Breaking News

ໄວໜຸ່ມ

ໄດ້ຟັງແລ້ວບໍ!! ເພງຮິດຕະຫຼອດການ “ເຈົ້າບໍ່ແມ່ນອາກາດ” ເວີຊັ່ນພາສາໄທ… ມ່ວນກິນໃຈຄືເກົ່າບໍ່??? (ໃຜຍັງບໍ່ຟັງມາຄຣິບມາຝາກພ້ອມ)

ສາວົກ ອ້າຍຕ່າຍ ອາກາດ ຢູ່ໃສ ຂໍສຽງແດ່??? ກຣີດໆໆໆ ຍັງບໍ່ແລ້ວກັບເພງ “ພາບເຄື່ອນໄຫວ” ທີ່ຫາກໍປ່ອຍອອກມາບໍ່ດົນ ແຕ່ຍອດວິວນັ້ນທະລຸ 9 ລ້ານວິວໄປແລ້ວ… ແຕ່ຍັງມີຕໍ່ອີກກັບເພງດັງຕະຫຼອດການຄືເພງ “ເຈົ້າບໍ່ແມ່ນອາກາດ” ຂອງອ້າຍຕ່າຍ ອາກາດ ທີ່ບໍ່ວ່າຈະກັບມາຟັງຍາມໃດກໍກິນໃຈບໍ່ເຄີຍປ່ຽນ ແລະ ບໍ່ດົນມານີ້ ສາວລາວຄື ເອຊີ່ ແຣັບ ກໍໄດ້ນໍາເອົາເພງດັງໄປ Cover Style Rap ໃນລາຍການດັງທີ່ປະເທດໄທ ຈົນເຮັດໃຫ້ເພງນີ້ກັບມາດັງລະເບີດຂຶ້ນອີກຄັ້ງ!! ອ້າຍຕ່າຍເຮົາກໍມີ Project ໃໝ່ສໍາລັບເພງນີ້ອີກຄັ້ງ ນັ້ນກໍຄື ນໍາເອົາເພງນີ້ມາຮ້ອງໃນ Version ພາສາໄທນັ້ນເອງ… ເຊິ່ງວ່າຈະມ່ວນກິນໃຈຄືເກົ່າບໍ່ນັ້ນ ມື້ນີ້ ແອັດ ກໍໄດ້ນໍາເອົາເພງພ້ອມ MV ມາໃຫ້ຟັງ ໃຫ້ຊົມກັນນໍາ ຈະເປັນແນວໃດເຮົາລອງໄປເບິ່ງພ້ອມກັນເລີຍ!! ບົດຄວາມ: Kuanjai ຮູບພາບຈາກ: Khounkham Taiy Akard

Read More »

ເຢ່… ເງິນເດືອນອອກແລ້ວ!! ແຕ່ດຽວກ່ອນ… ເຊັກລາຍຈ່າຍທີ່ຄວນເຂັ້ມງວດກ່ອນ ຖ້າບໍ່ຢາກໄສ້ແຫ້ງຕອນທ້າຍເດືອນ!!!

ກຳລັງມີບັນຫາກັບລາຍຈ່າຍທີ່ບໍ່ເປັນປະໂຫຍດຢູ່ແມ່ນບໍ່ ຫຼາຍຄົນກຳລັງຄິດໜັກເລື່ອງເງິນເດືອນບໍ່ພໍໃຊ້ ຮອດກາງເດືອນ ຫຼື ທ້າຍເດືອນຍາມໃດຮູ້ສຶກວ່າຈະກະເປົາແບນຕະຫຼອດ ສະນັ້ນ ລອງມາເບິ່ງວິທີຕັດລາຍຈ່າຍທີ່ບໍ່ເປັນປະໂຫຍດໃນຊີວິດປະຈຳວັນ ເພື່ອຈະໄດ້ມີເງິນພໍໃຊ້ແຖມມີຄວາມສຸກ ບໍ່ຕ້ອງມານັ່ງຄິດໜັກອີກຕໍ່ໄປ: ຄ່າ Shopping ສຳລັບສາວໆທີ່ມັກ Shopping ເປັນຊີວິດຈິດໃຈ ຄົງຈະປະຕິເສດບໍ່ໄດ້ເລີຍ ແລະອາດຈະຄວບຄຸມຄ່າໃຊ້ຈ່າຍຍາກສຸດໆ ໂດຍສະເພາະກັບສິນຄ້າເສື້ອຜ້າ ກະເປົ໋າ ເກີບ Collection ໃໝ່ໆ ເຊິ່ງຄ່າໃຊ້ຈ່າຍນີ້ຖືເປັນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ແຖມຍັງເຮັດໃຫ້ເຮົາຕິດນິດໃສກາຍເປັນຄົນຟຸ່ມເຟືອຍ ວິທີແກ້ໄຂ ຫຼືຢາກຈະປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍບໍ່ມີຫຍັງຍາກເລີຍ ພຽງແຕ່ຄວບຄຸມຈິດໃຈ ຕັ້ງສະຕິໃຫ້ໄດ້ ແລະ ເລືອກຊື້ເຄື່ອງເທົ່າທີ່ຈຳເປັນເນາະ ຄ່າສິນຄ້າອຸປະໂພກ ບໍລິໂພກ ຂອງກິນຂອງໃຊ້ທີ່ຕ້ອງຊື້ໃນແຕ່ລະເດືອນ ຖ້າຈະຄິດໄລ່ແລ້ວຕ້ອງຍອມຮັບເລີຍວ່າຕົກເປັນເງິນຈຳນວນຫຼາຍແບບສຸດໆ ແຕ່ຖ້າເພື່ອນໆທ່ານໃດຕ້ອງການປະຢັດຄ່າໃຊ້ຈ່າຍໃນສ່ວນນີ້ ກໍພຽງແຕ່ເລືອກຊື້ຂອງໃຊ້ທີ່ຈຳເປັນເທົ່ານັ້ນ ຈົດລາຍການທີ່ຕ້ອງຊື້ທຸກເທື່ອ ເພື່ອກຳນົດແຜນການໃຊ້ຈ່າຍ, ແຕ່ຖ້າເປັນຂອງໃຊ້ທີ່ຈຳເປັນໃນທຸກໆມື້ເຊັ່ນ: ເຄື່ອງສຳອາງ, ຢາຖູແຂ້ວ, ຄຣີມກັນແດດ ຫຼື ອື່ນໆ ກໍຄວນເລືອກຊື້ສິນຄ້າທີ່ມີລາຄາ Sale ເພາະຈະຊ່ວຍ Save ຈໍານວນເງິນທີ່ຕ້ອງຈ່າຍໄດ້ ຄ່າໂທລະສັບ ໃນປັດຈຸບັນ …

Read More »

ຢາກໃຫ້ອ່ານ!! ເຕັກນິກບໍລິຫານເວລາແບບງ່າຍໆ ເພື່ອຈັດລະບຽບໃນການເຮັດວຽກໃຫ້ງ່າຍຂຶ້ນ…

ປະສິດທິພາບຂອງການບໍລິຫານເວລາໃນແຕ່ລະອົງກອນນັ້ນ ຖືວ່າເປັນເລື່ອງສຳຄັນທີ່ສຸດ ທີ່ຈະສາມາດຕັດສິນຄວາມສຳເລັດຂອງທຸລະກິດໄດ້… ຖ້າໃຜທີ່ຍັງສັບສົນຢາກໃຫ້ລອງມາອ່ານ ວິທີບໍລິຫານເວລາງ່າຍໆ ເພື່ອໃຫ້ຊີວິດການເຮັດວຽກງ່າຍຂຶ້ນ!! ເລືອກເປົ້າໝາຍທີ່ສຳຄັນທີ່ສຸດໃນອາທິດ: ຖ້າມີເວລາຈຳກັດກໍຄວນເລືອກເປົ້າໝາຍທີ່ມີຄວາມສຳຄັນ ແລະ ເປົ້າໝາຍນັ້ນຕ້ອງເກີດປະໂຫຍດ ຫຼາຍທີ່ສຸດກ່ອນ ແລ້ວຈຶ່ງໃຊ້ເວລາໃນສ່ວນທີ່ເຫຼືອເອົາໄປຈັດການກັບວຽກອື່ນໆຕາມລຳດັບຕໍ່ໄປ. ໃຊ້ເວລາໃຫ້ເປັນປະໂຫຍດ: ທຳອິດທີ່ຕ້ອງເຮັດໃນຕອນເຊົ້າຄື ກວດເບິ່ງຂໍ້ຄວາມຂາເຂົ້າ-ຂາອອກແບບຜ່ານໆ ແລະເບິ່ງສະເພາະລາຍຊື່ກັບຫົວຂໍ້ທີ່ສຳຄັນ ພ້ອມທັງຈັດການກັບວຽກສ່ວນນັ້ນໃຫ້ຮຽບຮ້ອຍເປັນອັນດັບທຳອິດ. ຫຼີກລ້ຽງການນັດພົບ: ຖ້າວ່າບໍ່ມີປະເດັນທີ່ຕ້ອງຊອກ ຫຼືສໍາຄັນຫຼາຍ ການປະຕິເສດນັດພົບກໍອາດຈະຊ່ວຍໃຫ້ເຮົາມີເວລາໃນການເຮັດວຽກທີ່ສຳຄັນຫຼາຍກວ່າ. ຮູ້ຂີດຈຳກັດຂອງຕົນເອງ: ການກຳນົດໄລຍະເວລາໃນການເຮັດວຽກ ແຍກອອກຈາກເວລາພັກຜ່ອນແບບຊັດເຈນ ຈຶ່ງເປັນສິ່ງສຳຄັນຫຼາຍ ເພື່ອໃຫ້ສາມາດເຮັດວຽກເຕັມທີ່ໄດ້ໃນເວລາເຮັດວຽກ ແລະ ໄດ້ພັກຜ່ອນເຕັມທີ່ເພື່ອຟື້ນຟູພະລັງງານຂຶ້ນອີກ. ບົດຄວາມ: ຂວັນໃຈ

