ຄວາມໜ້າເຊື່ອຖື ຄວາມໜ້າເຊື່ອຖືແມ່ນເປັນປັດໄຈທີ່ມີຄວາມສຳຄັນທີ່ສຸດ ເມື່ອເວລາທີ່ທ່ານພິຈາລະນາທີ່ຈະຊື້ລົດຕູ້ຄັນໃໝ່. ທ່ານຈະສູນເສຍໂອກາດທາງທຸລະກິດຂອງທ່ານ ຖ້າຫາກວ່າລົດຕູ້ຂອງທ່ານເກີດການເປເພເສຍຫາຍ. ເມື່ອທ່ານຄິດຈະຊື້ລົດຕູ້ໃຫ້ທ່ານຄິດເຖີງລົດຕູ້Nissan URVANຊຶ່ງເປັນລົດຕູ້ທີ່ເປັນທີ່ຮູ້ຈັກກັນດີໃນຕະຫຼາດສຳລັບຄວາມໜ້າເຊື່ອຖື. ດ້ວຍຂະໜາດຄວາມຍາວທັງໝົດ 5,230 ມມ, ຄວາມກວ້າງ 1,880 ມມ ແລະ ຄວາມສູງເຖີງ2,285 ມມ, ປະຕູບານເລື່ອນດ້ານຂ້າງຂະໜາດໃຫຍ່ ເພີ່ມຄວາມສະດວກໃນການເປີດອອກທີ່ກວ້າງກ່ວາ ທີ່ຊ່ວຍໃຫ້ຜູ້ໂດຍສານເຂົ້າ ແລະ ອອກລົດໄດ້ງ່າຍຂຶ້ນ. ມີສະມັດຖະນະທີ່ດີ ການນຳໃຊ້ລົດຕູ້ໃໝ່ຄັນໜຶ່ງໃນຊີວິດປະຈຳວັນ ບໍ່ແມ່ນພຽງແຕ່ຊ່ວຍປະຫຍັດນໍ້າມັນເຊື້ອໄຟ ກິໂລແມັດຕໍ່ລິດ (ກມ/ລ) ເທົ່ານັ້ນ, ແຕ່ວ່າຍັງແມ່ນຄ່າໃຊ້ຈ່າຍໃນການບໍາລຸງຮັກສາ; ເນື່ອງຈາກ ບໍລິສັດ ຕັນຈົງມໍເຕີ ໄດ້ສະໜອງການບໍາລຸງຮັກແບບບໍ່ເສຍຄ່າໃຊ້ຈ່າຍ (FMS) ແລະ ການຮັບປະກັນ ໃກ້ແກ່ບັນດາລູກຄ້າທີ່ຊື້ລົດຕູ້ Nissan URVANລາຍໃໝ່ທັງໝົດ. ມີປະສິດທິພາບ ເມື່ອທ່ານຊື້ລົດຕູ້ຄັນໃໝ່, ທ່ານຕ້ອງການທີ່ຈະຮັບປະກັນວ່າ ຍານພາຫະນະທີ່ທ່ານຊື້ຈະມີປະສິດທິພາບການດຳເນີນງານທີ່ດີ ໃນໄລຍະຍາວ ແລະ ມີຄວາມສາມາດໃນການບັນທຸກທີ່ແຕກຕ່າງ. ເປັນລົດທີ່ນຳເຂົ້າແບບຄົບຊຸດເຕັມຮູບແບບຈາກປະເທດຍີ່ປຸ່ນ, Nissan URVANແມ່ນເປັນ ‘ພາຫະນະຂົນສົ່ງຜູ້ໂດຍສານ’ ຈຳນວນ …
Read More »News
ເຜີຍໂສມແລ້ວ! ດາວດວງໃໝ່ປະດັບວົງການບັນເທີງລາວ ຜູ້ຊະນະເລີດ Laos Super Model 2018
