Breaking News

ໄວໜຸ່ມ

YouTuber ດັງສາວເກົາຫຼີໃຕ້ “Yang Soobin” ກາຍເປັນສາຍກິນທີ່ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ…

Yang Soobin ເປັນYouTuber  ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້  ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ  ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin  ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ  ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ  … ເບື້ອງຕົ້ນແລ້ວ Yang Soobin  ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ  Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ  …

Read More »

ໄດ້ດີແລ້ວບໍ່ລືມຕົວ!! ແມນນີ່ ປາກຽວ ນັກມວຍໂລກ ຈົກເງິນສ່ວນຕົວສ້າງເຮືອນ 1.000 ຫຼັງຢູ່ບ້ານເກີດ ໃຫ້ຄົນບໍ່ມີເຮືອນຢູ່ຟຣີ… “ເພາະເຄີຍຢູ່ໃນຈຸດນັ້ນມາກ່ອນ”

ໃນສະຖານະການທີ່ຮ້າຍແຮງ ກໍຍັງມີເລື່ອງດີໆໃຫ້ຍິ້ມຢູ່… ເຊິ່ງເລື່ອງລາວດີໆທີ່ນໍາມາໃຫ້ຍິ້ມໃນມື້ນີ້ ກໍເປັນເລື່ອງລາວຂອງນັກມວຍໂລກທີ່ຊື່ວ່າ ມັນນີ່ ປາກຽວ ເຊິ່ງຖ້າເວົ້າເຖິງຊື່ນີ້ແລ້ວ ເຊື່ອວ່າທຸກຄົນຄົງຕ້ອງຮູ້ຈັກດີຢ່າງແນ່ນອນ ເພາະເລື່ອງລາວຂອງ ປາກຽວ ໄດ້ຖືກຖ່າຍທອດອອກມາຢ່າງຫຼວງຫຼາຍກ່ຽວກັບຊີວິດໃນໄວເດັກ ຄວາມທຸກຍາກລໍາບາກຂອງຄອບຄົວສະໄໝຍັງບໍ່ມີຊື່ສຽງ… ແຕ່ມາຮອດມື້ນີ້ ປາກຽວ ໄດ້ສ້າງປະຫວັດສາດໃຫ້ວົງການມວຍໂລກ ແລະ ເປັນບຸກຄົນທີ່ປະສົບຄວາມສໍາເລັດອິກຄົນໜຶ່ງ!! ແຕ່ ປາກຽວ ກໍຍັງບໍ່ລືມວ່າຕົນເອງກໍາເນີດມາຈາກສັງຄົມແບບໃດ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມທຸກຍາກນັ້ນ ປາກຽວ ຈຶ່ງຕັດສິນໃຈຈົກເງິນສ່ວນຕົວທີ່ໄດ້ຈາກການຕີມວຍແຕ່ລະຄັ້ງ ສ້າງເຮືອນໃນດິນຂອງຕົນເອງເປັນຈໍານວນ 1.000 ຫຼັງທີ່ບ້ານເກີດ ເພື່ອໃຫ້ປະຊາຊົນຊາວ ຟີລິບປິນ ທີ່ບໍ່ມີເຮືອນ ໄດ້ເຂົ້າມາພັກອາໄສແບບຟຣີໆ ແລະ ຢູ່ໄດ້ຕະຫຼອດຊີວິດ… ສໍາລັບ ເລື່ອງລາວດັ່ງກ່າວນີ້ ຖືເປັນເລື່ອງລາວດີໆທີ່ສັງຄົມຄວນໃຫ້ຄວາມຍົກຍ້ອງໃນນໍ້າໃຈຂອງ ແມນນີ້ ປາກຽວ Manny Pacquiao ທີ່ບໍ່ວ່າຈະໄປໄດ້ໄກຂະໜາດໃດກໍຍັງບໍ່ລືມບ້ານເກີດ ຖິ່ນກໍາເນີດ ແລະ ບໍ່ລືມຄວາມລໍາບາກທີ່ຕົນເອງເຄີຍພົບພໍ້ມາ ຈົນນໍາມາເຊິ່ງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ໃນຄັ້ງນີ້… ແອັດຂໍຍົກຍ້ອງ ແລະ ກາບໃນຄວາມດີຂອງ ປາກຽວ ຢ່າງສຸດໃຈ!! …

Read More »

ຄົນໃດທີ່ກຳລັງທໍ້ໃຈ! ໃຫ້ເບິ່ງ ນັກແຕ້ມ ພິການແຂນຄົນນີ້ເປັນແຮງບັນດານໃຈ… ຫາກເຈົ້າຍັງມີຮ່າງກາຍຄົບ 32 ຈົ່ງຢ່າຍອມແພ້ຕໍ່ໂຊກຊະຕາ!!!

