Breaking News

ໄວໜຸ່ມ

ຊົມເຊີຍ!!! ນັກສຶກສາລາວ ຄວ້າໃບປະກາດແດງ ກຽດນິຍົມອັນດັບ 1 ທີ່ປະເທດຣັດເຊຍ…ພ້ອມທັງ ປະດັບຫຼຽນຄຳທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ

ລາວ-ຣັດເຊຍ ມີສາຍສຳພັນກັນມາຍາວນານ  ສອງປະເທດໄດ້ຮ່ວມມືກັນພິເສດໃນດ້ານການທະຫານ ແລະ ສປປ ລາວໄດ້ຈັດສົ່ງບຸກຄະລາກອນຫຼາຍຊຸດໄປຮຽນຢູ່ຣັດເຊຍຈົບມາກໍປະກອບອາຊີບໃນຖັນແຖວປ້ອງກັນຊາດຢ່າງມີປະສິດທິພາບ  ຫຼ້າສຸດຖືວ່າເປັນອີກໜື່ງຂ່າວທີ່ດີ  ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງນັກສຶກສາລາວ ທີ່ປະເທດຣັດເຊຍ ໃນວັນທີ 10 ພຶດສະພາ 2020 ທີ່ໄດ້ມີການມອບໃບປະກາສະນິຍະບັດ ຈົບການສຶກສາ ທີ່ ວິທະຍາຄານທະຫານ ຣັດເຊຍ. ເຊິ່ງ 1 ໃນ ຈໍານວນ ນັກສຶກສາລາວ ແມ່ນໄດ້ ປະສົບຜົນສໍາເລັດ ອັນສູງ ທີ່ໄດ້ຮັບກຽດ ຖືກຄັດເລືອກໃຫ້ເປັນນັກສຶກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດຣັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດຣັດເຊຍແຫ່ງນີ້. ສະຫາຍ ວຽງພອນ ສີສົມລິດ ປະດັບຫຼຽນ ທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ ຜູ້ຄວ້າມາສອງຜົນງານໃຫຍ່ຄືຫຼຽນຄຳ ແລະ ປະກາສະນີຍະບັດກຽດນິຍົມຄື ສະຫາຍ ວຽງພອນ …

Read More »

ເຫັນແລ້ວລະລາຍ! ໜຸ່ມນັກບິນສຸດຫລໍ່ ສາຍການບິນໄທ… ເຫັນແບບນີ້ແລ້ວຢາກໄດ້ມາເປັນແຟນເດເນາະ!!!

ນະທີ່ນີ້ບໍ່ມີຫຍັງຮ້ອນໄປກວ່າ ໝຸ່ມສະຈວດສຸດຫຼໍ່ຄົນນີ້ແລ້ວ… ເຫັນພາບໃດກໍລະລາຍໃຈໄປໝົດ ຫັ້ນແນ່ ອາດຈະບໍ່ເຊື່ອແມ່ນບໍ!! ດຽວແອັດຈະພາໄປສ່ອງເບິ່ງນໍາກັນວ່າໜຸ່ມຄົນນີ້ທີ່ຫຼໍ່ລະລາຍແທ້ປານໃດ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດລະລາຍໄປນໍາກັນບໍ! ເຫັນແລ້ວກໍຢາກໄດ້ໜຸ່ມນັກບິນມາຢູ່ຂ້າງກາຍ ແລະໃຈຈັກຄົນເດເນາະ!!! IG:most1795  

Read More »

ຢາກໃຫ້ນ້ອງໆໄດ້ອ່ານ!! ຈາກເດັກນັກຮຽນທີ່ມີຄະແນນ 5-4 ເປັນທີ່ສຸດທ້າຍໃນຫ້ອງ ສູ່ນັກສຶກສາກຽດນິຍົມອັນດັບ 1 “ຄະແນນບໍ່ໄດ້ບົ່ງບອກຄວາມສາມາດ ຂໍໃຫ້ເອົາຕົວລອດຫຼັງຮຽນຈົບກໍພໍ”

