Breaking News

News

ຕະລຶງ!! ສາວກູ້ໄພ ຫຼືໝໍຕຳແຍ?

ສາວໜ່ວຍກູ້ໄພໃຈດີມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ໄດ້ຮັບການແຈ້ງເຕືອນຈາກຄົນໃນຄອບຄົວວ່າ: ມີຄົນກໍາລັງຈະເກີດລູກຢູ່ບ້ານ ແສງສະຫວ່າງ ເມືອງໄຊເສດຖາ ສາວໜ່ວຍກູ້ໄພຈາກມູນນິທິ 1623 ໄດ້ຊ່ວຍເຫຼືອໃຫ້ແມ່ດັ່ງກ່າວຄອດລູກອອກມາດ້ວຍປອດໄພ. ທີ່ມາຈາກ: THOLAKHONG

Read More »

ລູກນ້ຳ ທິດາລັດ ມາໃນແບບສາວຊົນເຜົ່າເບິ່ງແລ້ວເປັນຕາອອນຊອນ!

ລູກນ້ຳ ທິດາລັດ ມາໃນແບບສາວຊົນເຜົ່າເບິ່ງແລ້ວເປັນຕາອອນຊອນ! ອັບເດດຜົນງານຂອງສາວ ລູກນ້ຳ ທິດາລັດ (Miss Laos 2011) ຫຼ້າສຸດທີ່ ຊະນີIndy ໄປສາລະແນ ອຸ່ຍ! ໄປສອດສ່ອງເຟັກບຸກສ່ວນຕົວຂອງນາງມາເຫັນນາງໂພສຮູບພາບງາມໆ ມາໃນແບບສາວຊົນເຜົ່າແນວບ້ານໆ ເບິ່ງແລ້ວເປັນຕາອອນຊອນ ໄດ້ຍິນວ່ານາງໄປຖ່າຍແບບເທື່ອນີ້ຮອດແຂວງ ອຸດົມໄຊ ແລະ ບໍ່ວ່າສາວ ລູກນ້ຳ ຈະຖ່າຍຮູບມາໃນມຸມໃດກໍງາມເວີ້…ເຊິ່ງຮູບພາບທີ່ວ່ານີ້ຈະມີຄວາມງາມເປັນຕາອອນຊອນແທ້ບໍ່ ລອງມາເບິ່ງ… ກົດໄລ້ ກົດແຊຣໄປໃຫ້ຄົນທັງໂລກເຫັນວ່າສາວລາວງາມຫຼາຍ…! ຂໍຂອບໃຈຮູບພາບຈາກ: Louknum Miss Laos

Read More »

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ!

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ! ການແຕ່ງດອງ… ເປັນສິ່ງທີ່ຜູ້ຍິງເຮົາສ່ວນຫຼາຍ (ລວມທັງ Beauty Guru) ຕ່າງກໍໄຝ່ຝັນ ແລະ ຢາກມີໃນຄັ້ງໜຶ່ງຂອງຊີວິດທີ່ເກີດມາ ເຊິ່ງພິທິການແຕ່ງດອງນັ້ນກໍເປັນພິທີມຸງຄຸນອີກອັນໜຶ່ງທີ່ປະຊາຊົນລາວເຮົາປະຕິບັດກັນມາແຕ່ສະໄໝບູຮານນະການແລ້ວ ແລະ ພິທີດັ່ງກ່າວກໍຈະມີລັກສະນະທີ່ເປັນເອກະລັກ ທີ່ບົ່ງບອກເຖິງຄວາມເປັນລາວຢ່າງຊັດເຈນ ຈົນມາຮອດປັດຈຸບັນພິທີດັ່ງກ່າວ ກໍຍັງຄົງສືບຕໍ່ປະຕິບັດກັນມາໂດຍຕະຫຼອດ ແຕ່ຈະການພັດທະນາຂຶ້ນມາເພຶ່ອໃຫ້ໄດ້ຄວາມສວຍງາມທີ່ເຂົ້າກັບຍຸກສະໄໝແຕ່ກໍຍັງຄົງຄວາມເປັນລາວຢູ່ເຊັ່ນ: ເຈົ້າສາວໃສ່ເສຶ້ອໄໝ, ສິ້ນໄໝ, ເກົ້າຜົມບ່ຽງແພ, ເຈົ້າບ່າວແມ່ນໃສ່ ເສຶ້ອໄໝ ຫຼື ເສຶ້ອສຸພາບ ນຸ່ງຜ້າສະໂລ້ງ ຖືດາບ ສ່ວນວ່າວິທີການອື່ນໆນັ້ນແມ່ນບໍ່ໄດ້ມີການປ່ຽນແປງຫຍັງເລີຍເຊັ່ນ: ພິທີການແຫ່ເຂີຍ, ການຕົກລົງຄ່າດອງທັງສອງກໍ້າສອງຝ່າຍ, ການເຂົ້າພາຂວັນແບບທີ່ເອີ້ນກັນວ່າ: ມືຂວາປ້ອນໄຂ່ອ້າຍ ມືຊ້າຍປ່ອນໄຂ່ນາງ (ເວົ້າມາຮອດນີ້ Beauty Guru ລະຕົວລອຍຢາກມີມື້ນັ້ນນໍາເຂົາ) ການຝ້ອນລໍາວົງລາວຕ່າງໆ. ເຊິ່ງມື້ນີ້ Beauty Guru ກໍໄດ້ຊອກຄົ້ນເອົາຮູບງາມໆຈາກງານດອງຕ່າງໆ ມາໃຫ້ສາວໆ ຫຼື ໜຸ່ມໆທີ່ກໍາລັງຄິດຢາກເຂົ້າພິທີວິວາ (ແຕ່ງດອງ) ໄດ້ເບິ່ງວ່າການແຕ່ງດອງແບບລາວນັ້ນເຂົາມີຂັ້ນຕອນແນວໃດແດ່? ວ່າແລ້ວເຮົາໄປເບີ່ງພ້ອມກັນເລີຍ! By: Beauty Guru …

Read More »

ຄົນພິການສູ້ຊີວິດ!

