Breaking News

ໄວໜຸ່ມ

ສ່ອງ! IG ເບວລ່າ ລານີ ຫຼື ແມ່ກາລະເກດ (ປ່າໂທະ! ອໍເຈົ້າຄືມາເຊັກຊີ່ແທ້ ກ້າມທ້ອງເປັນມັດໆ)

ສ່ອງ! IG ເບວລ່າ ລານີ ແຄມເປນ ດາລາສາວຊື່ດັງຈາກປະເທດເພື່ອນບ້ານ  ຫຼື ແມ່ກາລະເກດ ຈາກລະຄອນເລື່ອງ ບຸບເພສັນນິວາດ, ເຊື່ອວ່າແຟນໆຊາວລາວເຮົາກໍຕິດລະຄອນເລື່ອງນີ້ກັນບໍ່ໜ້ອຍ, ເອົາລະບໍ່ເວົ້າຍາວ ມື້ນີ້ ຂວັນໃຈ ເຮົາເລີຍຈັດໃຫ້ ແຕ່ໆດຽວກ່ອນ ເພາະບໍ່ໄດ້ຈະພາມາທົວກອງລະຄອນເລື່ອງ ບຸບເພສັນນິວາດ ແຕ່ຢ່າງໃດເດີ້ (555) ແຕ່ຈະພາໄປສ່ອງໂປຟາຍຂອງສາວ ເບວລ່າ ທີ່ແບບວ່າໂອ້ຍຫຸ່ນຂອງນາງສຸດເຊັກຊີ່ເວີ້ ກ້າມທ້ອງເປັນມັດໆ… ໂອະ ໂອ້ຍ ອໍເຈົ້າຫຼິ້ນຫຸ່ນດີແບບນີ້ ອໍເຮົາພໍແຕ່ຢາກວາງຖົງເຂົ້າໜົມນົມເນຍ ແລ້ວແລ່ນເຂົ້າຟິດເນັດແບບດ່ວນໆກັນເລີຍເດີ້ (555) ຍອມໃຈໃນຄວາມຫຸ່ນດີຂອງສາວເບວລ່າແທ້ໆ!!! ໍ ຮູບພາບຈາກ: IG/bellacampen

Read More »

ອະລັງເວີ້…ຕົວແມ່ມາເອງ! ສຸດມ່ວນ ໂຊພິເສດຈາກ ອາເລັກຊານດຼາ (ໜ້າກາກຊາກຸລະ) 

ອະລັງເວີ້…ຕົວແມ່ມາເອງ! ແມ່ກໍຄືແມ່ ຈັດໜັກຈັດເຕັມກັບໂຊສຸດພິເສດຈາກ ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ທີ່ມາໂຊພະລັງສຽງສຸດມ່ວນໃນງານປະກວດ Miss Grand Laos 2018 ໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ເຊິ່ງສາວ ອາເລັກ ກໍມາໃນບົດເພງສາກົນ “Love me like you do” , “Flashlight” ແລະ ຍັງໄດ້ຮ່ວມຟີດເຈີຣິ່ງໃນເພງລາວເຮົາໃນບົດເພງ “ເຈົ້າໄດ້ບໍ່?” ກັບ ຕ້າ ເອແພັກ ອີກໜື່ງນັກຮ້ອງຊື່ດັງຂອງລາວເຮົາ, ເຊິ່ງແນ່ນອນເລີຍວ່າສາມາດເອີ້ນສຽງຕົບມືຈາກແຂກທີ່ຢູ່ໃນງານ ແລະ ຜູ້ຊົມທາງບ້ານໄດ້ເປັນຢ່າງດີ. Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ performs at Miss Grand Laos 2018 Pageant Alexandra Bounxouei – ອາເລັກຊານດຼາ …

Read More »

ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018

ລຸ້ນໃຈຈົດໃຈຈໍ່! ພໍຮູ້ຜົນແລ້ວກໍຮູ້ສຶກໂລ່ງໃຈກັນເລີຍເນາະ ຂໍສະແດງຄວາມຍິນດີກັບ  ນົບພະລັດ ສີໄກພັກ MG12 ຜູ້ຄວ້າຕຳແໜ່ງ MISS GRAND LAOS 2018 ໄປແບບສົດໆຮ້ອນໆ ເຊິ່ງການປະກວດໄດ້ຈັດຂຶ້ນໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ນົບພະລັດ ສີໄກພັກ ອາຍຸ 20 ປີ ລວງສູງ 173 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີ 2 ແລະ ໃນທ້າຍປີທີ່ຈະມາຮອດນີ້ MISS GRAND LAOS 2018 ກໍຈະໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ MISS GRAND  2018 ຢູ່ທີ່ປະເທດ ມຽນມ້າ ອີກດ້ວຍ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ຕຳແໜ່ງ ຮອງອັນດັບ 1 MISS GRAND LAOS 2018  ໄດ້ແກ່: MG7 ມາລິກາ ສຸກວົງສາ …

Read More »

