Breaking News

ໄວໜຸ່ມ

ແຟນຄລັບສົງໃສ! ໜຸ່ມຂ້າງກາຍຂອງ ສາວ ມາລີ ນົບພະລັດ ມິສແກຣນລາວ 2018 ຄົນນີ້ແມ່ນໃຜນໍ?

ຖາມເຂົ້າມາກັນຫຼາຍເລີຍ…ເພາະວ່າແຟນຄລັບສ່ວນຫຼາຍທີ່ເຂົ້າໄປສ່ອງໂປຟາຍຂອງ ສາວ ມາລີ ນົບພະລັດ ສີໄກພັກ ມິສແກຣນລາວ 2018 ກໍຈະເຫັນໝຸ່ມມາດສຸດອົບອຸ່ນຖ່າຍຮູບຄູ່ກັບ ສາວ ມາລີ ເລື້ອຍໆ ແລະ ຍັງຝາກໃຫ້ ຊະນີIndy ໄປຂຸດຄົ້ນ…ເອີ້ຍໄປລອງສ່ອງໂປຟາຍຂອງສາວງາມຄົນນີ້ມາຝາກແຟນໆກັນແດ່… ຫຼັງຈາກທີ່ໄດ້ໄປສ່ອງແລ້ວຮູ້ສຶກວ່າ ໂຕອອກຮ້ອນ ໜ້າມືດ (ຮາາາາາ) ເພາະ ຊະນີIndy ໄດ້ເຂົ້າໄປແລ້ວຮູ້ສຶກເຖິງໂລກສີບົວ ຮູ້ສຶກເຖິງພະລັງຂອງຄວາມຮັກ ເພາະນອກຈາກຮູບຄູ່ທີ່ສຸດຫວານແລ້ວ ແຄັບຊັ່ນຂອງເພິ່ນກໍເອີ້ນໄດ້ວ່າ ຂ້າຄົນໂສດແບບໄທເຮົາເຈົ້າຂ້ອຍອີ່ຫລີເລີຍເດີ້… ລອງມາເບິ່ງນຳກັນເດີ້ຖ້າບໍ່ົເຊື່ອ??? “ຄົນຂອງຫົວໃຈ” ເປັນແຄັບຊັ່ນທີ່ຫວານສຸດໆ “ຜົມຮັກຄຸນ” ຄົງບໍ່ຕ້ອງເວົ້າຫຍັງຫຼາຍເນາະ ຊັດເຈນປານນີ້…   “A little love but forever”    “LOVE”  ຊັດເຈນປານນີ້ຫາຍສົງໃສກັນໄດ້ແລ້ວເດີ້ແຟນໆ ໜຸ່ມນ້ອຍ ໜຸ່ມໃຫ່ຍ ທັງຫຼາຍກໍໝົດສິດໃນເວລາດຽວກັນ ເພາະສາວ ມາລີ ນົບພະລັດ ມິດແກຣນລາວ 2018 ເພິ່ນມີຫວານໃຈຕົວຈິງສຽງຈິງແລ້ວເດີ້, …

Read More »

ມາແຮງ! ວິນາທີນີ້ຕ້ອງ Nouna ດີເຈສາວລາວສຸດເຊັກຊີ່

ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ ມາແຮງອີ່ຫລີສຳລັບ ສຸພາລັກ ວົງສອນສະໝຸດ ຫຼື Dj Nouna ເຊິ່ງນາງເປັນດີເຈສາວລາວຄົນດຽວທີ່ມີຄິວໄປໂຊໂຕຢູ່ທີ່ເວທີໃຫ່ຍໆທັງໃນລາວ ແລະ ຕ່າງປະເທດເລື້ອຍໆ ແລະ ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາສາວຄົນນີ້ດີ ເພາະບໍ່ວ່າຈະເປັນເວທີສາຍຕືດຢູ່ໃສກໍມັກຈະເຫັນເພິ່ນປະກົດກາຍ ໄດ້ໂຊລີລາການມິກເພງໃຫ້ເຮົາໄດ້ເຕັ້ນ ໄດ້ມັນກັນເລື້ອຍໆ. ສຳລັບປີໃໝ່ລາວທີ່ຈະມາເຖິງນີ້ Dj Nouna ເພິ່ນກໍມີຄິວໄປເປີດໂຕຢູ່ຕ່າງປະເທດເຊັ່ນເຄີຍ ແຖມເປັນເວທີໃຫຍ່ຫຼາຍປະເທດເຊັ່ນ: ຢູ່ທີ່ Cambodia ໃນວັນທີ 8 ເມສາ 2018, ໃນປະເທດ Singapore ວັນທີ 13-14 ເມສາ 2018, ວັນທີ 15 ເມສາ 2018 DNA Bangkok ແລະ ໃນວັນທີ 16 ເມສາ 2018 ກັບຄືນສູ່ປະເທດລາວ ແລະ ເພິ່ນຈະມີຄິວຂຶ້ນໂຊທີ່ ງານ Vientaine wet Party, Support line …

