Breaking News

News

ຊົມເຊີຍ! “ໝໍແນ່ງ” ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າທີ່ແຂວງຫລວງນໍ້າທາ…

“ຈັນດາລີ ສິດພະໄຊ” ຫຼືທີ່ທຸກຄົນຮູ້ກັນດີໃນນາມ “ໝໍແນ່ງ”  ບໍ່ວ່າບ້ານເຮົາຈະປະເຊີນກັບວິກິດໃດເພິ່ນກໍເປັນອີກໜື່ງຄົນທີ່ເຂົ້າມາຊ່ວຍເຫຼືອສັງຄົມເຮົາຕະຫຼອດມາບໍ່ວ່າຈະເປັນວິກິດການນໍ້າຖ້ວມພາກໃຕ້ທີ່ມາ ແລະ ສະພາວະພະຍາດລະບາດໂຄວິດແຜ່ລະບາດໝໍແນ່ງຄົນນີ້ກໍໄດ້ໃຫ້ການຊ່ວຍເຫຼືອຫຼາຍພາກສ່ວນບໍ່ວ່າຈະເປັນແພດໝໍ, ໜ່ວຍງານກູ້ໄພ… ເມື່ອບໍ່ດົນມານີ້ ໜໍແນ່ງຄົນເກັ່ງເຮົາ ກໍໄດ້ສົມທົບທຶນຊ່ວຍເຫຼືອ ໄຟໄໝ້ປ່າຢູ່ທີ່ແຂວງຫຼວງນໍ້າທາ ທາງພາກເໜືອຂອງປະເທດລາວເຮົາທີ່ໄດ້ຮັບຜົນເສຍບໍ່ໜ້ອຍ!!! ຂວັນໃຈຂໍຊົມເຊີຍ ໝໍແນ່ງ ທີ່ຄອຍຊ່ວຍເຫຼືອສັງຄົມລາວເຮົາຕະຫຼອດມາບໍ່ວ່າຈະພົບກັບວິກິດໃດກໍຕາມ ສົມກັບເປັນນາງຟ້າຂອງເມືອງລາວອີຫຼີ! ຂອບໃຈຂໍ້ມູນຈາກ: Chandaly Ningnang Sitpraxay  

Read More »

ຝາກເຖິງສັງຄົມ!! ຄວາມຈິງຈາກນັກສຶກສາລາວທີ່ເດີນທາງຮ່ວມຖ້ຽວບິນກັບຜູ້ຕິດເຊື້ອໂຄວິດ ທັງ 3 ຄົນ “ຢາກໃຫ້ທຸກຄົນເຂົ້າໃຈຄວາມຈິງ, ຢຸດແຊຣຂ່າວ ແລະ ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງໄດ້ແລ້ວ”

ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຕົກຢູ່ໃນສະພາວະທີ່ນ່າເປັນຫ່ວງຫຼາຍເພາະນັບມື້ນັບມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆຈົນມາຮອດປັດຈຸບັນມີຍອດຜູ້ຕິດເຊື້ອ ລ້ານກວ່າຄົນແລ້ວໃນທົ່ວໂລກນີ້ ແລະ ສປປ ລາວເຮົາກໍເຊັ່ນກັນຕອນນີ້ມີຈໍານວນຜູ້ຕິດເຊື້ອທັງໝົດ 15 ກໍລະນີແລ້ວ ຫຼ້າສຸດ ຜູ້ທີ່ຕິດເຊື້ອ ກໍລະນີທີ 11 ເດີນທາງກັບມາລາວ ຖ້ຽວບິນ TG574 BKK-VTE ກໍໄດ້ຕິດເຊື້ອ ແລະ ຍັງມີກໍລະນີທີ 14 ແລະ 15 ກໍໄດ້ເດີນທາງຮ່ວມຖ້ຽວບິນດຽວກັນ ສະນັ້ນ ທັງ 3 ກໍລະນີທີ່ຕິດເຊື້ອໂຄວິດລ້ວນແຕ່ເດີນທາງມາພ້ອມກັນ ສິ່ງທີ່ທຸກຄົນເປັນຫ່ວງໄປກວ່ານັ້ນກໍຄື ນອກຈາກ 3 ຄົນນີ້ແລ້ວ ບຸກຄົນທ່ານອື່ນທີ່ເດີນທາງມານໍາກັນເປັນເປັນແນວໃດ ມີຫຼາຍຄົນຕັ້ງຄໍາຖານຕ່າງໆນາໆ ໃນເວລາດຽວກັນ… ມື້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ທີ່ໄດ້ຮ່ວມເດີນທາງຖ້ຽວບິນດຽວກັນກັບ 3 ກໍລະນີທີ່ຕິດເຊື້ອຜ່ານມາ ເຊິ່ງລາວໄດ້ໂພສຜ່ານເຟສບຸກສ່ວນຕົວ ມາໃຫ້ທຸກຄົນໄດ້ອ່ານນໍາກັນ!!! ນ້ອງແມ່ນໜຶ່ງໃນນັກສຶກສາລາວທີ່ເດີນທາງກັບມາຈາກປະເທດອັງກິດ ແລະ ໄດ້ມາຮອດນະຄອນຫຼວງວຽງຈັນໃນວັນທີ 22 ມີນາ. ນ້ອງຢາກຊີ້ແຈງກ່ຽວກັບກໍລະນີຕິດເຊື້ອທີ່ກັບມາຈາກປະເທດອັງກິດໃຫ້ທຸກຄົນໄດ້ຮັບຮູ້ຄວາມຈິງນຳກັນ ເພາະສ່ວນໃຫຍ່ແລ້ວແມ່ນໄດ້ມີການສົ່ງຕໍ່ຂໍ້ມູນທີ່ບໍ່ແມ່ນຄວາມຈິງເປັນວົງກວ້າງໃນສັງຄົມເຮົາ ເຊິ່ງເຮັດໃຫ້ຄົນທີ່ໄດ້ຮັບຂ່າວສານທີ່ຜິດໆນັ້ນເກີດຄວາມວິຕົກກັງວົນ ແລະ ຕໍ່ວ່າລັດຖະບານລາວລວມທັງຜູ້ທີ່ຕິດເຊື້ອເອງໄປໃນທິດທາງທີ່ບໍ່ດີ. ພ້ອມກັນນັ້ນ, …

Read More »

ອົດທົນສູ້ຕໍ່ໄປ!! ແມັດທິວ-ລີເດຍ ເຜີຍຜ່ານໄລຍະອັນຕະລາຍແລ້ວ ຮ່າງກາຍດີຂຶ້ນ 99% ແຕ່ເຊື້ອໄວຣັສ Covid-19 ຍັງບໍ່ຕາຍ…

ແມັດທິວ ດີນ ພ້ອມກັບ ລີເດຍ ສະຣັນຍະລັດ ນັກຮ້ອງ-ນັກແດງຊື່ດັງ (ປະເທດໄທ) ໄດ້ໂພສຄຣິບ VDO ກ່ຽວກັບອາການປ່ວຍຕິດເຊື້ອໂຄວິດ-19 ຫຼ້າສຸດ ພ້ອມແຄັບຊັ່ນວ່າ  “8 April 2020 Still at the hospital and testing positive for the virus” 8 ເມສາ 2020 ຍັງຢູ່ທີ່ໂຮງໝໍ ແລະ ຜົນຍັງເປັນບວກ  @matthew.deane1 ໂດຍທັງຄູ່ຊ່ວຍກັນເລົ່າເຖິງອາການຫຼັງຜ່ານໄລຍະວິກິດໂຄວິດ 10 ວັນອັນຕະລາຍ ແຕ່ຜົນກວດຍັງເປັນບວກຢູ່ ເຖິງວ່າຈະຢູ່ໂຮງໝໍມາເກືອບເດືອນແລ້ວ “ແມັດທິວ ຢູ່ປະມານ 27 ມື້ ລີເດຍ ຢູ່ມາ 25 ມື້; ກວດໄປ 5 ຄັ້ງ ແລະ 3 ຄັ້ງ ລວມທັງ …