Read More »

ຍອມແລ້ວແມ່!! ກາບໃນຄວາມງາມຂອງແມ່ລູກສາວຜິວສີແທນ… ຕັດຄໍາວ່າ ຕ້ອງຈ່ອຍຈຶ່ງຫຸ່ນດີ-ຕ້ອງຜິວຂາວຈຶ່ງງາມ ໄປໄດ້ເລີຍ!!

ສາວໆໃນແຖບອາຊີອາດຈະລື້ງເຄີຍກັບລົດສະນິຍົມທີ່ວ່າ ຮູບຮ່າງຕ້ອງຈ່ອຍຈຶ່ງເອີ້ນຫຸ່ນດີ ຜິວຕ້ອງຂາວຈຶ່ງງາມ ແລະອື່ນໆ ຈົນເຮັດໃຫ້ເທຣນສາວຜິວຂາວມາແຮງມາໂດຍຕະຫຼອດ ແລະ ໜັກໄປກວ່ານັ້ນຄື ເຮັດໃຫ້ຫຼາຍຄົນເບິ່ງຄົນທີ່ມີຜິວດໍາ-ແທນ ແລະ ຮູບຮ່າງຕຸ້ຍເປັນຄົນບໍ່ງາມ ຖືກເວົ້າໃສ່ຕ່າງໆນາ ຈົນເຮັດໃຫ້ພວກນາງຂາດຄວາມໝັ້ນໃຈ ບໍ່ກ້າເຮັດໃນຫຼາຍໆຢ່າງທີ່ເຂົາມັກ ຍ້ອນສັງຄົມທີ່ແບ່ງແຍກເຂົາເຈົ້າ!! ສາວໆໃຜທີ່ກໍາລັງພົບກັບບັນຫາ ຄິດວ່າຕົວເອງບໍ່ງາມ ຍ້ອນຕົວເອງຜິວດໍາ ຫຼືບໍ່ງາມຍ້ອນຕົວເອງບໍ່ຄືຄົນອື່ນທີ່ສັງຄົມເບິ່ງວ່າງາມ ຢາກໃຫ້ມາເບິ່ງສາວຜິວສີແທນກັບການຖ່າຍແບບສຸດໝັ້ນໃຈນີ້… ມີໃຜກ້າຖຽງບໍ່ ວ່ານາງບໍ່ງາມ ຫຼືຖ້າໃຜທີ່ບອກວ່ານາງບໍ່ງາມນັ້ນກໍເປັນຍ້ອນສະນິຍົມຂອງເຂົາເຈົ້າເອງ ສາວໆເອີຍແອັດຂໍຝາກເອົາໄວ້ວ່າ ຢຸດຍຶດຕິດກັບຄວາມຕ້ອງການຂອງສັງຄົມໄດ້ແລ້ວ ລຸກຂຶ້ນມາເປັນຕົວຂອງຕົວເອງຊະ ເພາະແອັດເຊື່ອສະເໝີວ່າ ແມ່ຍິງທຸກຄົນມີຄວາມງາມຢູ່ໃນຕົວ ຕ່າງແຕ່ໃຜຈະງາມແບບໃດນັ້ນເຈົ້າຕົວຈະເປັນຄົນເລືອກເອງ… #ກອດດດດ ບົດຄວາມ: ຂວັນໃຈ ຮູບພາບຈາກ: ຊຸບຊິບບັນເທີງ

Read More »

