ຫຼັງຈາກທີ່ສະຖານະການໂຄວິດ -19 ໄດ້ແຜ່ລະບາດຢ່າງໜັກ ເຊິ່ງໄດ້ສ້າງຜົນກະທົບໃນຫຼາຍດ້ານຕໍ່ການດຳລົງຊີວິດຂອງຄົນເຮົານສັງຄົມ ເກືອບທຸກປະເທດໄດ້ມີມາດຕະການ Lock down ເພື່ອສະກັັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍ ຫົວໜ່ວຍທຸລະກິດເກືອບທຸກຂະແໜງໄດ້ປິດຊົ່ວຄາວບໍ່ວ່າຈະເປັນ ບໍລິສັດເອກະຊົນ ໂຮງຈັກໂຮງງານ ຮ້ານຄ້າ… ລວມໄປເຖິງສະຖາບັນການສຶກສາໃນຂອບເຂດທົ່ວປະເທດກໍໄດ້ປິດການຮຽນການສອນຊົ່ວຄາວເຊັ່ນກັນ… ໃນວັນທີ 5 ພຶກສະພາ 2020 ທີ່ຜ່ານມາ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ 2020 ໃກ້ຈະຮອດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື ປ 5, ມ4 ແລະ ມ7 ໃນຂອບເຂດທົ່ວປະເທດໄດ້ເປີດການຮຽນການສອນເປັນປົກກະຕິ ຫຼັງຈາກທີ່ໄດ້ປິດການຮຽນການສອນເປັນໄລຍະໜື່ງແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງຄາດວ່າຈະມີນັກຮຽນຫຼາຍກວ່າ 3 ແສນຄົນ ຈະກັບເຂົ້າມາຮຽນ ເພື່ອເລັ່ງທວນຄືນບົດຮຽນ ແລະ ກະກຽມສອບເສັງຈົບຊັ້ນ ສ່ວນຊັ້ນຮຽນອື່ນແມ່ນຈະການພິຈາລະນາຕາມຄວາມເໝາະສົມ ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ ປັດຈຸບັນແມ່ນໄດ້ …
Read More »ໄວໜຸ່ມ
ໜ້າສົນໃຈ!! ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກເນປານ ວິເຄາະກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມທີ່ເກີດຂື້ນຊ່ວງ COVID19 ຕໍ່ແມ່ຍິງ… ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ-ໃຊ້ແຮງງານ-ລາຍໄດ້ຕໍ່າ
ທ່ານນາງ Meena Acharya ນັກເສດຖະສາດຍິງ ແລະ ນັກວິຊາການອາວຸໂສຈາກ ປະເທດເນປານ ທີ່ໄດ້ຄົ້ນຄວ້າ ແລະ ເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບການພັດທະນາ, ເສດຖະກິດມະຫາພາກ, ຄວາມທຸກຍາກແລະການເມືອງຈາກມູມມອງບົດບາດຍິງ – ຊາຍມາເປັນເວລາ 45 ປີແລ້ວ. ໄດ້ໃຫ້ສໍາພາດກັບ UN Women, ນາງໄດ້ແບ່ງປັນການວິເຄາະຜູ້ຊ່ຽວຊານຂອງນາງກ່ຽວກັບຜົນກະທົບດ້ານເສດຖະກິດ – ສັງຄົມ ທີ່ກຳລັງຈະເກີດຂື້ນຂອງ COVID-19… ໃນມຸມມອງຂອງເພດວ່າ ໃນຖານະນັກເສດຖະສາດທີ່ເປັນແມ່ຍິງ, ການປະເມີນຂອງທ່ານກ່ຽວກັບການລະບາດຂອງພະຍາດໄຂ້ເລືອດອອກ QHID-19 