ມາໆ…ຈະພາແຟນໆໄປອັບເດດເທຼນການແຕ່ງໂຕແນວ Street style ຂອງເຫຼົ່າຄົນບັນເທີງລາວເຮົາ ບໍ່ວ່າຈະເປັນດາລາ, ນາງແບບ, ນາງງາມ ຫຼື ເນັດໄອດໍ້ ທີ່ຕ່າງຄົນກໍມີ style ການແຕ່ງໂຕທີ່ບໍ່ຊໍ້າກັນ ແລະ ເປັນຕົວຂອງຕົວເອງ ລອງມາເບິ່ງກັນວ່າໃຜຈະເລີດ ຫຼື ຈະແຈ້ງເກີດໃນການແຕ່ງໂຕແນວນີ້, ມັກແນວຂອງສາວຄົນໃດຄອມເມັ້ນບອກກັນໄດ້ເລີຍ!!! ຈີ່ຈີ້ ພອຍໄພລິນ (ເນັດໄອດໍ້ຕະຫຼອດການ) strolling around?? A post shared by G. (@chichisvl) on Jan 18, 2018 at 6:25am PST A post shared by G. (@chichisvl) on Oct 15, 2016 at 5:14pm PDT lalalalaahhhh? A …
Read More »ໄວໜຸ່ມ
ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”
ຂໍສະແດງຄວາມຍິນດີກັບ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງປະກາດຜົນໄປແບບສົດໆຮ້ອນໆໃນວັນທີ 19 ມີນາ 2018 ທີ່ຜ່ານມາ, ກ່ອນໜ້ານີ້ເພງທຳອິດທີ່ ແພັດ ນຳເຂົ້າແຂ່ງຂັນກໍຄືບົດເພງ “ສິເທນ້ອງໃຫ້ບອກແນ່” ແຕ່ໃນຮອບນີ້ແຊ້ມຄົນກ່ອນໄດ້ຂໍໃຊ້ສິດໃນການເປັນແຊ້ມເພື່ອຂໍຮ້ອງໃໝ່ ແລະ ໃນຮອບທີ 2 ສາວແພັດກໍໃຊ້ບົດເພງ “ນໍ້າຕາຢົດຍັງກົດໄລ້” ມາດວນກັບບົດເພງຂອງແຊ້ມຄົນເກົ່າ “ບໍ່ຢາກເຈິໜ້າຄູ່ກໍລະນີ” ການປະຊັນສຽງດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ໃນທີ່ສຸດວິນາທີການປະກາດຜົນກໍມາຮອດ ຝ່າຍທີ່ໄດ້ຊະນະກໍເປັນໜ້າຍິນດີຢ່າງທີ່ສຸດ ເພາະ ແພັດ ສາມາດເອົາຊະນະແລະກາຍເປັນແຊ້ມຄົນທຳອິດຂອງຄົນລາວໃນລາຍການ “ສຶກວັນດວນເພງ” ແລະ ໃນມື້ນີ້ການແຂ່ງຂັນຍັງບໍ່ສິ້ນສຸດ ແພັດ ເພັດດາວອນ ຈະຂຶ້ນປ້ອງກັນແຊ້ມເປັນເທື່ອທຳອິດ ຢ່າລືມເປັນກຳລັງໃຈໃຫ້ສາວຄົນນີ້ແດ່ເດີ້… (ມີຄລິບລາຍການມາຝາກ) ຂໍຂອບໃຈຄລິບຈາກ: one31
Read More »ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)
ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ນາມວ່າ ເພັດດາວອນ ຄຳມະນີວົງ (ແພັດ) ອາຍຸ 28 ປີ ໄດ້ໄປໂຊຄວາມສາມາດ ແລະ ພະລັງສຽງສຸດມ່ວນທີ່ລາຍການແຂ່ງເພງຊື່ດັງ ສຶກວັນດວນເພງ ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງບອກກ່ອນເລີຍວ່າສຽງຂອງສາວລາວຄົນນີ້ກໍບໍ່ທຳມະດາອີຫລີເດີ້ ນາງໄດ້ໃຊ້ບົດເພງ “ສິເທນ້ອງໃຫ້ບອກແນ່” ໃນການທ້າຊິງແຊັມໃນເທື່ອນີ້ ແລະ ແພັດກໍຮ້ອງອອກມາໄດ້ມ່ວນ ແລະ ເປັນຕາອອນຊອນຫຼາຍ ຈົນກຳມະການທັງ 3 ອົດບໍ່ໄດ້ທີ່ຈະຍ້ອງສາວລາວຄົນນີ້ວ່າສຽງແທບຈະບໍ່ມີບ່ອນຕິ… ລາຍການດັ່ງກ່າວໄດ້ອອກອາກາດໄປຕັ້ງແຕ່ ວັນທີ 16 ມີນາ 2018 ທີ່ຜ່ານມາ ແຕ່ຍັງບໍ່ຮູ້ຜົນແພ້ ຫຼື ຊະນະ ແລະ ໃນມື້ນີ້ກໍຈະຮູ້ຜົນກັນແລ້ວ ຢ່າລືມມາເປັນກຳລັງໃຈໃຫ້ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ຄົນນີ້ແດ່ເດີ້!!! (ມີຄລິບລາຍການມາຝາກ) ຄລິບຈາກ: one31
Read More »ເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 (Mr and Miss Fitness lao 2018)
ນະຄອນຫຼວງວຽງຈັນ ວັນທີ 16 ມີນາ 2018 ທີ່ຜ່ານມາ ໄດ້ມີການເຊັນສັນຍາສະໜັບສະໜູນຫຼັກການແຂ່ງຂັນກິລາເພາະກາຍປະຈຳປີ 2018 ເປັນກຽດເປັນປະທານໃນງານໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ/ຮອງປະທານເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນຟິດເນັສ ແລະ ພ້ອມດ້ວຍຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກຂ່າວສື່ມວນຊົນ. ເພື່ອເປັນການສືບຕໍ່ການແຂ່ງຂັນໃຫ້ເປັນປົກກະຕິໃນທຸກໆປີ ເຊິ່ງໃນປີທີ່ຜ່ານມາໄດ້ຈັດປະກວດ Mr lao 2017 ຂຶ້ນທີ່ຫໍວັັດທະນະທໍາ ເຊິ່ງໄດ້ຮັບການສົນໃຈຈາກນັກກິລາ ປະຊາຊົນ ແລະ ສຳນັກຂ່າວຕ່າງໆຢ່າງຫຼວງຫຼາຍ ແລະ ເພື່ອເປັນການສ້າງໃຫ້່ມີນັກກິລາເຂົ້າແຂ່ງຂັນເວທີນາໆຊາດ ຫຼື ປະຊາຊົນທົ່ວປະເທດໃຫ້ຄວາມສົນໃຈອອກກຳລັງກາຍໃສ່ໃຈສຸຂະພາບກວ່ານີ້ ແລະ ການຈະຫຍາຍສູນອອກກຳລັງກາຍໃຫ້ໄປທຸກຂົງເຂດທົ່ວປະເທດ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ມີການສ້າງຂະບວນການແຂ່ງຂັນຢ່າງຕໍ່ເນື່ອງ ບໍ່ສະເພາະແຕ່ຈັດການແຂ່ງຂັນສະເພາະກາຍປະຈຳປີເທົ່ານັ້ນ ເຊິ່ງໃນອະນາຄົດຈະຂໍອະນຸມັດບັນຈຸເຂົ້າກິລາແຫ່ງຊາດ ແລະ ຮ່ວມແຂ່ງຂັນນາໆຊາດອີກດ້ວຍ ເຖິງຢ່າງໃດກໍຕາມການແຂ່ງຂັນກໍຈຳເປັນຕ້ອງໄດ້ໃຊ້ງົບປະມານສູງສົມຄວາມຕໍ່ການແຂ່ງຂັນນັ້ນໆ ເຊິ່ງມັນກໍເກີນກຳລັງແຮງຂອງສະຫະພັນກິລາເພາະກາຍຈະສາມາດຈັດເອງໄດ້ໂດຍລຳພັງ ເນື່ອງຈາກງົບປະມານກໍຈຳກັດ ຊຶ່ງທຸກຄົນໃນຄະນະສະຫະພັນໄດ້ທຸ້ມເທທຸກສະຕິປັນຍາ ແລະ …
Read More »Update! ແຟຼຊັ່ນໜ້າຮ້ອນ ແຕ່ງໂຕແບບນີ້ເລີຍ… ຮັບຮອງເກີດ!!!
