Breaking News

News

ດວງປະຈໍາວັນ ຈັນ, ວັນທີ 18 ມິຖຸນາ 2018

• ວັນອາທິດ. ການເງິນ: ມີເກນວາງແຜນທ້ອນເງິນເພື່ອໃຊ້ຈ່າຍບາງຢ່າງ ວຽກງານ: ບໍ່ຄ່ອຍເປັນໄປຕາມທີ່ຫວັງໄວ້ ເພາະບໍ່ມີໂອກາດໄດ້ສະແດງຝີມືເລີຍ ຄວາມຮັກ: ຄົນໂສດ ມັກໃຜກໍມີແຕ່ຄົນຕົວະໃຊ້ ຫວັງຜົນປະໂຫຍດຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ເຮັດດີປານໃດແຟນກໍບໍ່ເຫັນຄ່າ ຈົນທ່ານຮູ້ສຶກນ້ອຍໃຈ • ວັນຈັນ. ການເງິນ: ມີໂຊກເຊັ່ນ: ໄດ້ຂອງຂວັນ, ໄດ້ສິ່ງຂອງທີ່ມີຄ່າ, ເງິນເດືອນຂຶ້ນ ວຽກງານ: ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ ເພາະມີໂອກາດໃນການເຮັດວຽກທີ່ຈະໄດ້ສະແດງຝີມືຢ່າງເຕັມທີ ຄວາມຮັກ: ຄົນໂສດ ລະວັງໄປຫຼົງມັກຄົນມີເຈົ້າຂອງໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ ແມ່ນວ່າຈະມີແຟນແລ້ວແຕ່ກໍຍັງໄປແອບມັກຄົນອື່ນຢູ່ ຈົນເຮັດໃຫ້ຜິດຖຽງກັບແຟນ • ວັນອັງຄານ. ການເງິນ: ບໍ່ໂດດເດັ່ນປານໃດ ແຕ່ກໍພໍມີລາຍໄດ້ເຂົ້າມາເລັກນ້ອຍ ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຢູ່ເລື້ອຍໆ ຈຶ່ງເຮັດໃຫ້ວຽກບໍ່ຄືບໜ້າ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ບໍ່ຄ່ອຍຖືກໃຈ ສ່ວນຄົນມີຄູ່ ມີຄວາມສຸກ ເພາະແຟນເອົາໃຈໃສ່ ມີການປັບຕົວເຂົ້າຫາກັນ • ວັນພຸດ. ການເງິນ: ມີໂອກາດໄດ້ສິ່ງຂອງມີຄ່າ ຫຼື ຂອງຂວັນຈາກຄົນຮັກ …

Read More »

ກຣີດໆໆໆ! ສາວໆຫົວໃຈຈະວາຍ ນັກເຕະຈາກ ເຢຍລະມັນ ຫຼໍ່ຍົກທີມ (FIFA World Cup 2018 in Russia)

ມາແລ້ວໆໆໆ ເທດສະການແຂ່ງຂັນບານເຕະລະດັບໂລກ “FIFA World Cup 2018 in Russia” ບໍ່ແມ່ນແຕ່ຜູ້ຊາຍເດີ້ທີ່ໃຈຈົດໃຈຈໍ່ຖ້າເບິ່ງ ສາວໆເຮົາກໍ່ບໍ່ເວັ້ນເຊັ່ນກັນ, ຫຼ້າສຸດເປີດໂຕນັກເຕະຈາກທີມຊາດ ເຢຍລະມັນ (ໂອ້ຍ!!! ຫົວໃຈຈະວາຍ) ຫຼໍ່ຍົກທີມອີ່ຫລີ…ນີ້ພວກເຂົາມາເຕະບານແທ້ໆແມ່ນບໍ່? ເອົ້າໆໆໆ! ຢ່າມົວເບິ່ງແຕ່ນັກເຕະຈົນເພີນ ຈົນລືມເຊຍບານກັນເດີ້ສາວໆ (555) ມີໃຜເຊຍທີມໃດແດ່ ຄອມເມັ້ນບອກກັນແດ່ເດີ້. via: HAWTSOME GUYS

Read More »

ແບ໋ວໆ…ໃສໆ…ໄວລຸ້ນມັກ ເທຼນຕິດກິບກັບມາແລ້ວ (90’s style come back)

