Breaking News

News

Nissan NAVARA ໃໝ່ຮອງຮັບການເຮັດວຽກຂອງແອບມືຖືສະມາສ໌ໂຟນ ນຳເອົາສາລະບັນເທິງ ການບອກເສັ້ນທາງ ຄວາມປອດໄພຜ່ານລະບົບ Connect A-IVI 

ນິດສັນ (Nissan) ໃຫ້ຄວາມສຳຄັນ ແລະ ຄວາມໃສ່ໃຈຕໍ່ກັບຄວາມປອດໄພ,ຄວາມເປັນປະໂຫຍດ, ຄວາມອັດສະລິຍະຫລາຍດ້ານໃຫ້ຂອງລົດກະບະ  Nissan NAVARA Premium Plus ດ້ວຍຄວາມສະດວກຂອງເຕັກໂນໂລຊີອັດສະລິຍະເພື່ອການຂັບຂີ່ (Nissan Intelligent Mobility (N.I.M.). ຈໍສາລະບັນເທິງ Nissan Connect A-IVI ຮອງຮັບການເຮັດວຽກຂອງແອບຈາກມືຖືສມາສ໌ໂຟນ ໂດຍການນຳເອົາສາລະບັນເທິງ,ການບອກເສັ້ນທາງ,ຄວາມປອດໄພ ແລະ ສິ່ງອື່ນອີກມາລວມໄວ້ໃນລົດຂອງທ່ານພຽງແຕ່ສຽບສາຍໂທລະສັບເຊື່່ອມຕໍ່ກັບລົດ. i)      ແຜນທີ່ຈະປາກົດຂຶ້ນມາເທິງຫນ້າຈໍໂດຍການເປີດແອບນຳທາງ turn by turn (ທ່ານສາມາດໃຊ້ມືສຳຜັດຊູມເຂົ້າ-ຊູມອອກໄດ້) ii)     ໃຊ້ຄຳສັ່ງສຽງເພື່ອຄົ້ນຫາຂໍ້ມູນຈາກຈໍສາລະບັນເທິງ (ຫລືສາມາດເລືອກພິມເທິງຈໍໄດ້) iii)    ສາມາດຈັດວາງເພງທັງຫມົດທີ່ມີໃນລາຍການລວມທັງເພງອອນລາຍໄວ້ເທິງຫນ້າຈໍ ພຽງແຕ່ໃຊ້ມືສຳຜັດເລືອກວາງຢູ່ເທິງຈໍສາລະ ບັນເທິງ Nissan Connect A-IVI iv)    ສະດວກໃນການໂທລະສັບໂດຍບໍ່ຈຳເປັນຕ້ອງຈັບໂທລະສັບຂຶ້ນມາ ພຽງແຕ່ໃຊ້ຄຳສັ່ງສຽງໃນການປະຕິບັດງານ v)   ສາມາດໃຊ້ຄຳສັ່ງສຽງເພື່ອໃຫ້ລະບົບອ່ານຂໍ້ຄວາມເຂົ້າຢູ່ໃນມືຖືສະມາສ໌ໂຟນຂອງທ່ານ ແລະ ພ້ອມດຽວນັ້ນ ສາມາດສັ່ງໃຫ້ຕອບຂໍ້ຄວາມກັບໄດ້ເຊັ່ນກັນ vi)    ສາມາດໃຊ້ຄຳສັ່ງສຽງໃນການຄົ້ນຫາຄື່ນສະຖານີວິທະຍຸທີ່ທ່ານມັກຟັງ vii)   …

Read More »

