ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ 0982 ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ ເຊິ່ງລາຍລະອຽດມີດັ່ງຕໍ່ໄປນີ້: “ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງມາຍັງ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ທົ່ວທຸກຫົວໜ່ວຍທຸລະກິດທຸກພາກສ່ວນ ຢູ່ນະຄອນຫຼວງວຽງຈັນຊາບວ່າ: ການສະໜອງນໍ້າປະປາຈະບໍ່ເປັນປົກກະຕິຍ້ອນສະພາບນໍ້າຂອງມີຄວາມຂຸ່ນສູງເກີນມາດຕະຖານການຜະລິດ ຂອງໂຮງງານຜະລິດນໍ້າປະປາ ເຊິ່ງອາດຈະສົ່ງຜົນຕໍ່ການຜະລິດ-ສະໜອງນໍ້າປະປາຢູ່ບາງເຂດ ບໍ່ປົກກະຕິ ແລະ ພຽງພໍຕໍ່ການຊົມໃຊ້ພາຍໃນ ນະຄອນຫຼວງວຽງຈັນ ໃນໄລຍະລະດູຝົນນີ້, ສະນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອກະກຽມໂຕ່ງນໍ້າໄວ້ຊົມໃຊ້ໃຫ້ພຽງພໍ ຈົນກວ່າການຜະລິດ-ສະໜອງນໍ້າ ຈະເຂົ້າສູ່ສະພາບປົກກະຕິ” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກ ຂອງການບໍລິການນໍ້າປະປາ ໃນໄລຍະນີ້ດ້ວຍ. ທີ່ມາ: Support Prime Minister Thongloun Sisoulith
Read More »News
ເລີ່ມແລ້ວ! ກັບການປະກວດ Miss Laos 2018 (ແຟນນາງງາມກຽມຈັບຕາເບິ່ງໄວ້ເລີຍ!!!)
“ນາງສາວລາວ ປະຈຳປີ 2018 (Miss Laos) ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ” ແວະວຽນມາທີ່ເວທີການປະກວດອັນຊົງກຽດອີກໜຶ່ງເວທີ ການປະກວດ ນາງສາວລາວ Miss Laos 2018 ທີ່ຫຼ້າສຸດໄດ້ມີການຖະແຫຼງຂ່າວຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍ ໃນວັນທີ 3 ກັນຍາ 2018 ທີ່ຜ່ານມາ.ຂໍບອກໄວ້ເລີຍວ່າເວທີ ນາງສາວລາວ Miss Laos 2018 ຮູ້ສຶກແຕກຕ່າງໄປຈາກປີກ່ອນໆ ເພາະກ່ອນໜ້າບໍ່ດົນມານີ້ ທາງກອງປະກວດກໍ່ໄດ້ຈັດ Meet and Greet ກໍ່ຄືໄດ້ຈັດງານລວມຕົວຂອງອະດີດນາງງາມ ບໍ່ວ່າຈະເປັນ ໄພລິນດາ ພິລາວັນ (ກິກ) ນາງສາວລາວ ປີ 2009, ມາໄລທິບ ສິງສາຫະນາດ ນາງສາວລາວ ປີ 2010, ທິດາລັດ ວົງສິຣິ (ລູກນໍ້າ) ນາງສາວລາວ ປີ 2011, ຄຣິດຕິນາ ລາສະສິມມາ ນາງສາວລາວ ປີ 2012 ແລະ …
Read More »ງົດງາມ! ໝໍ ແນ່ງ ຈັນດາລີ ຮ່ວມເສີດສາຍໃນງານ Asia Pacific Film Festival ທີ່ ໄຕ້ຫວັນ
ງົດງາມ!!! ໝໍ ແນ່ງ ຈັນດາລີ ສິດພະໄຊ ຮ່ວມເສີດສາຍໃນງານປະກາດຜົນລາງວັນຮູບເງົາ “Asia Pacific Film Festival” ຄັ້ງທີ 58 ທີ່ ໄຕ້ຫວັນ ໃນວັນທີ 1 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ ໝໍ ແນ່ງ ຮ່ວມເສີດສາຍໃນພົມແດງ ມາໃນລຸກທີ່ເບິ່ງແລ້ວງົດງາມ ລຽບຫຼູສຸດໆ. ນອກຈາກນີ້ ໝໍ ແນ່ງ ຈັນດາລີ ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນທີ່ວ່າ: ເບິ່ງແລ້ວງົດງາມ ລຽບຫຼູ ອໍລ້າຈັບ ແບບນີ້ຂໍບອກເລີຍວ່າ…ຂໍຍອມມມມມ!!! ຮູບພາບ: Chandaly Ningnang Sitpraxay , Alex Aliya Soundala
Read More »ຄວນອ່ານ! ຈັດການກັບນັກເລງຄີບອດ ໃນສື່ສັງຄົມ online ດ້ວຍກົດໝາຍ
“ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ບໍ່ວ່າຈະເຮັດຫຍັງກໍຕ້ອງ update ວ່າງຍາມໃດ ກໍຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາເທິງໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ ໃກ້ຊິດກັນຫຼາຍຂຶ້ນ ຊີວິດກໍສະດວກສະບາຍຂຶ້ນ ຂໍ້ມູນຂ່າວສານ ຄວາມຮູ້ຕ່າງໆ ກໍເຂົ້າເຖິງໄດ້ງ່າຍ ແລະວ່ອງໄວທັນໃຈ ພຽງສ້ຽວວິນາທີເທົ່ານັ້ນເອງ …
Read More »ສົ່ງກຳລັງໃຈໃຫ້ທີມ Graphic Design ຈາກລາວຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018”
ສີມືຄົນລາວບໍ່ແພ້ຊາດໃດໃນໂລກ!!! ມາຮ່ວມສົ່ງກຳລັງໃຈໃຫ້ທີມ Graphic Design ຈາກປະເທດລາວເຮົາທີ່ເດີນທາງໄປຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018” ງານແຂ່ງຂັນສີມືແຮງງານ, ເຊິ່ງໃນປີນີ້ລາວເຮົາມີສາຂາ “Graphic Design” ເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 31 ສິງຫາ 2018 ກໍຈະເປັນມື້ແຂ່ງຂັນມື້ທຳອິດ. ຢ່າງໃດຄົນລາວເຮົາກໍຢ່າລືມຊ່ວຍເຊຍນັກ Graphic Design ທີມລາວ. #ຮັກລາວເຊຍລາວ #ລາວສູ້ໆ ທີ່ມາ: Graphic JipJip
Read More »