Breaking News

ຂ່າວສັງຄົມ

ໃຜວ່າໂສດມີຂໍ້ເສຍ? ໂສດແບບ ອາຈານ Noy ເອົາເວລາໄປພັດທະນາຕົນເອງໃຫ້ກ້າວໜ້າ

“ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນເອງ” ສາວໂສດຢ່າງມີຄຸນຄ່າທີ່ເຮົາຢາກແນະນຳໃຫ້ຮູ້ຈັກແມ່ນ  ຄໍາແພງ ພັນທະດາວົງ (ອາຈານນ້ອຍ) ອາຍຸ 37 ປີ, ຜູ້ອໍານວຍການ ວິທະຍາໄລແສງສະຫວັນ ຂວັນໃຈຂອງບັນດາລູກສິດ ວິທະຍາໄລແສງສະຫວັນ ທີ່ທັງເກັ່ງ ທັງໃຈດີ ດີກຣີ (Degree) ວ່າທີ່ປະລິນຍາເອກ ດ້ານການພັດທະນາອົງກອນ ແລະຊັບພະຍາກອນມະນຸດ ປະຈຸບັນນາງຮັບຜິດຊອບເປັນຜູ້ອຳນວຍການວິທະຍາໄລ ພ້ອມທັງເປັນຮອງປະທານກຸ່ມການສຶກສາແສງສະຫວັນ ເຊິ່ງປະກອບດ້ວຍ 4 ໂຮງຮຽນສາມັນ, 1 ໂຮງຮຽນນາໆຊາດ, 1 ວິທະຍາໄລ, 1 ໂຄງການສຶກສາ ແລະນາງຢືນຢັນວ່ານາງໂສດ 100%!! ມື້ນີ້ ອາຈານນ້ອຍ ຈະມາເປີດໃຈມຸມມອງຄວາມໂສດຂອງນາງ ທີ່ບໍ່ເຄີຍເປີດເຜີຍຢູ່ໃສມາກ່ອນໄປອ່ານກັນເລີຍເນາະ ແມ່ຍິງທີ່ຮຽນສູງແລ້ວຊອກຜົວຍາກແທ້ບໍ່? ແຕ່ອາຈານນ້ອຍ ພັດຄິດຕ່າງ ນາງບອກວ່າ ຍ້ອນນາງບໍ່ມີຜົວຈຶ່ງມີໂອກາດໄດ້ຮຽນສູງ ໄດ້ສະແດງຄວາມສາມາດທີ່ໂດດເດັ່ນ ເຖິງວ່າພາບທີ່ສັງຄົມມັກເບິ່ງ ແມ່ຍິງທີ່ຮຽນສູງ ແລະເກັ່ງວ່າຊອກຜົວຍາກນັ້ນ ອາຈານນ້ອຍຄິດວ່າ ອາດຍ້ອນແມ່ຍິງເຫຼົ່ານັ້ນເລືອກທີ່ຈະໂສດ ເພາະເຂົາຮູ້ສຶກອີ່ມເຕັມ …

Read More »

“ແມ່” ຄືກຳລັງໃຈທີ່ເຮັດໃຫ້ ແພັດ ເພັດດາວອນ ຄວ້າເງິນ 265 ລ້ານກີບ ໃນ (ສຶກວັນດວນເພງ)

