Breaking News

ໄວໜຸ່ມ

ງາມຫຼາຍ!! “ຕະຫຼາດນັດງາມລາວ” ງານສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນຂອງຄົນລາວ…

ຈົບໄປແລ້ວສໍາລັບງານ ຕະຫຼາດນັດງາມລາວ ງານຕະຫຼາດນັດສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນລາວ ທີ່ຈັດຂຶ້ນໃນວັນທີ 4-5 ກໍລະກົດທີ່ຜ່ານມາ!! ມີໃຜໄດ້ໄປເລາະມາແດ່??? (ໂຊຮູບກັນແດ່) ສ່ວນໃຜທີ່ບໍ່ໄດ້ໄປ ແອັດມິ້ນມີຮູບພາບມາໃຫ້ເບິ່ງກ່ອນເພື່ອງານໜ້າຈະໄດ້ບໍ່ຕ້ອງພາດ… ແຕ່ກ່ອນທີ່ຈະໄດ້ຊົມພາບບັນຍາກາດນັ້ນ ຂໍນໍາສະເໜີ Concept ຂອງງານຈັກເລັກໜ້ອຍ!! ງານຕະຫຼາດນັດງາມລາວ ແມ່ນຈັດຂຶ້ນເປັນຄັ້ງທີ 2 ໂດຍຮ້ານອາຫານ ເລີປາແດກ ຈຸດປະສົງແມ່ນເພື່ອເນັ້ນໃຫ້ຄົນລາວຍຸກໃໝ່ຫັນມາໃຫ້ຄວາມສົນໃຈອະນຸຮັກວັດທະນະທໍາແບບດັ້ງເດີມ ເຊິ່ງພາຍໃນງານຈະມີການວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນ Handmade ທີ່ມີລວດລາຍພື້ນບ້ານຂອງລາວ ລວມໄປເຖິງບັນດາຂະໜົມພື້ນບ້ານທີ່ປູ່ຍ່າຕານາຍເຄີຍເຮັດກິນກັນ ນອກຈາກນັ້ນ ຍັງເນັ້ນສົ່ງເສີມການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມຫຼຸດຜ່ອນ ພຼາສຕິກ ເພາະທຸກຢາງທີ່ນໍາມາໃຊ້ຈະເຮັດຈາກໄມ້ແບບທໍາມະຊາດ… ຖືວ່າເປັນແນວຄວາມຄິດທີ່ດີຫຼາຍໄປແລ້ວໃຫ້ຄວາມຮູ້ສຶກຄືໄດ້ຍ້ອນຍຸກໄປສະໄໝກ່ອນແນວໃດແນວນັ້ນເລີຍ!! ໃຜທີ່ພາດເທື່ອນີ້ ເທື່ອໜ້າຫ້າພມພາດເດັດຂາດເດີ້ ໄປຮ່ວມສະໜັບສະໜູນຄວາມເປັນລາວນໍາກັນ!!! ຮູບພາບຈາກ: Le Padaek

Read More »

ສ່ອງ!! ຄວາມສົດໃສຂອງ ຈຽບ ມະນີພອນ ເຈົ້າຂອງຕໍາແໜ່ງ ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຈາກເວທີ MISS LAOS 2019…

ຍັງຈື່ກັນໄດ້ບໍ່?? ຈຽບ ມະນີພອນ ສິງຫາໄຊຍະວົງ ສາວງາມຈາກແຂວງ ອຸດົມໄຊ ຜູ້ເຂົ້າປະກວດ MISS LAOS 2019 ທີ່ຫຼາຍຄົນລຸ້ນວ່າມົອາດຈະລົງ ແຕ່ເຖິງວ່າມົງ Miss Laos 2019 ຈະບໍ່ລົງ ແຕ່ ຈຽບ ກໍຄວ້າເຖິງ 2​ ຕໍາແໜ່ງມາຄອງຄື ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຖືວ່າບໍ່ເຮັດໃຫ້ແຟນຄຣັບ ແລະ ສາຍເຊຍບໍ່ຜິດຫວັງກັນເລີຍຈ່າ… ແລະ ຫຼັງຈາກການປະກວດສິ້ນສຸດລົງ ຈຽບ ກໍເດີນສາຍເຮັດວຽກໃນວົງການບັນເທີງ ໂດຍເຮົາຈະໄດ້ເປັນຜົນງານຢູ່ເປັນປະຈໍາ ເຊິ່ງຄວາມງາມ ຄວາມໜ້າຮັກຂອງນາງນັ້ນນັບມື້ນັບເພີ່ມຂຶ້ນ ແລະ ມື້ນີ້ ຂວັນໃຈ ຈະພາທຸກຄົນໄປສ່ອງໃນຄວາມໜ້າອ່ອນກວ່າໄວຂອງ ຈຽບ ເພາະຕອນທີ່ເຂົ້າປະກວດແມ່ນອາຍຸໄດ້ 24 ປີ ແຕ່ປັດຈຸບັນຜ່ານມາປີ 1​ແລ້ວກໍອາຍຸຄົບ 25 ປີພໍດີ… ຈະເປັນແນວໃດນັ້ນໄປເບິ່ງກັນເລີຍ!!! ຮູບພາບຈາກ: Jieb Singhaxaiyaseng