ມັນບໍ່ແມ່ນເລື່ອງງ່າຍເລີຍທີ່ຄົນຜູ້ໜຶ່ງຈະສາມາດຢືນຢູ່ເທິງໂລກນີ້ໄດ້ໂດຍບໍ່ປະສົບພົບພໍ້ກັບອຸປະສັກ ຫຼື ບັນຫາຊີວິດຕ່າງໆ ທີ່ເຂົ້າມາພິສູດຄວາມອົດທົນ, ຄວາມພະຍາຍາມຂອງຄົນເຮົາ. ແຕ່ມັນຈະຍິ່ງຍາກທະວີຄູນຂຶ້ນກວ່າເກົ່າ ເມື່ອໂລກຕ້ອງການທົດສອບເຈົ້າແຕ່ກັບໃຫ້ຮ່າງກາຍມາບໍ່ຄົບ 32 ພ້ອມຕົ້ນທຶນຊີວິດທີ່ໜ້ອຍເຫຼືອເກີນ ຫາກເປັນຄົນອ່ອນແອອາດຄິດຈາກລາໂລກນີ້ໄປແຕ່ດົນແລ້ວ ແຕ່ສໍາລັບໜຸ່ມຄົນນີ້ ຄືນັກສູ້ຂອງແທ້ບໍ່ທໍ້ຖອຍຕໍ່ໂຊກຊະຕາ ໃຊ້ຄວາມພະຍາຍາມ ນໍາພາຕົນເອງສ້າງອາຊີບຫາລ້ຽງຄອບຄົວ ນີ້ຄື ສີວັນ ສີບຸນເຮືອງ ນັກແຕ້ມພິການແຂນ. ສີວັນ ສີບຸນເຮືອງ ປັດຈຸບັນ ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊື່ອວ່າຫຼາຍຄົນຈະຮູ້ຈັກໜຸ່ມຄົນນີ້ ເພາະລາວໂດ່ງດັງຢູ່ໃນໂລກ Social ມາໄລຍະໜຶ່ງແລ້ວ  ຈາກປະເດັນການເປັນແຮງບັນດານໃຈໃຫ້ກັບທຸກຄົນໃນສັງຄົມທີ່ກໍາລັງທໍ້ຖອຍ ຫຼືໝົດກໍາລົງໃຈບໍ່ຢາກສູ້ຊີວິດຕໍ່, ເຊິ່ງເຮັດໃຫ້ລາວກາຍເປັນຕົ້ນແບບຂອງຫຼາຍຄົນ ໂດຍຜົນງານເດັ່ນຂອງ ສີວັນ ແມ່ນການແຕ້ມຮູບ ເຖິງແມ່ນວ່າຈະແຂນກຸດທັງສອງຂ້າງແຕ່ຊາຍຄົນນີ້ກໍຍັງສາມາດແຕ້ມຮູບອອກມາໄດ້ສວຍງາມ ແລະ ລະອຽດ ດ້ວຍການໃຊ້ຕີນ ແລະ ໃຊ້ຂໍ້ແຂນກຸດທີ່ຍັງເຫຼືອຢູ່!  ສິ່ງທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລາວແມ່ນການເຮັດວຽກດ້ານນີ້ດ້ວຍການຮຽນຮູ້ຈາກຢູທູບ ແລະ ຝຶກຝົນຕົນເອງຈົນມາຮອດປັດຈຸບັນເປັນເວລາ 8ປີແລ້ວ. ເວົ້າໄດ້ເລີຍວ່າ ສີວັນ ເປັນຄົນທີ່ມີພອນສະແຫວງ ມີຄວາມພະຍາຍາມທີ່ຈະຮຽນຮູ້ ບໍ່ເຄີຍຄິດເອົາຄວາມພິການຂອງຕົນເອງມາເປັນຂໍ້ອ້າງສ້າງພາລະໃຫ້ຄົນອື່ນ. ແນວໃດກໍ່ຕາມ …

Read More »

ເກີດເປັນເລື່ອງລາວທີ່ໜ້າປະທັບໃຈ!! ເມື່ອຊາຍໜຸ່ມອັງກິດຄົນໜື່ງ ຄົ້ນຄິດ “ຜ້າກັ້ງກັນພະຍາດ” ເພື່ອໃຫ້ໄດ້ກອດແມ່ເຖົ້າອີກຄັ້ງ ຫຼັງຕ້ອງຫ່າງຈາກກັນຍ້ອນໂຄວິດ…(ມີຄລິບ)

