Breaking News

Just Happened

ບໍລິສັດຊຳຊຸງ ໄດ້ຢຸດເຊົາການຜະລິດ Galaxy Note 7 ທີ່ມີບັນຫາແລ້ວ

ໃນບໍໍ່ພໍເທົ່າໃດຊົ່ວໂມງທີ່ຜ່ານມານີ້ ບໍລິສັດ Sumsung ໄດ້ມີການຢຸດເຊົາ ການຜະລິດອຸປະກອນຕ່າງໆທີ່ກ່ຽວກັບສະມາດໂຟນ Galaxy Note 7. ເນື່ອງຈາກ, ມີຄວາມກັງວົນກ່ຽວກັບ ການແຜ່ກະຈາຍຂອງລຸ້ນ ທີ່ໄດ້ເອົາໄປ ປ່ຽນແທນນັ້ນ ອາດເຮັດໃຫ້ສາມາດເກີດລະເບີດລຸກເປັນໄຟໄດ້. ອີງຕາມຜູ້ຊ່ຽວຊານໃນເລື່ອງນີ້ ໄດ້ລາຍງານໃຫ້ແກ່ສຳນັກຂ່າວ CNN ໃນວັນ ຈັນທີ່ຜ່ານມາວ່າ: ໄດ້ມີການລະງັບ, ຢຸດເຊົາການຜະລິດສະມາດໂຟນ ລຸ້ນນີ້ ໄວ້ຊົ່ວຄາວ. ສຳລັບສະມາດໂຟນ ລຸ້ນ Galaxy Note 7 ໜຶ່ງໃນລຸ້ນທີ່ເປັນສິນຄ້າຫຼັກຂອງ ບໍລິສັດ. ມັນເກີດຂື້ນພາຍຫຼັງທີ່ ຜູ້ໃຫ້ບໍລິການໂທລະສັບ ທີ່ ປະເທດສະຫະລັດ ອາເມລິກາ ແລະ ປະເທດ ອົດສະຕາລີ, ໄດ້ອອກມາກ່າວວ່າ: ພວກເຂົາຈະຢຸດຕິການນຳສະເໜີການປ່ຽນ ສະມາດໂຟນລຸ້ນ Note 7 ຄືນ, ຍ້ອນສາເຫດທີ່ວ່າ: ພວກເຂົາມີຄວາມກັງວົນ ກ່ຽວກັບສະມາດໂຟນລຸ້ນນີ້ ມັນບໍ່ມີຄວາມປອດໄພ ຈາກຄວາມສ່ຽງໃນການເກີດໄຟໄໝ້. ວ່າງມໍ່ໆທີ່ຜ່ານມານີ້ …

Read More »

ແນະນໍາ  HUAWEI P9 Rose Gold ລຸ້ນໃໝ່

ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ລາວ ໄດ້ຈັດງານເປີດຕົວໂທລະສັບລຸ້ນໃໝ່ຫຼ້າສຸດ Huawei P9 Rose Gold ຢ່າງເປັນທາງການ ໃນວັນທີ 3 ຕຸລາ 2016 ຢູ່ທີ່ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ Mr. Zhu jin yong ຜູ້ອຳນວຍການຝ່າຍອຸປະກອນສື່ສານ ບໍລິສັດ ຫົວເຫວີຍ ມີບັນດາແຂກທີ່ຖືກເຊີນ, ນັກສິລະປິນ, ນາຍແບບ, ນາງແບບຊື່ດັງຂອງລາວ ແລະ ບັນດາແຟນຄັບຂອງສິລະປິນ ພ້ອມສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ແລະ ພິເສດທີ່ສຸດແມ່ນ Presenter ໂທລະສັບຂອງຫົວເຫວີຍລາວ ແລະ ໄທ ກໍຄື: ແອັນນິຕ້າ ຈັນທະສົມບູນ Brand Ambassador Huawei Lao, ອາເລັກ ທີລະເດດ Brand Ambassador …

Read More »

