ປະເທດລາວ ກໍໄດ້ມີການສົ່ງສາວງາມໄປປະກວດນາງງາມເວທີລະດັບໂລກ Miss Universe ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມ ບໍ່ວ່າຈະເປັນຊຸດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ອອນອະນົງ ຫອມສົມບັດ Miss Universe Laos 2018 ເຊິ່ງແຕ່ລະຊຸດຈະມີຄວາມໝາຍ ມີທີ່ມາທີ່ໄປແນວໃດນັ້ນ ລອງມາເບິ່ງກັນເລີຍ… ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ນຳໄປເຜີຍແຜ່ໃນເວທີ ນາງງາມຈັກກະວານ ໃນປີທີ່ຜ່ານມາແມ່ນຊຸດ “ທິດາພັນສາເຮືອງມາລາ“ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ …
Read More »ໄວໜຸ່ມ
ສ່ອງ! ແຟຊັ່ນຕົ້ນລະດູໜາວຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ1
ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດຈັດທຣິບເດີນທາງທ່ອງທ່ຽວສຳຜັດບັນຍາກາດຕົ້ນລະດູໜາວທີ່ ເກົາຫລີໃຕ້ ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ທັງເລື່ອງເສື້ອຜ້າ ການແຕ່ງຕົວ ລວມໄປເຖິງໄອເດຍໃນການໂພສທ່າຖ່າຍຮູບ ແຖມວິທິການແຕ່ງຮູບຕ່າງໆຂອງນາງກໍບໍ່ທຳມະດາ ງາມຫຼາຍໆ, ສຳລັບແຟນໆທ່ານໃດທີ່ກຳລັງຈະໄປທ່ຽວແຕ່ຍັງບໍ່ມີໄອເດຍໃນການແຕ່ງຕົວ ຫຼື ໂພສທ່າຖ່າຍຮູບໃຫ້ງາມໆ ສາມາດເບິ່ງແບບຈາກ ສາວ ຫຼິງຫຼິງ ເພິ່ນໄດ້ເລີຍເດີ້!!! (ມີຮູບນາງມາຝາກ…) ເບິ່ງແລ້ວ ວ້າວວວ..ເລີຍ ແບບນີ້ຂໍໃຫ້ຄະແນນ ຫຼິງຫຼິງ ປິຍະດາ ອິນທະວົງ ເຕັມ 10 ໄປເລີຍ ຮູບພາບ: fb/Pitadar Lingling Inthavong
Read More »ໃກ້ມື້ຕັດສິນແລ້ວ! ມາຮ່ວມໃຫ້ກຳລັງໃຈ 3 ສາວງາມຕົວແທນປະເທດລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແຂ່ງຂັນນາງງາມເວທີໂລກ!!!
ໄປໃສກໍໄດ້ຍິນແຟນໆຫຼາຍທ່ານເວົ້າເປັນປະເດັນກັນເລື້ອຍໆ ດຽວນີ້ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງສຸດໆ ເອົາເປັນວ່າເຂົ້າເລື່ອງກັນເລີຍ… ໃນມື້ນີ້ຈະພາແຟນໆມາສ່ອງ 3 ສາວງາມ 3 ເວທີໂລກບໍ່ວ່າຈະເປັນເວທີ Miss World 2018, Miss Supranational 2018 ແລະ Miss Universe 2018 ທີ່ສຳຄັນພວກນາງກໍກຳລັງເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນການປະກວດນາງງາມເວທີຕ່າງໆໃນລະດັບໂລກໃນເວລານີ້… ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ໃນເວທີ Miss World 2018 ຢູ່ທີ່ ສປ ຈີນ, ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018. ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ໃນເວທີ Miss Supranational 2018 ທີ່ ປະເທດ ໂປແລນ, ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້ ອອນອະນົງ ຫອມສົມບັດ (ອອນ) Miss …
Read More »1624 ອອກມາຖະແຫຼງການຊີ້ແຈງແລ້ວ ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍທີ່ເປັນພະຍາດຂາເປື່ອຍ!!!
ຫຼັງຈາກມີກະແສ Talk of the town ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍ ທ້າວ ຄຳນ້ອຍ ແສນຄຳຍອງ ທີ່ເປັນພະຍາດຂາເປື່ອຍ ເຮັດໃຫ້ແມ່ຂອງຜູ້ປ່ວຍໄດ້ອອກມາໂພສຮູບ ແລະ ຂຽນລະລາຍອຽດການຊ່ວຍເຫຼືອວ່າບໍ່ໄດ້ຮັບຄວາມຍຸດຕິທຳດັ່ງນີ້: ຈົນຫຼ້າສຸດໃນວັນທີ 4 ທັນວາ 2018 ກໍໄດ້ມີຖະແຫຼງການຈາກ ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ (1624) ເຖິງກໍລະນີດັ່ງກ່າວຢ່າງລະອຽດດັ່ງນີ້: ຈາກກໍລະນີດັ່ງກ່າວນີ້ເຮັດໃຫ້ເກີດກະແສ ເຮັດໃຫ້ເກີດຄວາມສົນໃຈຈາກສັງຄົມ ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ກົດແຊຣກັນຢ່າງຫຼວງຫຼາຍ. (ເອົາເປັນວ່າຂໍເອົາໃຈຊ່ວຍທັງສອງຝ່າຍເລີຍກໍແລ້ວກັນເນາະ) ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624
Read More »ແຟນໆອິນໜັກ! ຮູບເງົາສັ້ນ “ນິລັນດອນ” ປ່ອຍແລ້ວ…ຍົກກອງຖ່າຍທຳທີ່ປະເທດລາວ (ທຳມະຊາດງາມຫຼາຍຍຍ)
ມາແລ້ວວວວ!!! ເຮັດເອົາແຟນໆຊຶ້ງ ອິນໜັກໄປຕາມໆກັນ ສຳລັບ ຮູບເງົາສັ້ນປະກອບເພງ “ນິລັນດອນ” ຂອງ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ, ຮູບເງົາສັ້ນເລື່ອງນີ້ແມ່ນ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) ເຊິ່ງທັງສອງກໍສະແດງໄດ້ສົມບົດບາດ ເບິ່ງແລ້ວອິນໄປຕາມໆກັນ… ຮູບເງົາສັ້ນເລື່ອງດັ່ງກ່າວແມ່ນໄດ້ມີການຍົກກອງມາຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່. ເປັນແນວໃດເບິ່ງຕົວຢ່າງ EP1 ແລ້ວຮູ້ສຶກຢາກ ເບິ່ງ EP2 ກັນແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍກ່ອນເດີ້ແຟນໆໄວໆນີ້ໄດ້ເບິ່ງກັນແນ່ນອນ. ຄລິບຈາກ: Grammy Gold Official
Read More »