Breaking News

News

ທ່ອງທ່ຽວ ໂອກິນາວ່າ 5 ອັນດັບ! ສຸດຍອດຫາດຊາຍຍີ່ປຸ່ນປະຈໍາປີ 2018

ຖ້າໃຫ້ແຜນໄປທ່ຽວຍີ່ປຸ່ນ ຫຼາຍຄົນກໍຄົງເລືອກທີ່ຈະໄປເບິ່ງດອກສະກຸລະບານ ຫຼື ໄປປັ້ນຫິມະທີ່ ຮ໊ອກໄກໂດ ມີໜ້ອຍຄົນທີ່ຢາກຈະໄປທະເລຍີ່ປຸ່ນ ແຕ່ມື້ນີ້ຂວັນໃຈ ຈະມາພາໄປພົບກັບທະເລງາມໆ ແລະ ຫາດຊາຍຂາວໆທີ່ຕິດທ໊ອບ 5 ຂອງສຸດຍອດຫາດຊາຍຍີ່ປຸ່ນ ປະຈໍາປີ 2018 ໄປເບິ່ງກັນເລີຍ… 1. Furuzamami Beach ຫາດຊາຍຟູຣຸຊາມານິ ເກາະເຄົາມະ ຫາດຊາຍຟູຣຸຊາມານິ ຖືກຈັດອັນດັບໃຫ້ໄດ້ຮັບ 2 ດາວຈາກມິເຊລລີນກລີນໄກ້ ຍ້ອນມີຫາດຊາຍສີຂາວທີ່ຍາວຢຽດກວ່າ 1 ກິໂລແມັດ ແລະ ນໍ້າທະເລທີ່ໃສເບິ່ງເຫັນຜືນຊາຍຂາວໃຕ້ທະເລ ເຕັມໄປດ້ວຍຝູງປາ ລອຍອ້ອມປະກາລັງຈໍານວນຫຼາຍ. 2. Yonaha Maehama Beach ຫາດຊາຍໂຍນາຮະ ມາເອຮາມະ ເກາະມິຍາໂກະ ຫາດຊາຍໂຍນາຮະ ຈັດວ່າເປັນຫາດຊາຍທີ່ດີທີ່ສຸດຂອງຍີ່ປຸ່ນ ທີ່ມີຄວາມຍາວ 7 ກິໂລແມັດ ເໝາະແກ່ການລອຍນໍ້າ ແລະ ຫຼິ້ນກິລາທາງນໍ້າຕ່າງໆ ນອກຈາກນີ້ຍັງເປັນຈຸດຊົມຕາເວັນຕົກທີ່ງາມຫຼາຍນໍາອີກ 3. Nishihama Beach …

Read More »

ໜ້າຮັກ! ວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ໂພສຮູບເຊັກອິນໃນລາວ!!!

(ແອບມອງເທີຢູ່ນະຈະ ເທີໄມ່ລູ້ບ້າງເລີຍ) ເປີດຫົວມາກັບທ່ອນຮຸກຂອງບົດເພງດັງຈາກວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ທີ່ຫຼ້າສຸດເດີນທາງມາໂຊມິນິຄອນເສີດໃຫ້ເຫຼົ່າ fc ໄດ້ກຣີດກັນສະໜັ່ນຫວັ່ນໄຫວ ເທື່ອນີ້ກໍ່ເປັນເທື່ອທີ 2 ແລ້ວ, ແຕ່ຍັງບໍ່ໝົດ ເພາະສາວໆວົງນີ້ຍັງໄດ້ມີໂອກາດໄປທ່ອງທ່ຽວ ເຊັກອິນສະຖານທີ່ທ່ອງທ່ອງອັນງົດງາມຂອງລາວເຮົາເຊັ່ນ: ພຣະທາດຫຼວງ ແລະ ປະຕູໄຊ ພ້ອມຖ່າຍຮູບງາມໆ ໜ້າຮັກໆ  ແລະ ຍັງໂພສແຄັບຊັ່ນຂອບໃຈແຟນໆຊາວລາວອີກດ້ວຍ. = ໜ້າຮັກ…ແບບນີ້ເອົາໃຈແຟນຄລັບຊາວລາວໄປເລີຍ!!! (ຂໍຂອບໃຈສຳລັບຮູບພາບ)

Read More »

ຂ່າວດີຕ້ອງແຊຣ! ຄັ້ງປະຫວັດສາດ ເຍົາວະຊົນລາວ ຄວ້າຫຼຽນຄຳລະດັບໂລກທີ່ປະເທດຍີ່ປຸ່ນ!!!

ຂ່າວດີຕ້ອງແຊຣ! ຫຼຽນຄໍາລະດັບໂລກຂອງ ສປປ ລາວ!! ? ນັບເປັນຄັ້ງປະຫວັດສາດເທື່ອທຳອິດທີ່ເຍົາວະຊົນລາວ ນ້ອງ ສຸກສະຫວັນ ມະນີວົງ ຕົວແທນຈາກປະເທດລາວ ສາມາດຄວ້າ ຫຼຽນຄຳ ຈາກໂຄງການ Toyota Dream Car Art Contest 2018 ທີ່ປະເທດຍີ່ປຸ່ນ. (ເກັ່ງຫຼາຍໆ! ຂໍສະແດງຄວາມຍິນດີ) ສຳລັບການແຂ່ງຂັນ ຈາກໂຄງການແຕ້ມຮູບ  Toyota Dream Car Art Contest 2018  ເຊິ່ງ ນ້ອງ ສຸກສະຫວັນ ມະນີວົງໄຊ ໂຮງຮຽນ ມັດທະຍົມເພຍວັດ ຕົວແທນຈາກ ສປປ ລາວ ທີ່ໄດ້ສ້າງຊື່ສຽງໃຫ້ແກ່ປະເທດ ໂດຍການຄວ້າຫຼຽນຄໍາຈາກໂຄງການແຕ້ມຮູບ “ລົດໃນຝັນຂອງຂ້ອຍ” ຈາກຮຸ່ນອາຍຸ 12-15 ປີ ເຊິ່ງງານປະກາດຜົນລາງວັນໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2018 ທີ່ Mega Web, Toyota City …

