Breaking News

ໄວໜຸ່ມ

ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…

ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!! ໂພສເສົ້າ… ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ ຮູບພາບຈາກ: Boyz Sinavoth Nouhuang

Read More »

ສະແດງຄວາມຍິນດີນໍາ!! ນ້ອງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ຈະໄດ້ມາຮັບຕໍາແໜ່ງ Miss Teen Laos 2020…

ເນື່ອງຈາກເຫດການ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້ ດັ່ງນັ້ນ ຈຶ່ງໄດ້ອອກມາແຈ້ງການຢ່າງເປັນທາງການວ່າ ທາງກອງປະກວດ ຈະແຕ່ງຕັ້ງໃຫ້ ນາງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ເປັນ Miss Teen Laos 2020 ແທນ ໂດຍມີລາຍລະອຽດດັ່ງນີ້: ຮູບພາບຈາກ: Angie Soutannouvong Angie Soutannouvong

Read More »

ໃກ້ຈະສິ້ນສຸດໜ້າທີ່!! ໂສລະຍາ Miss Teen Laos 2019 ໂພສຂອບໃຈກອງປະກວດ ພ້ອມຝາກເຖິງນ້ອງໆທີ່ຈະມາເປັນ Miss Teen ຄົນຕໍ່ໄປ…

ລະດູການ ນາງງາມ ກໍາລັງເລີ່ມຕົ້ນ… ທຸກໆປີຈະມີລະດູການ ນາງງາມ (ແອັດຕັ້ງເອງ 555+) ເພາະຫຼາຍເວທີຈະເລີ່ມເປີດຮັບສະໝັກໃຫ້ນ້ອງໆທີ່ມີຄວາມງາມ ແລະ ຄວາມສາມາດໄດ້ເຂົ້າຮ່ວມແຂ່ງຂັນ ລວມໄປເຖິງເວທີ Miss Teen Laos ທີ່ຈັດຂຶ້ນເປັນປີທໍາອິດໃນປີ 2019 ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງເປັນ Miss Teen Laos ນັ້ນກໍຄື ນ້ອງ ໂສລະຍາ ຄອນດີ ພ້ອມທັງເປັນ​ສາວງາມຄົນ​ທຳ​ອິດ​ຂອງ​ປະ​ເທດ​ລາວ ທີ່ໄດ້ໄປປະກວດເວ​ທີນາງງາມລະດັບສາກົນຄື Miss Teen International 2019 ທີ່ປະເທດ ອິນເດຍ ໃນເດືອນ ທັນວາ 2019. ແລະ ກໍຕິດ​ທ໋ອບ Top 7 Miss Teen International 2019 ​ພ້ອມທັງໄດ້ຮັບລາງວັນ ​ຂວັນ​ໃຈ​ຊ່າງ​ພາບ​ ມາຄອງ ເປັນໜ້າຕາໃຫ້ກັບປະເທດລາວນັ້ນເອງ… ປັດ​ຈຸ​ບັນ ໂສລະຍາ ກໍ​ໄດ້​ຮັບບົດບາດຫຼາກຫຼາຍໃນວົງການບັນເທີງລາວ ທັງເປັນ​ນັກ​ສະ​ແດງ, ນາງ​ແບບ …

Read More »

ດັງຊົ່ວຂ້າມຄືນ!! ສາວໂພສຂອບໃຈໂຄວິດທີ່ເຮັດໃຫ້ພົບຮັກແທ້… “ຮັກແທ້ເກີດໄດ້ທຸກທີ່ທຸກເວລາ ຖ້າບໍ່ມີໂຄວີດໃນມື້ນັ້ນ ກໍບໍ່ມີງານແຕ່ງໃນມື້ນີ້”

