Breaking News

News

ແມ່ຄ້າ online ໜຶ່ງໃນຜູ້ຕິດເຊື້ອຝາກເຕືອນ!! ກັກຕົວຢູ່ບ້ານແຕ່ສັ່ງເຄື່ອງ ແລະ ອາຫານຈາກ Online ອາດຈະເປັນການນໍາເຊື້ອໄປສົ່ງຮອດເຮືອນ…

ໃນສະຖານະການທີ່ຫຼາຍຄົນກໍາລັງເຝົ້າລະວັງ ແລະ ປ້ອງກັນຕົວເອງຢ່າງສຸດຂີດ ເພື່ອຫຼີກລ່ຽງບໍ່ໃຫ້ໄດ້ຮັບເຊື້ອພະຍາດ Covid-19 ທີ່ກໍາລັງລະບາດໄປທົ່ວໂລກໃນປັດຈຸບັນ. ແຕ່ລະປະເທດກໍໄດ້ທໍາການ ປິດປະເທດ, ປິດແຂວງ, ປິດເມືອງ ແລະ ປິດບ້ານໃຫ້ທຸກຄົນຢູ່ແຕ່ໃນເຮືອນຂອງຕົນເອງ ເພື່ອຄວາມປອດໄພ… ແຕ່ໃນການຢູ່ເຮືອນລ້າໆມັນກໍທັງເມື່ອຍ ທັງເຊັງ ຄືທີ່ທຸກຄົນຮູ້ກັນດີ ຈຶ່ງອາດຈະພາກັນເຂົ້າ FB ເພື່ອຊ໋ອບປິ່ງ ຊື້ອາຫານມາກິນແກ້ເຊັງ (ເພື່ອບໍ່ໃຫ້ຕົວເອງອອກໄປນອກເຮືອນ) ແຕ່ທຸກຄົນອາດຈະບໍ່ຮູ້ວ່າ ການສັ່ງເຄື່ອງໃຫ້ຄົນມາສົ່ງນັ້ນ ອາດຈະເປັນກນເອີ້ນເອົາເຊື້ອພະຍາດມາເຮືອນຕົນເອງກໍເປັນໄດ້!! ຂວັນໃຈຈຶ່ງຢາກໃຫ້ທຸກຄົນລອງມາສຶກສາກໍລະນີທີ່ແອັດໄດ້ນໍາມາເລົ່າໃຫ້ຟັງໃນມື້ນີ້ເພື່ອເປັນບົດຮຽນ… ສືບເນື່ອງມາຈາກໂພສຂອງ ແມ່ຄ້າອອນໄລນ໌ຄົນໜຶ່ງ (ປະເທດໄທ) ໄດ້ອອກມາໂພສຂໍ້ຄວາມຊີ້ແຈງວ່າຕົນເອງຕິດໂຄວິດ-19 ໂດຍບໍ່ຮູ້ໂຕ ຈຶ່ງຝາກເຕືອນລູກຄ້າທຸກຄົນທີ່ເຄີຍສັ່ງເຄື່ອງນໍາຕົນເອງໃຫ້ກັກຕົວ ແລະ ຮີບກວດຫາເຊື້ອດ່ວນ ເຊິ່ງຜູ້ກ່ຽວໄດ້ບອກທາມລາຍໃນຊ່ວງວັນທີ 27 ມີນາ ຫາ 2ເມສາ ວ່າບໍ່ສາມາດຈື່ລູກຄ້າໄດ້ທັງໝົດ ຫາກໃຜຊື້ຂະໜົມຈາກຕົນເອງໃນຊ່ວງເວລາທີ່ກ່າວມານີ້ໃຫ້ເຝົ້າລະວັງອາການຕົນເອງໃຫ້ດີ… ກໍລະນີດັ່ງກ່າວແມ່ນເກີດຂຶ້ນທີ່ປະເທດໄທ ເປັນແມ່ຄ້າຂາຍຂະໜົມທີ່ເຮັດສົ່ງອອນໄລນ໌ ບໍລິການສົ່ງຮອດເຮືອນ ເນື່ອງຈາກປັດຈຸບັນຫຼາຍປະເທດໃຊ້ມາດຕະການດຽວກັນນັ້ນກໍ່ຄືການກັກຕຈົວຢູ່ເຮືອນ ບໍ່ອອກໄປໃສເພື່ອປ້ອງກັນການຕິດເຊື້ອໂຄວິດ-19 ແຕ່ແນ່ນອນວ່າການຢູ່ເຮືອນ ມັນເຮັດໃຫ້ຄົນເຮົາເກີດຄວາມຢາກຫຼາຍຢ່າງ ແຕ່ສິ່ງທີ່ເຮັດໄດ້ໃນຕອນນີ້ແມ່ນສັ່ງເຄື່ອງທາງອອນໄລນ໌ ເພື່ອຫຼີກລ່ຽງການອອກໄປສັນຈອນຢູ່ນອກ ແຕ່ໃຜຈະຮູ້ວ່າສັ່ງເຄື່ອງອອນໄລນ໌ບໍ່ແມ່ນຄໍາຕອບຂອງການປ້ອງກັນການໄປຕິດເຊື້ອໂຄວິດ-19 …