ຄົນພິການສູ້ຊີວິດ! ຊະນີIndy ມີໂອກາດໄດ້ໄປເລາະຫຼິ້ນສວນເຈົ້າອານຸວົງ (ແຄມຂອງ) ແຕ່ບັງເອີນເຫຼືອບຕາໄປເຫັນອ້າຍພິການຄົນໜຶ່ງລາວນັ່ງຂາຍເຄື່ອງເປັນປະເພດແຟ໋ບ ແລະ ນ້ຳຢາລ້າງຖວ້ຍລ້າງຈານຈົນຕົກໃຈ ແລະ ມານັ່ງຄິດວ່າຄົນທີ່ເຂົາພິການກໍຍັງມີກຳລັງໃຈໃນການຫາຢູ່ຫາກິນລ້ຽງຕົວເອງນໍ ແລະ ຊະນີIndy ເອງກໍຍັງໄດ້ມີໂອກາດໄດ້ເຂົ້າໄປເວົ້າໄປລົມກັບລາວຖາມລາວວ່າຂາຍດີບໍ່? (ແຕ່ຄຳຕອບທີ່ໄດ້ມາກໍຍອມຮັບວ່າຟັງບໍ່ຮູ້ເລື່ອງປານໃດ) ແຕ່ກໍຂໍຍົກຍ້ອງຊົມເຊີຍອ້າຍຄົນພິການທີ່ມີຈິດໃຈສູ້ຊີວິດຜູ້ນີ້ເດີ້ທີ່ຍັງມີຄວາມຕັ້ງໃຈທີ່ຈະຫາຢູ່ຫາກິນໂດຍທີ່ບໍ່ບຽດບຽນ ຫຼື ແບມືຂໍເງິນຄົນອື່ນໂດຍການເປັນຂໍທານ, ແລະ ຢາກຝາກເຖິງພວກບັນດາຂີ້ລັກມັກສົກທັງຫຼາຍທີ່ເຫັນໂພສນີ້ແລ້ວຄວນເບິ່ງຕົວເອງຄືນໃໝ່ ແລະ ຄວນອາຍຄົນພິການແດ່ເດີ້ ເພາະເຂົາຍັງຮູ້ຈັກທຳມາຫາກິນດ້ວຍອາຊີບທີ່ຊື່ສັດ. ຢ່າລືມກົດໄລ້-ກົດແຊຣໃຫ້ຄົນທີ່ທຳມາຫາກິນສູ້ຊີວິດແບບນີ້! (ຖ້າໃຜໄດ້ໄປຫຼິ້ນແຄມຂອງຖ້າເຫັນອ້າຍພິການຜູ້ນີ້ແລ້ວ ຊື້ຊ່ວຍລາວແດ່ ເພາະລາວໜ້າສົງສານແທ້ໆ)

Read More »

ຂ່າວລື! ວ່າສາວຜູ້ນີ້ເປັນ…

ຂ່າວລື! ວ່າສາວຜູ້ນີ້ເປັນ… ມາອີກແລ້ວ ຊະນີIndy ຂີ້ຝອຍມາແລ້ວ ມື້ນີ້ຈະມາອັບເດດສື່ສັງຄົມອອນລາຍໃຫ້ເພື່ອນໆໄດ້ຮູ້ກັນ, ຈະມາເວົ້າເລື່ອງສາວຄົນໜຶ່ງມີຊື່ວ່າ ເບລານ ທີ່ເຂົາວ່າກັນວ່າເປັນສາວທະນາຄານຊື່ດັງ ແລະ ຄົນກໍເມົ້າມອຍວ່ານາງເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນິວ່າຊັ້ນ (ໃຜເວົ້າກໍບໍ່ຮູ້ຄືກັນເດີ້) ແຕ່ຫຼັງຈາກທີ່ ຊະນີIndy ໄດ້ໃຊ້ສາຍຕາອັນແຫຼມຄົມເຂົ້າໄປສ່ອງ Profile ແລ້ວນາງກໍມີຄວາມງາມ ແລະ ໜ້າຮັກແທ້ໆ ແຕ່ຖ້າເພື່ອນໆບໍ່ເຊື່ອລອງມາເບິ່ງເລີຍວ່າຈະງາມສົມທີ່ວ່າເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນີ້ແທ້ຫຼືບໍ່? ຢ່າລືມກົດໄລ້-ກົດແຊຣ ຫຼື ຄອມເມັ້ນບອກກັນແດ່ເດີ້ວ່າງາມແທ້ບໍ່? ຂໍຂອບໃຈຮູບພາບຈາກ: Belan sounisa

Read More »