ກາຍເປັນກະແສ ດັງຊົ່ວຂ້າມຄືນ ເມື່ອສາວເຈົ້າຂອງ Facebook ຊື່: ນີນ່າ ນີນ່າ ໂພສຮູບງານແຕ່ງແບບລຽບງ່າຍ ພ້ອມໃສ່ແຄັບຊັ່ນວ່າ “#ຖ້າບໍ່ແມ່ນຍອ້ນໂຄວິດໃນມື້ນັ້ນ​ ເຮົາຄືຊີບໍ່ໄດ້ເປັນຜົວເມຍກັນໃນມື້ນີ້ຂອບໃຈຫລາຍໆເດີໂຄວິດ?❤️? #ໃຜຊີໄປຄິດວ່າຄົບກັນແຕ່ສອງເດືອນກັບສອງມື້ຊີໄດ້ແຕ່ງງານກັນເຄິຍເຫັນແຕ່ໃນເຟດບາດມາເຈີກັບໂຕເອງຄິດວ່າຝັນແຕ່ພໍນອນຕື່ນມາຜົວນອນຢູ່ຂາ້ງໆ​ ແຖມຝາ້ຍມັດແຂນເຕັມໂອຍມັນຄືຄວາມຈີງ?? 3.29.2020ຄົບ? 5.31.2020ແຕ່ງ?‍❤️‍??” ເຊິ່ງຕາມແຫຼ່ງຂ່າວລະບຸວ່າ ທັງສອງແມ່ນຕົກຢູ່ໃນກຸ່ມສ່ຽງໃນໂລຍະ ໂຄວິດ-19 ລະບາດໜັກຢູ່ລາວ ແລະ ໄດ້ຖືກນໍາໄປກັກຕົວລວມກັນ ຈຶ່ງເປັນຈຸດເລີ່ມຕົ້ນກໍ່ໃຫ້ເກີດຄວາມຮັກມັກກັນ ຫຼັງຈາກສິ້ນສຸດໄລຍະກັກຕົວ ທັງສອງກໍໄດ້ຕົກລົງສຶກສາເບິ່ງໃຈ (ເປັນແຟນກັນ) ໄດ້ບໍ່ດົນ ຈຶ່ງຕັດສິນໃຈແຕ່ງງານກັນໃນທີ່ສຸດ ເຊິ່ງເປັນງານແບບລຽບງ່າຍ ມີຍາດພີ່ນ້ອງ 2 ຝ່າຍ ແລະ ໝູ່ເພື່ອນທີ່ຮັກແພງໄປຮ່ວມງານ… ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີນໍາເຈົ້າບ່າວ-ເຈົ້າສາວຫຼາຍໆເດີ້ ຂໍໃຫ້ຮັກກັນໝັ້ນແກ່ນຊົ່ວຝ້າດິນສະຫຼາຍເດີ້!!! ນີ້ແຫຼະທີ່ເພິ່ນວ່າ “ຮັກແທ້ເກີດຂຶ້ນໄດ້ທຸກທີ່ທຸກເວລາ” ບໍ່ຈໍາເປັນຕ້ອງແລ່ນນໍາຫາ ຮອດເວລາມັນຫາກມາເອງ!! ຂອບໃຈຮູບພາບຈາກ: ນີນ່າ ນີນ່າ

Read More »

ພິກວິກິດໃຫ້ເປັນໂອກາດ!! ໂຣນັລໂດ້ ນັກເຕະບານລະດັບໂລກ ສ້າງສະຖິຕິຫາເງິນຈາກ IG ໄດ້ຫຼາຍທີ່ສຸດໃນໄລຍະໂຄວິດ-19…

ເຖິງວ່າໂຄວິດ-19 ຈະສົ່ງຜົນກະທົບຫຼາຍຢ່າງ ໂດຍສະເພາະນັກເຕະບໍ່ໄດ້ລົງແຂ່ງຂັນເຮັດໃຫ້ລາຍຮັບຫຼຸດລົງຢ່າງໜ້າຕົກໃຈ, ແຕ່ບໍ່ແມ່ນກັບ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ສາມາດກວາດລາຍໄດ້ຫຼາຍທີ່ສຸດໃນສະຖານະການທີ່ຜ່ານມາ… ໂຣນັລໂດ ລວມເຖິງນັກເຕະຄົນອື່ນໆຕ່າງກໍພາກັນກັກຕົວຢູ່ເຮືອນ ໃນໄລຍະການລະບາດຂອງ ໂຄວິດ-19 ເຮັດໃຫ້ທຸກຄົນທີ່ເຮັດອັບເດດຄວາມເຄື່ອນໄຫວຂອງຕົວເອງຜ່ານທາງສື່ອອນລາຍ ລວມເຖິງການຮັບງານຈາກຜູ້ສະໜັບສະໜູນຕ່າງໆບໍ່ໃຫ້ຂາດ. ຫຼ້າສຸດ ແອດເທນ ສື່ຕ່າງປະເທດໄດ້ສໍາຫຼວດທາງ ສື່ອອນລາຍ ຂອງບັນດານັກເຕະວ່າ: ຕະຫຼອດ 2 ເດືອນທີ່ຜ່ານມາ ນັບຕັ້ງແຕ່ວັນທີ 12 ມີນາ – 14 ພຶດສະພາ 2020 ມີຍອດຜູ້ຕິດຕາມ ແລະ ໂພສຂາຍເຄື່ອງຈາກຜູ້ສະໜັບສະໜູນໄດ້ຫຼາຍທໍ່ໃດ ໂດຍນັບຄ່າສະເລ່ຍທີ 1 ລ້ານຜູ້ຕິດຕາມໂພສໜຶ່ງ ເທົ່າກັບ 3.130 ປອນ. ປາກົດວ່າ: ໂຣນັລໂດ ສາມາດເກັບລາຍໄດ້ສູງສຸດເຖິງ 1,8 ລ້ານປອນ ຈາກຍອດລວມຜູ້ຕິດຕາມທັງໝົດ 219 ລ້ານຄົນ ໃນອິນສະຕາແກຣມ ( ໄອຈີ ) …

Read More »