ແມ່ນແທ້ບໍ?? ເຫດຜົນທີ່ຄົນຍຸກນີ້ຢາກເຮັດວຽກຢູ່ບ້ານ ຫຼາຍກວ່າປະຈຳຢູ່ຫ້ອງການ (Freelance)

ວຽກມີປະສິດທິພາບຫຼາຍຂຶ້ນ ຈາກການສໍາຫຼວດຄວາມພຶງພໍໃຈຂອງພະນັກງານພົບວ່າ ພະນັກງານທີ່ເຮັດວຽກຢູ່ບ້ານຈະມີຄວາມສຸກ ແລະເຮັດວຽກໄດ້ມີປະສິດທິພາບຫຼາຍກວ່າພະນັກງານປະຈຳ ແລະເຮັດວຽກຢູ່ຫ້ອງການ ພັກຜ່ອນໄດ້ຫຼາຍກວ່າ ໃນທາງກົງກັນຂ້າມເວລາທີ່ເຮັດວຽກຢູ່ບ້ານ ບໍ່ຈຳເປັນຈະຕ້ອງສົນໃຈສາຍຕາຂອງຫົວໜ້າ ຫຼືເພື່ອນຮ່ວມງານ ຈະພັກຫຼາຍພຽງໃດ ຫຼືດົນເທົ່າໃດກໍໄດ້ ຂໍພຽງແຕ່ເຮັດວຽກຂອງເຮົາໃຫ້ອອກມາດີ ແລະ ແລ້ວທັນເວລາ ເລືອກເວລາເຮັດວຽກຕາມໃຈ ບໍ່ວ່າໃຜກໍປາຖະໜາຢາກຕື່ນສວາຍໆ ແລະ ເລືອກເວລາເຮັດວຽກໄດ້ຕາມໃຈຕົນເອງ ເຊິ່ງຄົນບາງກຸ່ມ ກໍມັກເຮັດວຽກໃນເວລາກາງຄືນ ເພາະເຊື່ອວ່າຈະມີສະມາທິ ແລະມີປະສິດທິພາບຫຼາຍກວ່າ ແຕ່ກໍຂຶ້ນກັບແຕ່ລະບຸກຄົນ ແລະຕາມຄວາມລຶ້ງເຄີຍຂອງໃຜມັນ ໃນຂະນະທີ່ ບາງຄົນກໍມັກເຮັດວຽກໃນຕອນເຊົ້າໆ ເພາະສະໝອງປອດໂປ່ງວ່າຊັ້ນ ເຊິ່ງແລ້ວແຕ່ຄວາມຖະໜັດຂອງໃຜມັນ ດັ່ງນັ້ນ ຈົ່ງຄົ້ນຫາຕົວເອງໃຫ້ພົບ ວ່າເວລາໃດທີ່ເຮົາຈະມີພະລັງ ແລະ ສະມາທິຫຼາຍທີ່ສຸດ ແລ້ວຈົ່ງຢ່າປ່ອຍໃຫ້ເວລາທີ່ເຮົາມີໄອເດຍຖິ້ມໄປລ້າໆ ບໍ່ຕ້ອງເດີນທາງໄປເຮັດວຽກ ເພາະການເດີນທາງໄປເຮັດວຽກເຮັດໃຫ້ເຮົາເສຍທັງເງິນ (ມີຄ່າໃຊ້ຈ່າຍ) ແລະ ເວລາ ບໍ່ມີຜົນກະທົບກັບບໍລິສັດ ຄວາມກັງວົນທີ່ວ່າ ຖ້າໃຫ້ພະນັກງານເຮັດວຽກຢູ່ບ້ານ ອາດບໍ່ດີຕໍ່ບໍລິສັດ ເພາະອາດບໍ່ສາມາດຄວບຄຸມການເຮັດວຽກຂອງພະນັກງານໄດ້ ບໍ່ແມ່ນຄວາມຈິງເລີຍ ເພາະໃນຍຸກປະຈຸບັນ ຮູບແບບຂອງບັນດາບໍລິສັດທີ່ເປີດໃໝ່ ແມ່ນອະນຸຍາດໃຫ້ພະນັກງານທຸກຄົນເຮັດວຽກຢູ່ບ້ານ (online) ແລະບໍລິສັດເຫຼົ່ານີ້ກໍປະສົບຜົນສຳເລັດ ມີກຳໄລເປັນຫຼາຍສິບລ້ານ ຫຼາຍຮ້ອຍລ້ານໂດລາໄດ້ ສະນັ້ນ ຄົນຍຸກໃໝ່ແບບເຮົາ ຈົ່ງກ້າທີ່ຈະເປັນຕົວຂອງຕົນເອງ …

Read More »