Breaking News

ຂ່າວສັງຄົມ

ງານປະກວດໝາແສນຮູ້!

ຄົນຮັກໝາພາກັນນໍາໝາທີ່ລ້ຽງ ແລະ ໜ້າຮັກ, ແສນຮູ້ຂອງຕົນເກືອບ 3.000 ໂຕເຂົ້າຮ່ວມງານສະແດງ ໃນຄັ້ງທີ 141 ທີ່ມະຫານະຄອນນິວຍອກ. ຊຶ່ງງານນີ້ຈັດຂຶ້ນໃນວັນທີ 13-14 ກຸມພາ ໂດຍມື້ທໍາອິດຂອງງານແມ່ນການປະກວດໂຕໝາທີ່ແຕ່ງຕົວສວຍງາມ ຊຶ່ງຂະນະກໍາມະການຕ້ອງເລືອກໝາພັນລະ 1 ໂຕ ຈາກທັງໝົດເກືອບ 200 ພັນເພື່ອໄປປະກວດຕໍ່ທີ່ ເມດີສັນ ສະແຄ ກາເດັ່ນ. ແລະ ງານໃນປີນີ້ມີໝາເຂົ້າຮ່ວມເກືອບ 2.800 ໂຕ ມາຈາກ 49 ລັດ ແລະ ອີກ 16 ປະເທດ.

Read More »

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ ມາຮູ້ຈັກກັບເມນູສຸດພິເສດ ແລະ ສຸດແປກຕ້ອນຮັບ “Valentine’s day” ບາແຫ່ງໜຶ່ງໃນໃຈກາງເມືອງໂຕກຽວ ຈັດກິດຈະກໍາແບບພິເສດໆ ສະຫຼອງວັນແຫ່ງຄວາມຮັກດ້ວຍເມນູຂອງຫວານ ຄີມເຄັກ ແລະ cocktail ທີ່ເສີບມາພ້ອມກັບແມງໄມ້ ໂດຍຜູ້ຈັດກິດຈະກໍາບອກວ່າ: ເມນູດັ່ງກ່າວດຶງດູດລູກຄ້າເຂົ້າຮ້ານໄດ້ເກືອບຮ້ອຍຄົນ ແລະ ລູກຄ້າຍັງບອກອີກວ່າ: ກິດຈະກໍານີ້ຊ່ວຍໃຫ້ຜູ້ທີ່ຍ້ານແມງໄມ້ ບໍ່ຍ້ານອີກຕໍ່ໄປ.   ສ່ວນເມນູທີ່ໄດ້ຮັບຄວາມນິຍົມຄື: Cocktail Cranberry ທີ່ປະສົມແມງດາ ແລະ ເພີ່ມລົດຊາດຄ້າຍຄືກັບ ຄາຣາເມວດ້ວຍດ້ວງກັບ Walnuts ຊຶ່ງມີລາຄາ 800-1.000 ເຍນ ຫຼື ປະມານ 75.000 ກີບຕໍ່ແກ້ວ .

Read More »

ປະເທດ ເປຣູ ຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ”

ກຸ່ມຫຼາກຫຼາຍທາງເພດໃນເປຣູຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ” ເພື່ອສົ່ງເສີມການຮັບຮູ້ຂອງຄົນໃນປະເທດ. ງານຈູບກາງແຈ້ງດັ່ງກ່າວຈັດຂຶ້ນໃນບໍລິເວນກາງເມືອງເກົ່າຂອງນະຄອນຫຼວງລີມາ ແລະ ມີການເດີນຂະບວນຜ່ານສະຖານທີ່ສໍາຄັນຫຼາຍບ່ອນ ໂດຍຫວັງວ່າ: ການຈູບເປັນສັນຍາລັກຕໍ່ຕ້ານຄວາມຮຸນແຮງຕໍ່ກຸ່ມຫຼາກຫຼາຍທາງເພດ. ທ່ານ ມາໂຍ ຟໍເຣສ ໂຄສົກຂອງງານຈູບຕ້ານຄົນລັງກຽດເກ ກ່າວວ່າ: ຄູ່ຮັກເພດດຽວກັນສະແດງຄວາມຮັກໃນທ້ອງຖະໜົນໄດ້ ໂດຍບໍ່ຖືກທໍາຮ້າຍ ແຕ່ຜ່ານມາທຸກຄົນຖືກຂັດຂວາງ, ດູຖືກ ແລະ ທໍາຮ້າຍ. ແນວໃດກໍຕາມ ໃນງານກໍມີຜູ້ຊາຍຄົນໜຶ່ງທີ່ບໍ່ເຫັນດີກັບຄົນກຸ່ມນີ້ ເຂົ້າມາຕີຜູ້ຍິງທີ່ຮ່ວມງານ ຊຶ່ງຜູ້ເສຍຫາຍຄື ນາງ ຟຣາລເຊສກາ ເລອອນ ບອກວ່າ: ມີຄົນກຸ່ມໜຶ່ງຮ້ອງໃສ່ວ່າ: ຈໍາພວກເກອອກໄປສາ! ລາວຈຶ່ງຢຸດແລ້ວຢືນຕໍ່ໜ້າຜູ້ຊາຍຄົນໜຶ່ງ ພ້ອມກັບນໍາທຸງສີອອກມາ ແຕ່ຜູ້ຊາຍຄົນດັ່ງກ່າວຍາດເອົາທຸງໄປ ແລະ ນາງໄດ້ຍາດທຸງຄືນ ຈົນຊາຍຜູ້ນັ້ນຕີໜ້າທ້ອງຂອງລາວ. ການແຕ່ງງານເພດດຽວກັນໃນປະເທດເປຣູຍັງປະຕິບັດບໍ່ໄດ້ ແຕ່ຄໍາພິພາກສາໃນເດືອນຜ່ານມາໄດ້ອະນຸຍາດ ໄດ້ຍອມຮັບການແຕ່ງດອງລະຫວ່າງຜູ້ຊາຍເປຣູ ແລະ ແມັກຊິໂກ ແຕ່ສາສະໜາຄາໂທລິກ (Catholic Church) ຍັງບໍ່ເຫັນດີຕໍ່ການແຕ່ງດອງເພດດຽວກັນ ແລະ ນໍາເລື່ອງມາເວົ້າໃນບ່ອນສາທາລະນະຍັງເປັນສິ່ງຕ້ອງຫ້າມ.

