Breaking News

ໄວໜຸ່ມ

ດວງປະຈຳວັນຈັນ ວັນທີ 9 ເມສາ 2018.

ວັນອາທິດ ດ້ານວຽກງານມີຄວາມເປັນທີມເວີກ ເຮັດວຽກເຂົ້າກັນດີກັບເພື່ອນຮ່ວມງານຈົນນຳມາສູ່ຄວາມສຳເລັດ, ດ້ານການເງິນລົງທຶນຄ້າຂາຍ ຫຼື ເຮັດທຸລະກິດໃດໆກໍດີໄປໝົດ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນເຂົ້າໃຈກັນດີ ສ່ວນຄົນໂສດມີເກນຈະເຈິຄົນທີ່ຖືກໃຈ. ວັນຈັນ ດ້ານວຽກງານຈະມີການຕັດສິນໃຈຢ່າງກະທັນຫັນ ດີທີ່ເພື່ອນຮ່ວມງານໃຫ້ຄຳປຶກສາ, ດ້ານການເງິນມີບັນຫາເລື່ອງລູກໜີ້ທີ່ບໍ່ຕົງຕໍ່ເວລາ ຈົນເຮັດໃຫ້ມີບັນຫາເລື່ອງການເງິນເລັກໜ້ອຍ , ດ້ານຄວາມຮັກຄົນທີ່ມີຄູ່ຕ່າງຝ່າຍຕ່າງເຮັດວຽກຫຼາຍຈົນບໍ່ມີເວລາໃຫ້ກັນ ສ່ວນຄົນໂສດຍັງຕ້ອງໂສດລອຍໄປລອຍມາ ຂາດຄົນຮູ້ໃຈ. ວັນອັງຄານ ດ້ານວຽກງານດີ ມີເກນຈະເລີນກ້າວໜ້າ, ດ້ານການເງິນຊ່ວງນີ້ມີເງິນເກັບ ເພາະຕັ້ງໃຈເກັບເງິນໄວ້ໃນຊ່ວງປີໃໝ່ລາວ ເພາະອາດຈະໄດ້ສັງສັນກັບໝູ່ເພື່ອນ , ດ້ານຄວາມຮັກຄົນທີ່ມີຄູ່ມີສະເໜ່ແພວພາວ ຈົນບາງເວລາຄົນຮັກອາດນ້ອຍໃຈຢ້ານນອກໃຈ ເພາະສະເນ່ແຮງຫຼາຍ ສ່ວນຄົນໂສດມີຄົນມາລຸມຈີບແຕ່ຍັງບໍ່ເລືອກໃຜ ເພາະຍັງມ່ວນກັບຊີວິດໂສດ. ວັນພຸດ ດ້ານວຽກງານມີເກນປະສົບຜົນສຳເລັດຕາມທີ່ຕັ້ງໃຈ, ດ້ານການເງິນລະວັງຄົນເວົ້າຈາຫວານສຽງມ່ວນ ຈະເຂົ້າມາເຮັດດີເພື່ອຫວັງຢືມເງິນ ອາດຈະບໍ່ໄດ້ຄືນ , ດ້ານຄວາມຮັກຄົນທີ່ມີຄູ່ອາດຈະມີເລື່ອງບໍ່ເຂົ້າໃຈກັນແດ່ ແຕ່ກໍ່ຍັງຮັກກັນດີ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ. ວັນພະຫັດ ດ້ານວຽກງານຍັງຕ້ອງດຳເນີນວຽກຕໍ່ໄປ ທັງໆທີ່ບໍ່ມີຄົນຊ່ວຍ ຕ້ອງອົດທົນເພື່ອວຽກ, ດ້ານການເງິນຊ່ວງນີ້ມີໂຊກທາງ ມີຜູ້ໃຫ່ຍລໍຖ້າໃຫ້ການສະໜັບສະໜູນ ,ດ້ານຄວາມຮັກຄົນທີ່ມີຄູ່ເປັນຄູ່ກັດ ຂັດກັນໄປທຸກເລື່ອງ ແຕ່ຮັກກັນດີທີ່ສຸດ. ວັນສຸກ ດ້ານວຽກງານເຖິງຈະເຈິວຽກງານທີ່ໜັກໜ່ວງ ແຕ່ຍັງດີທີ່ມີກຳລັງໃຈຈາກຄົນອ້ອມຂ້າງຈົນເຮັດໃຫ້ມີກຳລັງໃຈສູ້ຕໍ່ໄປ, …

Read More »