ສຸດຊຶ້ງ! ຟ້າໃສ ຈິນນາລີ ນໍ້າຕາໄຫຼວິນາທີອຳລາຕຳແໜ່ງ MISS GRAND LAOS 2017

ປີໜຶ່ງຜ່ານໄປຊ່າງເປັນຫຍັງທີ່ໄວເຫຼືອເກີນ ໂບກມືບ່າຍໆອຳລາຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວສຳລັບ ຟ້າໃສ ຈິນນາລີ ນໍລະສິງ MISS GRAND LAOS 2017 ຂວັນໃຈອີກຄົນໜຶ່ງຂອງພໍ່ແມ່ພີ່ນ້ອງປະຊາຊົນລາວ ເຊິ່ງໃນຄໍ່າຄືນຂອງວັນທີ 24 ມີນາ 2018 ທີ່ຜ່ານມາກໍໄດ້ມີການຈັດງານປະກວດ MISS GRAND LAOS 2018 ແລະ ເຮົາກໍໄດ້ມິສແກຣນຄົນໃໝ່ມາເຮັດໜ້າທີ່ປະຕິບັດພາລະກິດຕໍ່ຈາກ ນ້ອງ ຟ້າໃສ ຈິນນາລີ ແລະ ໃນເວທີດັ່ງກ່າວ ນ້ອງ ຟ້າໃສ ຂອງເຮົາກໍໄດ້ຂໍອຳລາຕຳແໜ່ງໄປດ້ວຍຄວາມສະຫງ່າງາມ. ນ້ອງ ຟ້າໃສ ຈິນນາລີ ກໍຍັງໄດ້ໂພສຂໍ້ຄວາມຂອບໃຈທຸກໆຄົນຢ່າງສຸດຊຶ້ງວ່າ: “ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແຕ່ຖ້າບໍ່ມີທຸກຄົນ, ຟ້າບໍ່ແມ່ນຫຍັງເລີຍ.. ” ຍັງຈື່ໄຟຂອງການເຊຍໄດ້ດີ.. ຈື່ກຳລັງໃຈລົ້ນຫຼາມ , ຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດ, ຂອບໃຈທີວີລາວຜູ້ທີ່ກ້ານຳເອົາເວທີລະດັບໂລກເຂົ້າສູ່ປະເທດເພື່ອເຮົາຊາວລາວທຸກຄົນ, ຂອບໃຈເອື້ອຍອ້າຍທີມງານ ສະປອນເຊີທຸກໆເຈົ້າທີ່ເປັນຜູ້ຢູ່ເບື່ອງຫຼັງໃຫ້ ເສື້ອຜ້າ ໜ້າຜົມ ກ້ອງໄຟ ອອກມາສວຍງາມຕະຫຼອດ, ຂອບໃຈປ໋າ ມ໊າ ນ້ອງສາວຂີ້ດື້ …

Read More »

ຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 ທີ່ ປະເທດ ຣັດເຊຍ

ໃນຕອນບ່າຍ ວັນທີ 19 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະຖານນີໂທລະພາບ ທີວີລາວ ໄດ້ມີການຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 , ເປັນປະທານໂດຍ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານສະຖານນີໂທລະພາບທີວີລາວ ພ້ອມດ້່ວຍສື່ມວນຊົນຈາກທຸກພາກສ່ວນ. ໝູນວຽນມາຮອດອີກແລ້ວສຳລັບການແຂ່ງຂັນເຕະບານໂລກ 2018 ໃນປີນີ້ຈັດຂຶ້ນທີ່ ປະເທດ ຣັດເຊຍ ເຊິ່ງ 4 ປີຈະມີການຈັດຂຶ້ນເທື່ອໜຶ່ງ ແລະ ສະຖານນີໂທລະພາບ ທີວີລາວ ກໍໄດ້ມີການຊື້ລິຂະສິດເພື່ອມາຖ່າຍທອດສົດໃຫ້ແຟນບານຊາວລາວໄດ້ເບິ່ງໄດ້ຊົມກັນແບບສະດວກສະບາຍ, ການຖ່າຍທອດສົດຈະເລີ່ມຕັ້ງແຕ່ ວັນທີ 14 ມິຖຸນາ-15 ກໍລະກົດ ເຊິ່ງຈະຖ່າຍທອດຄົບ 64 ນັດ ລວມມີການຖ່າຍທອດສົດ, ເທັບບັນທຶກພາບ ແລະ ການວິເຄາະເກມການແຂ່ງຂັນ. ນອກຈາກການຖ່າຍທອດສົດຜ່ານທາງໂທລະພາບໃນປີນີ້ ຍັງຈະມີກິດຈະກຳຫຼາຍຂຶ້ນກວ່າບານໂລກໃນປີ 2014 ທີ່ຜ່ານມາ ເພື່ອໃຫ້ແຟນບານໄດ້ຮ່ວມມ່ວນຊື່ນ ໂດຍສະເພາະແມ່ນການຖ່າຍທອດສົດຜ່ານຈໍໃຫ່ຍ ເກືອບທົ່ວປະເທດຕາມຄວາມເໝາະສົມ, ພ້ອມນັ້ນຍັງຈະມີກິດຈະກຳ …

Read More »