Breaking News

News

7 ພຶດຕິກໍາທີ່ເຂົ້າຂ່າຍ “ການລວນລາມທາງເພດ” (Sexual Harassment)

ເມື່ອເວົ້າເຖິງຄຳວ່າ “ການລວນລາມທາງເພດ (Sexual Harassment) ທີ່ໝາຍເຖິງ ການກະທໍາທາງເພດ ອັນບໍ່ເປັນທີ່ຕ້ອງການ ສ້າງຄວາມເດືອດຮ້ອນ ອຶດອັດໃຈ ແລະກະທົບຕໍ່ກຽດສັກສີຂອງອີກຝ່າຍໜຶ່ງ” ເປັນພຶດຕິກໍາທີ່ຄົນສ່ວນຫຼາຍມັກຈະເຂົ້າໃຈວ່າເປັນພຽງແຕ່ການທີ່ ຜູ້ຊາຍຈັບບາຍ ຮ່າງກາຍແມ່ຍິງ ອັນເຮັດໃຫ້ແມ່ຍິງຜູ້ນັ້ນອັບອາຍ ຫຼືບໍ່ພໍໃຈ ເຊິ່ງຄວາມເຂົ້າໃຈແບບນີ້ ເປັນຄວາມໝາຍບາງສ່ວນຂອງຄຳວ່າ ການລວນລາມທາງເພດ ເທົ່ານັ້ນ ເພາະໃນຕ່າງປະເທດ ພຶດຕິກຳທີ່ຖືວ່າເຂົ້າຂ່າຍການລວນລາມທາງເພດນັ້ນ ແມ່ນກວ້າງ ແລະລະອຽດອ່ອນກວ່າພຽງພຶດຕິກຳທີ່ປະຈັກຕາ ແຕ່ມັນຍັງລວມເອົາ ບັນດາພຶດຕິກຳ ທີ່ສໍ່ໄປທາງເພດອື່ນໆ ທີ່ອາດບໍ່ທັນໄດ້ຈັບບາຍຮອດຮ່າງກາຍແມ່ຍິງຊ້ຳ ແຕ່ກໍເຮັດໃຫ້ແມ່ຍິງຮູ້ສຶກບໍ່ມັກ ອັບອາຍ ອຶດອັດ ສ້າງຄວາມເດືອນຮ້ອນ ແລະກະທົບຕໍ່ກຽດສັກສີ ແມ່ຍິງກໍສາມາດໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອເອົາຜິດຕໍ່ຜູ້ກະທຳໄດ້ .. ງົງແມ່ນບໍ່? ທີ່ຈິງແລ້ວ ການລວມລາມທາເພດ ສາມາດເກີດຂຶ້ນໄດ້ທຸກໆສະຖານທີ່ ບໍ່ວ່າຈະເປັນ ເຮືອນ, ຊຸມຊົນ, ໂຮງຮຽນ, ບ່ອນເຮັດວຽກ ຫຼືບ່ອນສາທາລະນະຕ່າງໆ ຜູ້ກະທຳອາດເປັນຄົນແປກໜ້າ,​ ຄົນຮູ້ຈັກ ຫຼືຄົນໃນຄອບຄົວຂອງແມ່ຍິງເອງກໍໄດ້ ອີງຕາມບົດຄົ້ນຄວ້າຈາກຫຼາຍໆປະເທດ ກ່າວວ່າ …

Read More »

ໂບ ປະກາດລາອອກຈາກປະທານສະໂມສອນວຽງຈັນຍູໄນເຕັດ ຊີ້ແຈງເຮັດໄປເພາະຄວາມຫວັງດີ ພ້ອມໄລ້ສົດທັງນໍ້າຕາ!!!

ກາຍເປັນ Talk of the town ຫຼັງຈາກທີ່ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການແບບສົດໆຮ້ອນ ເພື່ອປະຕິບັດວິໄນຕໍ່ປະທານສະໂມສອນວຽງຈັນຍູໄນເຕັດ ເນື່ອງຈາກວັນທີ 25 ສິງຫາ 2018 ຜູ້ກ່ຽວໄດ້ໄລ້ສົດທາງເຟສບຸກ (Facebook) ສ່ວນຕົວວິຈານທາງເຂົ້າສະຫະພັນບານເຕະແຫ່ງຊາດລາວແບບບໍ່ເໝາະສົມ, ຫຼ້າສຸດພໍແຕ່ຮູ້ຂ່າວການປະສັ່ງປະຕິບັດວິໄນ ໂບ ພິຈິກາ ກໍໄດ້ໂພສເປີດໃຈຜ່ານເຟສບຸກສ່ວນຕົວ ຊີ້ແຈງວ່າທີ່ຕົນໄລ້ສົດໄປເພາະຄວາມຫວັງດີ ແລະ ຂໍຮັບຜິດຊອບຕໍ່ການກະທຳໃນເທື່ອນີ້ດ້ວຍການອອກມາຂໍໂທດ ພ້ອມຂໍລາອອກຈາກ ແລະ ຈະບໍ່ຂໍກ່ຽວຂ້ອງຕໍ່ກິລາບານເຕະທຸກຊະນິດ.  ແຖມ ໂບ ພິຈິກາ ປະທານສະໂມສອນວຽງຈັນຍູໄນເຕັດ ຍັງອອກມາໄລ້ (Live) ສົດເປີດໃຈເປັນເວລາເກືອບ 1ຊົ່ວໂມງທັງນໍ້າຕາ ພ້ອມບອກໃຫ້ເລື່ອງຂອງຕົນເປັນອຸທາຫອນ, ເຮັດໃຫ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. ຂ້ອຍກັບມາ ມັນກະບໍ່ຄືເກົ່າໃຫ້ເລື່ອງຂອງໂບເປັນບົດຮຽນສຸດທ້າຍ ສາ Posted by Phijika Boonkwang on Tuesday, August 28, 2018   (ມີຄລິບຕົ້ນເຫດທີ່ເຮັດໃຫ້ ປະທານສະໂມສອນວຽງຈັນຢູໄນເຕັດ …

