ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຕົກຢູ່ໃນສະພາວະທີ່ນ່າເປັນຫ່ວງຫຼາຍເພາະນັບມື້ນັບມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆຈົນມາຮອດປັດຈຸບັນມີຍອດຜູ້ຕິດເຊື້ອ ລ້ານກວ່າຄົນແລ້ວໃນທົ່ວໂລກນີ້ ແລະ ສປປ ລາວເຮົາກໍເຊັ່ນກັນຕອນນີ້ມີຈໍານວນຜູ້ຕິດເຊື້ອທັງໝົດ 15 ກໍລະນີແລ້ວ ຫຼ້າສຸດ ຜູ້ທີ່ຕິດເຊື້ອ ກໍລະນີທີ 11 ເດີນທາງກັບມາລາວ ຖ້ຽວບິນ TG574 BKK-VTE ກໍໄດ້ຕິດເຊື້ອ ແລະ ຍັງມີກໍລະນີທີ 14 ແລະ 15 ກໍໄດ້ເດີນທາງຮ່ວມຖ້ຽວບິນດຽວກັນ ສະນັ້ນ ທັງ 3 ກໍລະນີທີ່ຕິດເຊື້ອໂຄວິດລ້ວນແຕ່ເດີນທາງມາພ້ອມກັນ ສິ່ງທີ່ທຸກຄົນເປັນຫ່ວງໄປກວ່ານັ້ນກໍຄື ນອກຈາກ 3 ຄົນນີ້ແລ້ວ ບຸກຄົນທ່ານອື່ນທີ່ເດີນທາງມານໍາກັນເປັນເປັນແນວໃດ ມີຫຼາຍຄົນຕັ້ງຄໍາຖານຕ່າງໆນາໆ ໃນເວລາດຽວກັນ… ມື້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ທີ່ໄດ້ຮ່ວມເດີນທາງຖ້ຽວບິນດຽວກັນກັບ 3 ກໍລະນີທີ່ຕິດເຊື້ອຜ່ານມາ ເຊິ່ງລາວໄດ້ໂພສຜ່ານເຟສບຸກສ່ວນຕົວ ມາໃຫ້ທຸກຄົນໄດ້ອ່ານນໍາກັນ!!! ນ້ອງແມ່ນໜຶ່ງໃນນັກສຶກສາລາວທີ່ເດີນທາງກັບມາຈາກປະເທດອັງກິດ ແລະ ໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 22 ມີນາ. ນ້ອງຢາກຊີ້ແຈງກ່ຽວກັບກໍລະນີຕິດເຊື້ອທີ່ກັບມາຈາກປະເທດອັງກິດໃຫ້ທຸກຄົນໄດ້ຮັບຮູ້ຄວາມຈິງນຳກັນ ເພາະສ່ວນໃຫຍ່ແລ້ວແມ່ນໄດ້ມີການສົ່ງຕໍ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງເປັນວົງກວ້າງໃນສັງຄົມເຮົາ ເຊິ່ງເຮັດໃຫ້ຄົນທີ່ໄດ້ຮັບຂ່າວສານທີ່ຜິດໆນັ້ນເກີດຄວາມວິຕົກກັງວົນ ແລະ ຕໍ່ວ່າລັດຖະບານລາວລວມທັງຜູ້ທີ່ຕິດເຊື້ອເອງໄປໃນທິດທາງທີ່ບໍ່ດີ. ພ້ອມກັນນັ້ນ, …
Read More »ໄວໜຸ່ມ
ຄວາມໃນໃຈຂອງຜູ້ຕິດເຊື້ອໂຄວິດ_19 ກໍລະນີຜູ້ທີ 3 ຫຼັງຈາກເຂົ້າຮັບການປິ່ນປົວ… ພ້ອມທັງ(ຂໍຮ້ອງໃຫ້ທຸກຄົນໃນສັງຄົມມີສະຕິລະວັງຕົວ)
