Breaking News

ໄວໜຸ່ມ

ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ

ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ທິດາ ສິດທິໄຊ (ຕູ່) Miss Tourism International Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າແຂ່ງຂັນໃນເວທີ Miss Tourism International 2018  ມີຊື່ວ່າ “ສາວເຂັນຝ້າຍ” ໄດ້ແຮງບັນດານໃຈມາຈາກຊົນເຜົ່າຜູ້ໄທທາງພາກໃຕ້ແຂວງສະຫວັນນະເຂດ. ເຊິ່ງເປັນຊົນເຜົ່າທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍທາງດິນແດນໃຕ້, ແຕ່ຜ້າຝ້າຍລາວກໍມີເກືອບທຸກພາກໃນປະເທດລາວທີ່ມີລວດລາຍທີ່ງົດງາມ ແລະ ເປັນເອກະລັກທີ່ແຕກຕ່າງກັນ. ວິທີການເຮັດໂດຍໄດ້ນຳເອົາວັດຖຸດີບເປືອກໄມ້ຈາກທຳມະຊາດມາປະສົມປະສານຕົ້ມເປັນແມ່ສີ, ເພື່ອນຳມາຍ້ອມເສັ້ນຝ້າຍທີ່ເຂັນອອກຈາກດອກຝ້າຍ ແລະ ນຳມາຕາກແຫ້ງ. ຈາກນັ້ນກໍນຳເອົາເສັ້ນຝ້າຍທີ່ຍ້ອມສີແລ້ວມາເຂັນເພື່ອນຳໄປຕ່ຳເປັນຜຶນຜ້າ. ເພາະວ່າແມ່ຍິງລາວມີຄວາມຜູກພັນກັບການນຸ່ງສີ້ນ ແລະ ການຕໍ່າຫູກທີ່ບໍ່ສາມາດແຍກອອກຈາກກັນໄດ້ ການເຂັນຝ້າຍຕໍ່າຫູກເປັນຄຸນສົມບັດປະຈຳໃຈຂອງແມ່ຍິງລາວ, ຄວາມງາມລວດລາຍຂອງຜ້າສີ້ນແຕ່ລະຜືນແມ່ນເກີດຈາກສີມື, ຄວາມສາມາດ, ການປະດິດຄິດສ້າງຂອງແມ່ຍິງລາວທີ່ມີຄຸນຄ່າ ແລະ ຖືກຍອມຮັບໃນສັງຄົມລາວທີ່ສືບທອດມາແຕ່ດຶກດຳບັນ. ເປັນເອກກະລັກຂອງຊົນເຜົ່າ ແລະ ຂອງຊົນຊາດ, ຈິ່ງເປັນກິດຈະກຳອັນສຳຄັນຂອງແມ່ຍິງລາວເປັນເອກກະລັກຂອງຊົນເຜົ່າຜູ້ໄທ ແລະ ເປັນເອກະລັກຂອງຊາດລາວໄວ້ຢ່າງຫມັ້ນຄົງ ແລະ ຕະຫລອດໄປ …

Read More »

ຮືຮາໄປທົ່ວໂລກ! ຫຼັງຈາກ ຢຸ້ຍ ສັນທະນີ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Supranational​ 2018​ ຫຼ້າສຸດອອກມາໂພສແບບນີ້…

ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ທີ່ຫຼ້າສຸດ ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational​ Laos​ 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມລະດັບໂລກ Miss Supranational​ 2018​ ທີ່ປະເທດ ໂປແລນ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແຖມກາຍເປັນກະແສທີ່ເປັນທີ່ຮືຮາໄປທົ່ວໂລກແລ້ວໃນເວລານີ້… ແລະ ຫຼ້າສຸດ ຢຸ້ຍ ສັນທະນີ Miss Supranational​ Laos​ 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ບອກເລົ່າເຖິງປະສົບການໃນເວທີ ແລະ ຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »

ງາມ ເໝາະສົມຕຳແໜ່ງ! ສາວງາມຈາກ ສະຫວັນນະເຂດ ຄວ້າມົງກຸດ MISS LAOS 2018 (ຂໍສະແດງຄວາມຍິນດີ)

ທັກທາຍ “ສະບາຍດີ” ແຟນໆກັບວັນຈັນຕົ້ນອາທິດ ທ້າຍປີ 2018!!! ມື້ນີ້ ຊະນີIndy ມາແບບງາມໆ ໜ້າຮັກ ສົດໃສສຸດໆ ເພາະມີຂ່າວເລື່ອງວົງການນາງງາມຂອງປະເທດລາວຂອງເຮົາມາຝາກແຟນໆກັນອີກແລ້ວເດີ້… ແນະໆ!! ເວົ້າແບບນີ້ໃຈຈົດໃຈຈໍ່ຢາກຮູ້ເລີຍແມ່ນບໍ່ວ່າເປັນເວທີໃດ?? ຫຼ້າສຸດ ປະກວດກັນໄປແບບສົດໆຮ້ອນໆ ໃນທ້າຍອາທິດທີ່ຜ່ານມາ ຂໍບອກວ່າງານຍິ່ງໃຫ່ຍອະລັງການ ຊະນີIndy ເອງກໍມີໂອກາດໄປໄດ້ນັ່ງລຸ້ນ ນັ່ງເຊຍສາວງາມໃນເວທີ ນາງສາວລາວ 2018  (MISS LAOS) ເອີ້ນໄດ້ວ່າຕິດຂອບເວທີກັນເລີຍ… ແລະ ແຟນໆທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າສາວງາມທີ່ມີຄວາມເໝາະສົມທີ່ສາມາດຄວ້າຕຳແໜ່ງ ນາງສາວລາວ 2018 ໄປໄດ້ໃນປີນີ້ກໍຄື ML35 ນາງ ສຸດທິດາ ອະນຸສິນ ຕົວແທນສາວງາມຈາກແຂວງສະຫວັນນະເຂດ ຂໍບອກເລີຍວ່ານາງມີຄວາມງາມ ພິບໄຫວດີ ເອີ້ນໄດ້ວ່າມີຄວາມເໝາະສົມກັບຕຳແໜ່ງຫຼາຍໆ (ວ້າວວວ!!! ຂໍສະແດງຄວາມຍິນດີນຳຫຼາຍໆ) ສ່ວນຕຳແໜ່ງຮອງອັນດັບ ນາງສາວລາວ 2018 ມີດັ່ງນີ້: ຮອງອັນດັບ 1: ML14- ນາງ ກິ່ງຄໍາ ນິດສະຫວັນ ຮອງອັນດັບ 2: …