ຄວາມກະຕັນຍູມັກສົ່ງຜົນໃຫ້ຄົນປະສົບຜົນສຳເລັດ ແພັດ ເພັດດາວອນ ຄຳມະນີວົງ ສາວລາວທີ່ໄປສ້າງປະຫວັດສາດແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ”(ປະເທດເພື່ອນບ້ານ) ແລະ ສາມາດຄວ້າເງິນ 1 ລ້ານບາດ ຫຼື 265 ລ້ານກີບ ແບບສົດໆຮ້ອນໆໃນຄໍ່າຄືນຂອງ ວັນທີ 24 ເມສາ 2018 ທີ່ຜ່ານມາ. ຫຼາຍຄົນຄົງຍັງບໍ່ຮູ້ວ່າ ແຮງບັນດານໃຈທີ່ເຮັດໃຫ້ ສາວ ແພັດ ເພິ່ນກ້າທີ່ຈະກ້າວຂາໄປແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ” ຈົນຄວ້າເງິນ 1 ລ້ານບາດ ມາໄດ້ນັ້ນກໍຄື “ແມ່” ແລະ ແພັດຍັງຕ້ອງການປຸກບ້ານໃໝ່ໃຫ້ແມ່ ແລະ ຄົນໃນຄອບຄົວໄດ້ຢູ່ແບບສະບາຍ. ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແພັດ ທີ່ຍັງບໍ່ມີໃຜເຫັນ, ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້!!! ຮູບພາບບາງສ່ວນຈາກ: Pat phetdavone khammanivong

Read More »

ຄືນນີ້ມາລຸ້ນກັນ! ແພັດ ເພັດດາວອນ ຈະສາມາດຄວ້າ 1 ລ້ານບາດ ໄປໄດ້ຫຼືບໍ່? (ມາຮ່ວມເປັນສັກຂີພະຍານໃນສຶກປະຫວັດສາດເທື່ອນີ້ໄປນຳກັນ)

ເດີນທາງມາຮອດຈຸດຈົບຂອງການແຂ່ງຂັນ ແລະ ຈະຕັດສິນໃຫ້ໄດ້ຮູ້ຜົນການແຂ່ງຂັນໃນຄໍ່າຄືນວັນທີ 24 ເມສາ 2018 ນີ້ແລ້ວ,  ແພັດ ເພັດດາວອນ ຄຳມະນີວົງ ສາວລາວສຽງດີຈາກພາກໃຕ້ ທີ່ກຳລັງໂດ່ງດັງໄປທົ່ວບ້ານທົ່ວເມືອງ ເພາະນາງເດີນທາງຕາມຫາຝັນຢາກເປັນນັກຮ້ອງ ແລະ  ຝັນຢາກເອົາເງິນລາງວັນ 1 ລ້ານບາດ ມາປຸກບ້ານໃຫ້ແມ່ ໂດຍການໄປແຂ່ງຂັນເພງໃນລາຍການ ສຶກວັນດວນເພງ ຂອງປະເທດເພື່ອນບ້ານ. ໃນວັນທີ 23 ເມສາ 2018 ທີ່ຜ່ານມາ ສາວ ແພັດ ເພິ່ນກໍ່ຫາກໍ່ປ້ອງກັນແຊ້ມໃນສະໄໝທີ 20 ໄດ້ແບບສົດໆຮ້ອນໆ ແລະ ໃນມື້ນີ້ມາຮ່ວມລຸ້ນ ຮ່ວມເຊຍເປັນສັກຂີພະຍານໄປພ້ອມໆກັນວ່າສາວລາວຄົນນີ້ຈະສາມາດຊິງເອົາເງິນລາງວັນ 1 ລ້ານບາດ ຫຼື ປະມານ 265,000,000 ລ້ານກີບ ໄປໄດ້ ຫຼື ບໍ່? ໃນເວລາ 18:20 ນາທີ ທາງຊ່ອງ 31 (ປະເທດເພື່ອນບ້ານ) ຢ່າພາດເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້. …

Read More »

