Breaking News

Entertainment Lao

ຮ່ວມສົ່ງໃຈເຊຍ!! ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດໄທ…

ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 7  ມີນາ ສາວ ຕຸບີ່ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss International Queen 2020 ຢູ່ທີ່ ປະເທດໄທ ແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວ ຕຸບີ່ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່!  ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ຕຸບີ່ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!! ຂອບໃຈຮູບພາບຈາກ: aliya sirisopha

Read More »

ສຸດຍອດຫຼາຍ! ເອ Aezy Red ສາວລາວ ໄວ 19 Show Skill ການຮ້ອງເພງ Rap ເທິງເວທີ The Rapper “Civil War” 2020 ທີ່ປະເທດໄທ …

The rapper 2020 ເປັນອີກໜື່ງເວທີການປະກວດເພງ  “ແຣັບ”  ອີກລາຍການໜື່ງ ທີ່ເປີດໂອກາດໃຫ້ຄົນທີ່ມີຄວາມມັກຮັກໃນການຮ້ອງເພງ ແຣັບ ໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງເທິງເວທີນີ້…  ພ້ອມກັນນັ້ນ The rapper ຍັງເປັນອີກໜື່ງລາຍການ ທີ່ມີຄົນຕິດຕາມ ແລະ ເປັນທີ່ນິຍົມອັນດັບຕົ້ນໆຂອງທາງ ປະເທດໄທ ເຊິ່ງອອກອາກາດ ຜ່ານທາງຊ່ອງ Work point ! ເຊິ່ງຫຼ້າສຸດກໍມີຄົນລາວຄົນໜື່ງ ທີ່ຮັກມັກໃນການ ແຣັບ ກໍເຂົ້າຮ່ວມປະກວດລາຍການນີ້ເຊັ່ນກັນ ນັ້ນກໍຄື ສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red  ແລະ ຮອບທໍາອິດກໍສາມາດຜ່ານເຂົ້າໄປໄດ້ແບບສະບາຍ ດ້ວຍສາມາດທີ່ບໍ່ທໍາມະດາອີຫຼີເລີຍກໍວ່າໄດ້  ເຊິ່ງໄດ້ເປັນລູກທີມຂອງ ປູຈ່ານ ລອງໄມ!!! ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຕໍ່ກໍາມະການຫຼາຍ ຈົນເຮັດໃຫ້ໄດ້ມວກທອງຈາກໂປດິວເຊີໄປເຂົ້າຮອບໂດຍອັດຕະໂນມັດ…ທີ່ພິເສດໄປກວ່ານັ້ນ Aezy Red ກໍໄດ້ເອົາເພງ ເຈົ້າບໍ່ແມ່ນອາກາດ …

Read More »

ຊົມເຊີຍ!! ລັດດາພອນ ພົມສຸວັນ Miss Crystal Angel International 2019 ມອບທຶນການສຶກສາ-ອຸປະກອນການຮຽນໃຫ້ນ້ອງໆ ທີ່ບ້ານເກີດຕົນເອງ…

ລັດດາພອນ ພົມສຸວັນ ເປັນນາງງາມຄົນທໍາອິດທີ່ສ້າງປະຫວັດສາດໃຫ້ກັບປະເທດລາວ ແລະ ວົງການນາງາມລາວ ໃນການຄວ້າມົງກຸດຈາກເວທີນາງງາມລະດັບໂລກ ຢ່າງເວທີ Miss Crystal Angel International 2019 ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈັດຂຶ້ນປະເທດມຽນມາໃນປີ 2019 ທີ່ຜ່ານມາ. ຫຼັງຈາກທີ່ ລັດດາພອນ ພົມສຸວັນ  ໄດ້ຮັບຕໍາແໜ່ງ ກໍໄດ້ປະຕິບັດໜ້າທີ່ນາງງາມ ໃນງານສໍາຄັນຕ່າງໆ ລວມທັງຊ່ວຍເຫຼືອເດັກນ້ອຍ ແລະ ຜູ້ດ້ອຍໂອກາດຕະຫຼອດມາ… ເຊິ່ງຫຼ້າສຸດ ໃນວັນທີ 2 ມີນາ 2020  ລັດດາພອນ ພົມສຸວັນ ໄດ້ມີໂອກາດໄປຢ້ຽມຍາມບ້ານແມ່ ທີ່ກາສີ ແຂວງ ວຽງຈັນ ຈຶ່ງຖືໂອກາດນີ້ມອບທຶນການສຶກສາ, ອຸປະກອນການຮຽນໃຫ້ເດັກນ້ອຍ ທີ່ຢູ່ເຂດຫ່າງໄກ… ໂດຍໄດ້ໂພສຜ່ານ Facebook ສ່ວນຕົວວ່າ “ມີໂອກາດໄດ້ໄປຢ້ຽມຢາມບ້ານແມ່ ເລີຍຖືວາລະໂອກາດນີ້ໄປມອບທຶນການສຶກສາ, ອຸປະກອນການຮຽນ ແລະ ອຸປະກອນກິລາໃຫ້ແກ່ …