Read More »

ນີ້ຄືແມ່ຍິງໄວ 40 ປີ??? ອໍ້າ ພັດສະຣາພາ ຊຸບເປີ້ສະຕາດັງປະເທດເພື່ອນບ້ານ ສະຫຼອງຄົບຮອບວັນເກີດ ພ້ອມຖືກເຊີໄພ້ແບບນີ້…

ກ່າວເຖິງ ຊຸບເປີສະຕາດັງໝາຍເລກ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດສະຣາພາ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະຮູ້ກັນດີ, ຫຼ້າສຸດໃນວັນທີ 5 ທັນວາ 2018 ທີ່ຜ່ານມາ ກໍເປັນວັນຄົບຮອບວັນເກີດຂອງເພິ່ນ ແຕ່ປີນີ້ທີ່ເປັນທີ່ຮືຮາຂອງບັນດາແຟນໆກໍຄື ເພາະເພິ່ນມີອາຍຸຄົບຮອບ 40 ປີພໍດີ ແຕ່ເບິ່ງແລ້ວກໍຍັງງາມ ເລີດ ແລະ ເປັນນັກສະແດງໃນດວງໃຈຂອງໃຜຫຼາຍໆຄົນບໍ່ມີປ່ຽນ ຈົນແຟນໆຫຼາຍໆທ່ານເຖິງກັບຫຼົງຮ້ອງວ່າ ນີ້ຄືແມ່ຍິງໄວ 40 ປີ ແທ້ຫວ໋າ??? ກ່ອນໜ້ານີ້ ອໍ້າ ພັດສະຣາພາ ໄດ້ອອກມາໃຫ້ສຳພາດວ່າຈະບໍ່ມີການຈັດງານວັນເກີດຢ່າງເປັນທາງການ ມີພຽງແຕ່ຈະເຮັດບຸນໃສ່ບາດພ້ອມຄອບຄົວ ແລະ ໝູ່ເພື່ອນທີ່ສະໜິດ!!! ແຕ່ເຖິງຢ່າງໃດກໍຕາມ ວັນເກີດຊຸບເປີສະຕາທັງທີເຫຼົ່າບັນດາໝູ່ເພື່ອນທີ່ສະໜິດກໍຈັດໃຫ້… ມີການເຊີໄພ້ວັນເກີດນາງຢ່າງໜ້າຮັກ ແລະ ອົບອຸ່ນ… View this post on Instagram งานนี้โดนหลอกค่าา? แต่เป็นหลอกที่ซึ้งและดีใจมากก ขอบคุณนะคะที่ทำให้อั้มขนาดนี้ ? รักทุกคนนะคะ❤️ #aumsurprisenight2018 A post …

Read More »

ເກັ່ງຫຼາຍ! ສາວເຊື້ອຊາດລາວຊະນະການເລືອກຕັ້ງ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງຂອງສະຫະລັດ!!!

ມີຂ່າວທີ່ໜ້າຍິນດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ສົ່ງທ້າຍອາທິດນີ້ເລີຍກໍວ່າໄດ້ ຫຼ້າສຸດມີການລາຍງານຂ່າວຈາກຫຼາຍສຳນັກດັງວ່າ ທ່ານ ນາງ ທີ​ນາ ມະ​ຫາ​ລາດ ລູກຫຼານອົບພະຍົບຈາກລາວ ແຂວງ ສະຫວັນນະເຂດ ສາມາດເອົາຊະນະຄູ່ແຂ່ງທີ່ເປັນຊາວຜິວຂາວຄື ທ່ານ​ນາງ ແອນ ກອນ​ຊາ​ເລ​ສ (Anne Gonzales) ໃນການເລືອກຕັ້ງກາງສະໄໝຂອງສະຫະລັດດ້ວຍຄະແນນຫຼາຍກວ່າຄູ່ຕໍ່ສູ້ 703 ຄະແນນ ກາຍເປັນສະມາຊິກສະພາສູງຈາກພັກເດໂມແຄລັດທີ່ອາຍຸນ້ອຍທີ່ສຸດພຽງ 27 ປີ ແລະ ເປັນຄົນເຊື້ອສາຍອາຊີຄົນທຳອິດທີ່ໄດ້ທີ່ນັ່ງໃນສະພາສູງປະຈຳລັດໂອຮາຍໂອຂອງສະຫະລັດ. (ຂໍຊົມເຊີຍ!!! ເກັ່ງຫຼາຍໆ) ທີ່ມາ: ປະເທດລາວ Pathedlao

Read More »