Read More »

ກຳມະການອື້ງ!!! ນັກສະແດງ ກາຍະສິນລາວ ໂຊຄວາມສາມາດໃນລາຍການດັງ Thailand’s Got Talent #ແຊຣໄປໃຫ້ໂລກຮູ້

ເປັນທີ່ຮືຮາ ເມື່ອນັກສະແດງ ກາຍະສິນຈາກປະເທດລາວ ຮ່ວມແຂ່ງຂັນໃນລາຍການ Thailand’s Got Talent ເຊິ່ງເອີ້ນໄດ້ວ່າເປັນລາຍການດັງຂອງປະເທດເພື່ອນບ້ານ (ປະເທດໄທ) ແລະ ທີ່ສຳຄັນ ເຮັດເອົາກຳມະການ ແລະ ຜູ້ຊົມ ອຶ້ງ!!! ຮ້ອງ ວ້າວວວ ໄປຕາມໆກັນ ເພາະການສະແດງຄວາມສາມາດຂອງທັງສອງເປັນທີ່ໜ້າຕື່ນເຕັ້ນ ແລະ ໜ້າສົນໃຈເປັນທີ່ສຸດ, ສຳລັບການສະແດງຂອງ ໜຸ່ມ ແຫວງ ແລະ ສາວ ສິບ ຫຼື ທີມ “ມິດຕະພາບກັນເອງ”  ເຮັດເອົາກຳມະການ ໂດຍສະເພາະ ຕ້ອມ ຍຸດທະເລີດ ຜູ້ກຳກັບດັງ ເຖິງກັບເກືອບນໍ້າຕາໄຫຼໃຫ້ກັບໂຊໃນເທື່ອນີ້ ເພາະເປັນໂຊທີ່ບໍ່ຕ້ອງເວົ້າຫຍັງ ແຕ່ສາມາດສື່ອອກມາໄດ້ເຖິງຄວາມຮັກລະຫວ່າງໜຸ່ມສາວທີ່ຮັກກັນປານຈະກືນກິນ ເຮັດໃຫ້ຄະນະກຳມະການທັງ 4 ຄົນຍອມໃຫ້ 4 ຜ່ານໄປໄດ້ແບບບໍ່ລໍຊ້າ ເອີ້ນໄດ້ວ່ານອກຈາກການສະແດງທາງພາສາກາຍທີ່ດີແລ້ວ ທ່າທາງແລະຄວາມແຂງແຮງຂອງທັງສອງກໍ່ມີການເຝິກຝົນມາເປັນຢ່າງດີ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຈຸດເລີ່ມຕົ້ນທີ່ເຮັດໃຫ້ມີໂອກາດໄດ້ມາເປັນ ນັກກາຍະສິນ ໜຸ່ມ ແຫວງ ກໍ່ໄດ້ເປີດເຜີຍວ່າ ເລີ່ມມາຈາກພໍ່ກັບແມ່ເຮັດວຽກທີ່ກອງກາຍະສິນແຫ່ງຊາດລາວ ເຮັດໃຫ້ຕົນເລີ່ມມີໃຈມັກ ແລະ …

Read More »

ພາດບໍ່ໄດ້! ຂໍແນະນຳງານດີໆແກ່ຜູ້ປະກອບການລາວ “Hong Kong October Show 2018”

ຢາກລວຍ ຢາກເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການທີ່ຢາກຂະຫຍາຍທຸລະກິດ ແຕ່ຍັງບໍ່ມີຊ່ອງທາງ ໂອກາດດີໆສຳລັບຜູ້ປະກອບການມາຮອດແລ້ວໂດຍສະເພາະຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ຜະລິດສິນຄ້າລາວ (Handmade), ຂໍແນະນຳງານດີໆທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2018 ນີ້ ກັບງານວາງສະແດງ 7 ກຸ່ມປະເພດສິນຄ້າ Hong Kong October Show 2018 ຈະຈັດຂຶ້ນຢູ່ທີ່ ຮົງກົງ ໃນ ເດືອນຕຸລາ ທີ່ຈະມາເຖິງນີ້…. ຈັດໂດຍ ບໍລິສັດ ຄອມເອເຊຍ (COMASIA LIMITED) ທີ່ບໍລິສັດຈັດງານສະແດງສິນຄ້າຂອງຮົງກົງ, ເບີລິນ, ປາຣີສ ແລະ ໄທ ເພື່ອຜູ້ຊື້ຈາກຕ່າງຊາດສາມາດເຂົ້າເຖິງຜູ້ຈັດຈຳໜ່າຍໄດ້ງ່າຍຂຶ້ນ. ງານຖະແຫຼ່ງຂ່າວກ່ຽວກັບການຈັດງານ ແລະ ເຊີນຊວນຜູ້ປະກອບການລາວ, ໄດ້ຈັດຂຶ້ນ ວັນທີ 28 ສິງຫາ 2018, ຢູ່ທີ່ໂຕະລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ອາຈິນເວດ ວົງທອງ …

Read More »