ເອີ້ນໄດ້ວ່າມາແຮງສຸດໆເລີຍ ສຳລັບເທຼນຕິດກິບຜົມຍຸກ 90’s ທີ່ໃນຊ່ວງປີ 2018 ນີ້ໄດ້ກັບມາຮິດອີກຄັ້ງ ຈົນກາຍເປັນວ່າໃຜທີ່ຍັງບໍ່ຕິດຖືວ່າເຊີຍເດີ້ ສັງເກດໄດ້ຈາກເຫຼົ່າຄົນດັງຂອງບ້ານເຮົາກໍ່ບໍ່ເວັ້ນ ອອກມາຕິດກິບ ໂພສໂຊໃນຄວາມອິນກັບກະແສນຳເທຼນໃຫ້ກັບແຟນໆ, ຈະມີໃຜແດ່ນໍ້…ມາເບິ່ງກັນ!!! ນູ່ນີ່ ກຸມພົນພັກດີ ສຸດາ ວັນທອງທິບ ມຸກ ວົງໄຊສະຫວາດ  ນຸ້ຍ ສຸພາພອນ ສົມວິຈິດ ແອນນີ້ ວິໄລພອນ ໜ້າຮັກ ແບ໋ວໆ ໃສໆ ໄວລຸ້ນມັກຂະໜາດເລີຍແມ່ນບໍ່ ເທຼນຕິດກິບຍຸກ 90’s ກັບມາແລ້ວ (90’s style come back) ໃຜຢາກອິນກັບກະແສກໍ່ໄປຊອກມາຕິດ ມາໜີບກັນໄດ້ເດີ້ ໜ້າຮັກໄປອີກ!!! ຂໍຂອບໃຈຮູບພາບຈາກຄົນບັນເທີງ

Read More »

ສ່ອງ! ສາວງາມຈາກເວທີ Miss Universe Thailand  2018 (ແຕ່ລະຄົນບໍ່ທຳມະດາ)

ເວທີ Miss Universe ຖືວ່າກຳລັງເປັນກະແສມາແຮງ, ເພື່ອບໍ່ໃຫ້ເປັນການຕົກກະແສ ຂວັນໃຈ ເຮົາຍັງບໍ່ພາດທີ່ຈະໄປແວະວຽນ ໄປສ່ອງເວທີ  Miss Universe Thailand  2018 ທີ່ເອີ້ນໄດ້ວ່າກຳລັງຄຶກຄື້ນ ເພາະຄັດເຫຼືອ 40 ສາວງາມ ບອກເລີຍວ່າແຕ່ລະນາງແມ່ນບໍ່ທຳມະດາ ງາມໆທັງນັ້ນ ລອງໄປສ່ອງພ້ອມໆກັນເບິ່ງເນາະ… ໝາຍເລກ 1 ນິໂຄລີນ ພິຊາພາ (ນິໂຄ) ອາຍຸ 19 ປີ ລວງສູງ 170 ຊັງຕີແມັດ ໝາຍເລກ 2 ເມລິສາ ຊຸມສາຍສະກຸນ (ການ) ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ໝາຍເລກ 3 ພັດສອນ (ຟີມ) ອາຍຸ 20 ປີ ລວງສູງ 165 ຊັງຕີແມັດ …

Read More »

ດວງປະຈໍາວັນ ສຸກ,ວັນທີ 15 ມິຖຸນາ 2018

• ວັນອາທິດ ການເງິນ: ມີເກນເສຍເງິນເພື່ອເບິ່ງແຍງສຸຂະພາບ ຫຼື ເພື່ອຄວາມງາມ ວຽກງານ: ມີເກນເຈັບຫົວກັບໝູ່ຮ່ວມວຽກ ຫຼື ບໍລິວານ ເພາະຕ້ອງໄດ້ນໍາໄປແກ້ໄຂບັນຫາທີ່ຄົນອື່ນສ້າງໄວ້ ຄວາມຮັກ: ຄົນໂສດ ມີຄວາມຮັກແບບບໍ່ເປີດເຜີຍ ເພາະຄົນອ້ອມຂ້າງບໍ່ສະໜັບສະໜູນ ຈຶ່ງຕ້ອງໄດ້ແອບຄົບກັນ ສ່ວນຄົນມີຄູ່ ມີແຕ່ຄົນພະຍາຍາມເຮັດໃຫ້ທ່ານ ແລະ ຄົນຮັກຜິດຖຽງກັນ • ວັນຈັນ ການເງິນ: ຈະໄດ້ໂຊກຈາກຄອບຄົວ ແລະ ຍາດພີ່ນ້ອງ ວຽກງານ: ຈະມີໂອກາດດີໆເຂົ້າມາເຊັ່ນ: ມີຄົນສະເໜີວຽກໃໝ່ໆມາໃຫ້ເຮັດ ຫຼື ມີບົດບາດໃນຫ້ອງການຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ໄປມັກຄົນອາຍຸນ້ອຍກວ່າ ຈຶ່ງເຮັດໃຫ້ຫົວໃຈຫວານຊື່ນ ສ່ວນຄົນມີຄູ່ ຝ່າຍໜຶ່ງພະຍາຍາມເອົາໃຈອີກຝ່າຍ ແຕ່ອີກຝ່າຍບໍ່ເຄີຍສົນໃຈ ບໍ່ເຄີຍເຫັນຄ່າ • ວັນອັງຄານ ການເງິນ: ມີລາຍໄດ້ເຂົ້າມາຫຼາຍທາງ ຖ້າມີບັນຫາເລື່ອງເງິນກໍຈະມີຄົນຊ່ວຍເຫຼືອ ວຽກງານ: ວຽກຂ້ອນຂ້າງໜັກ ແຕ່ກໍມ່ວນກັບການເຮັດວຽກ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ຍັງບໍ່ມີຄົນຖືກໃຈ ສ່ວນຄົນມີຄູ່ …

Read More »