ໃນປະເທດເນປານແມ່ນຫຍັງ? ທຸກໆຂະແໜງເສດຖະກິດໄດ້ຮັບຜົນກະທົບຢ່າງໜັກ ຈາກ COVID-19. ຜົນກະທົບທີ່ຮຸນແຮງທີ່ສຸດແມ່ນການທ່ອງທ່ຽວ, ແລະ ຂະແໜງການທີ່ກ່ຽວຂ້ອງເຊັ່ນ: ການຕ້ອນຮັບ, ຫັດຖະກຳ, ການຂົນສົ່ງ, ການບໍລິການດ້ານການທະນາຄານ ແລະການເງິນ. ຜົນກະທົບຢ່າງເຕັມທີ່ຕໍ່ກະສິກຳກໍຈະມີຜົນກະທົບຢ່າງຫຼວງຫຼາຍຖ້າຫາກວ່າການປິດເມືອງຍັງສືບຕໍ່. ຜົນກະທົບບາງສ່ວນແມ່ນເຫັນໄດ້ໃນຕະຫລາດຜັກ, ຟາມສັດປີກ, ການຂາຍນົມແລະອື່ນໆ. ການຂາດແຄນອາຫານສັດໄດ້ສົ່ງຜົນກະທົບຕໍ່ການລ້ຽງສັດ. ການນຳເຂົ້າລົດລົງຈະສົ່ງຜົນກະທົບທາງລົບຕໍ່ລາຍຮັບພາສີແລະລາຍໄດ້ທີ່ບໍ່ແມ່ນພາສີຈາກການໂອນ ກຳ ມະສິດທີ່ດິນແລະຊັບສິນເຊິ່ງເປັນແຫຼ່ງລາຍຮັບທີ່ ສຳ …
Read More »ມາຮູ້ຈັກກັບໜຸ່ມ “ຢໍ້ຫາ ສິງຢົງເຊັ້ງ ” ບ່າວຊຽງຂວາງ ຜູ້ມັກຮັກໃນການຮຽນເຄມີສາດສູ່ການເຈົ້າຂອງປຶ້ມສູດເຄມີເຫຼັ້ມທໍາອິດຂອງລາວ…
ທ້າວ ຢໍ້ຫາ ສິງຢົງເຊັ້ງ ຫຼື ອາຈານ ໂຢ່ ມີຖິ່ນຖານກໍາເນີດ ຢູ່ບ້ານ ຜາງ້ວນ ເມືອງ ໝອງແຮດ ແຂວງຊຽງຂວາງ ເຂົ້າຮຽນຊັ້ນປະຖົມທີ່ ໂຮງຮຽນ ປະຖົມສົມບູນຍອດງື່ມ ເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນ ທີ່ ມສ ໜອງເປັດ ແລະ ເປັນຕົວແທນແຂວງຊຽງຂວາງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.4 ສົກຮຽນ 2011-2012 ໂດຍໄດ້ຮັບລາງວັນຊົມເຊີຍ ຢໍ້ຫາ ໄດ້ມີໂອກາດ ໄປເຂົ້າຮຽນຢູ່ຫ້ອງຮຽນພອນສະຫວັນ ມສ ສັນຕິພາບ ແຂວງ ຫຼວງພະບາງ ໂດຍ ໄດ້ເປັນ ຕົວແທນແຂວງ ຫຼວງພະບາງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ວິຊາ ເຄມີສາດ ມ.7 ສົກຮຽນ 2014-2015 ແຕ່ ໃນຄັ້ງນີ້ ລາວກໍຜິດຫວັງເໝືອນເດີມ ແລະ ໃນປີນັ້ນຢໍ້ຫາ ສາມາດ …
Read More »ນັບຖືຫົວໃຈ!!! ຊີວິດຄົນເຮົາເລືອກເກີດບໍ່ໄດ້… ເດັກຊາຍຮັບຈ້າງຈັດດອກໄມ້ (ເຖິງບາງຄັ້ງໝູ່ຈະລໍ້ວ່າ ບໍ່ຄືຜູ້ຊາຍ ແຕ່ບໍ່ເຄີຍອາຍທີ່ມີຊີວິດແບບນີ້)
ຄົນເຮົາທີ່ກຳເນີດເກີດຂຶ້ນມາຢູ່ເທິງໂລກນີ້ ບາງຄົນກໍກຳເນີດໃນຄອບຄົວທີ່ມີຖານະ ແລະ ບາງຄົນກໍກຳເນີດຢູ່ໃນຄອບຄົວທີ່ບໍ່ມີຖານະ ເປັນທີ່ມາຂອງຄໍາທີ່ວ່າ : ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາເລືອກທີ່ຈະເປັນໄດ້ … ມື້ນີ້ຂວັນໃຈຈະນໍາເອົາເລື່ອງລາວຂອງຄົນໆໜື່ງທີ່ສູ້ຊີວິດມາໃຫ້ທຸກຄົນໄດ້ຮູ້ນໍາກັນ! ເຊິ່ງມີເຟສບຸກຄົນໜື່ງທີ່ຊື່ວ່າ AISSarnrak ໄດ້ເຜີຍເລື່ອງລາວຂອງເດັກຊາຍຄົນໜຶ່ງຊື່ວ່າ ໂອມ ທີ່ກຳລັງສຶກສາຢູ່ມັດທະຍົມຕອນຕົ້ນ ມໍ 4 ປະເທດໄທ ເຊິ່ງຄົນໆນີ້ໄດ້ສູ້ຊີວິດເຮັດຫຼາຍຢ່າງໃນຂະນະທີ່ກຳລັງຮຽນເພື່ອຫາລາຍໄດ້ມາເປັນທຶນການສຶກສາ ແລະ ເພື່ອຄອບຄົວ ບໍ່ວ່າຈະເປັນ ຮັບສ້ອມແປງ, ຫຍິບເສື້ອຜ້າທຸກຊະນິດໃນລາຄາທີ່ຖືກ ລວມໄປເຖິງຮັບຈັດດອກໄມ້ແບບຕ່າງໆ ໄປຂາຍເພື່ອເອົາເງິນມາຮັກສາແມ່ຕູ້ທີ່ປ່ວຍນໍາອີກ ໂອມ ໄດ້ເວົ້າວ່າ ຕົນເອງສົນໃຈຈັດດອກໄມ້ຕັ້ງແຕ່ຕອນທີ່ກຳລັງຮຽນ ປ.4 ໂດຍເລີ່ມຊ່ວຍວຽກຄູສະໄໝປະຖົມ ຈົນໄດ້ມາຮູ້ຈັກຄູອຸໄລຕອນຮຽນຢູ່ ມ1 ທີ່ເປີດໂອກາດໃຫ້ຕົນເອງໄດ້ເຂົ້າມາຊ່ວຍວຽກ ແລະ ຄັດເລືອກໄປແຂ່ງສິນລະປະຫັດຖະກຳ ໄຈົນໄດ້ຮັບລາງວັນ ແລະ ສ້າງຊື່ສຽງໃຫ້ໂຮງຮຽນໂດຍຍາດມາໄດ້ຫຼາຍລາງວັນ… ດ້ວຍຄວາມສາມາດໂອມ ທີ່ມີ ຄູ ຈື່ງເລີ່ມໃຫ້ມາຊ່ວຍວຽກທີ່ຮ້ານດອກໄມ້ຂອງຄູໄດ້ເປີດຢູ່ເມືອງ ຜັກໄຮ່ ຈາກນັ້ນກໍມາຮັບງານອອກແບບຈັດດອກໄມ້ ແລະ ງານແຕ່ງດອງ ຈົນກາຍເປັນລາຍໄດ້ພິເສດຂອງຕົນເອງ ຕັ້ງແຕ່ມໍ 1 …
Read More »ຮ່ວມແບ່ງປັນນ້ຳໃຈກັບສອງສາວງາມ ລັດດາພອນ Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ມອບອຸປະກອນໃນການປ້ອງກັນໂຄວິດ-19…
ຕໍ່ເນື່ອງກັບສະຖານະການແຜ່ລະບາດຂອງໂຄວິດ-19 ໃນຕອນນີ້ຫຼາຍພາກສ່ວນກໍໄດ້ລະດົມທຶນເພື່ອຊ່ວຍເຫລືອສັງຄົມເົຮາໃນຍາມວິກິດແບບນີ້ ຫຼ້າສຸດສາວງາມຈາກຄ້າຍ Oxymora modeling ຢ່າງ ລັດດາພອນ The winner Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ຮ່ວມກັບທີມງານຕັ້ງໃຈກຽມອຸປະກອນແຈກໃຫ້ແພດໝໍ ເພື່ອໃຊ້ປ້ອງກັນໃນການປະຕິບັດໜ້າທີ່ຢ່າງຈິງຈັງ ທີມງານ Oxymora modeling ກຳລັງປະກອບ Faceshield, ເພື່ອຊ່ວຍເຫຼືອແພດໝໍຢູ່ໂຮງໝໍ150ຕຽງ, ພ້ອມເຈວລ້າງມື… ສຳລັບໃຜສົນໃຈຢາກສົບທົບທຶນຫຼື ປັດໄຈຕ່າງໆ ຮ່ວມເຮັດບຸນຄັ້ງນີ້ ເພື່ອຮ່ວມໃຈກັນເພື່ອຕ້ານ ໂຄວິດ 19 ດ້ວຍການມອບອຸປະກອນໃນການປ້ອງກັນເຊື້ອໄວຣັສໃຫ້ແກ່ແພດຫມໍຮ່ວມກັບ Oxymora modeling ໄດ້ພວກເຮົາຈະຢູ່ຄຽງຂ້າງຊ່ວຍເຫລືອ ແລະ ເປັນກຳລັງໃຈໃຫ້ປະຊາຊົນລາວຜ່ານພົ້ນວິກິດການນີ້ໄປນຳກັນ ອຸປະກອນຕ່າງໆຈະຖຶກນໍາໄປມອບໃຫ້ໃນວັນທີ 23 ເມສາ 2020 ແຫລ່ງຂໍ້ມູນ: ຊຸບຊິບບັນເທີງ
Read More »