ເພິ່ມມາອີກແລ້ວກັບດວງດາວປະດັບວົງການບັນເທິງ ຫຼ້າສຸດຜ່ານມາແບບສົດໆຮ້ອນໆກັບການປະກວດ Laos Super Model 2018 ທີ່ຈັດຂຶ້ນໃນວັນທີ 18 ສິງຫາ 2018 ທີ່ຜ່ານມາ, ເຊິ່ງການແຂ່ງຂັນຄົ້ນຫາສຸດຍອດ ນາງແບບ ຊາຍແບບປີນີ້ The Winner of Laos Super Model 2018 ໄດ້ແກ່: ປະເພດ ນາງແບບໄດ້ແກ່: ໝາຍເລກ L2 ນາງ ເຊິ່ນ ໄຊຍະສານ (ເຊິ່ນ) ປະເພດ ຊາຍແບບໄດ້ແກ່: ໝາຍເລກ M3 ທ້າວ ບຸນພິທັກ ພູນຜົນ (ກ່າ) ປະເພດ ເດັກນ້ອຍໜ້າຮັກຍິງແບບໄດ້ແກ່: ໝາຍເລກ SL1 ມີນາພອນ ພວງສະຫວັນ (ເອວ້າ) ປະເພດ ເດັກນ້ອຍໜ້າຮັກຊາຍແບບໄດ້ແກ່: ໝາຍເລກ SM6 ທ້າວ ອານາຈັກ …
Read More »ຊົມເຊີຍ! ນັກສຶກສາລາວໂຊຜົນງານ ຕິດ Top10 ໃນການແຂ່ງຂັນ MICROSOFT OFFICE SPECIALIST WORLD CHAMPIONS 2018
ນັບວ່າເປັນຂ່າວທີ່ເຮັດໃຫ້ຄົນລາວເຮົາມີຄວາມຍິນດີເລີຍກໍ່ວ່າໄດ້ ເນື່ອງຈາກໄດ້ມີນັກສຶກສາຕົວແທນ ປະເທດລາວ ເຂົ້າຮ່ວມແຂ່ງຂັນ Microsoft Office Specialist (MOS) ທີ່ Orlando, Florida, USA ຕັ້ງແຕ່ໃນວັນທີ 29ກໍລະກົດ ຫາ 1ສິງຫາ 2018 ທີ່ຜ່ານມາ, ເຊິ່ງນັກສຶກສາຈາກ ປະເທດລາວ ທ້າວ ສົມສິດ ພົນພັກດີ ກໍ່ບໍ່ເຮັດໃຫ້ຜິດຫັວງ ເພາະສາມາດຕິດ Top 10 ໃນການແຂ່ງຂັນລະດັບໂລກໃນປີນີ້. ໃນມື້ແຂ່ງຂັນ, ນັກແຂ່ງຂັນທັງໝົດໄດ້ເຮັດບົດສອບເສັງໂດຍຕ້ອງໄດ້ຄວາມສາມາດຕົວເອງທັງໝົດນັບຕັ້ງແຕ່ສ້າງຮູບແບບ ເອກະສານ, ຕາຕະລາງ, ແລະ ບົດນຳສະເໜີ ໂດຍອີງຕາມຂໍ້ມູນທີ່ຈັດກຽມໃຫ້ ໂດຍໃຊ້ Word, Excel ແລະ PowerPoint. ສຳລັບການແຂ່ງຂັນແມ່ນ ຄົບຮອບ 17 ປີ ກັບການແຂ່ງຂັນເຊິ່ງໂດຍມີຄົນຮ່ວມແຂ່ງຂັນທັງໝົດ 760,000 ຄົນ ຈາກ 116 ປະTop10ເທດ, ແລະມີອັດຕາເພີ່ມຂຶ້ນ 35% ຕໍ່ປີ. ນັກສຶກສາໄດ້ເຂົ້າຮ່ວມເພີ່ມທັດສະດ້ານ …
Read More »52 ປີແຫ່ງຄວາມຫຼັງ! ຍ້ອນເບິ່ງພາບ ນໍ້າຖ້ວມ ນະຄອນຫຼວງວຽງຈັນ ປີ 1966.
