ຂ່າວດີ !!! ກະຊວງການຕ່າງປະເທດ ປະກາດຮັບສະໝັກພະນັກງານລັດຖະກອນ ສົກປີ 2020 ຈຳນວນ 11 ຄົນ ສໍາລັບໃຜທີ່ສົນໃຈສາມາດພົວພັນເອົາແບບຟອມສະໝັກໄດ້ ເລີ່ມແຕ່ວັນທີ 20 ຫາ 23 ມັງກອນ 2020 ແລ້ວປະກອບຟອມຄົບຊຸດ ສົ່ງບໍ່ໃຫ້ກາຍວັນທີ 31 ມັງກອນ 2020 ແລະ ປະກາດລາຍຊື່ສອບເສັງ ວັນທີ 5 ຫາ 7 ກຸມພາ 2020 ສອບຖາມຂໍ້ມູນໂທ 021 414021 ໃນໂມງລັດຖະການ.
Read More »ໄວໜຸ່ມ
ສະແດງຄວາມຍິນດີນໍາ!!! ອ້າຍບ່າວທະຫານສຸດເຮັງຖືກເລກ ຕ້ອນຮັບວັນສ້າງຕັ້ງກອງທັບ 250 ລ້ານກີບ…
ເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ວັນທີ 20 ມັງກອນ 2020 ທີ່ໃກ້ຈະມາຮອດນີ້ ອ້າຍນ້ອງທະຫານເຮົາເພິ່ນກໍໄດ້ຈັດໃຫ້ມີການອອກຫວຍ ເພື່ອເປັນການຊຸກຍຸ້ງານດັ່ງກ່າວ ໝາຍຄວາມວ່າ ທະຫານທຸກຄົນຕ້ອງໄດ້ຊື້ເລກຂອງກອງທັບ ແຕ່ໃນການຊື້ນັ້ນກໍບໍ່ແມ່ນໃຫ້ຊື້ລ້າໆ ເພາະຍັງໄດ້ມີການຈັບສະຫຼາກລຸ້ນຮັບລາງວັນທີ 1 ລາງວັນເລກ 5 ໂຕ ແມ່ນມີມູນຄ່າຫຼາຍເຖິງ 250 ລ້ານກີບນັ້ນເອງ… ແລະ ຄືນວານນີ້ກໍເປັນມື້ຈັບສະຫຼາກຫວຍກອງທັບ ເຊິ່ງຜົນຫວຍກໍໄດ້ອອກມາເປັນທີ່ຮຽບຮ້ອຍແລ້ວ ແລະ ຜູ້ໂຊກດີທີ່ຖືກເລກລາງວັນທີ 1 ນັ້ນ ກໍຄື ຊັ້ນ1 ພິນທອງ ສິງຂາວເພັດ ເປັນທະຫານ ປະຈໍາຢູ່ກົມກອງທາງ ແຂວງສາລະວັນ ພຸ້ນ!!! ແນວໃດແອັດມິ້ນກໍຂໍສະແດງຄວາມຍິນດີນໍາຄວາມເຮັງຂອງອ້າຍບ່າວຫຼາຍໆເດີ້…
Read More »ອາລັງການງານສ້າງ!!! ເສດຖີອຸດົມໄຊ ໃຫ້ເງິນລູກສາວຫລ້າເປັນຂອງຂວັນໃນມື້ແຕ່ງດອງ 300.000 ໂດລາ…
ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່ Social ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ ແນວໃດ! ທາງຂວັນໃຈ ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!
Read More »ຜູ້ງາມກະດໍ້ສາວມົ້ງກະໂປງລາຍ!!! ພາສ່ອງ… ບັນດາສາວມົ້ງໃນງານ ປະເພນີບຸນກິນຈຽງ.
ສະບາຍດີມື້ທໍາອິດຂອງການເຮັດວຽກປະຈໍາປີ 2020 ເດີ້ແຟນເພຈ ຂວັນໃຈ ທຸກຄົນ!!! ຂໍໃຫ້ເປັນປີເຮັງ, ປີທອງຂອງທຸກໆຄົນ… ປີໃໝ່ແລ້ວ ແຕ່ແອັດມິ້ນກໍຍັງເປັນຄົນເກົ່າຄົນເດີມ ທີ່ຍັງຈະຄອຍເພີ່ມເຕິມຄວາມບັນເທີງ ແລະ ສາລະໜ້າຮູ້ຕ່າງໆໃຫ້ກັບສາວໆໃຫ້ຫຼາຍຂຶ້ນກວ່າເກົ່າ. ແລະ ເພື່ອເປັນການຕ້ອນຮັບປີໃໝ່ສາກົນທີ່ຫາກໍຜ່ານມາໃໝ່ໆມາດໆນີ້ ມື້ນີ້ເລີຍຈະມາເອົາໃຈໜຸ່ມໆເປັນພິເສດ ໂດຍການພາໄປສ່ອງບັນດາສາວມົ້ງກະໂປງລາຍ ໃນງານປະເພນີຂອງຊົນເຜົ່າມົ້ງ ຫຼື “ບຸນກິນຈຽງ” ທີ່ໄລຍະນີ້ກໍາລັງຄຶກຄື້ນກັນຢູ່!!! ເຊິ່ງວ່າບັນຍາກາດຈະເປັນແນວໃດ? ສາວໆເຜົ່າມົ້ງເຮົາຈະງາມຂະໜາດໃດນັ້ນ ນໍາມາເບິ່ງພ້ອມກັນເລີຍ… ຂໍອະນຸຍາດເຈົ້າຂອງຮູບ
Read More »ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ…
ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ… ໄລຍະນີ້ມີຂ່າວເລື່ອງທຶນໄປຮຽນຕໍ່ຕ່າງປະເທດຫຼາຍ ທັງທຶນຊ່ວຍເຫຼືອຈາກລັດຖະບານທີ່ບອກວ່າຟຣີບໍ່ເສຍຄ່າໃຊ້ຈ່າຍ ຫຼືທຶນຊ່ວຍເຫຼືອຈາກບັນດາໜ່ວຍງານຕ່າງໆສໍາລັບນັກສຶກສາລາວທີ່ສົນໃຈ ມັນມີຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ຮູ້ວ່າ ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ ສວຍໃຊ້ໂອກາດນີ້ເພື່ອຊອກຫາຜົນປະໂຫຍດເຂົ້າຕົນເອງ ໂດຍການກ່າວອ້າງເລື່ອງທຶນໄປຮຽນຕໍ່ ເພື່ອຕົວະຍົວະເອົາເງິນຈາກຜູ້ທີ່ສົນໃຈ… ສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການ ເຖິງບັນດາຜູ້ປົກຄອງນັກຮຽນ ນັກສຶກສາ ແລະ ປະຊາຊົນທົ່ວປະເທດ ເລື່ອງ ການໂຄສະນາເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ຂອງບໍລິສັດ ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆທີ່ບໍ່ເປັນທາງການ ໂດຍສະເພາະ ສປ ຈີນ ໂດຍອ້າງວ່າ ເປັນທຶນຂອງລັດຖະບານ. ໂດຍມີລາຍລະອຽດຂ້າງລຸ່ມນີ:
Read More »