Breaking News

News

ດີສົມລາຄາແທ້ຫລືບໍ່? ຮ່ວມທົດສອບ Huawei P20/P20 Pro ຢ່າງເປັນທາງການໃນລາວ

ເຊີນຮ່ວມງານເປີດຕົວ Huawei P20/ P20 Proຢ່າງເປັນທາງການໃນລາວ ວັນອາທິດ ວັນທີ 10 ມິຖຸນາ 2018 ນີ້… ໃນເດືອນເມສາທີ່ຜ່ານມາ ຫົວເຫວີຍໄດ້ເປີດຈອງສະມາດໂຟນລຸ້ນໃຫມ່HuaweiP20 /P20 pro ເຊິ່ງມີກະແສຕອບຮັບຈາກລູກຄ້າໃນປະເທດລາວຢ່າງລົ້ນຫລາມ, ຍອດຈອງທະລົ່ມທະລາຍ, ໂດຍສະເພາະສີທີ່ມາໃຫມ່ Twilight ທີ່ຍອດຈອງເຕັມຕັ້ງແຕ່ 3 ມື້ທຳອິດ. ສະນັ້ນ ເພື່ອເຮັດໃຫ້ທ່ານໄດ້ສຳພັດສະມາດໂຟນຕົວຈິງຂອງຫວົເຫວີຍP20/P20 Pro ສະມາດໂຟນທີ່ກ້ອງຖ່າຍຮູບດີທີ່ສຸດອັນດັບໜື່ງຂອງໂລກ ທັງໃນດ້ານການຖ່າຍຮູບແລະຖ່າຍວິດີໂອ ດ້ວຍຄະແນນສະເຫຼ່ຍຈາກ DxOMark109 ຄະແນນ, ທາງຫົວເຫວີຍມີຄວາມຍິນດີເຊີນທ່ານເຂົ້າຮ່ວມງານເປີດໂຕສະມາດໂຟນທີ່ທຸກຄົນລໍຖ້າຫຼາຍທີ່ສຸດຢູ່ລາວຢ່າງເປັນທາງການໃນວັນອາທິດທີ່ 10 ມິຖຸນາ 2018 ທີ່ສູນການຄ້າ ວຽງຈັນເຊັນເຕີ້ ຊັ້ນໜື່ງ ເວລາ 13:00 ເປັນຕົ້ນໄປ. ພາຍໃນງານຈະມີ Experience Zone  ທີ່ແບ່ງອອກເປັນ 5 ໂຊນໃຫ້ທ່ານໄດ້ທົດລອງປະສິດທິພາບຂອງກ້ອງHuawei P20/P20 proໃນສະຖານະການຕ່າງໆຢ່າງເຕັມທີ່ບໍ່ວ່າຈະເປັນໂຊນ Master AI, …

Read More »

ເອີ້ນແຟນຜິດບໍ່? ມາສ່ອງ ພີ ວິວັດ ໜຸ່ມຕີ໋ສຸດແນວຈາກລາຍການ Take Me Out Thailand

ຫຼັງຈາກທີ່ ຊະນີIndy ໄດ້ເປີດວາບພາແຟນໆໄປສ່ອງໂປຟາຍຂອງໜຸ່ມຫຼໍ່ສຸດແນວ ສຸກກິດ ກໍ່ກະເສມວົງ ຫຼື ນາມ ໜຸ່ມຫຼໍ່ຈາກລາຍການ Take Me Out Thailand ເລີຍເຮັດໃຫ້ມີແຟນໆຫຼາຍຄົນຖາມເຂົ້າມາກັນຫຼາຍເລີຍວ່າ ແລ້ວອີກໜຶ່ງໜຸ່ມໜ້າຕີ໋ຄົນນັ້ນເດແມ່ນໃຜ? ບໍ່ຊ້າເລີຍ…ບອກເລີຍວ່າຈັດໃຫ້ ມື້ນີ້ເຮົາຈະພາມາສ່ອງໂປຟາຍຂອງໜຸ່ມຫຼໍ່ອີກໜຶ່ງຄົນ ວິວັດ ເລົ່າສຸວັນນະວັດ ຫຼື ພີ ໜຸ່ມຫຼໍ່ສຸດແນວຈາກປະເທດເພື່ອນບ້ານ ທີ່ຫຼາຍໆຄົນຢາກຮູ້ຈັກ… ເຊິ່ງ ພີ ວິວັດ ຄົນນີ້ກໍ່ມີໂປຟາຍບໍ່ທຳມະດາ ມີຄົນຕິດຕາມໃນເຟສບຸກ ແລະ ອິນສະຕາແກຼມຢ່າງຫຼວງຫຼາຍ ຖືເປັນຂວັນໃຈແຟນໆອີກໜຶ່ງຄົນ  ແລະ ໃນລາຍການ Take Me Out Thailand ໜຸ່ມ ພີ ກໍ່ຖືວ່າເປັນໜຸ່ມໂສດສຸດຮ໋ອດອີກໜຶ່ງຄົນ, ລອງໄປສ່ອງໂປຟາຍ ພີ ເບິ່ງເນາະ…ຂໍບອກວ່າ ໜຸ່ມ ພີ ຄົນນີ້ເອົາໃຈສາວລາວໄປເລີຍ!!! (ແລ້ວເຈົ້າມີແຟນຫຼືຍັງ ເປັນຫຍັງຄືໜ້າຮັກແທ້…ຂໍເອີ້ນແຟນໄດ້ບໍ່ນໍ້ 555) ຂໍຂອບໃຈຮູບພາບຈາກ: FB/Wiwat Laosuwannawat