ລູກຫຼານລາວຄວນຮູ້ໄວ້! ຮີດຄອງປະເພນີການບາສີໃນວັນຂຶ້ນປີໃໝ່ລາວ

ການບາສີໃນວັນຂຶ້ນປີໃໝ່ລາວ ເຊິ່ງແມ່ນຮີດຄອງປະເພນີລາວທີ່ມີມາແຕ່ບູຮານນະການ ການບາສີແມ່ນການມັດແຂນດ້ວຍຝ້າຍສີຂາວບໍລິສຸດ ເປັນການອວຍພອນເພື່ອໃຫ້ເປັນສິລິມຸງຄຸນແກ່ຜູ້ທີ່ຖືກອວຍພອນ ໄດ້ບັນລຸຈຸດປະສົງຕາມທີ່ປາດຖະໜາ ແລະ ອື່ນໆ. ຕາມປະເພນີລາວ ການບາສີ ບໍ່ໄດ້ມີແຕ່ການບາສີໃນວັນຂຶ້ນປີໃໝ່ລາວເທົ່ານັ້ນ ຍັງໃຊ້ໃນຫຼາຍກໍລະນີທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວເປັນຕົ້ນ: ການບາສີຂຶ້ນເຮືອນໃໝ່, ການບາສີແຕ່ງດອງ, ການບາສີໃນໂອກາດແຂກມາຢ້ຽມຢາມ ແລະ ອື່ນໆເປັນຕົ້ນ. ການບາສີເພິ່ນຈະມີພາຂວັນທີ່ປະກອບດ້ວຍຂັນໝາກເບັງເຮັດຈາກໃບຕອງ ທີ່ພັບເປັນຈວຍສິລະປະງົດງາມ ເອ້ຢ້ອງດ້ວຍດອກໄມ້ສົດທີ່ຊອກຫາມາໄດ້ຕາມທ້ອງຖິ່ນ ເຊິ່ງສ່ວນໃຫຍ່ເພິ່ນນິຍົມໃສ່ດອກດາວເຮືອງເພາະມີຄວາມເຊື່ອວ່າຈະຮຸ່ງເຮືອງ. ນອກນັ້ນຍັງມີຝ້າຍຜູກແຂນສີຂາວບໍລິສຸດສອດໃສ່ໄມ້ສຽບສັບຫວ່າງກັບດອກໄມ້ ເປັນອົງປະກອບທີ່ຂາດບໍ່ໄດ້ເມື່ອມີງານບາສີຕ່າງໆ ຍ້ອນວ່າຝ້າຍຜູກແຂນແມ່ນ ເຄື່ອງຕ້ອນຮັບພະລັງມະຫັດສະຈັນ ທີ່ມາຈາກນອກຕົວຂອງພວກເຮົາ ແລະ ເພື່ອໃຫ້ພະລັງແຮງດັ່ງກ່າວ ຄົງຕົວຢູ່ໃນຝ້າຍຜູກແຂນ ເພີ່ນຈຶ່ງໄດ້ເຮັດຂອດເອົາໄວ້ທາງກາງສອງຂອດ ແລະ ກໍແມ່ນພະລັງແຮງອັນ ມະຫັດສະຈັນນີ້ເອງທີ່ໄດ້ນໍາຄວາມໝາຍ ແລະ ຄຸນຄ່າມາໃຫ້ຝ້າຍຜູກແຂນທີ່ໝົດທຸກຄົນທີ່ເຂົ້າຮ່ວມໃນພິທີບາສີຮັບຮູ້ນັບຖືພ້ອມທັງເຂົ້າໃຈດີເຖີງຄວາມໝາຍ ແລະ ຄວາມສໍາຄັນຂອງ ຝ້າຍຜູກແຂນ ດັ່ງກ່າວນໍາ ອີກດ້ວຍ. ຝ້າຍຜູກແຂນສີຂາວແມ່ນ ສັນຍາລັກຂອງຄວາມບໍລິສຸດຄວາມຖືກຕ້ອງປອງດອງ ແລະ ຮັກແພງ, ຫມາຍເຖິງສັນຕິພາບ, ໂຊກລາບ, ການຢູ່ດີມີແຮງແລະ ຄວາມອົບອຸ່ນໃນ ຄອບຄົວ ແລະ ສັງຄົມ …

Read More »

ຫຼາຍຄົນທີ່ບໍ່ຮູ້! ປະຫວັດຄວາມເປັນມາຂອງ “ປະເພນີບຸນປີໃໝ່ລາວ”

ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕ່າງກໍ່ເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຫາຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພະຍາ ກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພະຍາ ກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ. ພະຍາ ກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ …

Read More »