Breaking News

ໄວໜຸ່ມ

ເປີດໃຈໜຸ່ມຫຼໍ່! ໂບຣີສ ຫຼວງໂຄດ Bakery Chef (ເປັນຫຍັງຫຼາຍຄົນມັກຄິດວ່າ ຜູ້ຊາຍທີ່ມັກເຮັດອາຫານອາດບໍ່ແມ່ນຜູ້ຊາຍແທ້?)

ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ໜຸ່ມມາດເຂັ້ມ, ສຸຂຸມ, ສຸດໃຈເຢັນໆ ແຕ່ມີຄວາມຮັກທີ່ສຸດແສນຈະ Romantic ເຊື່ອວ່າ ສາວໆ ຂວັນໃຈເຮົາ ຖ້າໄດ້ຮູ້ຈັກແລ້ວ ກໍຢາກຈະເປັນຄົນຮູ້ໃຈຂອງເພິ່ນແນ່ນອນ. ໃຫ້ໜຸ່ມຄົນນີ້ແນະນໍາຕົນເອງໃຫ້ພວກເຮົາຮູ້ຈັກກັນເລີຍ: ສະບາຍດີ! ຊື່ ກາລຸນ ຫຼວງໂຄດ ຫຼື ເອີ້ນງ່າຍໆວ່າ: ໂບຣີສ ເຈົ້າຂອງຮ້ານ Bakery by Boris ຊື່ຈະອອກແນວ Inter ໜ້ອຍໜຶ່ງເນາະ ເພາະເກີດຢູ່ປະເທດຝຣັ່ງແຕ່ພໍ່ກັບແມ່ ກະເປັນຄົນລາວນີ້ແຫຼະ! ເພິ່ນໄດ້ໄປເຮັດວຽກຢູ່ຫັ້ນ. ຫຼັງຈາກ ໂບຣີສ ໄດ້ອາຍຸ 3 ປີ ກໍໄດ້ກັບຄືນມາຢູ່ລາວ ຈົນຮອດອາຍຸ 17 ປີ ກໍເລີ່ມຮຽນເຮັດຂະໜົມ, ເຮັດເຄັກເອງຢູ່ບ້ານເບິ່ງຕາມປື້ມຄູ່ມື, Youtube ແລະ ໄລຍະພັກຮຽນກໍໄດ້ໄປຝຶກງານ ຢູ່ໂຮງແຮມລາວພລາຊາ ໄປຮຽນເຮັດອາຫານຈີນ, ຝຣັ່ງ ແລະ …

Read More »

ໃຜທີ່ເປັນສາຍກິນ ສາຍແອັບ ສາຍ Selfie ບໍ່ມີໃຜຈະບໍ່ຮູ້ຈັກ “ຮ້ານອາຫານ Day 2 Night”

  ຮ້ານອາຫານທີ່ກຳລັງມາແຮງສຸດໆໃນຕອນນີ້ ເພາະບໍ່ວ່າຈະເປັນ ດາລາ, ນັກສະແດງ, ເຫຼົ່າເຊເລັບ (Celebrities) ຄົນດັງໃນລາວ ໃຜໆກໍພາກັນໄປເຊັກອິນ (Check-in) ນັ່ງຫຼິ້ນຢູ່ຮ້ານນີ້ເປັນປະຈຳນັ້ນກໍຄື: ຮ້ານອາຫານເດທູໄນ້ (Day 2 Night) ໃຜທີ່ເປັນສາຍກິນ ສາຍແອັບ ສາຍເຊວຟີ້ (Selfie) ໃນນະຄອນຫຼວງວຽງຈັນ ບໍ່ມີໃຜຈະບໍ່ຮູ້ຈັກ ເຖິງແມ້ວ່າຮ້ານເພິ່ນຫາກໍເປີດບໍລິການບໍ່ຮອດປີ ຍັງມີຄົນຮູ້ຈັກຫຼາຍຂະໜາດນີ້ ບໍ່ທຳມະດາເລີຍແມ່ນບໍ່? ຂວັນໃຈ ເຮົາຈະພາດໄດ້ແນວໃດ ກໍຕ້ອງຮີບເກາະກະແສ ຊອກເຊາະແຊະໄປສອດສ່ອງມາແນະນຳໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ!!! ກ່ອນອື່ນມາຮູ້ຈັກກັບເຈົ້າຂອງຮ້ານຄົນງາມ ອາດີດ ສາວແອໂຮສເຕສ (Air hostess) ສາຍການບິນເອວາ (EVA Airways) ຂອງປະເທດໄຕ້ຫວັນ ນາງຊື່ວ່າສາວ “ການ” ຖືສັນຊາດໄທ ເຊື້ອສາຍລາວ-ຫວຽດນາມ ໄດ້ມາເລົ່າເຖິງແຮງບັນດານໃຈ ແລະ ຈຸດເລີ່ມຕົ້ນຂອງຮ້ານເດທູໄນ້ (Day 2 Night) ໃຫ້ຟັງວ່າ: ສາວການ ເລີ່ມຈາກຄວາມມັກຮັກການໃຊ້ຊີວິດຢູ່ ນະຄອນຫຼວງວຽງຈັນ …