Read More »

ບໍ່ທໍາມະດາ!! ເພງ “ຢາກເປັນລູກເຂີຍ” ຮິດທົ່ວລາວ ດັງທົ່ວໄທ ແລະ ດັງໄກເຖິງເກົາຫລີ…

ຖືວ່າປະສົບຄວາມສໍາເລັດຫຼາຍສໍາລັບເພງສຸດຮິດຄື ຢາກເປັນລູກເຂີຍ ຂອງ ໂສພະນາ ທີເຈມ ແລະ ບິກໃຫຍ່ ຫຼືແບກຶ ທີ່ປ່ອຍອອກມາບໍ່ເທົ່າໃດມື້ຍອດວິວກໍພຸ່ງຂຶ້ນສູງເປັນປະຫວັດສາດຂອງເພງລາວທີ່ມີຍອດວິວສູງສຸດໃນ YouTube ຈົນເຮັດໃຫ້ບັນດາຄົນດັງທັງໃນລາວ ແລະຕ່າງປະເທດນໍາໄປ Cover ເປັນຈໍານວນຫຼວງຫຼາຍ ລວມທັງໃນ App TikTok ກໍມີຍອດເຂົ້າຊົມສູງພໍສົມຄວນ… ແລະ ປັດຈຸບັນຍອດວິວເພງນີ້ກໍສູງເຖິງ 34 ລ້ານວິວເປັນທີ່ຮຽບຮ້ອຍພາຍໃນ 1 ເດືອນ!!! ເຮັດໃຫ້ເຫຼົ່ານັກ Reaction ເທິງ YouTube ຫຼາຍຄົນອອກມາໃຫ້ຄໍາຄິດເຫັນກ່ຽວກັບເພງນີ້ເປັນຈໍານວນຫຼວງຫຼາຍໃນປະເທດໄທ ເຊິ່ງພວກເຂົາຈະມີຄໍາເຫັນວ່າແນວໃດແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ… ນອກຈາກເພງ ຢາກເປັນລູກເຂີຍ ຈະດັງໃນລາວ ແລະ ໄທແລ້ວ ເພງນີ້ຍັງຮິດ ແລະ ດັງໄກເຖິງເກົາຫລີອີກດ້ວຍ…. ວ້າວໆໆໆ ສຸດຍອດໄປເລີຍຈ່າ!!! ຮຽບຮຽງ: Kuanjai Magazine

Read More »

ສຸດຍອດຫຼາຍ!!! “H’hen niê” Top5 Miss Universe 2018 ສາຍານາງງາມສູ້ຊີວິດຈາກ ຫວຽດນາມ ສ້າງເຮືອນຫຼັງໃຫຍ່ໃຫ້ແມ່ສໍາເລັດແລ້ວ… (ມີຄຣິບ)