ດວງປະຈຳວັນສຸກ ວັນທີ 6 ເມສາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ມີຫຼາຍສິ່ງຫຼາຍຢ່າງເຂົ້າມາ ຈົນຮັບມືບໍ່ທັນ, ດ້ານການເງິນມີເງິນເກັບ ແຕ່ລະວັງເລື່ອງລາຍຈ່າຍທາງບັນຫາສຸຂະພາບ , ດ້ານຄວາມຮັກຄົນທີ່ມີຄູ່ຊ່ວງນີ້ຂັດກັນ ບໍ່ໄປໃນທິດທາງດຽວກັນ ສ່ວນຄົນໂສດຍັງໂສດຕໍ່ໄປເລື້ອຍໆ. ວັນຈັນ ດ້ານວຽກງານບໍ່ມີມິດແທ້ ໃຫ້ເພິ່ງພາຕົນເອງໃຫ້ໄດ້ ເພາະເກີດບັນຫາກໍ່ຍາກທີ່ຈະມີຄົນເຂົ້າມາຊ່ວຍ ແຕ່ດຽວກໍດີຂຶ້ນ, ດ້ານການເງິນມີໃຊ້ມີເກັບແບບບໍ່ຂາດມື , ດ້ານຄວາມຮັກຄົນທີ່ມີຄູ່ຍັງຮັກກັນດີ ຫວານກັນເລື້ອຍໆ ສ່ວນຄົນໂສດມັກໃຜກໍ່ບໍ່ສົມຫວັງ ກິນແຫ້ວກັນໄປ. ວັນອັງຄານ ດ້ານວຽກງານໃນມື້ນີ້ ເຊັງໆ ເບື່ອໆ ຢາກພັກຈາກການເຮັດວຽກແລ້ວໜີໄປຫຼິ້ນ, ດ້ານການເງິນມີລາຍຈ່າຍຫຼາຍ ແຕ່ລາຍຮັບຍັງເທົ່າເກົ່າ , ດ້ານຄວາມຮັກຄົນທີ່ມີຄູ່ເຖິງຈະມີເລື່ອງຄຽດກັນຈຸກຈິກ ແຕ່ກໍ່ຍັງຮັກກັນດີ ສ່ວນຄົນໂສດມີສະເໜ່ ມີຄົນເຂົ້າມາຈີບ ແຕ່ຍັງບໍ່ແມ່ນໃນເວລານີ້. ວັນພຸດ ດ້ານວຽກງານໃນມື້ນີ້ມີເກນດີ ເພື່ອນຮ່ວມງານກໍ່ດີນຳເປັນພິເສດ, ດ້ານການເງິນລະວັງຈະເສຍເງິນໄປກັບເລື່ອງບັນຫາສຸຂະພາບ , ດ້ານຄວາມຮັກຄົນທີ່ມີຄູ່ຮັກວຸ້ນວາຍໃຈ ບາງທີກໍ່ຍາກພັກ ບໍ່ຢາກເຫັນໜ້າຮອດຄົນຮັກ ສ່ວນຄົນໂສດມີເກນເຈິຄົນທີ່ອາຍຸນ້ອຍກວ່າ. ວັນພະຫັດ ດ້ານວຽກງານດວງດີລາສີໜຸນ ມີເກນເລື່ອນຂັ້ນເລື່ອນຕຳແໜ່ງ, ດ້ານການເງິນມີລາຍຈ່າຍຫຼາຍເຮັດໃຫ້ໝູນເງິນບໍ່ທັນ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ເຂົ້າໃຈກັນດີ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ. …

Read More »

ເລີດໄດ້ອີກ! ລວມ Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດແບບນີ້ເລີຍ)

Hello summer… ກ້າວເຂົ້າໜ້າຮ້ອນແລ້ວ ໝູ່ເພື່ອນຫຼາຍຄົນຕ່າງວາງແຜນໜີຮ້ອນໄປເພິ່ງເຢັນ (555) ບາງຄົນກໍ່ວາງແຜນກຽມໄປທ່ຽວກັບຄອບຄົວ, ໝູ່ສະນິດ, ຄົນຮັກ ຫຼື ອື່້ນໆ ຕາມສະຖານທີ່ຕ່າງໆ ແລະ ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍກໍ່ຄົງຈະໜີບໍ່ພົ້ນ “ທະເລ” ໄປຮອດ ທະເລ ທັງທີຈະໄປຢືນກົງຖ່າຍຮູບຄູ່ກັບທະເລມັນກໍຄືຈະທຳມະດາເກີນໄປ, ດັ່ງນັ້ນ ຂວັນໃຈ ເຮົາຈັດໃຫ້ກັບ  Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດ…ແບບນີ້ເລີຍ) ຈະມີທ່າໃດແດ່ມາເບິ່ງກັນໂລດດດດດ… ໂພສທ່າຖ່າຍຮູບອາສໆກັບກຸ່ມໝູ່ ຈະໃສ່ເສື້ອແບບຟີສະຕາຍ ຫຼື ນຸ່ງເຄື່ອງຕຣີມດຽວກັນມັນກໍ່ Cool ໄປອີກ… ໂພສທ່າແບບປິ່ນຫຼັງ ແລ້ວຍົກສອງນິ້ວ ເປັນຮູບທີ່ມີສະຕາຍໄປອີກແບບ ໂພສທ່າແບບເກີກຣຸບ (ບໍ່ເບິ່ງກ້ອງ) ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລ ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລໄດ້ອາລົມໄປອີກ ຫຼື ຢາກຈະປິ່ນໜ້າຫາກ້ອງກໍ່ເລີດໄດ້ອີກ ໂພສທ່າເປັນກຸ່ມແບບບໍ່ໄດ້ຕັ້ງໃຈ ແຕ່ມັນໄດ້ອາລົມ ຫຼື ຈະມາແບບດູ່ໂອ ປ່ອຍໃຫ້ເສື້ອປິວໄປກັບລົມ ມັນກໍ່ອາສໄປອີກ ໂພສທ່າແບບເບສິກ ຕາມສະຕາຍຂອງໃຜລາວກໍບໍ່ວ່າກັນ ຫຼື ຈະລອງທ່າແລ່ນແຄມທະເລ ບອກເລີຍວ່າເປັນຊ໋ອດທີ່ລືມບໍ່ລົງແນ່ນອນ …