Read More »

ຮັກແຮງຜູ້ນີ້!! ເຈນນີ່ ຕົ້ນຄໍາ Miss World 2017 ເລາະແຈກເຂົ້າ-ນໍ້າໃຫ້ກັບຜູ້ທີ່ບໍ່ມີວຽກເຮັດ, ຄົນບໍ່ມີບ້ານ ແລະ ບໍ່ໄດ້ກັບບ້ານ… ໃນໄລຍະວິກິດ Covid-19

ເປັນນາງງາມລາວທີ່ມີສາຍາ ນາງງາມໃຈບຸນອີກຄົນໜຶ່ງທີ່ໄດ້ຮັບຄວາມນິຍົມ-ຍົກຍ້ອງຈາກແຟນນາງງາມ ແລະ ສັງຄົມມາໂດຍຕະຫຼອດ ສໍາລັບ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World 2017 ທີ່ຕັ້ງແຕ່ໄດ້ຮັບຕໍາແໜ່ງອັນຊົງກຽດນັ້ນມາ ເຮົາກໍຈະເຫັນວ່າ ເຈນນີ່ ໄດ້ເຮັດຫຼາຍໆຢ່າງເພື່ອຊ່ວຍເຫຼືອສັງຄົມລາວມາໂດຍຕະຫຼອດ ແລະ ຫຼ້າສຸດມື້ນີ້ ເຈນນີ່ ກໍໄດ້ສ້າງຄວາມປະທັບໃຈຈົນຢາກບອກວ່າ ຫຼົງງຮັກນາງແຮງອີກຄັ້ງ ເນື່ອງຈາກສະພາບການບ້ານເມືອງເຮົາເກີດວິກິດ ໂຄວິດ-19 ເຮັດໃຫ້ຫຼາຍຄົນບໍ່ມີວຽກເຮັດງານທໍາ ຫຼືບາງຄົນກໍບໍ່ມີບ້ານມີເຮືອນຢູ່ແລ້ວ ອາໄສຂໍກິນຕາມຮ້ານຕ່າງໆ ເມື່ອຫ້າງຮ້ານປິດກໍບໍ່ມີແມ່ນແຕ່ເຂົ້າຈະກິນ ແລະ ເຈນນີ່ ກໍໄດ້ຢູ່ເສີຍບໍ່ໄດ້ ຈຶ່ງເດີນສາຍແຈກເຂົ້າ-ນໍ້າ ໃຫ້ກັບຄົນວ່າງງານ, ບໍ່ມີວຽກເຮັດ, ບໍ່ມີເງິນກິນເຂົ້າ, ບໍ່ມີບ່ອນນອນ ຫຼືບາງຄົນກໍກັບບ້ານບໍ່ໄດ້… ໂອ່ຍ!!! ຄົນອີ່ຫຍັງທັງງາມທັງເກັ່ງຢູ່ແລ້ວ ຍັງມີແຕ່ຈິດໃຈເມດຕາ ສົມກັບສາຍາ ນາງງາມໃຈບຸນ ອີ່ຫຼີເດີ່… ຂວັນໃຈກໍຂໍສະແດງຄວາມຂອບໃຈ ສາວເຈນນີ່ ແທນສັງຄົມລາວເຮົານໍາຫຼາຍໆເນີ່ ພ້ອມທັງຂໍໃຫ້ເຈນນີ່ມີແຕ່ຄວາມຈະເລີນຍິ່ງໆຂຶ້ນໄປເດີ້…. ໂພສດັ່ງກ່າວ:   Cr: Tonkham Phonchanheuang

Read More »