Read More »

ຝ້າຍ ຮອງອັນດັບສອງ ມິສແກຣນລາວ ດຽວນີ້ຂໍບອກເລີຍວ່າ…?

ສະກົດຕາ ສະກົດໃຈແທ້ໆ ກັບ ນ້ອງ ຝ້າຍ ສິຣິຍາພອນ ຮອງອັນດັບສອງມິສແກຣນລາວ 2018 ທີ່ດຽວນີ້ຂໍບອກວ່າອໍລ້າຈັບ ເບິ່ງມຸມໃດກໍ່ເລີດໄປໝົດ… ນ້ອງ ຝ້າຍ ສິຣິຍາພອນ ອາຍຸ 18 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ ຄະນະສະຖາປັດ ມະຫາວິທະຍາໄລແຫ່ງຊາດ ແລະ ຖືວ່າເປັນນ້ອງໃໝ່ຂອງວົງການບັນເທີງເຮົາທີ່ກຳລັງເປັນທີ່ຈັບຕາ ເບິ່ງໄດ້ຈາກຜົນງານຂອງນາງທີ່ຫຼັງຈາກໄດ້ຮັບຕຳແໜ່ງຮອງອັນດັບສອງມິສແກຣນແລ້ວ ວຽກຂອງນາງກໍ່ມີເຂົ້າມາເລື້ອຍໆ ທັງຖ່າຍແບບ ເດີນແບບ (ບອກເລີຍວ່ານາງຍັງໄປໄດ້ເລື້ອຍໆແນ່ນອນ!!!) ໂອ້ຍ!!! ສະກົດສາຍຕາແທ້ໆໆໆ ຮູບພາບຈາກ: FB/F’Faiy SPl

Read More »

ດວງປະຈໍາວັນ ສຸກ, ວັນທີ 8 ມິຖຸນາ 2018

• ວັນອາທິດ. ການເງິນ: ມີລາຍຈ່າຍເພື່ອການເດີນທາງສູງ ຈຶ່ງທ້ອນເງິນບໍ່ຄ່ອຍໄດ້ ວຽກງານ: ເຈົ້ານາຍມອບໃຫ້ທ່ານເຮັດວຽກທີ່ບໍ່ຄອຍຖືກໃຈປານໃດ ເພາະເປັນວຽກທີ່ມັກພົບບັນຫາຈຸກຈິກ ຄວາມຮັກ: ຄົນໂສດ ບໍ່ຄ່ອຍສົມຫວັງ ແລະ ຄົນໃໝ່ທີ່ເຂົ້າມາຍັງໄວ້ໃຈບໍ່ຄ່ອຍໄດ້ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງຫຶງຫວງ • ວັນຈັນ. ການເງິນ: ໝົດເງິນໄປກັບລາຍຈ່າຍເລັກໆນ້ອຍໆ ແລະ ຂອງຟຸ່ມເຟື່ອຍຈຶ່ງທ້ອນເງິນບໍ່ຄ່ອຍໄດ້ ວຽກງານ: ບໍ່ຄືບໜ້າ ເຮັດທຸລະກິດຫຍັງກໍຈະຕິດຂັດ ແລະ ບໍ່ມີຄົນຊ່ວຍເຫຼືອ ຄວາມຮັກ: ຄົນໂສດ ມີໂອກາດພົບຮັກລະຫວ່າງເຮັດວຽກ ສ່ວນຄົນມີຄູ່ ອາດຈະເຫງົາແດ່ ເພາະບໍ່ຄ່ອຍໄດ້ພົບໜ້າກັນ ແຕ່ຍັງດີທີ່ເຂົ້າໃຈກັນ • ວັນອັງຄານ. ການເງິນ: ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອດ້ານການເງິນຈາກຄົນອ້ອມຂ້າງ ແຕ່ໄດ້ເງິນມາກໍຕ້ອງຈ່າຍເງິນອອກໄປງ່າຍໆຄືກັນ ວຽກງານ: ບໍ່ຄືບໜ້າເທົ່າທີ່ຄວນ ເພາະທ່ານບໍ່ເອົາໃຈໃສ່ວຽກເທົ່າທີ່ຄວນ ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ມາພົວພັນນໍາ ສ່ວນຄົນມີຄູ່ ລະວັງມີມືທີ່ສາມເຂົ້າມາແຊກແຊງ ຖ້າທ່ານ ແລະ ແຟນເຂົ້າໃຈກັນບໍ່ໜັກແໜ້ນພໍມີໂອກາດໄດ້ເລີກກັນສູງ • …