Read More »

ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມຊໍ່າໃດມາເບິ່ງ?

ສາວ ຫຼວງພະບາງ ສາວລືສາວຊ່າ ເປັນຕາອອນຊອນຫຼາຍກັບສາວງາມແຫ່ງເມືອງມໍລະດົກໂລກ ໂດຍສະເພາະສາວງາມທີ່ເປັນນາງສັງຂານໃນແຕ່ລະປີ ບອກເລີຍວ່າມີຄວາມງາມພຽບພ້ອມ ທັງກິຣິຍາທ່າທາງ ແຖມຮອຍຍິ້ມກໍ່ສຸດແສນຈະມີສະເໜ່… ລອງມາເບິ່ງ ນາງສັງຂານຫຼວງພະບາງໃນແຕ່ລະປີ ງາມ ຍິ້ມຫວານປານໃດມາເບິ່ງ!!! ນາງສັງຂານ ຫຼວງພະບາງ ປະຈຳປີ 2011 ນາງສັງຂານ ຫຼວງພະບາງ ປະຈຳປີ 2012 ນາງສັງຂານ ຫຼວງພະບາງ ປະຈຳປີ 2013 ນາງສັງຂານ ຫຼວງພະບາງ ປະຈຳປີ 2014 ນາງສັງຂານ ຫຼວງພະບາງ ປະຈຳປີ 2015 ນາງສັງຂານ ຫຼວງພະບາງ ປະຈຳປີ 2016 ນາງສັງຂານ ຫຼວງພະບາງ ປະຈຳປີ 2017 ສຳລັບ ນາງສັງຂານ ປະຈຳປີ 2018 ແມ່ນຍັງຢູ່ໃນໄລຍະຄັດເລືອກ. ຮູບພາບ: Luang Prabang Moradok

Read More »

7 ສາວງາມທີ່ຊາວເນັດເຊຍໃຫ້ເປັນ ລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018)

ກຳລັງເປັນກະແສຄຶກຄື້ນໄປທົ່ວປະເທດກັນເລີຍກັບການປະກວດຄັດເລືອກເອົາສາວງາມທີ່ມີຄວາມພຽບພ້ອມ ແລະ ເໝາະສົມໃນການເປັນຕົວແທນຂອງ ລູກສາວພຣະຍາກະບິນລະພົມ ແລະ ເປັນສາວງາມທີ່ຈະເປັນນາງສັງຂານໃນຊ່ວງປີໃໝ່ລາວ ປະຈຳປີ 2018 ທີ່ຍັບໝໍ່ເຂົ້າມານີ້ ແລະ ໃນມື້ນີ້ ຂວັນໃຈ ເຮົາຈະແວະວຽນໄປທີ່ເວທີຂອງການປະກວດ ນາງສາວນະຄອນຫຼວງ (Miss Vientiane 2018) ແລະ ມີບັນດາສາວງາມຫຼາຍໆຄົນທີ່ມີຄວາມພຽບພ້ອມ ມີຄວາມງາມເໝາະສົມແກ່ຕຳແໜ່ງນີ້ ຈົນຊາວເນັດເຊຍກັນແບບບໍ່ມີໃຜຍອມໃຜ… ເອົ້າ!! ເວົ້າໄປຫຼາຍມັນຍາວ ລອງມາສ່ອງ 7 ສາວງາມທີ່ຊາວເນັດເຊຍໃຫ້ເປັນລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018) MVT 08 ນາງ ວິດາ ແຊ້ພານ MVT 10 ນາງ ລິດດາ ສີຊານົນ MVT 11 ນາງ ອາລິຍາ ເກດບຸນຈັນ MVT 12 ນາງ ນ້ຳເຜີ້ງ ສະຫວັດ MVT 13 ນາງ ວິສູດາ ວັນນະສຸກ …

Read More »