Breaking News

Kuanjaitaem Kuanjai page

ມົງລົງແລ້ວ!!! ສາວ ພອນວິໄລ ຫຼວງ​ລາດ Miss world 2021 ຄົນປັດຈຸບັນ

ມາຮູ້ຈັກ “ພອນວິໄລ ຫຼວງລາດ” ຫຼື ສາວຕຸ້ຍ W11 ຕົວແທນນະຄອນຫຼວງວຽງຈັນ ທັງງາມ ທັງເກັ່ງ ສາວໜ້າຄົມຄົນນີ້ ຜູ້ມີຮອຍຍິ້ມອັນເປັນສະເໜ່ ທີ່ໄດ້ຮັບຕໍາແໜ່ງ Miss World Laos ຕໍ່ ຈາກສາວ ສຸພາວະດີ ແລະ ສາວພອນວິໄລກໍຍັງໄດ້ຮັບລາງວັນພິເສດນາງສາວຜິວໃສໄປຄອງອີກດ້ວຍ!!! ພອນວິໄລ ຍັງເປັນສາວງາມສາຍປະກວດ ເພາະກ່ອນໜ້ານີ້ເຄີຍປະກວດ 2 ເວທີມາກ່ອນ: ນາງສາວນະຄອນຫລວງວຽງຈັນ ປີ 2016 ໄດ້ຕຳແໜ່ງຮອງອັນດັບ 3 ນາງສາວນະຄອນຫຼວງວຽງຈັນ ແລະ ອີກເວທີ 1 ແມ່ນ ນາງສາວລາວປີ 2016 ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວລາວ ແລະ ລາງວັນພິເສດ ນາງສາວໜ້າໃສສຸຂະພາບດີ. ການປະກວດໃນຄັ້ງນີ້ ສາວ ຕຸ້ຍ ກຽມຄວາມພ້ອມມາເຕັມ ແລະ ພ້ອມສະສົມທຸກປະສົບການຈາກການປະກວດໃນເວທີ ທີ່ຜ່ານມາເພື່ອມາປັບໃຊ້ໃຫ້ເກີດຜົນທີ່ສຸດໃນເວທີນີ້ …

Read More »

ເສຍໃຈນໍາ!!! ກັບການຈາກໄປຂອງແມ່ ສາວ ໄບ໋ ຜູ້ປະກາດຂ່າວຊື່ດັງຂອງປະເທດໄທ

ເປັນອີກເລື່ອງທີ່ໜ້າເສົ້າໃຈໃນວົງການບັນເທີງກັບການຈາກໄປຂອງແມ່ ມົນທິລາ ຜູ້ເປັນແມ່ ຂອງສາວ ໄບ໋ ຜູ້ປະກາດຂ່າຊື່ດັງໃນລາຍການ “ເລື່ອງເລົ່າເຊົ້ານີ້” ເປັນການສູນເສຍຄັ້ງຍິ່ງໃຫຍ່ໃນຊີວິດຂອງສາວ ໄບ໋ ເລີຍກໍວ່າໄດ້ ຫຼັງຈາກທີ່ແມ່ ມົນທິລາ ໄດ້ເຂົ້າຮັກສາຢູ່ໂຮງໝໍມາເປັນເວລາໜຶ່ງດ້ວຍພະຍາດຂອງຕົວເອງ. ຫຼ້າສຸດວັນທີ 23 ມີນາ 2021 ແມ່ມົນທິລາ ກໍໄດ້ເສຍຊີວິດແລ້ວ ດ້ວຍພະຍາດໂລກມະເຮັງ ແຟນໆກໍຕ່າງພາກັນແຫ່ຄອມເມັ້ນສະແດງຄວາມເສຍໃຈ ແລະ ໃຫ້ກໍາລັງໃຈສາວ ໄບ໋ ເປັນຈໍານວນຫຼາຍ… ຂວັນໃຈຂໍສະແດງຄວາມເສຍນໍາໃຈກັບສາວໄບ໋ເດີ້

