Breaking News

ຂ່າວພາຍໃນ

ສະຖານທູດໄທ ມອບເຮືອນຄົວ 219 ລ້ານກີບ ໃຫ້ໂຮງຮຽນ ສຶກສາພິເສດ

ມື່ອວັນທີ 15 ສິງຫາ 2019 ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ແລະ ພັນລະຍາ ພ້ອມດ້ວຍຂ້າລາຊະການສະຖານເອກອັກຄະຣາຊະທູດ, ຂ້າລາຊະການທີມປະເທດໄທ ປະຈຳ ສປປ ລາວ ແລະ ປະຊາຊົນຊາວໄທໃນ ສປປ ລາວ ຈັດກິດຈະກຳຈິດອາສາ “ເຮົາທຳຄວາມ ດີ ດ້ວຍຫົວໃຈ” ພິທີມອບເຮືອນຄົວ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍເອກອັກຄະຣາຊະທູດ ໄດ້ມີພິທີສົ່ງມອບເຮືອນຄົວ ຫຼັງຄາອາຄານອາເນກປະສົງ ແລະ ປ້າຍຊື່ໂຮງຮຽນ ສະຖານເອກອັກຄະຣາຊະທູດ ສະໜັບສະໜູນງົບປະມານໃນການກໍ່ສ້າງລວມປະມານ 750.000 ບາດ ຫຼື ປະມານ 219.000.000 ກີບ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນຜູ້ແທນລັດຖະບານ …

Read More »

Nissan NAVARA ໃໝ່ຮອງຮັບການເຮັດວຽກຂອງແອບມືຖືສະມາສ໌ໂຟນ ນຳເອົາສາລະບັນເທິງ ການບອກເສັ້ນທາງ ຄວາມປອດໄພຜ່ານລະບົບ Connect A-IVI 

ນິດສັນ (Nissan) ໃຫ້ຄວາມສຳຄັນ ແລະ ຄວາມໃສ່ໃຈຕໍ່ກັບຄວາມປອດໄພ,ຄວາມເປັນປະໂຫຍດ, ຄວາມອັດສະລິຍະຫລາຍດ້ານໃຫ້ຂອງລົດກະບະ  Nissan NAVARA Premium Plus ດ້ວຍຄວາມສະດວກຂອງເຕັກໂນໂລຊີອັດສະລິຍະເພື່ອການຂັບຂີ່ (Nissan Intelligent Mobility (N.I.M.). ຈໍສາລະບັນເທິງ Nissan Connect A-IVI ຮອງຮັບການເຮັດວຽກຂອງແອບຈາກມືຖືສມາສ໌ໂຟນ ໂດຍການນຳເອົາສາລະບັນເທິງ,ການບອກເສັ້ນທາງ,ຄວາມປອດໄພ ແລະ ສິ່ງອື່ນອີກມາລວມໄວ້ໃນລົດຂອງທ່ານພຽງແຕ່ສຽບສາຍໂທລະສັບເຊື່່ອມຕໍ່ກັບລົດ. i)      ແຜນທີ່ຈະປາກົດຂຶ້ນມາເທິງຫນ້າຈໍໂດຍການເປີດແອບນຳທາງ turn by turn (ທ່ານສາມາດໃຊ້ມືສຳຜັດຊູມເຂົ້າ-ຊູມອອກໄດ້) ii)     ໃຊ້ຄຳສັ່ງສຽງເພື່ອຄົ້ນຫາຂໍ້ມູນຈາກຈໍສາລະບັນເທິງ (ຫລືສາມາດເລືອກພິມເທິງຈໍໄດ້) iii)    ສາມາດຈັດວາງເພງທັງຫມົດທີ່ມີໃນລາຍການລວມທັງເພງອອນລາຍໄວ້ເທິງຫນ້າຈໍ ພຽງແຕ່ໃຊ້ມືສຳຜັດເລືອກວາງຢູ່ເທິງຈໍສາລະ ບັນເທິງ Nissan Connect A-IVI iv)    ສະດວກໃນການໂທລະສັບໂດຍບໍ່ຈຳເປັນຕ້ອງຈັບໂທລະສັບຂຶ້ນມາ ພຽງແຕ່ໃຊ້ຄຳສັ່ງສຽງໃນການປະຕິບັດງານ v)   ສາມາດໃຊ້ຄຳສັ່ງສຽງເພື່ອໃຫ້ລະບົບອ່ານຂໍ້ຄວາມເຂົ້າຢູ່ໃນມືຖືສະມາສ໌ໂຟນຂອງທ່ານ ແລະ ພ້ອມດຽວນັ້ນ ສາມາດສັ່ງໃຫ້ຕອບຂໍ້ຄວາມກັບໄດ້ເຊັ່ນກັນ vi)    ສາມາດໃຊ້ຄຳສັ່ງສຽງໃນການຄົ້ນຫາຄື່ນສະຖານີວິທະຍຸທີ່ທ່ານມັກຟັງ vii)   …