Read More »

 ທ່ຽວດ້ວຍຕົວເອງ VS ທ່ຽວກັບທົວ ແບບໃດຄັກກວ່າກັນ?

ເຊື່ອວ່າໝູ່ເພື່ອນຫຼາຍຄົນກໍ່ກຳລັງວາງແຜນໄປທ່ອງທ່ຽວສະຖານທີ່ໃນຝັນກັນຢູ່ແມ່ນບໍ່? ແນ່ນອນວ່າການທ່ອງທ່ຽວມີຫຼາຍຮູບແບບ ມີແບບທີ່ທ່ອງທ່ຽວດ້ວຍຕົວເອງ ແລະ ແບບທີ່ທ່ອງທ່ຽວແບບຈອງທົວ, ດັ່ງນັ້ນ ຂວັນໃຈ ເຮົາຈຶ່ງໄດ້ໄປຊອກເອົາຂໍ້ມູນຄວາມແຕກຕ່າງທັງສອງແບບມາຝາກແຟນໆ ມາເບິ່ງກັນ ໃຜມັກແບບໃດກໍ່ຈັດເລີຍເດີ້… ທ່ອງທ່ຽວດ້ວຍຕົວເຮົາເອງ ມີອິດສະລະໃນການຕັດສິນໃຈ ຈັດສັນເວລາທ່ຽວເອງໄດ້ ຢາກໄປໃສກໍ່ໄປ ຢາກຢຸດຖ່າຍຮູບຕາມສະຖານທີ່ໆເຮົາມັກ ບໍ່ກົດດັນ ແຕ່ກໍ່ຕ້ອງແລກມາດ້ວຍຄວາມເມື່ອຍ ເພາະຕ້ອງວາງແຜນ ແລະ ສຶກສາເສັ້ນທາງເອງທັງໝົດ 2. ບໍ່ຕ້ອງເສຍເວລາຖ້າຄົນອື່ນ ບໍ່ຕ້ອງທ່ຽວຕາມໂປແກຣມ ໄປໄດ້ຫຼາຍບ່ອນ ທ່ຽວບ່ອນນີ້ແລ້ວ ກໍ່ໄປຕໍ່ບ່ອນອື່ນໄດ້ທັນທີ 3. ມີໂອກາດເຈິໝູ່ໃໝ່ລະຫວ່າງທາງ 4. ມ່ວນກັບການຜະຈົນໄພໃນແບບທີ່ເຮົາມັກ ໄດ້ອາລົມຂອງການທ່ອງທ່ຽວທີ່ແທ້ຈິງ 5. ບາງຈຸດບໍ່ແມ່ນສະຖານທີ່ທ່ຽວຍອດນິຍົມ ແຕ່ເຮົາຄືຜຸ້ບຸກເບີກສະຖານທີ່ໃໝ່ໆ 6. ອາດຫຼົງທາງແດ່ ຂຶ້ນລົດຜິດສາຍແດ່ ລົງສະຖານນີຜິດສາຍແດ່ ແຕ່ກໍ່ເປັນອີກໜຶ່ງປະສົບການທີ່ມ່ວນ ແລະ ທ້າທາຍ 7. ໄດ້ກິນອາຫານຫຼາກຫຼາຍຢ່າງທີ່ຢາກລອງ ແລະ ລິ້ມລອງອາຫານແນວ Street food ກໍ່ cool ໄປອີກແບບ …

Read More »