ຜົນວິໄຈອອກມາແລ້ວ! ແມ່ຍິງທີ່ເລີກດື່ມ Alcohol ໄດ້ຈະເຮັດໃຫ້ມີຊີວິດທີ່ດີຂຶ້ນ

ກ້າວເຂົ້າສູ່ຍຸກ Digital ສາວໆຢ່າງເຮົາຕ້ອງອັບເດດຂໍ້ມູນຂ່າວສານກັນເລື້ອຍໆເດີ້  ໃນມື້ນີ້ມີຂໍ້ມູນຂ່າວສານດີໆມາຝາກແຟນໆເຊັ່ນເຄີຍ ແຖວນີ້ມີໃຜເປັນນັກດື່ມກັນແດ່? ຫຼ້າສຸດມີການວິໄຈອອກມາແລ້ວເດີ້ ເຖິງຜົນຮ້າຍຂອງແອວກໍຮໍທີ່ເກີດຂຶ້ນກັບແມ່ຍິງແບບເຮົາໆ, ບໍ່ວ່າຈະໃນອະດີດ ຫຼື ປັດຈຸບັນ ມັກຈະພົບໄດ້ເລື້ອຍໆວ່າ ແມ່ຍິງທີ່ດື່ມເຄື່ອງດື່ມທີ່ມີທາດແອວກໍຮໍ ບໍ່ວ່າຈະເປັນເຫຼົ້າຫຼື ເບຍ ມີແນວໂນ້ມໃຫ້ເຫັນເລີຍວ່າຈະເລີ່ມດື່ມແອວກໍຮໍໃນຊ່ວງອາຍຸຍັງນ້ອຍລົງເລື້ອຍໆ ຫຼືເລີ່ມຕົ້ນຕັ້ງແຕ່ໄວຮຽນ ຊຶ່ງການດື່ມແອວກໍຮໍກໍສົ່ງຜົນຕໍ່ແມ່ຍິງໃນແບບທີ່ຕ່າງກັນ ຂຶ້ນຢູ່ກັບລະຍະເວລາໃນການດື່ມ ປະລິມານການດື່ມ ການຕອນສະໜອງຂອງຮ່າງກາຍທີ່ມີຕໍ່ແອວກໍຮໍ ແຕ່ທັງນີ້ກໍສົ່ງຜົນທີ່ຄ້າຍຄືກັນ ເພາະແນ່ນອນເລີຍວ່າມັນສົ່ງຜົນຕໍ່ຮ່າງກາຍ ຈິດໃຈ ແລະ ສະໝອງ ໄດ້ມີການວິໄຈທີ່ ມະຫາວິທະຍາໄລໃນຮ່ອງກົງ ມີການສຳຫຼວດ ແລະເຮັດການວິໄຈກ່ຽວກັບຜົນເສຍທີ່ເກີດຈາກການດື່ມແອວກໍຮໍໃນແມ່ຍິງ ໂດຍມີການຕີພິມການສຳຫຼວດດັ່ງກ່າວລົງໃນ CMAJ  ເຊິ່ງເປັນວາລະສານທາງການແພດຂອງປະເທດການາດາ ໂດຍການວິໄຈດັ່ງກ່າວເປັນການເກັບຂໍ້ມູນຜູ້ຮ່ວມທົດລອງທີ່ມີອາຍຸສະເລ່ຍ 49ປີ ແບ່ງເປັນກຸ່ມຕົວຢ່າງແມ່ຍິງ 56% ແລະຜູ້ຊາຍ64% ເປັນຄົນໃນຮ່ອງກົງ 10,386 ຄົນ, ໄລຍະເວລາທົດລອງ 2ປີ (2009 ແລະ 2013) ແລະຍັງໄດ້ມີການທົດລອງໃນອາເມລິກາອີກ 31,079  ຄົນ ໄລຍະເວລາທົດລອງ 3ປີ ຊຶ່ງການວິໄຈພົບວ່າ ໃນແມ່ຍິງທີ່ບໍ່ເຄີຍດື່ມແອວກໍໍຮໍແມ່ນມີສະພາບຈິດໃຈທີ່ດີເຖິງດີທີ່ສຸດ ສ່ວນໃນແມ່ຍິງທີ່ເລີກດື່ມແອວກໍໍຮໍ ແລະ …

Read More »

ສາທຸ ສາທຸ! ຄົນບັນເທີງຮ່ວມເຮັດບຸນໃສ່ບາດໃນມື້ “ບຸນເຂົ້າພັນສາ 2019” (ມີໃຜແດ່ມາເບິ່ງ!!!)

ສະບາຍດີແຟນໆ!!! ຮູ້ສຶກເວລາຜ່ານໄປໄວ ຜ່ານໄປແປັບດຽວກໍຮອດ “ບຸນເຂົ້າພັນສາ” ເຊິ່ງໃນປີນີ້ກົງກັບວັນທີ 16 ກໍລະກົດ 2019, ນອກຈາກພໍ່ແມ່ພີ່ນ້ອງຊາວລາວທຸກໆຄົນ ທີ່ໄດ້ຮ່ວມເຮັດບຸນໃນມື້ດັ່ງກ່າວ ບໍ່ພຽງແຕ່ເທົ່ານັ້ນເພາະບັນດາໜຸ່ມ-ສາວຄົນບັນເທິງບ້ານເຮົາເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ, ມີ່ມີ່ ພູນຊັບ ພົນໂຍທາ, ບາບີ້ ປິຍະມາດ, ສຽວຜິງ ໄຊຍະລິນ ແລະ ອີກຫຼາຍໆທ່ານ… ກໍໄດ້ອອກໄປເຮັດບຸນໃສ່ບາດ ຮັບສິນຮັບພອນ ເພື່ອຄວາມເປັນສິຣິມົງຄຸນໃຫ້ແກ່ຊີວິດ ຕາມແບບສະບັບຊາວພຸດເຮົາເຊັ່ນດຽວກັນ. (ລອງມາເບິ່ງວ່າມີໃຜແດ່…) ລູກນໍ້າ ທິດາລັດ ວົງສິລິ ນັກສະແດງ/ນາງງາມ ມີ່ມີ່ ພູນຊັບ ພົນໂຍທາ Miss International Laos 2017 ຕ໋ອດ ລີນ້າ ນັກສະແດງ/ນາງແບບ/ພິທີກອນ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017) ບາບີ້ ປິຍະມາດ …

Read More »