ຕໍ່ເນື່ອງກັບສະພາບການລະບາດຂອງພະຍາດລະບາດໂຄວິດ-19 ເຊິ່ງປັດຈຸບັນ ສປປ ລາວ ມີຈໍານວນຜູ້ຕິດເຊື້ອ 10 ຄົນແລ້ວ… ມື້ນີ້ຂວັນໃຈຢາກໃຫ້ທຸກຄົນໄດ້ອ່ານບົດຄວາມຂອງ ຜູ້ຕິດເຊື້ອກໍລະນີທີ 3 ທີ່ຊື່ວ່າ Jamebon phnphanith ທີ່ໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກທີ່ຕິດເຊື້ອໂຄວິດ ພ້ອມທັງ Update ອາການຫຼັງຈາກເຂົ້າການຮັກສາຕົວມາໄດ້ເກືອບ ອາທິດກວ່າແລ້ວວ່າ… ??? ສະບາຍດີ ?? ຫມູ່ເພື່ອນທຸກຄົນ ??? ກ່ອນອື່ນຫມົດເຈມຂໍຂອບໃຈທຸກຄວາມຫວັງດີແລະກຳລັງໃຈທີ່ມອບໃຫ້ ຕອນນີ້ສະພາບຈິດໃຈ ແລະ ຮ່າງກາຍຂອງເຈມເລີ່ມດີຂື້ນແລ້ວ ເຈມເລີຍຢາກອອກມາອະທິບາຍ ແລະ ຂຽນລາຍລະອຽດໃນສ່ວນຂອງອາການ ແລະ ທາມລາຍຂອງເຈມ -26/02/2029 ເຈມເດີນທາງໄປທ່ຽວEurope -10/03/2020 ເຈມມີອາການໄອເລັກຫນ້ອຍ ຕາມປົກກະຕິເວລາທີ່ໄປເມືອງຫນາວ ເພາະເຈມມີໂລກປະຈຳໂຕ(ເຈັບອາມິດ້ານ) -16/03/2020 ເຈມເດີນທາງກັບລາວຜ່ານເດີ່ນບິນສຸວັນນະພູມ ແລ້ວມາຕໍ່ຍົນລົງວຽງຈັນ -16/03/2020 ຫລັງຈາກຮອດບ້ານເຈມກະກັກໂຕເອງຢູ່ແຕ່ໃນຫ້ອງນອນບໍ່ໄດ້ອອກໄປໃສເລີຍແຕ່ເພື່ອຄວາມສະບາຍໃຈ ແລະ ເພື່ອຄວາມປອດໄພຂອງເຈມ ແລະ ຄົນໃນຄອບຄົວ ເຈມຈຶ່ງໄປກວດຫາເຊື້ອ COVID-19 ຢູ່ໂຮງຫມໍ150ຕຽງ …
Read More »ສາວລາວເຜີຍຄວາມໃນໃຈ!! ພາຍຫຼັງຮູ້ວ່າຕົນເອງຢູ່ໃກ້ຊິດຄົນທີ່ຕິດເຊື້ອ COVID-19 “ຈາກຄົນຮັກກາຍເປັນຄົນຊັງ ຈາກຄົນຊັງກາຍເປັນຄົນໃຫ້ກຳລັງໃຈ”
ເມື່ອວັນທີ 24 ມີນາ 2020 ທີ່ຜ່ານມາ ທາງການໄດ້ອອກຖະແຫຼງການວ່າ ປະເທດລາວເຮົາມີຈໍານວນຜູ້ຕິດເຊື້ອທໍາອິດ 2 ຄົນ ເຊິ່ງເປັນເພດຍິງ 1 ຄົນ ທີ່ເປັນໄກ້ທົວ ແລະ ເພດຊາຍອີກ 1 ຄົນ ເປັນພະນັກງານຢູ່ໂຮງແຮມ ຄຣາວພາຊາ…ເຊິ່ງປັດຈຸບັນທັງສອງ ກໍກຳລັງເຂົ້າຮັກສາຕົວຢູ່ທີ່ໂຮງໝໍ… ເຊິ່ງເຮົາຮູ້ກັນຢູ່ແລ້ວວ່າ ພະຍາດລະບາດດັ່ງກ່າວຄົນທີ່ຢູ່ໃກ້ຕົວຂອງຜູ້ຕິດເຊື້ອແນ່ນອນວ່າມີໂອກາດສ່ຽງສູງຫຼາຍທີ່ຈະຕິດເຊື້ອ ແລະ ມີຄົນຈໍານວນໜື່ງທີ່ຜູ້ໃກ້ຊິດຜູ້ຕິດເຊື້ອໄດ້ກັກຕົວເອງໄວ້ເພື່ອຕິດຕາມອາການ. ຫຼັງຈາກຄົນຢູ່ໃນສັງຄົມໄດ້ຮັບຮູ້ແຈ້ງການດັ່ງກ່າວແລ້ວ ບາງກຸ່ມຄົນກໍພາກັນແຕກຕື່ນ ແລະ ມີບາງກຸ່ມທີ່ຍັງມີສະຕິ! ສິ່ງທີ່ຕາມນັ້ນກໍຄືມຸມມອງຂອງສັງຄົມບາງກຸ່ມຄົນທີ່ພາກັນຕີຄວາມໝາຍຂອງຜູ້ຕິດເຊື້ອໄປຕ່າງໆນາໆ ມີທັງດ້ານດີ ແລະ ດ້ານລົບ ບາງກຸ່ມກໍເຂົ້າມາໃຫ້ກຳລັງໃຈຜ່ານ Social ແລະ ຮ່ວມໃຈກັນປ້ອງກັນ-ຕ້ານພະຍາດລະບາດດັ່ງກ່າວ ແຕ່ບາງກຸ່ມຄົນກໍເຂົ້າມາເວົ້າໄປໃນທາງລົບ, ລັງກຽດ… ໂດຍບໍ່ນຶກເຖິງຈິດໃຈຂອງຜູ້ຕິດເຊື້ອ ແລະ ກຸ່ມຜູ້ຕ້ອງສົງໄສວ່າພວກເຂົາເຫຼົ່ານັ້ນຮູ້ສຶກແນວໃດ? ແລະຫຼ້າສຸດກໍມີຜູ້ໃຊ້ເຟສບຸກຄົນໜື່ງ ທີ່ຢູ່ໃກ້ຊິດຜູ້ຕິດເຊື້ອ COVID-19 ທີ່ຜ່ານມາ ໄດ້ມາໂພສໃຫ້ຂໍ້ຄິດຜ່ານເຟສບຸກສ່ວນຕົວວ່າ: “ຂໍຂອບໃຈ ໃນມື້ທີໄດ້ຍິນຂ່າວ ຂ້ອຍເປັນຄົນ 1 ທີ່ຢູ່ນໍາຜູ້ຕິດເຊື້ອຄືນວັນທີ …
Read More »ຊົມເຊີຍ!! ນັກຮຽນລາວຄວ້າລາງວັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຈາກການແຂ່ງຂັນສິ່ງປະດິດ 21 ປະເທດທົ່ວໂລກ…
ຂວັນໃຈ ຍັງເຊື່ອສະເໝີວ່າ ຄົນລາວເຮົາມີຄວາມສາມາດບໍ່ດ້ອຍໄປກວ່າປະເທດໃດໃນໂລກ ຂໍແຕ່ມີໂອກາດ ແລະ ບ່ອນສະແດງຝືມືເຮົາຈະໄດ້ເຫັນວ່າ ຄົນລາວເຮົາເຮັດໄດ້ ແລະ ເຮັດໄດ້ດີບໍ່ໄດ້ດ້ອຍໄປກວ່າຄົນຊາດໃດເລີຍ… ຄືດັ່ງຕົວຢ່າງທີ່ຈະມາຢັ້ງຢືນໃນມື້ນີ້ ກໍເປັນອີກສິ່ງກາລັນຕີອີກຢ່າງໜຶ່ງວ່າ ຄົນລາວເຮົາເກັ່ງສໍ່າໃດ!! ໂດຍເມື່ອວັນທີ 2 ຫາ 6 ກຸມພາ ປີ 2020. ໄດ້ມີກຸ່ມນັກຮຽນຈາກ ສປປ ລາວ ເຮົາເຂົ້າຮ່ວມແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ. ທີ່ຈັດໂດຍ the National Research Council of Thailand ຂອງປະເທດໄທ… ການແຂ່ງຂັນ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ …
Read More »ກໍາລັງຮິດ!!! ຊ່າງສັກລາຍທີ່ງານສັກດີ່ດີໆໆໆ ຈົນເຮັດໃຫ້ສາວແທ້ສາວທຽມພາກັນຖາມຫາ… ຮ້ານຢູ່ໃສ???