Read More »

ມາຮູ້ຈັກ! ເທເລີ້ ໜຸ່ມສຸດເຈົ້າຊູ້ ຄວາມສາມາດແໜ້ນ Degree ປະລິນຍາໂທ 2 ສາຂາ

  ອຸ້ຍຕາຍຍຍ ວ້າຍ…ກຣີດໆໆໆ ອາກາດເຢັນໆແບບນີ້ ຊະນີIndy ເອົາໃຈໝູ່ເພື່ອນເປັນພິເສດແດ່ ຈະພາເພື່ອນໆມາຮູ້ຈັກ ກັບໜຸ່ມມາດເຂັ້ມ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແຖມຍັງຮຽນດີຮຽນເກັ່ງນຳອີກ ທຸກໆຄົນອາດຈະຮູ້ຈັກດີກັບ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍເປັນກະແສໂດ່ງດັງ 2-3 ປີກ່ອນມານີ້ ແລະ ຕໍ່ມາກໍໄດ້ແຍກມາເປັນ ຄູ່ຫູດູໂອ ເທເລີ້ & ບອຍ ຜົນງານເພງ ເວດມົນ (MAGIC) ສັງກັດຄ້າຍເພງ ກ້າວໜ້າ Entertainment. ປັດຈຸບັນ, ໜຸ່ມຄົນນີ້ ຫາກໍຈົບການສຶກສາປະລິນຍາໂທ 2 ໃບ ມາໃໝ່ໆໝາດໆຈາກ ນະຄອນຫຼວງປັກກິ່ງ (ປະເທດຈີນ) ແລະ ພ້ອມແລ້ວທີ່ຈະກັບມາສ້າງຜົນງານດ້ານວົງການບັນເທີງລາວແບບເຕັມທີ່. ຊ່ວຍແນະນຳໂຕເອງໃຫ້ຮູ້ຈັກແນ່? ສະບາຍດີ! ສາວໆຂວັນໃຈຊື່ ວັນນະເສີມ ສີສົມບັດ ຊື່ຫຼິ້ນ ເທ່ເລີີ້ ອາຍຸ …

Read More »

ຊຶ້ງນໍ້າຕາຈະໄຫຼ! “ຖ້າອ້າຍຄືນມາ” ນູ່ນີ່-ອ໊ອຟ ສະແດງສົມຈິງ (ມີຄລິບ)