ຜູ້ນຳທຸລະກິດແບ່ງປັນມຸມມອງສູ່ຄວາມສຳເລັດ

ເມື່ອບໍ່ດົນມານີ້ ສະຖານີໂທລະພາບ NewsAsia ໄດ້ລວມຕົວຜູ້ນຳດ້ານທຸລະກິດ ແລະ ໜ່ວຍງານພາກລັດເພື່ອເຂົ້າຮ່ວມສອງກອງປະຊຸມທີ່ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນດ້ານທຸລະກິດ ແລະ ການລົງທຶນ (ABIS) ປີ 2016 ທີ່ ນະຄອນຫຼວງວຽງຈັນ. ເຊັ່ນ: ກອງປະຊຸມພິເສດເຈາະເລິກທຸລະກິດອາຊຽນໄດ້ຖືກຈັດຂຶ້ນໃນຫົວຂໍ້ “ທຸລະກິດສາມາດປະສົບຜົນສຳເລັດໃນການພັດທະນາເສດຖະກິດອາຊຽນ” ແລະ ກອງປະຊຸມເຈາະເລິກທຸລະກິດໄລຍະພິເສດ ໂດຍທ່ານນາງ ຄຣິດຕິນ ລາກາດ ກຳມະການຜູ້ຈັດການກອງທຶນການເງິນລະຫວ່າງປະເທດ  (IMF) ໄດ້ຂຶ້ນສະເໜີກ່ຽວກັບ “ມຸມມອງໃນການພັດທະນາເສດຖະກິດອາຊຽນ” ຜູ້ຮ່ວມການປຶກສາຫາລືໃນກອງປະຊຸມຄັ້ງນີ້ປະກອບດ້ວຍຜູ້ນຳດ້ານທຸລະກິດຈາກພາກເອກະຊົນໃນປະເທດລາວ ນາງ ແອນນາກຣີນ, ຜູ້ບໍລິຫານທະນາຄານເອເອັນແຊັດລາວ, ທ່ານຄຳສິນທະວົງ ຫຍຸຍວານິສວົງ  ທີ່ປຶກສາປະທານບໍລິສັດເອັສທີກຣຸບ, ທ່ານອາຫຼຽນ ແສງແກ້ວປະເສີດ ,ຜູ້ບໍລິຫານກາເຟກຣີນຮິລ, ທ່ານວັນເພັງ ຊົມຊະນະ ຜູ້ອໍານວຍການບໍລິສັດຄຳໄພຊະນະກຣຸບ ແລະ ອີກຫຼາຍທ່ານ. ເນື່ອງຈາກມີການຂະຫຍາຍໂຕຂອງໂຄງຮ່າງເສດຖະກິດຂອງບັນດາປະເທດອາຊຽນເພີ່ມຂຶ້ນເລື້ອຍໆ, ຈຶ່ງເຮັດໃຫ້ນັກລົງທຶນ ແລະ ບໍລິສັດຕ່າງຊາດຈາກທົ່ວໂລກເກີດມີຄວາມສົນໃຈຢາກຈະລົງທຶນຫຼາຍຂຶ້ນ. ກອງປະຊຸມທັງສອງແມ່ນໄດ້ນຳພາໂດຍຜູ້ນຳສະເໜີຈາກ ສະຖານີໂທລະພາບ ນິວສເອເຊຍ ແລະ ບັນນາທິການບໍລິຫານ ໂຄຼອີ້ໂຊ …

Read More »

ກຽມຜະລິດລາຍການໂທລະພາບ “ອາຍຸນ້ອຍ 100 ລ້ານ” ໃນລາວ

ໂທລະພາບ TV Lao ເຊັນສັນຍາກັບ Mushroom TV ກຽມຜະລິດລາຍການໂທລະພາບ “ອາຍຸນ້ອນ 100 ລ້ານ” ເຊິ່ງເປັນລາຍການທີ່ໄດ້ຮັບຄວາມນິຍົມໃນປະເທດໄທ ທີ່ນໍາສະເໜີກ່ຽວກັບ ປະຫວັດຄວາມເປັນມາ ໃນການດໍາເນີນທຸລະກິດຂອງນັກທຸລະກິດໜຸ່ມ ກໍຄື ຜູ້ລິເລີ່ມການເຮັດທຸລະກິດໃໝ່ ທີ່ປະສົບຜົນສຳເລັດ. ນອກນັ້ນ, ຍັງໄດ້ສະເໜີກ່ຽວກັບແຮງບັນດານໃຈ, ສິ່ງທ້າທາຍ ແລະ ການຂະຫຍາຍຕະຫຼາດອອກສູ່ອາຊຽນ ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 30 ກັນຍາ 2016 ທີ່ ໂທລະພາບ ທີວີລາວ ໂດຍການເຊັນສັນຍາລະຫວ່າງທ່ານ ດຣ ຫົງຄໍາ ສຸວັນນະວົງ ປະຖານສະຖານີໂທລະພາບທີວີລາວ ທັງເປັນປະທານສະມາຄົມທຸລະກິດໜຸ່ມແຫ່ງຊາດ ກັບ ທ່ານ ອັກຄະຣັດ ນິຕິພົນ ປະທານເຈົ້າໜ້າທີບໍລິຫານ ບໍລິສັດ Mushroom TV ມີບັນດາແຂກຖືກເຊີນ ແລະ ສື່ມ່ວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ. ເຊິ່ງລາຍການດັ່ງກ່າວຈະ ເລີ່ມອອກສາຍໃນພາຍເດືອນ 10 ເປັນຕົ້ນໄປ …

Read More »

ແຂ່ງຂັນກ໋ອບການກຸສົນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ

ເນື່ອງໃນໂອກາດຄົບຮອບຄົນພິການແຫ່ງຊາດ ວັນທີ່ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ ວັນທີ 1 ຕຸລາ ປະຈຳປີ 2016 ນີ້ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີການແຂ່ງຂັນກ໋ອບການກຸສົນ ແລະ ທັງເປັນການສົມທົບທຶນສະໜັບສະໜູນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ, ໃນຄັ້ງນີ້ຂື້ນທີ່ສະໜາມກ໋ອບ ລອງວຽງຄຮັບ(ທ່າເດື່ອ) ນະຄອນຫຼວງວຽງຈັນ, ການແຂ່ງຂັນໄດ້ເລິ່ມຂື້ນ 6:00 ໃນຕອນເຊົ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ພັນລະຄອນ ສີບຸນເຮືອງ ຜູ້ບໍລິຫານ ບໍລິສັດ ທີເຮັສເອົມລາວ (THM LAO) ຮ່ວມກັນເປັນເຈົ້າພາບໃນການຈັດງານແຂ່ງຂັນ ແລະ …

Read More »