Read More »

ຊ່ວຍແມ່ຍິງຫວຽດນາມທີ່ຖືກຂາຍໃຫ້ແຕ່ງດອງກັບຊາຍຈີນ

ຕໍາຫຼວດຈີນຊ່ວຍເຫຼືອແມ່ຍິງຫວຽດນາມ 32 ຄົນ ທີ່ຖືກຕົວະໄປຂາຍໃຫ້ແຕ່ງດອງກັບຜູ້ຊາຍຈີນທີ່ມີອາຊິບເຮັດການກະເສດ ໃນການປະຕິບັດການທີ່ມີເປົ້າໝາຍກວດລ້າງຂະບວນການຄ້່າມະນຸດຂ້າມຊາດ ທີ່ມີແມ່ຍິງຖານະຍາກຈົນໃນທ້ອງຖິ່ນຊົນນະບົດທີ່ຕົກເປັນເຫຍື່ອເປົ້າໝາຍ. ຈາກການລາຍງານຂອງ ເອເອັຟພີໃນວັນທີ 9 ກຸມພາ ຖະແຫຼງການໃນເວັບໄຊຂອງສໍານັກງານຄວາມໝັ້ນຄົງສາທາລະນາໃນມົນທົນຍູນານໃນວັນພະຫັດກ່າວວ່າ: ເຈົ້າໜ້າທີ່ຈີນຈັບຕົວຜູ້ສົງໄສ 75 ຄົນ ທີ່ຖືກກ່າວຫາວ່າເປັນສ່ວນໜຶ່ງຂອງຂະບວນການ ຕົວະຍົວະແມ່ຍິງໄປມົນທົນຍູນານ ທາງພາກໃຕ້ຂອງຈີນ ໂດຍໃຫ້ຄໍາສັນຍາວ່າ: ຈະພາໄປທ່ຽວ ແລະ ຫາວຽກໃຫ້. ແມ່ຍິງດັ່ງກ່າວ ຈະຖືກຈັດໃຫ້ພັກອາໄສຢູ່ຮ່ວມກັນ ໃນພື້ນທີ່ພູເຂົາໃນຍຸນນານ ໃກ້ກັບຊາຍແດນຫວຽດນາມ ກ່ອນຈະຂາຍໃຫ້ກັບປະຊາຊົນໃນ 6 ມົນທົນ ທາງພາກກາງ ແລະ ພາກຕາເວັນອອກຂອງຈີນ ແມ່ຍິງທີ່ຕົກເປັນເຫຍື່ອຜູ້ໜຶ່ງລາຍງານວ່າ: ລາວຖືກຕົບຕີທໍາຮ້າຍຮ່າງກາຍໂດຍທໍ່ເຫຼັກ ເມື່ອລາວປະຕິເສດທີ່ຈະເປັນເຈົ້າສາວ ແລະ ພະຍາຍາມໂຕນໜີ

Read More »

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ

ຂ່າວດີສໍາລັບແມ່ຍິງຖືພາ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຂ່າວດີສໍາຫຼັບແມ່ຍິງຖືພາຝາກທ້ອງໂດຍບໍ່ໄດ້ເສຍຄ່າ ແລະ ເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ ທີມີອາການເຈັບໜັກສາມາດປິ່ນປົວ ແລະ ຮັກສາໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ຢູ່ທີ່ໂຮງໝໍເມືອງ ໄຊທານີ (ທ່າງ່ອນ) ນະຄອນຫຼວງວຽງຈັນ.

Read More »