ໃນຊ່ວງເວລາຂອງການເປັນນັກຮຽນ ເຊື່ອວ່າທຸກຄົນຕ້ອງເຄີຍສໍາພັດກັບຄວາມກົດດັນ ເລື່ອງການສອບເສັງເຮັດແນວໃດໃຫ້ໄດ້ຄະແນນຫຼາຍໆ ເພື່ອຈະຍາດເອົາທີ 1-2-3 ໃຫ້ພໍ່ແມ່ພູມໃຈ ແລະ ໄດ້ລາງວັນຕາມທີ່ພໍ່ແມ່ຕັ້ງໃຫ້; ຕັ້ງແຕ່ນ້ອຍຈົນໃຫຍ່ ຕັ້ງແຕ່ຮຽນອະນຸບານ-ປະຖົມ-ມັກທະຍົມ-ວິທະຍາໄລ-ມະຫາວິທະຍາໄລ ເຮົາກໍຈະຍິນພໍ່ແມ່ຖາມຕະຫຼອດວ່າ ໄດ້ທີ່ເທົ່າໃດລູກ ແຕ່ບໍ່ມີໃຜເຄີຍຄິດເຖິງຄວາມສາມາດຂອງເດັກນ້ອຍເລີຍວ່າ ເຂົາມີຄວາມຮູ້ຄວາມສາມາດສໍ່າໃດ? ແລ້ວຮູ້ໄດ້ແນວໃດວ່າຄະແນນສູງຈະມີຄວາມຮູ້ສູງ? ມື້ນີ້ ຂວັນໃຈຈຶ່ງໄດ້ນໍາເອົາບົດຄວາມດີໆ ຈາກອາຈານທ່ານໜຶ່ງມາໃຫ້ນ້ອງ ລວມໄປເຖິງຜູ້ປົກຄອງໄດ້ອ່ານເພື່ອເປັນຂໍ້ຄິດ… ເຕືອນສະຕິຕົວເອງ ແລະ ນ້ອງໆ ຫຼາຍໆຄົນເລື່ອງຄະແນນ ຈາກເດັກນັກຮຽນທີ່ມີ 5-4 ມາແລ້ວ ສໍາພັດທີ່ໂຫຼ່ຂອງຫ້ອງມາແລ້ວ ດັ່ງນັ້ນ ກໍຈະເຂົ້າໃຈຄວາມຮູ້ສຶກທັງຄົນທີ່ຄະແນນຕໍ່າ ແລະ ສູງ + ສາເຫດເລື່ອງຄະແນນຕໍ່າ-ສູງ – ໄອຄິວ-ຄວາມສະຫຼາດ – ຄວາມມັກ-ຄວາມຖະນັດ – ຄວາມດຸໝັ້ນ-ເອົາໃຈໃສ່ – ພອນສະຫວັນຄືສິ່ງສໍາຄັນ ຫຼາຍຄົນບອກວ່າພອນສະແຫວງສຳຄັນກວ່າ ແຕ່ຄົນທີ່ມີພອນສະຫວັນຄືຄົນທີ່ມີປິກມາຕັ້ງແຕ່ເກີດດັ່ງນັ້ນການທີ່ຈະບິນກະບໍ່ແມ່ນເລື່ອງງ່າຍພຽງແຕ່ສະແຫວງຫາໜ້ອຍດຽວກະເຂົ້າໃຈ ແຕ່ຖ້າອາໄສແຕ່ພອນສະແຫວງເຈົ້າຕ້ອງຝຶກໜັກເປັນຮ້ອຍເປັນພັນ ເພື່ອຈະໄດ້ເທົ່າກັບເຂົາ – ການສະໜັບສະໜູນ ແລະ ໂອກາດ ແລະອື່ນໆອີກຫຼາຍປັດໃຈ …

Read More »

ຕະລຶງ!!! ບໍ່ຢາກຈະເຊື່ອສາຍຕາວ່າ ຈາກໜຸ່ມຮູບຮ່າງອວບອ້ວນໃນມື້ນັ້ນ ຈະກາຍເປັນໜຸ່ມສຸດຮ໋ອດຂວັນໃຈສາວໆໃນມື້ນີ້… ເຫັນແລ້ວຢາກຫາແຟນອວບໄວ້ຈັກຄົນເດ!