ສຸດເສົ້າ!! ຂໍໄຫວ້ອາໄລແດ່ນັກຮົບຊຸດຂາວຫຼາຍຊີວິດ ທີ່ໄດ້ອຸທິດຕົນເພື່ອສູ້ກັບ Covid-19 “ແພດໝໍທຸກທ່ານຄືວິລະບູລຸດຂອງຄົນທັງໂລກ”

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 7 ເມສາ 2020 ວ່າ ແພດສະມາຄົມຂອງອິນໂດເນເຊຍອອກລາຍງານວ່າ ຈາກຈຳນວນຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນປະເທດ ທີ່ມີຢ່າງຫນ້ອຍ 209 ຄົນນັ້ນ ເປັນບຸກຄະລາກອນການແພດຢ່າງຫນ້ອຍ 24 ຄົນ. ໃນຖະແຫຼງການລະບຸວ່າ ຈຳນວນບຸກຄະລາກອນການແພດທີ່ເສຍຊີວິດ ເປັນຫລາຍກວ່າຕົວເລກ ຍິ່ງຕອກຍໍ້າວິກິດການຂາດແຄນອຸປະກອນການແພດສຳລັບເຈົ້າຫນ້າທີ່ສາທາລະນະສຸກ ໂດຍສະເພາະຊຸດປ້ອງກັນທາງການແພດ ຂະນະດຽວກັນ ສະຖານະການທີ່ເກີດຂື້ນຍັງບົ່ງຊີ້ຄວາມສ່ຽງໃນລະດັບສູງຂອງການຕິດເຊື້ອໃນກຸ່ມບຸກຄະລາກອນການແພດ ວ່າຍັງຄົງເກີດຂື້ນໄດ້ທຸກເວລາ… ໂຮງງານຜະລິດເສື້ອຜ້າສຳເລັດຮຸບແຫ່ງຫນື່ງທີ່ເມືອງ ມາລັງ ແຂວງ ຊວາຕາເວັນອອກ ໄດ້ຖືກປ່ຽນມາໃຫ້ຜະລິດຊຸດປ້ອງກັນສຳລັບບຸກຄະລາກອນການແພດ. ນອກຈາກນີ້ ອັດຕາການເສຍຊີວິດໃນກຸ່ມຜູ້ຕິດເຊື້ອ ທີ່ໄດ້ຮັບການຢັ້ງຢືນແລ້ວຂອງອິນໂດເນເຊຍຍັງຖືວ່າຢູ່ໃນລະດັບສູງ ແລະມືຢ່າງຫນ້ອຍ 10 ແຂວງໃນອິນໂດເນເຊຍ ລວມເຖິງຫມູ່ເກາະໂມລຸກກະ ແລະແຂວງປາປົວ ບໍ່ມີສະຖານສາທາລະນະສຸກ ແລະບຸກຄະລາກອນການແພດທີ່ພຽງພໍຮອງຮັບຜູ້ຕິດເຊື້ອໂຄວິດ-19 ຢ່າງໃດກໍ່ຕາມ ມີລາຍງານວ່າປະທານາທິບໍດີ ໂຈໂຄ ວິໂດໂດ ກ່າວລະຫວ່າງການປະຊຸມລັດຖະມົນຕີ ເມື່ອວັນຈັນທີ່ຜ່ານມາ ວ່າລັດຖະບານໄດ້ແຈກຢາຍຊຸດປ້ອງກັນສ່ວນບຸກຄົນ (ພີພີອີ) ໃຫ້ບຸກຄະລາກອນການແພດທົ່ວປະເທດແລ້ວ ແຕ່ເນັ້ນຫນັກໃຫ້ການນຳຂັ້ນທ້ອງຖິ່ນໃຫ້ກວດສອບວ່າເຄື່ອງຂອງທັງຫມົດມີການກະຈາຍສູ່ເຈົ້າຫນ້າທີ່ສາທາລະນະສຸກຢ່າງທົ່ວເຖິງ… ນອກຈາກແພດໝໍທີ່ຢູ່ ອີນໂດເນເຊຍແລ້ວ …

Read More »