ມາອັບເດດຂ່າວສານສັງຄົມ… ໃນວັນທີ 26 ມິຖຸນາ 2019 ທີ່ຜ່ານມາໄດ້ມີ ພິທີເຊັນສັນຍາຮ່ວມລະຫວ່າງ ສູນບໍລິການຈັດຫາງານ ກັບ ບໍລິສັດຮ້ອຍແປດພັນກຣູບຈຳກັດ ການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນກຣູບ ຈຳກັດ (108Job) ໂດຍການເປັນປະທານໂດຍ ທ່ານ ຄຳແສນ ໄຊຍະວົງ ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາແສງ ພ້ອມດ້ວຍສັກຂີພະຍານທັງພາກລັດ-ເອກະຊົນ ແລະ ບັນດາສື່ມວນຊົນຈຳນວນໜຶ່ງ ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງເພື່ອຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນຄວາມຕ້ອງການນໍາໃຊ້ແຮງງານ ຂອງຫົວໜ່ວຍແຮງງານ, ຜູ້ປະກອບການເຂົ້າໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໂດຍທີ່ຝ່າຍ ສູນບໍລິການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເພື່ອເປັນການຕອບສະໜອງຕາມສະພາບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ແລະອະນາຄົດກ່ຽວກັບການດັດສົມຄວາມຕ້ອງການ ແລະການສະໜອງກຳລັງແຮງງານໃຫ້ໄດ້ 143.230 ຄົນ/ປີ; ໂຄງປະກອບກຳລັງແຮງງານຄາດວ່າຂົງເຂດກະສິກຳຫຼຸດລົງເປັນ 64,5%, ອຸດສາຫະກຳເພີ່ມຂຶ້ນເປັນ 11,8% ແລະ ບໍລິການເພີ່ມຂຶ້ນເປັນ 23,7% ອັດຕາວ່າງງານຢູ່ໃນລະດັບ …
Read More »ຂ່າວພາຍໃນ
ຂໍສະແດງຄວາມຍິນດີ! ນາຍົກລັດຖະມົນຕີລາວ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ພາຍຫລັງສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ປະເທດໄທ
ໃນຕອນຄ່ຳຂອງວັນທີ 23 ມິຖຸນາ 2019 ທີ່ຜ່ານມາ, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ຮ່ວມກັນເປັນເຈົ້າພາບຈັດໂດຍສະຖາບັນຍຸດທະສາດ ຄິງສະລີ ແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງ, ປະເທດຈີນ ແລະ ພາກສ່ວນກ່ຽວຂ້ອງອີກຈຳນວນໜຶ່ງ.ໃນງານລ້ຽງດັ່ງກ່າວ, ໄດ້ມີພິທີມອບຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ ຫຼື “Distinguished ASEAN Lifetime Achievement Award” ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີລາວ ຍັງໄດ້ມີຄຳເຫັນວ່າ: “ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກພາຍໃນໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ”. ໃນຕອນທ້າຍ, ພະນະທ່ານ …
Read More »ແຟນໆໃຫ້ຄວາມສົນໃຈ! ໃໝ່ຫຼ້າສຸດ “NEW RANGE ROVER EVOQUE ” ເປີດໂຕຢ່າງຍິ່ງໃຫ່ຍໃນລາວ
ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ. RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. …
Read More »ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ
ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ. ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້. ຮູບພາບ: Appleminiberry , Fluke Jira
Read More »ຫ້າມພາດ! ໃຜທີ່ກຳລັງຊອກວຽກຟັງທາງນີ້… ກຳລັງຈະມີງານຕະຫຼາດນັດແຮງງານ (Job Fair 2019)
ໃນຕອນບ່າຍຂອງມື້ນີ້, ວັນທີ 7 ມິຖຸນາ 2018 ໄດ້ມີການຈັດງານຖະແຫຼງຂ່າວກ່ຽວກັບການຈັດງານຕະຫຼາດນັດແຮງງານ Job Fair 2019 ທີ່ຫ້ອງປະຊຸມ ພະແນກແຮງງານນະຄອນຫຼວງວຽງຈັນ, ໂດຍການແຫຼ່ງຂ່າວຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກ ແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ສີບຸນທໍາ ສີບຸນມີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍບັນດາຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ. ເຊິ່ງງານຕະຫຼາດແຮງງານ ຫຼື Job Fair 2019 ນີ້ ຈະໄດ້ມີຂຶ້ນໃນວັນທີ 16-20 ຕຸລາ 2019 ທີ່ຈະມາເຖິງນີ້ 5 ມື້ເຕັມ ຢູ່ທີ່ສູນການຄ້າ ລາວ-ໄອເຕັກ ຕືກເກົ່າ. ນັກຮຽນນັກສຶກສາຈົບໃໝ່ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່ໃຫ້ເໝາະກັບຕົນເອງ ແມ່ນບໍຄວນພາດງານນີ້. ເຊິ່ງນອກຈາກ, …
Read More »