Read More »

ເພາະຮັກໃນອາຊີບນີ້ຫຼາຍ!!! ສໍລະຍຸດ ຜູ້ປະກາດຂ່າວຊື່ດັງ ຈາກລາຍການດັງ (ປະເທດໄທ) ເຖິງຈະຕິດຄຸກກໍຍັງບໍ່ຖີ້ມອາຊີບທີ່ຮັກ “ອ່ານຂ່າວ ແລະ ຮ້ອງເພງເປັນກໍາລັງໃຈໃຫ້ຄົນຢູ່ທາງນອກສູ້ກັບ Covid-19”

ຖ້າເວົ້າເຖິງຜູ້ປະກາດຂ່າວຊື່ດັງຂອງ ປະເທດໄທ ເຊື່ອວ່າໜ້ອຍຄົນທີ່ຈະບໍ່ຮູ້ຈັກຜູ້ປະກາດຂ່າວຄົນນີ້ ສໍ​ລະ​ຍຸດ ນັກ​ຈັດ​ລາຍ​ການ​ຊື່​ດັງ ຈາກລາຍການດັງ “ເລື່ອງເລົ່າເຊົ້ານີ້” ແຕ່​ເມື່ອບໍ່ດົນມານີ້ ສໍລະຍຸດ ໄດ້ຖືກຕັດສິນຈໍາຄຸກໃນຄະດີ ​ຍັກ​ຍອກ​ເງິນ​ຄ່າ​ໂຄ​ສະ​ນາ​ເກີນ​ເວ​ລາ​ໃນ​ລາຍ​ການ ຫຼາຍກວ່າ 138 ລ້ານ​ບາດ. ໂດຍສານໄດ້ຕັດ​ສິນ​ໃຫ້​ຈຳ​ຄຸກເປັນເວລາ 6 ປີ 24 ເດືອນ ປັດຈຸບັນ ສໍລະຍຸດກໍໄດ້​ໃຊ້​ຊີ​ວິດ​ໃນ​ເຮືອນ​ຈຳ (ບ່ອນຄຸມຂັງນັກໂທດ) ແຕ່​ຫຼ້າ​ສຸດ ສໍ​ລະ​ຍຸດ ​ໄດ້​ປາ​ກົດ​ອອກມາອີກ​ຄັ້ງ​ໃນ​ຖາ​ນະ “ນັກ​ເລົ່າ​ຂ່າວ​ໃນ​ເຮືອນ​ຈຳ” ໂດຍ ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ ອະທິບໍດີກົມຣາຊທັນ ພໄນຕໍາຫຼວດເອກ ດຣ. ນະຣັຊ ເສວະນັນ ໂດຍທ່ານໄດ້​ໃຫ້​ສຳ​ພາດ​ຜ່ານ​ລາຍ​ການ “ເລື່ອງ​ເລົ່າ​ເຊົ້າ​ນີ້” ວ່າ ຕອນ​ນີ້​ໜ້າ​ທີ່ຫຼັກໆ ຂອງ ສໍລະສໍ​ລະ​ຍຸດ ລະ​ຫວ່າງ​ຢູ່​ເຮືອນ​ຈຳ​ກໍ​ຄື​ການ​ຈັດ​ລາຍ​ການ “​ເລື່ອງ​ເລົ່າ​ຊາວ​ເຮືອນ​ຈຳ​” ​ເພື່ອ​ໃຫ້​ຄວາມ​ຮູ້​ແກ່​ຜູ້​ຕ້ອງ​ຫາ​ໃນ​ເຮືອນ​ຈຳ. ເຊິ່ງຫຼາຍຄົນທີ່ໄດ້ເຫັນ​ລີ​ລາ ແລະ ນ້ຳ​ສຽງ​ຂອງການອ່ານຂ່າວຂອງ ສໍ​ລະ​ຍຸດ ແລ້ວຕ້ອງບອກວ່າ Style ການ​ເວົ້າ, ລີ​ລາ​ແບບ​ເກົ່າ ແຕ່​ສະ​ພາບ​ຮ່າງ​ກາຍ​ແຕກ​ຕ່າງ​ຈາກ​ເກົໍ່​ຳຫຼາຍ​ຄື ຜົມ​ຂ່າວ …

Read More »

ອາທິດມໍລະນະ!! ສົບຄົນຕາຍແໜ້ນຫ້ອງເຢັນ… “ມັນຈະເປັນອາທິດທີ່ໜັກທີ່ສຸດ ແລະ ເສົ້າທີ່ສຸດສໍາລັບຊີວິດຄົນອາເມຣິກາ”

ຈາກການລາຍງານສະຖານນະການ ການແພ່ລະບາດຂອງ ໂຄວິດ-19 ໃນສ.ອາເມຣິກາ ໃນວັນທີ 6 ເມສາ 2020 ໃຫ້ຮູ້ວ່າ ອາເມຣິກາເລີ່ມເຂົ້າສູ່ອາທິດທີ່ຄາດວ່າ ຈະເປັນໄລຍະທີ່ໜັທີ່ສຸດ ຫຼັງຈາກມີຍອດຜູ້ເສຍຊີວິດຫຼາຍກວ່າ 9.500 ຄົນ. ພ້ອມກັບຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກວ່າ 3.3 ແສນຄົນ ແຕ່ວ່າມີຜູ້ວ່າການບໍ່ເທົ່າໃດລັດ ທີ່ອົດທົນໃຊ້ມາດຕະການສັ່ງໃຫ້ປະຊາຊົນກັກຕົວເອງຢູ່ໃນເຮືອນ ແຖມຍັງມີໂບດ (ວັດສາສະໜາຄຣິສ) ຫຼາຍບ່ອນທີ່ຍັງເຮັດພິທີທາງສາສະໜາຢູ່… ປັດຈຸບັນຈໍານວນຍອດຜູ້ເສຍຊີວິດໃນລັດ ນິວຢອກ ສູນກາງການລະບາດໃນ ສ.ອາເມຣິກາ ຫຼຸດລົງເລັກນ້ອຍແຕ່ຍັງມີຈໍານວນສູງເຖິງ 600 ຄົນ ພາຍໃນມື້ດຽວກັນ; ສ່ວນຈໍານວນຜູ້ຕິດເຊື້ອພາຍໃນມື້ດຽວແມ່ນຍັງເພີ່ມຂຶ້ນເຖິງ 7.300 ຄົນ ເຮັດໃຫ້ຍອດຜູ້ຕິດເຊື້ອຂອງລັດ ນິວຢອກເພີ່ມເປັນ 122.000 ຄົນ ແລະ ເສຍຊີວິດແລ້ວ 1,459 ຄົນ ໃນຂະນະທີ່ລັດ ເພນຊີລວາເນຍ, ລັດໂຄຣາໂດ ແລະ ວໍຊິງຕັນ ດີ.ຊີ ເລີ່ມມີຍອດຜູ້ເສຍຊີວິດເພີ່ມຂຶ້ນເລື້ອຍໆ ໂດຍ ປະທານາທິບໍດີ …

Read More »

ຮູ້ຈັກກັບ!!! “ວີລະສະຕຣີ” ຜູ້ນໍາແມ່ຍິງຄົນເກັ່ງ 4 ປະເທດ ໃນຍຸກ COVID-19…. “ເມື່ອສັງຄົມໃຫ້ໂອກາດແມ່ຍິງກໍພ້ອມທີ່ຈະສະແດງຄວາມສາມາດຢ່າງເຕັມທີ່”

ໃນຂະນະທີ່ໂລກກຳລັງປະເຊີນກັບບັນຫາການລະບາດຂອງ COVID-19 ຢ່າງໜັກໜ່ວງ ແລະ ແຕ່ລະປະເທດກໍລ້ວນແຕ່ມີວິທີການຮັບມືທີ່ແຕກຕ່າງກັນໄປ ຂຶ້ນຢູ່ກັບສະຖານະການ ສະພາບແວດລ້ອມ ແລະ ຜູ້ນໍາຂອງແຕ່ລະປະເທດ ເຮົາຄົງໄດ້ຍິນຄໍາທີ່ວ່າ “ສົງຄາມສ້າງວິລະບູລຸດ” ດັ່ງນັ້ນ ຖ້າຜູ້ນໍາຄົນໃດທີ່ສາມາດຈັດການບັນຫາໄດ້ເປັນຢ່າງດີ ສິ່ງທີ່ໄດ້ກັບມາແມ່ນຄວາມນິຍົມຈາກປະຊາຊົນ… ມື້ນີ້ຂວັນໃຈບໍ່ໄດ້ຈະເວົ້າເຖິງວິລະບູລຸດ ແຕ່ຈະພາໄປພົບກັບ ວິລະສະຕຣີ ທີ່ໄດ້ຮັບຄວາມຊື່ນຊົມຈາກປະຊາຊົນໃນຊ່ວງວິກິດ COVID-19 : ທ່ານນາງ Tsai Ing-wen ປະທານາທິບໍດີ ປະເທດ ໄຕ້ຫວັນ ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ປະເທດ ນິວຊີແລນ ທ່ານນາງ Mette Frederiksen ນາຍົກລັດຖະມົນຕີ ປະເທດ ເດນມາກ ທ່ານນາງ Angela Dorothea Merkel ນາຍົກລັດຖະມົນຕີ ປະເທດ ເຢຍລະມັນ ເລື່ອງລາວຂອງພວກເຂົານ່າສົນໃຈແນວໃດ? ມື້ນີ້ຂວັນໃຈຈະພາໄປຮູ້ຈັກ… ກ່ອນອື່ນເຮົາມາເບິ່ງສະເພາະຕົວເລກຂອງຜູ້ຕິດເຊື້ອຂອງ 4 ປະເທດນີ້ (ຂໍ້ມູນວັນທີ 2 …

Read More »

“ເມ ເນລະນິດ” ເຜີຍປະສົບການປະກວດເວທີ Miss World 2019 ທີ່ກຸງລອນດອນ… “ພາສາອັງກິດສໍາຄັນຫຼາຍ ເຖິງຈະບໍ່ເກັ່ງແຕ່ຂໍໃຫ້ສື່ສານເຂົ້າໃຈ ເພາະມັນຊ່ວຍໃຫ້ເອົາໂຕລອດໃນແຕ່ລະມື້ໄດ້”

ເມ ເນລະມິດ Miss World Laos 2019  ເປັນນາງງາມອີກໜື່ງຄົນຂອງລາວ ທີ່ທັງງາມ ທັງເກ່ັ່ງ ແລະ ມີຄວາມສາມາດທີ່ຫຼາກຫຼາຍ ພ້ອມນັ້ນກໍຍັງມີຄວາມນ່າຮັກ ສົດໃສ!  ດັ່ງທີ່ເຮົາຮູ້ກັນແລ້ວວ່າຜ່ານມາທ້າຍປີ 2019  ສາວ ເມ ກໍໄດ້ເປັນຕົວແທນນາງງາມລາວໄປປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດ ມື້ນີ້ຂວັນຈະພາແຟນໆໄປເບິ່ງວ່າສາວ ເມ ເພິ່ນໄດ້ຜ່ານຫຍັງມາແດ່ກວ່າຈະໄປຮອດຈຸດນັ້ນ ເຮົາໄປເບິ່ງນໍາກັນເລີຍ… ] ຈາກເດັກນ້ອຍບ້ານນອກກັບການເດີນທາງຄົນດຽວໄປປະກວດ ຢູ່ກຸງລອນດອນ, ມັນເປັນເລື່ອງທີ່ທ້າທາຍຫຼາຍ ແລະ ເປັນຄັ້ງທໍາອິດໃນຊີວິດ ທີ່ຕ້ອງເດີນທາງໃຊ້ເວລາຢູ່ເທິງຍົນ 13ຊົ່ວໂມງ ເພາະ ເມ ບໍ່ເຄີຍເດີນທາງໄກປານນີ້ຈັກເທື່ອ, ພໍແຕ່ຍົນແຕະຮອດພື້ນສະໜາມບິນ ຮີດໂທຣ ລອນດອນ ເບິ່ງໄປອ້ອມຮອບບໍ່ຄຸ້ນໜ້າໃຜເລີຍຄືກັບວ່າຫຼຸດເຂົ້າໄປໃນໜັງຕ່າງປະເທດ, ສັງເກດປ້າຍໄປເລື້ອຍໆຈົນເຫັນເຈົ້າໜ້າທີ່ຜູ້ໜຶ່ງຢືນຈັບເຈ້ຍທີ່ມີຊື່ເມຢູ່ ຄວາມຮູ້ສຶກຕອນນັ້ນຄືໂລ່ງໃຈແຮງ ເພິ່ນບອກວ່າ ການບິນໄທ ທີ່ເປັນສະປອນເຊີ້ ໂທລະເລກມາໃຫ້ຖ້າຮັບ ແລ້ວພາໄປເອົາກະເປົາທີ່ເດີນທາງມາພ້ອມກັບເມ 6 ຫີບໃຫຍ່, ອອກມາແລ້ວກໍເຫັນທີມງານກອງປະກວດ …

Read More »