Read More »

ຍິນດີນໍາ!!! “ຄຣິສຕິນາ ລາສະສິມມາ” ຄວ້າມຸງກຸດ Miss Universe Laos 2020 ໄປຄອງ…

ເປັນມື້ທີ່ຫຼາຍຄົນຄອງຄອຍ ແລະ ລຸ້ນໄປຕາມໆກັນເລີຍກໍໄດ້ ວ່າໃຜຈະເປັນຄົນທີ່ຄວ້າຕໍາແໜ່ງເທິງເວທີ Miss Universe Laos 2020!!! ແຟນໆນາງງາມບໍ່ຕ້ອງລຸ້ນອີກຕໍ່ໄປ… ໃນທີ່ສຸດ!!!ກໍໄດ້ຖະແຫຼ່ງຂ່າວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນຂອງວັນທີ 18 ມີນາ ທີ່ຜ່ານມາ ເຊິ່ງມົງກໍລົງໄປທີ່ສາວຄົນນີ້ “ຄຣິສຕິນາ ລາສະສິມມາ” ເປັນຄົນທີ່ຄວ້າມຸງກຸດ Miss Universe Laos 2020 ໄປຄອງ ແລະ ໄດ້ເປັນຕົວແທນນາງງາມລາວ ຄົນຫຼ້າສຸດທີ່ຈະໄດ້ໄປປະກວດເວທີລະດັບໂລກ Miss Universe Laos 2020 ທີ່ ສະຫະລັດອາເມລິກາ ໃນເດືອນ ພຶດສະພາ 2021 ນີ້…​ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງ ສໍາລັບ ຄຣິສຕີນ່າ ລາດສະສິມມາ ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos …

Read More »

ເບຍລາວນຳສະເໜີຄວາມເປັນລາວສູ່ວົງການເບຍສາກົນ ລົດຊາດທີ່ໂດດເດັ່ນຂອງເບຍລາວໄດ້ເພີ່ມທາງເລືອກໃຫ້ແກ່ຜູ້ທີ່ີຮັກໃນການດື່ມເບຍທົ່ວໂລກ