ນັບຕັ້ງແຕ່ໂຄວິດ-19 ເດີນທາງມາຮອດອັງກິດ ກໍໄດ້ແຜ່ລະບາດໄປຢ່າງໄວວາ ແລະ ສະຖານະການກໍເອີ້ນໄດ້ວ່າວິກິດ  ສະນັ້ນ ລັດຖະບານຈື່ງຈໍາເປັນຕ້ອງປະກາດການ  Lock down ທົ່ວປະເທດຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນອອກນອກບ້ານດ້ວຍເຫດຈໍາເປັນເທົ່ານັ້ນ ແລະ ມາດຕະການ Lock down ນີ້ຈື່ງເຮັດໃຫ້ຫຼາຍຄອບຄົວຕ້ອງແຍກຈາກກັນ ເຊັ່ນດຽວກັບຄອບຄົວນີ້… Website Daily mail ລາຍງານວັນທີ 18 ພຶດສະພາ 2020 ທີ່ຜ່ານມາວ່າ ແອນໂຣນີ ຄໍວິນ ຊາຍໜຸ່ມອາຍຸ 29  ຜູ້ທີ່ອາໄສຢູ່ໃນເມືອງ stamford ທາງພາກໃຕ້ຂອງເກາະອັງກິດ ລາວຄິດຮອດພໍ່ເຖ້າແມ່ເຖົ້າຂອງລາວຫຼາຍ ໂດຍສະເພາະແມ່ນແມ່ເຖົ້າ ແມ່ເຖົ້າຂອງ ແອນໂຣນີ ເປັນຫົວໜ້າຄອບຄົວ ແລະ ເປັນແມ່ຍິງທີ່ເກັ່ງ ລາວມີລູກ 3 ຄົນ ແລະ ລ້ຽງລູກຫຼາຍດ້ວຍຄວາມນຮັກ ການແຍກຫ່າງຈາກລູກຫຼານນັ້ນຈື່ງເຮັດໃຫ້ລາວເປັນທຸກບໍ່ໜ້ອຍເລີຍ ດ້ວຍເຫດນີ້  ໜຸ່ມ ແອນໂຣນີ ຈື່ງຕັດສິນໃຈເດີນທາງໄປຫາແມ່ເຖົ້າຂອງລາວ ແຕ່ດ້ວຍມາດຕະການ Social …

Read More »

ເກັ່ງຫຼາຍ!! ແຣັບເປີ່ສາວລາວ Aezy Red ໂຊພະລັງສຽງ ແລະຄວາມສາມາດແບບຈັດເຕັມເທິງເວທີດັງ (ປະເທດໄທ) ເຖິງຈະໄປບໍ່ຮອດຮອບ Final ແຕ່ໄດ້ໃຈແຟນຄຣັບໄປຄອງເຕັມໆ…

ແຣັບເປີ່ສາວລາວ ເອ-ເອຊີ່ ສາວນ້ອຍອາຍຸ 19 ປີ 1 ໃນຜູ້ເຂົ້າແຂ່ງຂັນໃນລາຍການຊື່ດັງຄື The Rapper 2020 Civil War. ຕັ້ງແຕ່ເລີ່ມເຂົ້າຮ່ວມການແຂ່ງຂັນ ສາວເອຊີ່ກໍໄດ້ຮັບກໍາລັງໃຈ ແລະ ສຽງຍ້ອງຍໍເປັນຈໍານວນຫຼວງຫຼາຍ ເພາະນາງບອກແຕ່ທໍາອິດແລ້ວວ່າ ໃນແຂ່ງຂັນໃນຄັ້ງແມ່ນເຮັດຕາມຄວາມຝັນທີ່ຕົນເອງມີມາແຕ່ນ້ອຍ… ຫຼ້າສຸດ ວັນຈັນທີ 18 ພຶດສະພາທີ່ຜ່ານມາ ສາວນ້ອຍຈາກ ປະເທດລາວເຮົາກໍໄດ້ເຂົາຮ່ວມແຂ່ງຂັນຈົນຮອດຮອບ Semi-Final (ຖ້າຊະນະຮອບນີ້ກໍຈະເຂົ້າໄປແຂ່ງຂັນໃນຮອບ Final) ໂດຍໃນການແຂ່ງຂັນຮອບນີ້ ເອຊີ່ ໄດ້ຈັບເອົາເພງ ຜິດທີ່ໄວ້ໃຈ ມາແຣັບ ເຊິ່ງກໍສ້າງຄວາມຮືຮາໃຫ້ກັບແຟນຄຣັບພໍສົມຄວນ ທັງສຽງຮ້ອງ-ສຽງແຣັບ ແລະ ແອັກຕິ່ງແບບຂັ້ນສຸດ…. ຈົນມາເຖິງນາທີການຕັດສິນຂອງກໍາມະການທີ່ບອກວ່າ ເອຊີ່ ບໍ່ໄດ້ໄປຕໍ່ໃນຮອບ Final ກໍໄດ້ສ້າງຄວາມເສຍດາຍໃຫ້ກັບເອຊີ່ ແລະ ແຟນຄຣັບຢູ່ ແຕ່ເຖິງແນວໃດກໍຕາມຕອນນີ້ ເອຊີ່ ໄດ້ໃຈແຟນຄຣັບໄປຄອງເຕັມແລ້ວຈ່າ!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມເສຍໃຈທີ່ບໍ່ໄດ້ໄປຕໍ່ຮອບສຸດທ້າຍ ແລະ …

Read More »