Read More »

ໄວໜຸ່ມລາວຍຸກໃໝ່ຄວນຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ “ປະເພນີບຸນເຂົ້າພັນສາ”

“ບຸນປະເພນີບຸນເຂົ້າພັນສາ” ໄວໜຸ່ມລາວຍຸກໃໝ່ກໍມັກຈະໄດ້ຍິນ ໄດ້ເຄີຍໄປໃສ່ບາດໃນວັນດັ່ງກ່າວ ແຕ່ບໍ່ເຄີຍຮູ້ເຖິງຄວາມໝາຍເລິກ ທັງປະຫວັດ-ຄວາມເປັນມາຂອງວັນປະເພນີບຸນເຂົ້າພັນສານັ້ນມີທີ່ມາທີ່ໄປແນວໃດ, ດັ່ງນັ້ນ!!! ໃນມື້ນີ້ຈະພາແຟນໆ ພາໄວໜຸ່ມລາວຍຸກໃໝ່ໄປເຮັດຄວາມຮູ້ຈັກກັບວັນ “ບຸນປະເພນີບຸນເຂົ້າພັນສາ” ທີ່ມີມາຕັ້ງແຕ່ລຸ້ນບູຮານນະການ ສີບເນື່ອງຈົນເຖິງປັດຈຸບັນ ຄວາມໝາຍ: ຄໍາວ່າ “ພັນສາ” ໝາຍເຖິງລະດູຝົນ, ປີ ຫຼື ເອີ້ນອີກຢ່າງໜຶ່ງວ່າ ບຸນເຂົ້າວັດສາ ຄໍາວ່າ “ວັດສາ” ກໍຄື ພັນສາ ນັ້ນເອງ ເພາະ “ວັດສາ” ເປັນພາສາບາລີ “ພັນສາ” ເປັນພາສາສັນສະກິດ ໃນວັນດຽວກັນກໍມີເຫດການສໍາຄັນອີກເຊັ່ນ: ວັນອາສາລະຫະ (ວັນທີ່ພຣະພຸດທະເຈົ້າສະແດງປະຖົມມະເທດສະໜາ ໂປຣດພຣະປັນຈະວັກຄີ ທັງ 45 ອົງ ທັມມະເທດສະໜາທີ່ຊົງສະແດງນັ້ນຮຽກວ່າ: “ທັມມະຈັກກັບປະວັຕຕະນະສູດ”) ມູນເຫດ ແລະ ຄວາມເປັນມາ: ເມື່ອພຣະບໍຣົມສາສະດາ ຍັງບໍ່ທັນໄດ້ຊົງອະນຸຍາດໃຫ້ພຣະພິກຂຸເຂົ້າ “ວັດສາ” ເຖິງລະດູແລ້ວພຣະພິຂຸກໍຍັງສັນຈອນຢູ່ ຜູ້ຄົນທັງຫຼາຍກໍພາກັນຕິຕຽນວ່າ: ໃນລະດູຝົນນີ້ປະຊາຊົນທັງຫຼາຍ ພາກັນຢຸດເຊົາບໍ່ໄດ້ທຽວໄປມາຄ້າຂາຍໃນຕ່າງເມືອງ ຢ່າວ່າແຕ່ຄົນເລີຍແມ່ນແຕ່ຝູງນົກບາງຈໍາພວກ ຄືນົກເຈົ່າ, ນົກຍາງ ແລະ ນົກແຈນແວນ …

Read More »

ຜົນຮ້າຍຈາກການກິນອາຫານທີ່ບໍ່ມີປະໂຫຍດ  ຫຼາຍລ້ານຄົນທົ່ວໂລກເສຍຊີວິດ (ລະວັງແດ່!!!)