ຈາກການຄົ້ນພົບເບຍຄັ້ງທຳອິດເມື່ອຫຼາຍພັນປີກ່ອນ ຈົນມາເຖິງການນຳໃຊ້ວິທີການຜະລິດເບຍແບບທັນສະໃໝ, ນັກປຸງແຕ່ງເບຍໄດ້ທົດລອງນຳໃຊ້ສ່ວນປະສົມ ແລະ ເພີ່ມລົດຊາດໃໝ່ໆດ້ວຍຫຼາກຫຼາຍກຳມະວິທີທີ່ແຕກຕ່າງກັນ, ໂດຍປົກກະຕິແລ້ວແມ່ນອີງໃສເງື່ອນໄຂວັດຖຸດິບທີ່ມີຫຼາຍໃນທ້ອງຖິ່ນນັ້ນໆ. ໃນຄະນະດຽວກັນລົດຊາດທີ່ເປັນທີ່ຖືກໃຈຂອງຄໍເບຍທັງຫຼາຍກໍມີຕັ້ງແຕ່ເບຍຍອດນິຍົມທີ່ຜະລິດຢູ່ພາຍໃນໄປຈົນເຖິງເບຍທີ່ນຳເຂົ້າຈາກຕ່າງປະເທດເຊິ່ງໄດ້ໃຫ້ລົດຊາດທີ່ແຕກຕ່າງກັນ ແລະ ບາງຄັ້ງກໍ່ເຮັດໃຫ້ຮູ້ສຶກເຖິງສະຖານທີ່ທີ່ເຮົາໄດ້ເດີນທາງໄປຢ້ຽມຢາມ. ໃນທົ່ວໂລກ, ພື້ນຖານຂອງສ່ວນປະສົມໃນການຜະລິດເບຍປະກອບດ້ວຍນ້ຳ, ຢີດສ, ເຂົ້າບາເລ ແລະ ດອກຮ໋ອບ ແຕ່ຍັງມີຫຼາຍກໍລະນີທີ່ມີການຕື່ມສ່ວນປະສົມອື່ນໃສ່ນຳອີກ – ເຊິ່ງເປັນສ່ວນປະສົມທີ່ສຳຄັນຂອງເບຍບາງຍີ່ຫຍໍ້ດັງຂອງໂລກ. ສ່ວນປະສົມດັ່ງກ່າວປະກອບມີ ເຂົ້າ, ເຂົ້າບາເລ້, ສາລີ, ເຂົ້າສາລີ, ຫລື ເຂົ້າໂອດ ທີ່ເພີ່ມຄຸນລັກສະນະ ແລະ ລົດຊາດທີ່ແຕກຕ່າງໃຫ້ກັບເບຍ. ທ່ານ ເຮັນຣິກ ແອນເດີເຊັນ, ຜູ້ອຳນວຍການບໍລິສັດເບຍລາວ ໄດ້ກ່າວວ່າ: “ເປັນທີ່ຮູ້ກັນດີວ່າ ເຂົ້າຊ່ວຍເຮັດໃຫ້ລົດຊາດຂອງເບຍມີຄວາມສົດຊື່ນ ແລະ ດັບກະຫາຍ. ໃນປະເທດລາວ, ເຂົ້າທີ່ເປັນທີ່ນິຍົມຂອງຄົນລາວ ໄດ້ເຮັດໃຫ້ລົດຊາດຂອງເບຍລາວມີລົດຊາດນຸ່ມ, ດື່ມງ່າຍ ແລະເຂົ້າກັນໄດ້ດີກັບອາຫານລາວ ເຊິ່ງເຮັດໃຫ້ເບຍລາວມີລົດຊາດທີ່ເປັນເອກະລັກໃນໂລກ. ເບຍລາວໄດ້ຖືກຜະລິດໂດຍມີສ່ວນປະສົມຂອງເຂົ້າຫຼາຍກວ່າໜຶ່ງສ່ວນສີ່ເທົ່າ ເຮັດໃຫ້ມີລົດຊາດທີ່ນຸ່ມນວນ ດື່ມງ່າຍ ເໝາະກັບລົດຊະນິຍົມຂອງຄົນອາຊີ ເນື່ອງຈາກວ່າຜູ້ບໍລິໂພກມັກເບຍທີ່ມີລົດຊາດເບົາກວ່າ  ແລະ ສົດຊື່ນ …

Read More »

ໂອກາດດີທີ່ບໍ່ຄວນພາດ!! ສໍາລັບໃຜທີ່ຢາກເປັນຕົວແທນຂາຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…

ຂ່າວ​ດີສໍາລັບສາວໆ ຫຼື ນັກທຸລະກິດທ່ານໃດທີ່ຕ້ອງການຢາກເປັນຕົວແທນຂາຍສິນຄ້າຈາກຍີ່ປຸ່ນ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສ​ປ​ປ ລາວ ຫຼື ອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າຈາກປະເທດຍີ່ປຸ່ນ ຫຼື “Japan Product Exhibition 2021” ເປັນ​ທາງ​ການ​ໃນວັນທີ 03 ກຸມພາ 2021 ທີ່ໂຮງແຮມ ຄຣາວພລາຊ່າ, ພາຍໃນງານມີສິນຄ້າຫຼາຍເຖິງ 82 ລາຍການ ຈາກ 28 ບໍລິສັດ, ໃນນັ້ນມີສິນ​ຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…. ​ສິນ​ຄ້າປະເພດເຄື່ອງສໍາອາງ ເຊັ່ນ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ, ນອກຈາກນີ້​ ຍັງມີສິນ​ຄ້າປະເພດອາຫານເສີມ ເຊັ່ນ ຄໍລະເຈັນ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ. ທ່ານ …

Read More »