ມາຍ້ອນເບິ່ງພາບເກົ່າ ຈາກເຫດນໍ້າຖ້ວມຄັ້ງໃຫ່ຍທີ່ ນະຄອນຫຼວງວຽງຈັນ ຕັ້ງແຕ່ປີ 1966, ເຊິ່ງພາບດັ່ງກ່າວໄດ້ຖືກເປີດເຜີຍຈາກຜູ້ໃຊ້ເຟສບຸກລາຍໜຶ່ງ ເຮັດໃຫ້ມີຄົນໃຫ້ຄວາມສົນໃຈກົດໄລ້ ແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. (ມີຄລິບ) Posted by Gonzalo Cancino on Monday, August 20, 2018 ນ້ໍາຖ້ວມຢູ່ວຽງຈັນ ປີ໑໙໖໖ (Part 2) Posted by Gonzalo Cancino on Monday, August 20, 2018 ທີ່ມາ: Gonzalo Cancino
Read More »9 ສິ່ງທີ່ສາມາດຂໍເພີ່ມໄດ້ ເທິງຍົນ… (ຄວາມລັບທີ່ແອໂຮສເຕດບໍ່ເຄີຍບອກ)
ເຊື່ອວ່ານັກເດີນທາງຫຼາຍຄົນອາດຈະຍັງບໍ່ຮູ້ບາງຢ່າງເທິງຍົນ ວ່າເຮົາສາມາດຂໍຫຍັງໄດ້ແດ່ ໂດຍສະເພາະເຄື່ອງໃຊ້ບາງຢ່າງ ຫຼື ຂໍເພີ່ມບາງຢ່າງ ເພາະແອໂຮສເຕດບໍ່ເຄີຍບອກ ແລະ ເຮົາເອງກໍບໍ່ໄດ້ສົນໃຈຖາມນໍາ ມີແຕ່ກະກຽມໄປເອງ!! ແຕ່ສາວໆຮູ້ບໍ່ວ່າ 9 ສິ່ງ ຕໍ່ໄປນີ້ ພຽງແຕ່ສາວໆເອີ່ຍຢາກຂໍກໍຈະໄດ້ສິດນັ້ນທັນທີ… ແຕ່ແນວໃດກໍຕາມ ສິດຜົນປະໂຫຍດຕ່າງໆເຫຼົ່ານີ້ ກໍຂຶ້ນກັບຫຼາຍປັດໃຈປະກອບດ້ວຍ ທັງສາຍການບິນ, ລະດັບຂອງສາຍການບິນ (Low cost ຫຼື Full Service) ແລະ ຊັ້ນໂດຍສານ ແລະ ນີ້ຄື 9 ຄວາມລັບນັ້ນ… 1. ຂໍຢາສາມັນ ຫຼື ອຸປະກອນລ້າງບາດ: ຖ້າມີອາການເຈັບຫົວ, ເຈັບທ້ອງ, ເມົາຍົນ ຫຼື ອາການອື່ນໆ ທີ່ບໍ່ຮຸນແຮງຈົນເກີນໄປ ທ່ານສາມາດຂໍຢາກັບພະນັກງານຕ້ອນຮັບເທິງຍົນໄດ້ ແລະ ຖ້າຜູ້ໂດຍສານເກີດອຸບັດເຫດເລັກໜ້ອຍ ພະນັກງານທຸກຄົນກໍພ້ອມທີ່ຈະປະຖົມພະຍາບານເບື້ອງຕົ້ນ ມີທັງພາສເຕີ່ຕິດບາດ ແນວຕິດບາດ ສະນັ້ນ, ຢ່າຢ້ານທີ່ຈະເອີ່ຍປາກຂໍ 2. ຂໍອາຫານເພີ່ມ: …
Read More »