Read More »

ຍິນດີນໍາ! ອາລີຢາ ສີລິໂສພາ ຕິດ Top 13 ຄົນໃນ Talent Show…ເທິງເວທີ Miss International Queen 2020

ເວທີ Miss International Queen 2020  ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ນາງງາມສາວປະເພດສອງທົ່ວໂລກໄດ້ສະແດງສັກກະຍະພາບ ຄວາມສາມາດ ຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້…. ເຊິ່ງ ອາລີຍາ ສີລິໂສພາ (ຕຸບີ່) ກໍເປັນຕົວແທນ Miss  Queen  Laos 2020 ຂອງ ສປປ ລາວ ທີ່ໄດ້ເດີນທາງໄປປະກວດ ເວທີ Miss International Queen 2020 ທີ່ບາງກອກ ປະເທດໄທ  ເຊິ່ງຫຼ້າສຸດ ໃນຄໍ່າຄືນຂອງວັນທີ 26 ກຸມພາ 2020 ອາລີຍາ ສີລິໂສພາ  ກໍໄດ້ສະແດງຄວາມສາມາດຂອງຕົນເອງ ເທິງເວທີ Miss International Queen 2020 ຜ່ານບົດຟ້ອນ ທີ່ສະແດງໃຫ້ເຫັນເຖິງເອກະລັກຂອງຄວາມເປັນລາວໃຫ້ທຸກຄົນໄດ້ຮັບຊົມເທິງເວທີສາກົນ  ແລະ ໃນການສະແດງຂອງ ຕຸບີ່  ຄັ້ງນີ້ເຮັດໃຫ້ ສາມາດຜ່ານ Top13 ຄົນໃນ …

Read More »

ສິນລະປິນລາວ ຮ່ວມເຮັດເພງ ເພື່ອສົ່ງກຳລັງໃຈໃຫ້ຊາວຈີນຕໍ່ສູ້ກັບພະຍາດ ໂຄວິດ -19…

ປັດຈຸບັນນີ້ພະຍາດລະບາດ ໂຄວິດ – 19 ກໍຍັງແຜ່ລະບາດຍ່າງໜັກ ໂດຍສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນບໍ່ໜ້ອຍມາແລ້ວຕັ້ງເດືອນທັນວາມາຈົນຮອດຕອນນີ້    ໂດຍສະເພາະແມ່ນທາງ ສປ ຈີນ … ເຊິ່ງຫຼ້າສຸດ ສິລະປິນຄົນດັງວົງການບັນເທິງລາວກໍໄດ້ຮວມຕົວກັນ ສ້າງໂປເຈັກໜື່ງຂຶ້ນມາ ໂປເຈັກນີ້ແມ່ນເປັນໂປເຈັກເພື່ອການກຸສົນຂອງວິທະຍຸສາກົນແຫ່ງປະເທດຈີນ CRI ໂດຍຮວບຮວມເອົາບັນດານັກຮ້ອງລາວທີ່ມີຄຸນນະພາບຫຼາຍຄົນມາຮ່ວມຮ້ອງ ນໍາໂດຍ ຕ່າຍ ອາກາດ, ສັກ ວົງເຊວ,  ແຊມ ອິນທິລາພິສັກ,ອາລູນ້າ, ໄກ່ Over dance, ຕ້າ ເອແພັກ, ອາເລັກຊັນດຣາ, ໂຕໂຕ້-ພອນສິນ ບຸດກາສກາ ແລະ ຜູ້ອື່ນໆ ເຊິ່ງເພງທີ່ມີຊື່ວ່າ “ຄວາມຮັກເອົາຊະນະທຸກຢ່າງ” ໂປເຈັກນີ້ສ້າງຂຶ້ນ ເພື່ອເປັນກຳລັງໃຈໃຫ້ປະຊາຊົນ ສປ ຈີນ ທີ່ກຳລັງຕໍ່ສູ້ກັບພະຍາດ ໂຄວິດ -19 ຕອນນີ້  ຜ່ານບົດເພງທີ່ແປ-ຮຽບຮຽງຕົ້ນສະບັບຈາກ Version ພາສາຈີນມາເປັນ ພາສາລາວ …

Read More »