Read More »

ລູກນໍ້າ ທິດາລັດ ສະຫງ່າງາມຮ່ວມງານແຟຼຊັ່ນວີກ ພ້ອມຮ່ວມເຟມຖ່າຍຮູບກັບຊຸບຕາຈາກເພື່ອນບ້ານ!!!

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ເດີນທາງຮ່ວມງານ Bangkok International Fashion Week 2018 (#BIFW2018) ເຊິ່ງເປັນງານໃຫ່ຍລະດັບປະເທດຂອງປະເທດເພື່ອນບ້ານ ເຊິ່ງງານໄດ້ຈັດຂຶ້ນໃນວັນທີ 22-25 ມີນາ 2018 ທີ່ຜ່ານມາ ແລະ ນອກຈາກນັ້ນ ສາວ ລູກນໍ້າ ກໍຍັງໄດ້ຮ່ວມເຟມຖ່າຍຮູບກັບ ກຣີນ ອັດສະດາພອນ ນັກສະແດງສາວຊື່ດັງຂອງຝັ່ງປະເທດເພື່ອນບ້ານອີກດ້ວຍ. (ລູກນໍ້າ+ກຣີນ ເປັນຕາຮັກຕາແພງຫຼາຍໆ) ແລະ ຍັງມີຮູບງາມໆຂອງ ສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້…     ຮູບພາບ: Louknum Vongsili

Read More »

ຄົນລາວມີເຮ! ປີນີ້ພັກຍາວ ອອກມາແລ້ວແຈ້ງການສຳລັບມື້ພັກປີໃໝ່ລາວ 2018

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 27 ມີນາ 2018 ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳປີ ພສ 2561. ເນື່ອງຈາກວັນປີໃຫມ່ລາວ ປີ 2018 ແມ່ນກົງກັບວັນທີ 14-15-16 ເມສາ 2018 (ກົງກັບວັນເສົາ, ອາທິດ ແລະ ວັນຈັນ), ຊຶ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ອາທິດ (ເປັນວັນພັກລັດຖະການ) ດັ່ງນັ້ນ, ຈຶ່ງເຫັນດີກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊີຍ. ຂໍຂອບໃຈສຳລັບທີ່ມາ ແລະ ຮູບພາບປະກອບ.

Read More »

ສຸດຍອດ! ສາວລາວປ້ອງກັນແຊ້ມໃນລາຍການ “ສຶກວັນດວນເພງ” ໄດ້ອີກແລ້ວ!!!

ມີແຟນໆຕິດຕາມໃຫ້ກຳລັງໃຈສາວ ແພັດ ເພັດດາວອນ ສາວລາວທີ່ໄປແຂ່ງຂັນເພງໃນລາຍການ”ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ, ຫຼ້າສຸດນາງກໍປ້ອງກັນແຊ້ມໄດ້ອີກແລ້ວເດີ້ລວມເປັນ 6 ສະໄໝ, ເຊິ່ງໃນຄໍ່າຄືນຂອງວັນທີ 26 ມີນາ 2018 ສາວ ແພັດ ກໍຂຶ້ນປ້ອງກັນແຊ້ມດ້ວຍບົດເພງ “ຂໍແຄ່ຮູ້ຂ່າວ” ກັບສາວງາມສຽງດີຈາກປະເທດເພື່ອນບ້ານ ແລະ ວິນາທີທີ່ໜ້າຕື່ນເຕັ້ນກໍມາຮອດ ເຊື່ອວ່າແຟນໆທາງບ້ານກໍລຸ້ນກັນຕິດຂອບໜ້າຈໍເລີຍແມ່ນບໍ່ ແລະ ຜົນທີ່ອອກມາກໍເປັນທີ່ໜ້າຍິນດີເພາະນາງສາມາດປ້ອງກັນແຊ້ມ ແລະ ຍັງບໍ່ທັນໄດ້ໃຊ້ຕົວຊ່ວຍອີກເດີ້ (ຊົມເຊີຍ) ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ! ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ …

Read More »