Breaking News

Kuanjaitaem Kuanjai page

ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ-19 ລະບາດ.

ໃນວັນທີ​ 17 ກັນຍາ 2021 ທີ່ຜ່ານມາ ສະມາຄົມ ນັກທຸລະກິດແມ່ຍິງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານທົ່ວປະເທດ ຜ່ານທາງອອນລາຍ ຜ່ານ Zoom ພາຍໃຕ້ຫົວຂໍ້: “ການເຂົ້າຫາແຫຼ່ງທຶນ SME ໃນຍຸກໂຄວິດ​-19 ລະບາດ” ໂດຍການເປັນປະທານ ຂອງ ທ່ານນາງ ຈັນທະ​ຈອນ ວົງໄຊ ປະທານສະມາຄົມ ນັກທຸລະກິດແມ່ຍິງ​ , ມີ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມ,​ອຳນວຍການກອງທຶນ SME ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນ ໄຊຍະລາດ ຫົວໜ້າຄຸ້ມຄອງຝ່າຍຂາຍ ທະນາຄານ​ມາຣູຮານ ເຈແປນລາວ ພ້ອມດ້ວຍບັນດາປະທານ,​ ຮອງປະທານສະຫະພັນແມ່ຍິງຂັ້ນແຂວງ 4 ແຂວງ ມີ: ແຂວງຫຼວງພະບາງ, ແຂວງໄຊສົມບູນ,​ ແຂວງວຽງຈັນ​ ແລະ …

Read More »

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ.

Httpool Laos (ເອຈ໌ທີທີພູລ ລາວ) ແມ່ນບໍລິສັດໃນເຄືອຂອງ Aleph Holding (ອາເລັບ ໂຮນດີ້ງ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່, ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດແຕ່ຍັງໄດ້ສຳເລັດ Facebook Advertising Campaign (ແຄັມເປນໂຄສະນາທາງເຟສບຸກ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນແລະທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸກ (Facebook Authorized Sales Partner), ເພື່ອຊ່ວຍເຫຼືອບັນດາບໍລິສັດແລະແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ. ໃນຖານະທີ່ເປັນແພຼັດຟອມດີຈີຕ້ອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ແລະຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ. ການຊ່ວຍເຫຼືອ, ຄວາມຊ່ຽວຊານ, ແລະ ການສຶກສາ ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ (Creative), ແລະ ການປະເມີນຜົນທີ່ໄດ້ຮັບ (Measurement) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ …

Read More »

ຂໍຊົມເຊີຍ!!! ເຈົ້າຂອງຫ້ອງແຖວໃຈດີໃຫ້ນັກສຶກສາຢູ່ຟຣີ 3 ເດືອນ

ຂໍຊົມເຊີຍ!!! ຄົນລາວຄົນມີນໍ້າໃຈ ຍາມວິກິດແບບນີ້ກໍບໍ່ປະບໍ່ຖິ້ມກັນ ຊ່ວຍເຫຼືອຄົນລາວນໍາກັນ ນີ້ແຫຼະທີ່ສັງຄົມຍ້ອງຍໍ ໂດຍເຈົ້າຂອງເຟສບຸກ รักแท้ คืคอบคว ໄດ້ອອກມາໂພສວ່າ: 1 .ສະບາຍດີພໍ່ແມ່ພີ່ນອ້ງທີ່ຢູ່ນະຄອນຫລວງ ແລະ ຕ່າງແຂວງ ຂະພະເຈົ້າໃນນາມເຈົ້າຂອງຫອ້ງແຖວ ບ້ານຕານມີໄຊ ຫລັງໂຮງຮຽນປ່າໄມ້ ດົງໂດກ ຂໍແຈ້ງໃຫ້ຊາບວ່າ ແຕ່ວັນທີ່ 1/5/21 ເປັນຕົ້ນໄປແມ່ນ ໃຫ້ນອ້ງໆນັກຮຽນ ຢູ່ຟີ 3 ເດືອນ ຈົນກວ່າສະຖານະການໂຄວິດຈະດີຂື້ນຜູ້ໄດ້ມີລູກຫລານມາຮຽນຢູ່ວຽງຈັນບໍ່ມີບອ່ນພັກເຊົ່າແມ່ນເຂົ້າມາຢູ່ໄດ້ເລີຍເດີ ໂດຍທີ່ບໍ່ເກັບຄາໃຊ້ຈ່າຍຍັງເລີຍ ຈັກກິບ ຊວ່ງໂຄວິດ ນີ້ ຊວ່ຍກັນ 2. ຜູ້ໄດ້ຂາຍເຄື່ອງຢູ່ແຄມຂອງແລະເປັນລູກຄ້າ ຫວຍແລະເງີນກູ້ ນຳຂ້າພະເຈົ້າມີນະໂຍບາຍໃຫ້ບໍ່ເກັບຈົນກວ່າສະຖານະການດີຂື້ນຈິ່ງຈະເກັບປົກກະຕີເດີ ແຈ້ງໃຫ້ຊາບ ຕົວຂະພະເຈົ້າກໍ່ມີຜົນກະທົບແຕ່ກໍ່ຈະຊວ່ຍເທົ່າທີ່ຈະເຮັດໄດ້ ໃຫ້ພີ້ນອ້ງທຸກຄົນປະຊາຊົນລາວເຮົາຜ່ານວີກິດນີ້ໄປນຳກັນທຸກຄົນບອກຄົນທີ່ຍັງບໍ່ຮູ້ໃຫ້ແດ່ ຂໍອານຸຍາດແທັກ ງາມທັງກາຍ!!! ງາມທັງໃຈ!!!