ມີລຸ້ນລາງວັນແນ່ນອນ! ງາມ-ຄວາມສາມາດແໜ້ນ Miss Friendship Laos 2019 ດີກຼີບໍ່ທຳມະດາ ກຽມປະກວດໃນເວທີໂລກໄວໆນີ້ (ຄົນລາວກຽມເຊຍ) 

ກຽມພ້ອມຫຼືຍັງແຟນໆ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ໄຜ່ທິດາ ໂພທິສານ (ຕຸຕູ່) Miss Friendship Laos 2019 ທີ່ຫຼ້າສຸດທາງກອງປະກວດກໍໄດ້ມີການປະກາດຢ່າງເປັນທາງການແລ້ວວ່າ ກຽມສົ່ງຕົວແທນສາວລາວຄົນນີ້ສູ່ເວທີລະດັບໂລກນັ້ນກໍຄື Miss Friendship International 2019 ທີ່ຈະຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2019 ຈັດຂຶ້ນໃນ ສປ.ຈີນ ເຊິ່ງຈະມີຕົວແທນສາວງາມຈາກທົ່ວໂລກເຂົ້າຮ່ວມປະກວດ. ໄດ້ເຫັນຂຶ້ນຕົ້ນຂ່າວສານແລ້ວຮູ້ສຶກຕື່ນເຕັ້ນແມ່ນບໍ່ແຟນໆທີ່ຈະໄດ້ລຸ້ນ ໄດ້ເຊຍສາວງາມຈາກປະເທດລາວໃນເວທີແຫ່ງມິດຕະພາບໂລກ ເຊິ່ງຂໍບອກວ່າ ຕຸຕູ່ ໄຜ່ທິດາ Miss Friendship Laos 2019 ອາຍຸ 25 ປີ ລວງສູງ 173 ຊັງຕີແມັດ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ໃນເວລານີ້ກສາວງາມຕົວແທນຈາກລາວກໍມີຄວາມພ້ອມ 100% ແລ້ວ ເພາະນາງມີການເຝິກຊ້ອມທັກສະຕ່າງໆບໍ່ວ່າຈະເປັນເລື່ອງໜ້າຕາຮູບຮ່າງ, ຄວາມຮູ້-ຄວາມສາມາດ, ທັກສະທາງດ້ານພາສາ, ຄວາມພ້ອມທາງດ້ານຊຸດປະຈຳຊາດທີ່ກຽມໄປເຜີຍແຜ່ສູ່ສາຍຕາຊາວໂລກ, ກຽມທັກສະການຍ່າງເທິງເວທີ, ໄຫວພິບການຕອບຄຳຖາມ, ການເຂົ້າສັງຄົມ ແລະ ອີກຫຼາຍໆຢ່າງ… ເພື່ອກຽມໄປປະຊັນຄວາມງາມ …

Read More »

ສູ່ກ້າວໃໝ່ອີກຂັ້ນກັບ! Ford EcoSport 1.0L EcoBoost ປະຢັດນໍ້າມັນສຸດໆ ກະທັດຮັດ ຕອບໂຈດການນໍາໃຊ້ໃນຊີວິດປະຈຳວັນ

ເຫັນແຟນໆຫຼາຍທ່ານອິນບ໋ອກມາບອກເລົ່າວ່າຢາກໄດ້ລົດໃໝ່ ຄັນງາມໆ ລາຄາສົມເຫດສົມຜົນ ປະຢັດນໍ້າມັນ ເໝາະສົມກັບການໃຊ້ງານຕົວຈິງໃນຊີວິດປະຈຳວັນ ແຕ່ຍັງຕັດສິນໃຈບໍ່ໄດ້ວ່າຈະຊື້ລົດຍີ່ຫໍ້ຫຍັງດີ, ດັ່ງນັ້ນໃນມື້ນີ້ເຮົາຈຶ່ງມີອີກໜຶ່ງທາງມາໃຫ້ແຟນໆໄດ້ເກັບໄວ້ເປັນຂໍ້ມູນກ່ອນຕັດສິນໃຈຊື້  ເພາະຫຼ້າສຸດທາງ ທີມງານ ຂວັນໃຈ ເຮົາໄດ້ມີໂອກາດໄປງານເປີດໂຕລົດ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost) ແລະ ຮູ້ສຶກປະທັບໃຈ ເລີຍຢາກນຳມາບອກເລົ່າຕໍ່ແຟນໆ… ໃນຕອນຄໍ່າ ວັນທີ 11 ກໍລະກົດ 2019 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ້ ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ ຟອດເອັກໂຄ ສະປອດໃໝ່ 2019 (Ford Eco Sport Eco boost)  ຢູ່ທີ່ຫ້ອງຂາຍ ລາວຟອດຊີຕີ້, ສາຂາ ນະຄອນຫຼວງວຽງຈັນ. ໂດຍການກ່າວເປີດງານຂອງທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ , ພ້ອມກັບການນຳສະເໜີລົດໃຫມ່ …

Read More »