄວາມເປັນຈິງແລ້ວຖືວ່ານ້ອງໆເກັ່ງຫຼາຍໆ ມື້ນີ້ອາດຈະຍັງບໍ່ແມ່ນມື້ຂອງເຮົາ, ແຕ່ເຖິງຢ່າງໃດກໍຕາມທີມຊາດລາວກໍໄດ້ສ້າງປະຫວັດສາດໜ້າໃໝ່ ຄວ້າຮອງແຊ້ມ ໃນການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ມາຝາກຄົນລາວ. (ຂໍສະແດງຄວາມຍິນດີ…ເກັ່ງຫຼາຍໆ) ແລະ ຍັງບໍ່ໝົດຢພຽງແຕ່ເທົ່ານັ້ນ ແຟນໆຊາວລາວຕ່າງກໍໃຫ້ກຳລັງໃຈ ແລະ ຍັງເວົ້າເປັນສຽງດຽວກັນ ເຖິງຈະບໍ່ໄດ້ແຊ້ມແຕ່ຊະນະໃຈ ພວກນ້ອງໆເກັ່ງຫຼາຍໆ …

Read More »

ແມ່ຍິງລາວເກັ່ງຫຼາຍ! ສະແດງຄວາມຍິນດີນັກກິລາເພາະກາຍລາວຕິດ Top 5 ສາມາດນຳລາງວັນມາຝາກໄດ້ສຳເລັດ (#ແຊຣໄປໃຫ້ໂລກຮູ້)

ກ່ອນອື່ນຕ້ອງຕົບມືຊົມເຊີຍແມ່ຍິງລາວທີ່ໄປສ້າງຊື່ສຽງໃຫ້ປະເທດກັນດັງໆເລີຍໂລດເດີ້ແຟນໆ ບໍ່ເຮັດໃຫ້ຄົນລາວຜິດຫວັງ ຫຼັງຈາກທີ່ທາງສະຫະພັນກິລາເພາະກາຍແຫ່ງຊາດລາວໄດ້ມີການສົ່ງນັກກິລາລົງແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ”  ໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ເຊິ່ງຂໍບອກເລີຍວ່າບໍ່ເຮັດໃຫ້ຊາວລາວຜິດຫວັງ ເພາະ ນາງ ກອງແພງ ຂຸນວິໄນ (ແພງ) ນັກກິລາເພາະກາຍຍິງລາວ ທີ່ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm ກໍສາມາດຕິດ Top 5 ແລະ ນຳລາງວັນກັບມາຝາກຄົນລາວເຮົາຈົນໄດ້. (ຂໍສະແດງຄວາມຍິນດີ)  ສຳລັບການ ແຂ່ງຂັນ “ຊິງແຊ້ມເພາະກາຍອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 16 ທີ່ ປະເທດ ມຽນມາ” ປະເທດລາວເຮົາໄດ້ສົ່ງໄປ 2 ຄົນນັ້ນກໍຄື ທ້າວ ນັນທະລັກ ສຸນາເຄນ ລົງແຂ່ງຂັນໃນລຸ້ນ “Men Sport Physique”ລຸ້ນຄວາມສູງບໍ່ເກີນ 165 cm ແລະ ນາງ ກອງແພງ ຂຸນວິໄນ ລົງແຂ່ງຂັນໃນລຸ້ນ “Model Physique” ລຸ້ນຄວາມສູງບໍ່ເກີນ 160 cm. ຖຶວ່າເປັນຂ່າວດີຂອງຄົນລາວທຸກຄົນ ຂໍຂອບໃຈນັກກິລາລາວທຸກຄົນທີ່ມີຄວາມຕັ້ງໃຈ ແຂ່ງຂັນຈົນໄດ້ລາງວັນ …

Read More »