ລີດົງກຶນ  (Lee Dongkeun)  ມືກອງວົງ South Club ຈາກເກົາຫຼີໃຕ້ ໄດ້ໂພສພາບສະໄໝທີ່ຕົວເອງເຄີຍເປັນຜູ້ຊາຍຮ່າງອ້ວນ ລົງໃນໄອຈີສ່ວນຕົວ ພ້ອມກັບຂໍ້ຄວາມໃຫ້ກຳລັງໃຈຄົນທີ່ກຳລັງຫຼຸດນໍ້າໜັກໃນຕອນນີ້ຈົນກາຍເປັນກະແສຮືຮາໃນໂລກ Social  ເພາະຈາກເມື່ອກ່ອນທີ່ເຄີຍເປັນໜຸ່ມຮ່າງອວບອ້ວນຈົນຮອດປັດຈຸບັນນີ້ ຜົນຂອງການຫຼຸດນໍ້າໜັກ ເຮັດໃຫ້ໜຸ່ມ   ລີດົງກຶນ ດູດີຂື້ນຫລາຍກວ່າເກົ່າ  ຈົນຕະລຶງ ເພາະຕອນນີ້ມີຊິກແພກບຶກແນ່ນໄປແລ້ວ!!! ຈະບຶກຈະແນ່ນພຽງໃດເຮົາໄປເບິ່ງພາບນໍາກັນເລີຍ! ນີ້ຄືທີ່ມາຂອງຄໍາເວົ້າທີ່ວ່າ ຢ່າເບິ່ງຂ້າມເດັກອ້ອນຂ້າງບ້ານ ທີ່ແທ້ຈິງ!! ຂອບໃຈຮູບພາບຈາກໄອຈີ: @ddung_dd

Read More »

ສຸດຍອດໄປເລີຍ!! ນັກສຶກສາລາວໃນຕ່າງປະເທດ ຊ່ວຍເຫຼືອຄົນໂດດນໍ້າໃຫ້ພົ້ນຈາກຄວາມຕາຍ ປະຊາຊົນແຫ່ຊົມເຊີຍ-ພາກລັດມອບໃບຍ້ອງຍໍ…

ຄວາມດີຢູ່ທີ່ໃຈ ບໍ່ວ່າຈະຢູ່ໃສ ສະຖານະການໃດກໍສາມາດເຮັດໄດ້ ຄືກັບເລື່ອງລາວຂອງໜຸ່ມນັກສຶກສາລາວຄົນນີ້ ທີ່ຮຽນຢູ່ທີ່ປະເທດຫວຽດນາມ ທີ່ໄດ້ຕັດສິນໃຈຊ່ວຍເຫຼືອຊາຍໄວກາງຄົນທີ່ກໍາລັງຂ້າຕົວຕາຍໄດ້ສໍາເລັດ ຈົນກາຍເປັນກະແສຮືຮາ ແລະ ໄດ້ຮັບຄວາມສົນໃຈຫຼາຍຢູ່ທີ່ປະເທດຫວຽດນາມ… ເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ທີ່ປະເທດຫວຽດນາມ ຕັ້ງແຕ່ວັນທີ 1 ພຶດສະພາ 2020 ທີ່ໄດ້ມີການເຜີຍແຜ່ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ… ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ  ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ ມິນນີ່ກໍໄດ້ຮັບຄວາມຍ້ອງຍໍ-ຊົມເຊີຍ ພ້ອມທັງຄວາມຂອບໃຈຈາກປະຊາຊົນລາວ ແລະ ຫວຽດນາມຢ່າງຫຼວງຫຼາຍ. ຫຼ້າສຸດວັນທີ …

Read More »