Breaking News

News

ສຸດຍອດ! ປະກາດຢ່າງເປັນທາງການແລ້ວ ຟ້າໃສ ຈິນນາລີ ມິສແກຣນລາວ ຕິດ Top3 ໄດ້ຮັບສິດເຕັ້ນເປີດຕົວແຖວໜ້າໃນມື້ Final show!!!

ເປັນຂ່າວດີຂອງຄົນລາວເຮົາສຸດໆເລີຍ ຫຼັງຈາກທີ່ລຸ້ນທີ່ເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ , ຫຼ້າສຸດໃນວັນທີ 22 ຕຸລາ 2017 ທາງເພສຕົ້ນສັງກັດຢ່າງ Miss Grand International ກໍໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ: ບັນດາສາວງາມທີ່ຕິດ  Top3  ຈາກຜົນໂຫວດຂອງຄົນທົ່ວໂລກ ທີ່ຈະໄດ້ຮັບສິດເຕັ້ນເທິງແຖວໜ້າໃນມື້ Final show ໃນວັນທີ 25 ຕຸລາ 2017 ເຊິ່ງເປັນມື້ປະກວດແທ້ນັ້ນມີທັງໝົດ 3 ປະເທດຄື: 1. ຫວຽດນາມ, 2. ລາວ ແລະ 3. ກຳປູເຈັຍ ເຊິ່ງໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ຂວັນໃຈຂອງຄົນລາວເຮົາອີກດ້ວຍ. ສຳລັບໃນມື້ Final show ຂອງ Miss Grand International 2017 ໃນວັນທີ 25 ຕຸລາ …

Read More »

ການສະເຫຼີມສະຫຼອງວັນສະຖິຕິໂລກ

ຕອນເຊົ້າວັນທີ່ 20 ຕຸລາ 2017 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບການສະເຫຼີມສະຫຼອງໃນວັນສະຖິຕິໂລກ ພາຍໃຕ້ຄໍາຂວັນທີ່ວ່າ “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ” ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ທຽບເທົ່າຮອງລັດຖະມົນຕີ ແລະ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ. ສະໃໝຈັນ ບຸບຜາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ສະຖິຕິ ໃນວັນທີ 30 ມີຖຸນາ 2010 ເຊິ່ງເປັນກົດໝາຍສະບັບທໍາອິດຂອງ ສປປ ລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕົກລົງຖືເອົາວັນດັ່ງກ່າວ ເປັນວັນສະຖິຕິແຫ່ງຊາດ ແລະ ໃນປີດຽວກັນນັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮອງຮັບເອົາ ວັນທີ 20 ຕຸລາ 2010 …

Read More »

ບໍລິສັດເບຍລາວ ສ້າງປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກໃນລາວ ກັບງານເທສະການ Beerlao Oktoberfest

Oktoberfest ເປັນເທສະການທີ່ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ ຂອງທຸກໆປີ ເລີ່ມມາແຕ່ປີ 1810. ໃນປັດຈຸບັນ Oktoberfest ເປັນງານສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນອາຊີເຊັ່ນ: ຈີນ, ຮ່ອງກົງ, ສິງກະໂປ ແລະ ມາເລເຊຍ. ດັ່ງນັ້ນບໍລິສັດເບຍລາວ ຈຶ່ງໄດ້ນໍາເອົາ ງານດັ່ງກ່າວມາຈັດໃນລາວ ເພື່ອໃຫ້ຜູ້ບໍລິໂພກໄດ້ສໍາຜັດກັບບັນຍາກາດ ຈອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. ໃນປີນີ້ ເບຍລາວກໍໄດ້ນໍາເອົາ Oktoberfest ມາຈັດຂຶ້ນໃນລາວ ລະຫວ່າງວັນທີ 19-22 ຕຸລາ 2017 ທີ່ເດີນຈອດລົດ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຜູ້ເຂົ້າຮ່ວມງານໃນແຕ່ລະວັນຫຼາຍກວ່າ 2.000 ຄົນ. ພາຍໃນງານໄດ້ມີການກະກຽມເມນູອາຫານທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ແລະ ເຄື່ອງດື່ມຫຼາຍຍີ່ຫໍ້ຈາກບໍລິສັດເບຍລາວຈໍາກັດ. ນອກຈາກນີ້ຍັງມີວົງດົນຕີທີ່ມີຊື່ສຽງຈາກພາຍໃນ ແລະ …

Read More »

ພິທີຖະແຫຼງຂ່າວ ເທດສະການສາຍຮູບເງົາດີເດັ່ນຂອງຈີນ ແລະງານປະກວດນັກພາກສຽງຮູບເງົາ…

ເທສະການຮູບເງົາດີເດັ່ນຂອງຈີນ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2017 ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ຈັດພິທີຖະແຫຼງຂ່າວເທສະການຮູບເງົາດີເດັ່ນຂອງຈີນ ຢູ່ທີ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ ຈີນປະຈໍາ ສປປ ລາວ ແລະ ສິລະປິນທີ່ມີຊື່ສຽງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   ທ່ານນາງ ແສງແກ້ວ ກ່າວວ່າ: ການແລກປ່ຽນວັດທະນະທໍາມີບົດບາດສໍາຄັນ ໃນການເສີມສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ກໍຄືເຮັດໃຫ້ປະຊາຊົນສອງປະເທດມີຄວາມໃກ້ສິດຍິ່ງຂຶ້ນ. ສ່ວນຮູບເງົາກໍເປັນສື່ໜຶ່ງທີ່ມີລະດັບດ້ານສິລະປະ, ເປັນທີ່ຍອມຮັບຈາກປະຊາຊົນ ແລະ ມີບົດບາດພິເສດໃນການແລກປ່ຽນວັດທະນະທໍາ. ກິດຈະກໍາເທື່ອນີ້ນອກຈາກຈະສາຍຮູບເງົາດີເດັ່ນຈີນ 2 ເລື່ອງຄື: ເລື່ອງ ມະເຮັງ…ຂອງຂວັນໃນວັນຄົບຮອບ 29 ປີ ແລະ ເລື່ອງ ໝາປ່າປະຈົນໄພ ຢູ່ 8 …

Read More »

ງານມະຫາກໍາ ສີມືຫັດຖະກໍາລາວ ປີ 2017.

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 16 ປີ 2017 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 16 ຕຸລາ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກໍາລາວ, ພ້ອມດ້ວຍບັນດາອົງການ, ຂະແໜ່ງທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວວ່າ: ງານມະຫາກໍາ ສີມືຫັດຖະກໍາລາວ ບໍ່ພຽງແຕ່ເປັນງານບຸນປະເພນີ ຂອງຊາວຊ່າງ ຫັດຖະກໍາເທົ່ານັ້ນ ແຕ່ຍັງເປັນງານບຸນສົ່ງເສີມ ແລະ …

Read More »