ຊຶ້ງນໍ້າຕາຈະໄຫຼ! ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ ໄດ້ມີໂອກາດຮ່ວມສະແດງເອັມວີເພງ “ຖ້າອ້າຍຄືນມາ” ເຊິ່ງເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ”, ຂໍບອກເລີຍວ່າທັງ ນູ່ນີ່ ແລະ ອ໊ອຟ ງັດສີມືການສະແດງມາໃຊ້ເຕັມທີ່ ສະແດງໄດ້ອາລົມສົມຈິງສຸດໆ ຈົນເຫຼົ່າແຟນຄລັບພາກັນອອກປາກວ່າທັງ 2 ສະແດງໄດ້ດີ ສົມຈິງຫຼາຍ. ສຳລັບເພງ “ຖ້າອ້າຍຄືນມາ” ຮ້ອງໂດຍ ນັນ ດາວພະອິນ ເຊິ່ງເປັນເພງທີ່ຮ້ອງໂຕ້ຕອບກັບເພງ “ບໍ່ແມ່ນບໍ່ຮັກ” ຂອງ ແຊ໋ກ ຊຸມພົນ ເຊິ່ງທັງ 2 ເພງດັ່ງກ່າວເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ” ທີ່ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ໄດ້ຮ່ວມສະແດງຮູບເງົາດ້ວຍກັນເປັນຄັ້ງທຳອິດ. ຄລິບ ແລະ ຮູບພາບ: KEETANAKORN CHANNAL , Yingyot Aoflaiprang Kanjananiyom , กุลธิดา แสนสบาย

Read More »

ໂດດເດັ່ນ! ຕຸກຕາ ເພັດມະນີ ສາວລາວໜ້າລຸກອິນເຕີ ເປັນທັງນາງແບບ ແລະ ສາວທະນາຄານ!!!

ວ້າວວວໆໆໆ!!! ມາຮູ້ຈັກກັບອີກໜຶ່ງສາວໝັ້ນ ຕຸກຕາ ເພັດມະນີ ນາງແບບ-ສາວທະນາຄານ ຜູ້ມີສະຕາຍບໍ່ຄືໃຜ ມີຄວາມໂດດເດັ່ນ ສາວລາວຜູ້ທີ່ມີລຸກອິນເຕີ ພໍດີເຈິໂຕເປັນໆຂອງນາງ ຊະນີIndy ເລີຍບໍ່ພາດທີ່ຈະດຶງໂຕເພິ່ນມາສຳພາດ ອັບເດດ ແລະ ຖາມເຖິງເລື່ອງສະຖານະຫົວໃຈຂອງນາງມາຝາກແຟນໆ, ລອງມາຮູ້ຈັກກັບສາວ ຕຸກຕາ ເພັດມະນີ ຄົນນີ້ລອງເບິ່ງເນາະ!!! ສະບາຍດີ!!! ສາວຄົນງາມຊ່ວຍແນະນຳຕົວເອງໃຫ້ຮູ້ຈັກແດ່… ສະບາຍດີ … ນ້ອງມີຊື່ວ່່າ ເພັດມະນີ ພິລາຄົງ (ຕຸກຕາ) ອາຍຸ 21 ປີ ປັດຈຸບັນກຳລັງເຮັດວຽກຢູ່ທີ່ທະນາຄານຮ່ວມພັດທະນາລາວ (JDB) ກ່ອນໜ້ານີ້ຕຸກຕາຮຽນຈົບ ສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ ໄລຍະທີ່ເຮົາຮຽນແມ່ນ 2 ປີຈົບຊັ້ນສູງ ແລະ ກຳລັງຈະຮຽນຕໍ່ລະດັບປະລິນຍາຕີ (ຍິ້ມ) ຍິນດີທີ່ໄດ້ຮູ້ຈັກແຟນໆ ຂວັນໃຈ ໝົດທຸກຄົນເລີຍເດີ້ (ຍິ້ມຫວານ) ຜ່ານມາມີຜົນງານຫຍັງແດ່ນໍ ກ່ອນໜ້ານີ້ເຄີຍເປັນຜູ້ເຂົ້າປະກວດໃນງານ ລາວຊຸບເປີໂມເດວ 2014 ແລະໄດ້ຮັບຕຳແໜ່ງ ຂວັນໃຈຊ່າງພາບ, ແລະເຂົ້າປະກວດໃນງານ …

Read More »