ມີໃຜຍັງຈື່ສາວຄົນນີ້ໄດ້ບໍ່?? “H’hen niê” Miss Universe Vietnam 2018 ນາງງາມທີ່ເຄີຍຖືກຜູ້ເຂົ້າປະກວດຫຼາຍຄົນດູໝິ່ນເລື່ອງການໃຊ້ພາສາອັງກິດ ຈົນກາຍເປັນກະແສດຣາມ່າດັງພໍສົມຄວນໃນໄລຍະນັ້ນ!! ແຕ່ໃນກະແສດຣາມ່ານັ້ນ ກໍເຮັດໃຫ້ນາງໄດ້ມີໂອກາດເປີດເຜີຍຕົວຕົນເຖິງຖານະທາງບ້ານ ການສູ້ຊີວິດຂອງນາງ ຈົນມາຢືນຢູ່ເວທີລະດັບໂລກ ຄືເວທີ Miss Universe ໄດ້ ແລະ ໃນທີ່ສຸດນາງກໍໄດ້ພິສູດໃຫ້ທຸກຄົນເຫັນວ່າ ອຸປະສັກດ້ານພາສາບໍ່ແມ່ນສິ່ງທີ່ກີດກັ້ນຄວາມສາມາດຂອງນາງ ຈົນເຮັດໃຫ້ “H’hen niê” ຕິດອັນດັບ Top5 Miss Universe 2018 ໃນການປະກວດ… ຫຼັງຈາກການປະກວດສິ້ນສຸດລົງ ນາງກໍໄດ້ໃຈແຟນຄຣັບນາງງາມໄປເຕັມໆ ທັງແຟນຄຣັບຈາກ ຫວຽດນາມ ທີ່ຮັກ ແລະ ເຊຍຢູ່ແລ້ວ ນາງຍັງໄດ້ໃຈແຟນນາງຈາກທົ່ວໂລກໄປຫຼາຍຄົນ ເພາະຕ່າງກໍຫຼົງຮັກໃນຄວາມສູ້ຊີວິດ ແລະ ການໃຊ້ຊີວິດທີ່ລຽບງ່າຍ ບໍ່ຫຼູຫຼາ ເພາະຄອບຄົວບໍ່ແມ່ນຄົນມີຖານະ ເຮືອນທີ່ຢູ່ກໍເປັນເຮືອນໄມ້ທໍາມະດາ ແຕ່ຄອບຄົວກໍຮັກກັນ ແລະ ມີຄວາມສຸກດີ… ຈາກມື້ນັ້ນຈົນຮອດມື້ນີ້ເປັນເວລາປີປາຍ ນາງກໍຍັງໄດ້ຮັບຄວາມນິຍົມຕະຫຼອດມາ ຈົນຫຼ້າສຸດ ໄດ້ມີ VDO ເປີດເຮືອນຫຼັງໃຫຍ່ ທີ່ສ້າງຈາກເຫື່ອແຮງຂອງຕົນເອງ …

Read More »

ວິເຄາະ Tiktok!! App ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກຕອນນີ້ ມີມູນຄ່າສູງກວ່າ ປຕທ 4 ເທົ່າ…

ປັດຈຸບັນການພັດທະນາດ້ານ Technology ນັ້ນໄປໄວຫຼາຍ ມີການພັດທະນາແບບກ້າວກະໂດດຂັ້ນ ບໍ່ພໍເທົ່າໃດປີທີ່ມັນເກີດຂຶ້ນມາ ແຕ່ເຮົາປະຕິເສດບໍ່ໄດ້ເລີຍວ່າມັນມີອິດທິພົນຫຼາຍທີ່ສຸດຕໍ່ທຸກຊັ້ນຄົນ ທຸກປະເທດທົ່ວໂລກ ລວມທັງປະເທດລາວເຮົາ ທີ່ໄດ້ນໍາເອົາ Technology ເຂົ້າມາເປັນສ່ວນໜຶ່ງໃນການດໍາເນີນທຸລະກິດ ແລະ ການໃຊ້ຊີວິດປະຈໍາວັນເປັນຕົ້ນແມ່ນບັນດາ Application ທີ່ທຸກຄົນຮູ້ຈັກກັນດີເຊັ່ນ: Facebook, Instagram, Twitter, YouTube ນອກຈາກນັ້ນ ຍັງມີ Application Platform ທີ່ກໍາລັງມາແຮງທີ່ສຸດໃນປັດຈຸບັນຄື “TikTok” ເຊິ່ງມັນເປັນກະແສທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນປັດຈຸບັນຈົນເຮັດໃຫ້ມີຜົນການສໍາຫຼວດອອກມາວ່າ ບໍລິສັດແມ່ຂອງ “TikTok” ທີ່ຊື່ວ່າ ByteDance ນັ້ນ ມີມູນຄ່າສູງກວ່າ ປຕທ ບໍລິສັດຍັກໃຫຍ່ເຖິງ 4 ເທົ່າ!!! ແລ້ວມັນເກີດຂຶ້ນໄດ້ແນວໃດ? ມີນີ້ ຂວັນໃຈ ໄດ້ນໍາເອົາບົດວິເຄາະຈາກເພຈ ລົງທຸນແມນ (ປະເທດໄທ) ມາເລົ່າໃຫ້ທຸກຄົນໄດ້ຟັງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ Application Platform ທີ່ຊື່ວ່າ “TikTok”“ByteDance” ເປັນບໍລິສັດ …

Read More »