ຄັ້ນເວົ້າເຖິງການ “ສັກລາຍ” ສາວໆຫຼາຍຄົນກໍອາດຈະຄິດຢ້ານ ແລະ ບໍ່ຄິດຈະສັກຢູ່ແລ້ວແມ່ນບໍ່? ເພາະຂະໜາດບໍ່ສະບາຍໄປໂຮງໝໍ ໝໍສັກຢາໃຫ້ເຂັມນ້ອຍໆຍັງຮ້ອງຊິເປັນຊິຕາຍແລ້ວ ແລ້ວຊິຜີບ້າໄປສັກລາຍເຮັດຫຍັງ ເຂັມກະບັກໃຫຍ່ໆ ບໍ່ມີຄວາມຈໍາເປັນຫຍັງຕ້ອງໄປເຮັດໃຫ້ຕົວເອງເຈັບເລີຍແມ່ນບໍ່ທຸກຄົນ??? ແອັດມິ້ນກະຄິດແບບນັ້ນແຫຼະ! ແຕ່ມື້ນີ້ບໍ່ຮູ້ເປັນຫຍັງຢູ່ໆກະຢາກສັກລາຍຂຶ້ນມາທັນທີ ຮູ້ວ່າເຈັບແຕ່ຢາກສັກ ແລະ ບ່ອນອື່ນກະບໍ່ຢາກໄປສັກໃດ໋ ຢາກຈະສັກແຕ່ກັບຊ່າງຄົນນີ້ ຄົນດຽວ… ເພາະເບິ່ງຈາກຊົງ ແລະ ລີລາການສັກແລ້ວ ແອັດມິ້ນເຊື່ອວ່າເຈັບສໍ່າໃດກະທົນໄດ້ 555+ ຖ້າບໍ່ເຊື່ອແອັດມິ້ນກະລອງມາເບິ່ງນໍາກັນກະໄດ້ ວ່າຊ່າງສັກຄົນນີ້ງານດີຂະໜາດໃດ? ແຕ່ບອກໄວ້ກ່ອນວ່າ ເຫັນແລ້ວຢ່າມາຖາມເດີ້ ວ່າຮ້ານຢູ່ໃສ??? ເພາະແອັດມິ້ນກະບໍ່ຮູ້ຄືກັນ ຮູ້ແຕ່ Facebook ສ່ວນຕົວຊື່ ອ້າຍແຟ້ງ ດີ-ແມັກ ນີ້ແຫຼະ… ລອງເຂົ້າໄປສ່ອງເບິ່ງກະໄດ້! ແຕ່ກ່ອນຈະໄປສ່ອງ Facebook ເພິ່ນ ກະມາເບິ່ງຕົວຢ່າງທີ່ແອັດມິ້ນໄປສ່ອງມາກ່ອນເນາະ!!! ຂອບໃຈຮູບພາບຈາກ Facebook: ອ້າຍແຟ້ງ ດີ-ແມັກ
Read More »