Read More »

ເກີດແລ້ວ!!! ທາດຍາດຄົນທີ່ສອງ ສາວລາວ-ບ່າວໄທ ພໍ່ຟຸກ ແລະ ແມ່ແອັບເປິ້ນ

ຍິນດີນໍາ!!! ພໍ່ຟຸກ ແລະ ແມ່ແອັບເປິ້ນອີກຄັ້ງທີ່ໄດ້ທາຍາດຜູ້ທີ່ສອງແລ້ວ ນັ້ນກໍຄືນ້ອງຊະນິຕາ (ຈູນ່າ) ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມຟຸກເຈົ້າພໍ່ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານຫຼາກຫຼາຍເຊັ່ນກັນ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງຮູບເງົາເລື່ອງ:​ ຂຸມຊັບລໍາໂຂງ, ມະນີນາຄາ ແລະ ອີກຫຼາຍໆເລື່ອງ…ແຖມຍັງເປັນນັກທຸລະກິດໝຸ່ຫຼໍ່ທີ່ມີບໍລິສັດເສີມຄວາມງາມອີກດ້ວຍ. ເກີດແລ້ວ!!! ນ້ອງຈູນ່າ ນໍ້າໜັກ 3,350 ກິໄລ ວັນທີ 09 ເມາສາ 2021 ທີ່ຜ່ານມາ ໜ້າຮັກແທ້ເດ ເອື້ອຍຈູນີ່ ແລະ ນ້ອງຈູນ່າ ຕາແພງທັງສອງເອື້ອຍນ້ອງ

Read More »

ມົງລົງແລ້ວ!!! ສາວ ພອນວິໄລ ຫຼວງ​ລາດ Miss world 2021 ຄົນປັດຈຸບັນ

ມາຮູ້ຈັກ “ພອນວິໄລ ຫຼວງລາດ” ຫຼື ສາວຕຸ້ຍ W11 ຕົວແທນນະຄອນຫຼວງວຽງຈັນ ທັງງາມ ທັງເກັ່ງ ສາວໜ້າຄົມຄົນນີ້ ຜູ້ມີຮອຍຍິ້ມອັນເປັນສະເໜ່ ທີ່ໄດ້ຮັບຕໍາແໜ່ງ Miss World Laos ຕໍ່ ຈາກສາວ ສຸພາວະດີ ແລະ ສາວພອນວິໄລກໍຍັງໄດ້ຮັບລາງວັນພິເສດນາງສາວຜິວໃສໄປຄອງອີກດ້ວຍ!!! ພອນວິໄລ ຍັງເປັນສາວງາມສາຍປະກວດ ເພາະກ່ອນໜ້ານີ້ເຄີຍປະກວດ 2 ເວທີມາກ່ອນ: ນາງສາວນະຄອນຫລວງວຽງຈັນ ປີ 2016 ໄດ້ຕຳແໜ່ງຮອງອັນດັບ 3 ນາງສາວນະຄອນຫຼວງວຽງຈັນ ແລະ ອີກເວທີ 1 ແມ່ນ ນາງສາວລາວປີ 2016 ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວລາວ ແລະ ລາງວັນພິເສດ ນາງສາວໜ້າໃສສຸຂະພາບດີ. ການປະກວດໃນຄັ້ງນີ້ ສາວ ຕຸ້ຍ ກຽມຄວາມພ້ອມມາເຕັມ ແລະ ພ້ອມສະສົມທຸກປະສົບການຈາກການປະກວດໃນເວທີ ທີ່ຜ່ານມາເພື່ອມາປັບໃຊ້ໃຫ້ເກີດຜົນທີ່ສຸດໃນເວທີນີ້ …

Read More »