Breaking News

News

ຈັດເຕັມ! ຕຸກກີ້ ຊິງລ້ອຍຊິງລ້ານ ນຸ່ງຊຸດໄໝລາວ (ຊຸດໄໝລາວໃຜໃສ່ກໍ່ງາມ)

ຈັກໜັກ ຈັດເຕັມ! ຕຸກກີ້ ສຸດາລັດ ບຸດພຣົມ ຫຼື (ຕຸກກີ້ ຊິງລ້ອຍຊິງລ້ານ) ຕະຫຼົກຊື່ດັງຈາກປະເທດເພື່ອນບ້ານ ມີໂອກາດໄດ້ມາຢ້ຽມຍາມປະເທດລາວເຮົາເລື້ອຍໆ, ຫຼ້າສຸດຊ່ວງທ້າຍອາທິດທີ່ຜ່ານມາ ນາງກໍ່ມີໂອກາດໄດ້ມາເປີດໂຕຜະລິດຕະພັນເຄື່ອງສຳອາງຍີ່ຫໍ້ໜຶ່ງ ທີ່ຫ້່າງດັງໃນລາວ ແລະ ນາງກໍ່ຍັງນຸ່ງຊຸດໄໝລາວທີ່ມີຄວາມງົດງາມ ມາໃນໂທນສີຟ້າ ເກົ້າຜົມບ່ຽງແພ ໃສ່ເຄື່ອງປະດັບເອ້ຍ້ອງໃນແບບສະບັບຂອງແມ່ຍິງລາວ ເຊິ່ງຊຸດທີ່ເອື້ອຍຕຸກກີ້ເພິ່ນໄດ້ນຸ່ງນັ້ນ ແມ່ນໄດ້ມາຈາກ ເມືອງມໍລະດົກໂລກ ແຂວງ ຫຼວງພະບາງ ເຮົານັ້ນເອງ. ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!! #ແຊຣໄປໃຫ້ໂລກເຫັນຊຸດໄໝລາວ (ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ ເອື້ອຍ ຕຸກກີ້) ທີ່ມາຮູບພາບ: IG/tukky66

Read More »

ດວງປະຈໍາວັນ ອັງຄານ, ວັນທີ 19 ມິຖຸນາ 2018

• ວັນອາທິດ. ການເງິນ: ເມື່ອຍໃນການຫາເງິນໂດຍບໍ່ມີໃຜຄ່ອຍຊ່ວຍເຫຼືອ ວຽກງານ: ມື້ນີ້ບໍ່ຄ່ອຍມີສໍາມາທິເຮັດວຽກປານໃດ ລະວັງເຮັດວຽກຜິດພາດ ຄວາມຮັກ: ຄົນໂສດ ຈະໄດ້ພົບເນື້ອຄູ່ ຫຼື ຄົນຮູ້ໃຈໃນງານສັງຄົມ ສ່ວນຄົນມີຄູ່ ຄວາມສໍາພັນບໍ່ຄ່ອຍດີປານໃດ ເພາະອີກຝ່າຍໃຊ້ແຕ່ອາລົມມາຕັດສິນບັນຫາ • ວັນຈັນ. ການເງິນ: ແມ່ນວ່າຈະມີເງິນເຂົ້າມາ ແຕ່ກໍບໍ່ໄດ້ມາແບບງ່າຍໆ ເພາະຄົນອ້ອມຂ້າງຂັດຂວາງ ວຽກງານ: ຄົນອ້ອມຂ້າງຢື່ນໂອກາດດີໆໃຫ້ ຂໍພຽງແຕ່ທ່ານກ້າສ່ຽງ ແລະ ກ້າປ່ຽນແປງຕົນເອງ ຄວາມຮັກ: ຄົນໂສດ ທົນເຫງົາອີກຕໍ່ໄປຍັງບໍ່ມີວີ່ແວວຂອງຄົນຮັກເລີຍ ສ່ວນຄົນມີຄູ່ ມີແວວຈະຊວນກັນເດີນທາງໄກທ່ອງທ່ຽວນໍາກັນ • ວັນອັງຄານ. ການເງິນ: ມີແຕ່ລາຍຈ່າຍ ແລະ ຍັງບໍ່ມີລາຍໄດ້ເຂົ້າມາອີກ ວຽກງານ: ວຽກຫຼາຍກວ່າປົກກະຕິ ເພາະຄົນອ້ອມຂ້າງຊອກວຽກມາໃຫ້ເຮັດ ຄວາມຮັກ: ຄົນໂສດ ລະວັງໄປຫຼົງຮັກຄົນມີເຈົ້າຂອງ ຫຼື ໄປຫຼົງຮັກຄົນທີ່ບໍ່ຄູ່ຄວນ ສ່ວນຄົນມີຄູ່ ມີເກນຜິດຖຽງກັນເພາະອີກຝ່າຍຜິດສັນຍາທີ່ໃຫ້ໄວ້ກັບອີກຝ່າຍ ແລະ ບໍ່ມີເວລາໃຫ້ • ວັນພຸດ. ການເງິນ: ຂ້ອນຂ້າງດີ …