ເລີ່ມເຂົ້າລະດູຮ້ອນແລ້ວ ມາ Update! ແຟຼຊັ່ນໜ້າຮ້ອນ ໜ້າຮ້ອນນີ້ແຕ່ງໂຕແບບໃດໃຫ້ເລີດ ໃຫ້ແຈ້ງເກີດ ແບບບໍ່ມີຕົກກະແສ… ເຊິ່ງຊີຊັ່ນນີ້ຈະມີເສື້ອຜ້າໜ້າຮ້ອນແບບໃດນຳເທຼນກັນແດ່ ລອງມາອັບເດດກັນເລີຍ!!! ເດສສາຍດ່ຽວນຸ່ງແມັດກັບເສື້ອຍືດທາງໃນ ພ້ອມກັບເກີບຜ້າໃບສີຂາວ ເບິ່ງແລ້ວລຽບ ຫຼູ ລາສີເດັກລວຍຈັບແທ້ໆໄດ໋… ເສື້ອຮາວາຍ ເກ໋ໆ ຮ້ອນນີ້ອິນເທນທີ່ສຸດໄປເລີຍ!!! ເສື້ອສາຍດ່ຽວ ສົ້້ງຍີນ ແຟຼຊັ່ນປະຈຳໜ້າຮ້ອນທີ່ສາວໆບໍ່ຄວນພາດ ເສື້ອໂຊບ່າ ແບບສາວທັນສະໄໝ ແອບເຊັກຊີ່ ເບິ່ງແລ້ວມີສະເໜ່ບໍ່ເບື່ອ ເສື້ອລາຍດອກເກ໋ໆ ແນ່ນອນໃຜບໍ່ມີຖືວ່າຍັງບໍ່ເຂົ້າເຖິງຊ່ວງຊໍາເມີເດີ້ ມິກ ແອນ ແມສ ເສື້ອສາຍດ່ຽວ ຫຼື ເກາະເອິກ ສົ້ງຂາສັ້ນ ແລະ ເສື້ອຄຸມບ່າທາງນອກ ເສື້ອຍືດຊີທູ ສົ້ງຍີນ ເຊັກຊີ່ໆຮັບໜ້າຮ້ອນ ເສື້ອແຂນສັ້ນ ສົ້ງຂາສັ້ນ ໜ້າຮ້ອນນີ້ແລະຕ້ອງຈັດ… ໜ້າຮ້ອນນີ້ຢູ່ຕູ້ເສື້ອຜ້າຕ້ອງມີເສື້ອສີສົດໆ ສີສັນສົດໃສກັນເແດ່ ຊຸດເດສລາຍດອກໄມ້ ໃຜບໍ່ໃສ່ຖືວ່າໂຄດເຊີຍ ຊຸດເດສເປີດບ່າ ອີກໜຶ່ງຊຸດທີ່ມາແຮງໃນຊ່ວງນີ້ ເສື້ອແຂນກຸດ ສົ້ງຂາສັ້ນ ເກີບຜ້າໃບ ທີ່ໃສ່ອອກຈາກບ້ານຍາມໃດກໍໝັ້ນໃຈ …
Read More »