ເປັນເລື່ອງເສົ້າອີກເລື່ອງໜຶ່ງຂອງວົງການບັນເທີງໄທ ກັບການຈາກໄປຂອງ ແຊມ ສຸກພະຫວັດ ນັກຮ້ອງເຈົ້າຂອງເພງ ນອນນ້ອຍ ທີ່ຫາກໍຂໍແຟນແຕ່ງດອງວາງແຜນໄວ້ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່ເສົ້າໄປກວ່ານັ້ນຄືຕົນເອງກຳລັງຈະໄດ້ສ້າງຄອບຄົວ ເພາະຫາກໍຂໍແຟນສາວແຕ່ງດອງ ແຕ່ຕົນຕ້ອງມາຈາກໄປກ່ອນ ແບບກະທັນຫັນ ດ້ວຍໄວ 40 ປີ ດ້ວຍອາການຫົວໃຈວາຍ ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know) ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ. ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ Bytedance ບໍລິສັດ Tech ທີ່ພັດທະນາ Platform …
Read More »ໄວໜຸ່ມ
ທໍາຄວາມຮູ້ຈັກກັບ!! ບ໊ອບບີ່ ສີລະປິນໜ້າຫວານ ດາວດວງໃໝ່ໃນວົງການບັນເທີງລາວ…
ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ??? ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!! ຮູບພາບຈາກ: Ananda’s Svk
Read More »ຕົ້ນແບບຂອງຄວາມຮັກທີ່ດີ!!! ຮັກດູແລເອົາໃຈໃສ່ເຊິ່ງກັນ ແລະກັນ ຈັບມືຢູ່ຄຽງຂ້າງຈົນຮອດວິນາທີສຸດທ້າຍຂອງຊີວິດ ເຖິງວ່າຈະຈາກກັນໄປກໍບໍ່ກິນແໜງ…
ເລື່ອງຄວາມຮັກສຸດແສນປະທັບໃຈທີ່ຢາກຈະມາແບ່ງປັນໃຫ້ແຟນໆຂວັນໃຈໃນມື້ນີ້… ເລື່ອງລາວຂອງພໍ່ຕູ້-ແມ່ຕູ້ຄູ່ໜຶ່ງໄດ້ຖືກເຜີຍແຜ່ທາງ Facebook: B’palamy Ppb ເຊິ່ງເປັນການໄວ້ອາໄລເຖິງພໍ່ຕູ້ຜູ້ລ່ວງລັບໄປແລ້ວ ໂດຍໃນຂໍ້ຄວາມໄດ້ເວົ້າເຖິງຄຸນງາມຄວາມດີ ແລະຄວາມຮັກທີ່ພໍ່ຕູ້ມີຕໍ່ແມ່ຕູ້ໃນຕອນທີ່ຍັງມີຊີວິດຢູ່ວ່າ… ແມ່ເຖົ້າເລົ່າສູ່ຟັງວ່າ: ແຕ່ກ່ອນແມ່ເຖົ້າເປັນລູກກຳພ້າກຳພອຍ ພໍ່ແມ່ເສຍແຕ່ຍັງນ້ອຍ ແຕ່ພໍ່ເຖົ້າແມ່ນເປັນລູກຕາແສງ, ນາຍບ້ານ. ພໍ່ເຖົ້າ ໄດ້ມັກຮັກ ກັບ ແມ່ເຖົ້າ ແລະແຕ່ງງານກັນແຕ່ຕອນແມ່ເຖົ້າ10ປາຍປີ ແລະ ໄດ້ຄອງຮັກກັນມາ ຈົນພໍ່ເຖົ້າ96ປີ. 70ປາຍປີທີ່ຄອງຮັກກັນມາ…ພໍ່ເຖົ້າບໍ່ເຄີຍຮ້າຍ, ບໍ່ເຄີຍດ່າ, ເວົ້າຮ້າຍແຮງໃສ່ແມ່ເຖົ້າ ຈົນນ້ຳຕາຕົກ ແມ່ນແຕ່ເທື່ອດຽວ… ລະກະບໍ່ເຄີຍຜິດກັນຮ້າຍແຮງຈົນພໍ່ປູ່ແມ່ຍ່າຮູ້ຈັກເທື່ອ ແລະ ທີ່ສຳຄັນ ແມ່ເຖົ້າເວົ້າວ່າ ແມ່ເຖົ້າບໍ່ເຄີຍຮັບຮູ້, ບໍ່ເຄີຍສຳຜັດ ຄຳວ່າ ຜົວຫລິ້ນສາວເປັນແນວໃດ? ຜົວໄປມີເມຍນ້ອຍເປັນແນວໃດ? ແມ່ເຖົ້າບໍ່ເຄີຍຮັບຮູ້ຄວາມຮູ້ສຶກນີ້ເລີຍ! ທ້າຍທີ່ສຸດ, ແມ່ເຖົ້າກະຕອບແທນພໍ່ເຖົ້າດ້ວຍຄວາມຊື່ສັດມາຕະຫຼອດ, ແມ່ເຖົ້າບໍ່ເຄີຍເອົາເລື່ອງບໍ່ດີຂອງຄອບຄົວຫລືຜູ້ເປັນຜົວໄປເວົ້າຢູ່ບ່ອນອື່ນ, ບໍ່ເຮັດໃຫ້ຜົວເສຍກຽດເສຍສັກສີຍ້ອນຕົນເອງ…ແລະ ແມ່ເຖົ້າກະເປັນຄົນທີ່ຈັບມືຢູ່ຄຽງຂ້າງພໍ່ເຖົ້າຈົນຮອດລົມຫາຍໃຈສຸດທ້າຍ? ພໍ່ເຖົ້າແມ່ເຖົ້າ ເປັນຕົ້ນແບບຊີວິດທີ່ເຂັ້ມແຂງ, ອົດທົນ, ດຸໝັ່ນ, ເປັນແບບຢ່າງທີ່ດີຫຼາຍໆຢ່າງໃຫ້ແກ່ລູກຫລານ… ແລະ 1ໃນນັ້ນ ເລື່ອງຄວາມຮັກ ກະເປັນສິ່ງທີ່ພວກເພິ່ນເຮັດໃຫ້ລູກຫຼານເຫັນ ແລະ ຄວນຮຽນເປັນແບບຢ່າງ…ຕົ້ນແບບຄວາມຮັກທີ່ຊື່ສັດໝັ້ນຄົງ, ຮັກດຽວໃຈດຽວ ຈົນລົມຫາຍໃຈສຸດທ້າຍຂອງຊີວິດ. #ດ້ວຍຮັກແລະອາໄລ? …
Read More »ເພງລາວທີ່ມາແຮງທີ່ສຸດຕອນນີ້!!! ຢາກເປັນລູກເຂີຍ ຂອງ You tuber ຄົນດັງ ປ່ອຍມາ 2 ອາທິດ ຍອດວິວທະລຸ 12 ລ້ານວິວ…
ຟັງເພງລາວ ສົ່ງເສີມຄົນລາວ… ໃຜໄດ້ຟັງແດ່ແລ້ວເພງ ຢາກເປັນລູກເຂີຍ ຈາກເນັດໄອດອລຊື່ດັງ: ບິກໃຫຍ່ ຫຼືທີ່ຮູ້ຈັກກັນໃນນາມ You tuber ຄົນດັງເຈົ້າຂອງຊ່ອງ ແບກຶ ຖ້າໃຜຍັງບໍ່ຟັງແອັດມີລິ້ງມາໃຫ້ຟັງພ້ອມ!! ຂໍບອກໄວ້ກ່ອນວ່າເພງເພິ່ນແມ່ນຫາກໍປ່ອຍມາໄດ້ 2 ອາທິດປາຍເທົ່ານັ້ນ ແຕ່ມີຍອດວິວເຖິງ 12 ລ້ານວິວແລ້ວ… ວ້າວໆໆໆ ຈະມ່ວນຂະໜາດໃດມາຟັງເບິ່ງເລີຍຈ່າ…
Read More »ຊົມເຊີຍ!! ອອນອານົງ Miss Universe Laos 2018 ຜູ້ຄວ້າຊຸດຈໍາປະຈໍາຊາດດີເດັ່ນຈາກເວທີສາກົນ ສູ່ນັກຊຸກຍູ້ການທ່ອງທ່ຽວແບບຍືນຍົງ…
ຖ້າເວົ້າເຖິງຊື່ ອອນອານົງ ຫອມສົມບັດ ຫຼາຍຄົນອາດຈະເຄີຍຄຸ້ນຫູກັນຢູ່ແມ່ນບໍ່ ຫຼືບາງຄົນອາດຈະຮູ້ຈັກເປັນຢ່າງດີໃນນາມ Miss Universe Laos 2018 ທີ່ສາມາດໄປຄວ້າລາງວັນຊຸດປະຈໍາຊາດຈາກເວທີນາງງາມລະດັບໂລກຄື Miss Universe 2018 ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໃນປີ 2018 ທີ່ຜ່ານມາ… ແຕ່ຫຼັງຈາກທີ່ໄດ້ສິ້ນສຸດວາລະການເປັນ Miss Universe Laos ແລ້ວ ສາວອອນຂອງເຮົາກໍໄດ້ຫາຍໜ້າຫາຍຕາໄປຈາກວົງການນາງງາມ ແລະ ວົງການບັນເທີງ ຈົນເກືອບວ່າບໍ່ມີສື່ໃດອອກຂ່າວຄາວກ່ຽວກັບສາວອອນເລີຍ!!! ຈົນຫຼ້າສຸດ ແອັດມິ້ນ ກໍເປັນຄົນໜຶ່ງທີ່ເຄີຍສໍາພາດສາວອອນ (ສະໄໝຍັງບໍ່ໄດ້ຕໍາແໜ່ງ) ດ້ວຍມັກໃນຄວາມຄິດຂອງນາງ (ໃນນາມ FC) ຈຶ່ງໄດ້ໄປສ່ອງ F.B ສ່ວນຕົວຂອງສາວອອນເພື່ອເບິ່ງການເຄື່ອນໄຫວຕ່າງ… ກໍໄດ້ຮູ້ວ່າສາເຫດທີ່ສາວອອນຫ່າງຫາຍຈາກວົງການບັນເທີງນັ້ນ ເປັນຍ້ອນວ່າ ນາງໄດ້ຫັນໄປທຸ່ມເທເອົາໃຈໃສ່ກັບວຽກສັງຄົມຢ່າງຈິງຈັງ ນາງເຮັດໜ້າທີ່ເປັນ Public figure ໃນຖານະນາງງາມ; ເປັນພະນັກງານດ້ານການສື່ສານໃຫ້ກັບອົງກອນ NGO ແຫ່ງໜຶ່ງ ຍ້ອນຄວາມມຸ່ງມັ້ນທີ່ຈະເຊື່ອມຕໍ່ໃຫ້ຄົນໃກ້ກັນຫຼາຍຂຶ້ນຜ່ານທຸລະກິດການທ່ອງທ່ຽວນັ້ນເອງ… ວ້າວ… ຮູ້ແບບນີ້ແລ້ວບອກໄດ້ຄໍາດຽວວ່າ ສຸດຍອດຫຼາຍ ເປັນນາງງາມທີ່ງາມທັງໜ້າຕາ ແລະ …
Read More »