Read More »

ມາເບິ່ງ! ຊຸດປະຈຳຊາດລາວໃນການປະກວດ Mister National Universe 2018

ມາເບິ່ງ! ຊຸດປະຈຳຊາດລາວໃນການປະກວດ Mister National Universe 2018 ທີ່ໜຸ່ມ ອາຫລົງ ອານັນທະວັດ ຕົວແທນຈາກປະເທດລາວໄດ້ໃຊ້ເຂົ້າໃນການປະກວດໃນຄັ້ງນີ້… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ…ຮັກລາວເຊຍລາວ!!! ຮູບພາບ: Arong Ananthavath

Read More »

ມາແຮງງງ! ສາວປິດສະໜາທີ່ຊາວເນັດເວົ້າເຖິງຫຼາຍທີ່ສຸດ (ນາງແມ່ນໃຜ?)

ກຳລັງເປັນກະແສໂດ່ງດັງໃນໂລກໂຊຊ່ຽວກັນແບບສຸດໆ ຫຼັງຈາກທີ່ມີຮູບພາບຂອງສາວສະໄຕຣລູກຊອດ ທີ່ມີຄວາມງາມ ຄົມເຂັ້ມ ຜິວສີນໍ້າເຜິ້ງວ່ອນໄປທົ່ວໂລກອອນລາຍ ແຖມຍັງມີຊາວເນັດເຊຍໃຫ້ນາງລົງປະກວດໃນເວທີ Miss Universe Laos 2018 ນີ້ອີກດ້ວຍ. ແລະ ເທົ່າທີ່ຂາເມົ້າໄດ້ເວົ້າກັນໃນວົງໃນວ່າ ສາວຄົນນີ້ມີນາມວ່າ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ປັດຈຸບັນນາງຢູ່ທີ່ ປະເທດ ອອສເຕຣເລຍ, ແລະ ຕອນນີ້ຍັງບໍ່ມີການຄອມເຟີມແຕ່ຢ່າງໃດວ່າໃນປີ 2018 ສາວນ້ອຍ ໄພລິນ ຄົນນີ້ຈະບິນມາປະກວດທີ່ປະເທດລາວ ຫຼື ບໍ່? ຕອນນີ້ເບິ່ງຄວາມງາມຂອງນ້ອງໄປກ່ອນສະເນາະ…ບອກເລີຍເບິ່ງເພີນຕາດີແທ້ໆ!!! ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ງາມ…ເຊັກຊີ່ແຮງ ບໍ່ໜ້າແປກວ່າເປັນຫຍັງຊາວເນັດຄືເມົ້າກັນຢ່າງໜາຫູ ຮູບພາບຈາກ: IG/ph4ylin

Read More »

ມາສົ່ງກຳລັງໃຈໃຫ້ໜຸ່ມລາວໃນເວທີ  Mister National Universe 2018

ຊ່ວຍສົ່ງແຮງເຊຍແຮງໃຈໄປໃຫ້ຜູ້ບ່າວລາວເຮົາກັນແດ່ໄວໆໆໆ ຫຼ້າສຸດ ອາຫລົງ ອານັນທະວັດ ໜຸ່ມລາວໄດ້ໄປປະກວດໃນເວທີ Mister National Universe 2018 ເຊິ່ງຈັດຂຶ້ນຢູ່ທີ່ປະເທດເພື່ອນບ້ານ ແລະ ມີໜຸ່ມຫຼໍ່ຈາກຫຼາຍປະເທດເກືອບທົ່ວໂລກເຂົ້າປະກວດກັນຢ່າງຫຼວງຫຼາຍ… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ (ເຂົ້າໄປໂຫວດໃຫ້ໜຸ່ມລາວຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ) ຮູບພາບ: Arong Ananthavath.

Read More »