ການສຶກສາວິໄຈໄດ້ຖືກຕີພິມໃນວາລະສານ The Lancet ຈາກການສຳຫຼວດໃນ 195 ປະເທດ ຈາກການສຶກສາທົ່ວໂລກພົບວ່າມີຜູ້ເສຍຊີວິດກວ່າ 11 ລ້ານຄົນທົ່ວໂລກ ໃນປີ 2017 ທີ່ຜ່ານມາ ເຊິ່ງສາເຫດເກີດຈາກການກິນອາຫານທີ່ບໍ່ມີປະໂຫຍດເຊັ່ນ ນໍ້າຕານ, ເກືອ ແລະ ຊີ້ນແປຮູບ ອາຫານທີ່ບໍ່ດີເຫຼົ່ານີ້ເປັນສາເຫດທີ່ເຮັດໃຫ້ມີຜູ້ເສຍຊີວິດ 1 ໃນ 5 ຂອງຄົນທົ່ວໂລກຫຼາຍກວ່າປັດໄຈສ່ຽງອື່ນໆ ຈາກການສຶກສາພົບວ່າຄົນເຮົາບໍລິໂພກອາຫານເພື່ອສຸຂະພາບໜ້ອຍເກີນໄປເຊັ່ນ ອາຫານປະເພດຖົ່ວ, ນົມ ແລະ ທັນຍະພືດ ແຕ່ກັບກິນອາຫານທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍເກີນຄວາມຈຳເປັນໃນແຕ່ລະມື້ເຊັ່ນ: ນໍ້າຕານ, ເກືອ ແລະ ໄຂມັນບໍ່ດີ ເຊິ່ງເປັນປັດໄຈສ່ຽງທີ່ເຮັດໃຫ້ເກີດພະຍາດຕ່າງໆ ຕາມມາຢ່າງຫຼວງຫຼາຍເຊັ່ນ ພະຍາດຫົວໃຈ, ພະຍາດຫຼອດເລືອດໃນສະໝອງ, ພະຍາດເບົາຫວານ ແລະ ພະຍາດມະເຮັງຫຼາຍຊະນິດ ການສຶກສາທີ່ຕີພິມໃນວາລະສານໄດ້ລະບຸວ່າ ຄວນຮັບປະທານອາຫານທີ່ມີປະໂຫຍດຕໍ່ສຸຂະພາບໃຫ້ຫຼາຍຂຶ້ນ ຄວນກິນປະເພດຖົ່ວຕ່າງໆ ຜັກ ໝາກໄມ້ ຄວນຮັບປະທານເພີ່ມຂຶ້ນເປັນ 2 ເທົ່າເພື່ອປ້ອງກັນພະຍາດຕ່າງໆ ການເສຍຊີວິດຈາກການກິນອາຫານທີ່ບໍ່ມີປະໂຫຍດຈາກການສຶກສາພົບວ່າຈາກ 11 ລ້ານຄົນໃນປີ 2017 …

Read More »

ບໍ່ທຳມະດາ! ປະເທດໄທກຽມສົ່ງ ຟ້າໃສ ປະວີນສຸດາ Miss Universe Thailand 2019 ດີກຣີກຽດນິຍົມອັນດັບ 1 ສູ່ເວທີນາງງາມຈັກກະວານ!!

ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ  Miss Universe Thailand 2019 ເຊິ່ງການປະກວດປີນີ້ກໍໄດ້ມີການຄັດເລືອກກັນແບບເອີ້ນໄດ້ວ່າ ຄັດໃນຄັດແທ້ໆ ເພາະມີການຄັດເລືອກສາວງາມຢ່າງເຂັ້ມງວດຕັ້ງແຕ່ຮອບ Audition ຈົນຮອດຮອບ Final ແລະ ໃນທີ່ສຸດກໍໄດ້ມີການຕັດສິນ ແລະ ປະກາດຢ່າງເປັນທາງການແລ້ວວ່າສາວງາມທີ່ມີຄວາມເໝາະສົມຄວ້າມົງກຸດ Miss Universe Thailand 2019 ໄດ້ແກ່ ປະວີນສຸດາ ດຣູອື້ນ (ຟ້າໃສ) ແລະ ສາວງາມຄົນນີ້ກໍຈະເປັນຕົວແທນ ປະເທດໄທ ໄປປະຊັນຄວາມງາມ ຄວາມສາມາດ  ໃນເວທີນາງງາມຈັກກະວານໂລກ (Miss Universe 2019). ຟ້າໃສ ປະວີນສຸດາ Miss Universe Thailand 2019 ອາຍຸ 25ປີ ລວງສູງ 181 ຊັງຕີແມັດ ເປັນລູກຊອດ ປະເທດ ການາດາ-ໄທ-ຈີນ ເປັນອີກໜຶ່ງສາວທີ່ມີຄວາມສາມາດຮອບດ້ານ ຈົບການສຶກສາປະລິນຍາຕີຈາກ University Of Calgary …

Read More »