Read More »

ສ່ອງ! ອ້ອຍ ວົງພັກດີ ສາວລາວຄົນເກັ່ງທີ່ຄວ້າຫຼຽນເງິນໃນ Asian Games 2018

ມາສ່ອງຄວາມງາມ ຄວາມໜ້າຮັກຂອງ ອ້ອຍ ວົງພັກດີ ນັກກິລາ ປັນຈັດສີລັດ (Pencak Silat)  ທີມຊາດລາວ ທີ່ໃນວັນທີ 27 ສິງຫາ 2018 ທີ່ຜ່ານມາໂຊຄວາມສາມາດ ຄວ້າຫຼຽນເງິນໃນການແຂ່ງຂັນ Asian Games 2018 ທີ່ປະເທດ ອິນໂດເນເຊຍ ມາຝາກພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ. ແຖມນາງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຕອນນີ້ ເພາະນອກຈາກຄວາມເກັ່ງທາງດ້ານກິລາ ອ້ອຍ ວົງພັກດີ ຍັງມີຄວາມງາມ ໜ້າຮັກ ກາຍເປັນຂວັນໃຈຄົນໃໝ່ຂອງພໍ່ແມ່ພີ່ນ້ອງຊາວລາວ. ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບການຄວ້າຫຼຽນເງິນມາຝາກຄົນລາວ ແລະ ກໍ່ຂໍເປັນກຳລັງໃຈໃຫ້ທັບນັກກິລາລາວທີ່ກຳລັງແຂ່ງຂັນຢ່າງສຸດໃຈ (ເຊຍລາວສູ້ໆໆໆ) #ແຊຣໄປໃຫ້ໂລກຮູ້ ນີ້ຄືນັກກິລາທີມຊາດລາວ  ?? ຮູບພາບ: Lao su su ລາວ ສູ້ ສູ້, ເຊຍລາວ, ອິນຊີທອງ ມີເດຍ

Read More »

ໂອ້ວ້າວ…ເຜັດໆໆໆເວີ້! ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ໂຊເຊັກຊີ່ທະເລເດືອດ!!!

ໂອ້ວ້າວ ເຜັດໆໆໆເວີ້!!! ດຽວກ່ອນຢ່າຟ້າວເຂົ້າໃຈຜິດວ່າແມ່ນອາກາດຮ້ອນເດີ້ແຟນໆ ທີ່ວ່າ ເຜັດໆໆ ຮ້ອນແຮງ ນີ້ ຊະນີIndy ໝາຍເຖິງ ສາວ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos 2017 , ທີ່ຫຼ້າສຸດ ເຮັດທະເລແຖບ Australia  ເດືອດ… ແບບວ່າຟົດບົບໆປານນໍ້າຕົ້ມພຸ້ນລະແຟນໆ ເລື່ອງຂອງເລື່ອງກໍ່ຄືວ່າ ນາງຈັດ Bikini ສີແດງສົດໃສ  ໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ເບິ່ງແລ້ວເພີນຕາດີ ເຊັກຊີ່ເວີ້ໆໆໆ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… (ເສີຍຜົມຄ່ອຍໆ) (ມຸມເຜີ) (ປາດດດດ!!! ບໍ່ຢາກລະສາຍຕາເລີຍມຸມນີ້) (ລວມໆແລ້ວເປະເວີ້ທຸກອົງສາ…ຍອມແລ້ວວວວ) ວູ້ໆໆໆ…ຊ່າງມາເຊັກຊີ່ ເຮັດເອົາທະເລເດືອດກັນເລີຍ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງນາງສຸດໆ, ແບບນີ້ ຊະນີIndy ຈັດໃຫ້ ມີ່ມີ່ ວິລະພອນ ຮອງອັນດັບສອງ Miss Laos ຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!! ຮູບພາບຈາກ: IG/onlymiimiiee

Read More »

ສູ້ເດີ້! ເປັນກຳລັງໃຈໃຫ້ນັກກິລາລາວ ກຽມຊິງຫລຽນຄຳພົບເຈົ້າພາບ (ເຖິງຈະເຈັບປານໃດກໍ່ຂໍສູ້ເພື່ອຊາດ)

“ເຈັບປານໃດກໍ່ຈະສູ້ເພື່ອຊາດ”  ນ້ອງ ນໍ້າ ອ້ອຍ ນັກກິລາປັນຈັກສີລັດ (Pencak Silat) ທີມຊາດລາວ ຈາກການລາຍງານໄດ້ຮັບບາດເຈັບ ຫຼັງຈາກຈົບການແຂ່ງຂັນເອົາຊະນະນັກກິລາຈາກປະເທດ ສິງກະໂປ. ໃນວັນທີ 27 ສິງຫາ 2018 ເວລາ 4.00 pm ຈະໄດ້ມີການແຂ່ງຂັນເພື່ອຊິງເອົາຫຼຽນຄຳ ພົບກັບເຈົ້າພາບ ປະເທດ ອິນໂດເນເຊຍ, ຢ່າລືມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ທັບນັກກິລາລາວໃນ Asian Games 2018 ທີ່ປະເທດ ອິນໂດເນເຊຍ. #ລາວສູ້ໆ #ຮັກລາວເຊຍລາວ #ແຊຣໄປໃຫ້ໂລກຮູ້ ນີ້ຄືນັກກິລາໃຈສູ້ທີມຊາດລາວ  ?? ຮູບພາບ: Lao su su ລາວ ສູ້ ສູ້

Read More »