Breaking News

Kuanjaitaem Kuanjai page

ແຟຊັ່ນທີ່ກໍາລັງມາແຮງທີ່ສຸດໃນປະເທດຍີ່ປຸ່ນ…​

ເວົ້າເຖິງເລື່ອງແຟຊັ່ນທີ່ກໍາລັງຮີດ ແລະ ເປັນທີ່ຮືຮາໃນໂລກໂຊຊຽວເລີຍກໍວ່າໄດ້ກັບສາຍແຂນທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າເປັນສຽງດຽວກັນວ່າ ນີ້ມັນ ໜວດກຸ້ງ ຫຼືສາຍເຄໂບ້ທາຍ ນີ້ເອງ ແຕ່ວ່າສາຍນີ້ບໍ່ທໍາມະດາກັບລາຄາ ກັບບ້ານເຮົາທີ່ສາມາດຊື້ໄດ້ຕາມຮ້ານຂາຍເຄື່ອງໄຟຟ້າທົ່ວໄປ…. ສິນຄ້າເຄື່ອງປະດັບນີ້ໄດ້ວາງຂາຍໃນເວບໄຊ Farfetch ສູນລວມເຄື່ອງແຟຊັ່ນລະດັບ ໄຮເອັນ ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ. ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເອົາໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ລ່າສຸດ AMBUSH ໄດ້ປະດິດສາຍແຂນ AMBUSH ZIP TIE BRACELETໃຫ້ໄດ້ຕື່ນຕ່ຕື່ນໃຈກັນ ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ. ເຖິງວ່າຮູບຮ່າງຈະເບິ່ງທໍາມະດາ ແຕ່ລາຄານີ້ບໍ່ທໍາມະດາເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 -​ 600 ໂດລາສະຫະລັດກັນເລີຍ.

Read More »

ສາວໆຫຼາຍຄົນຄວນຮູ້! ວິທີຮັກສາສິວໃຫ້ເຫັນຜົນ ດ້ວຍວິທີງ່າຍໆ…

 ຮູ້ ຫຼື ບໍ່ ສິວເກີດຈາກຫຍັງ? ມື້ນີ້ຈະພາມາຮູ້ຈັກວິທີຮັກສານໍາກັນ ເຮົາມາເບິ່ງວິທີຮັກສາສິວໃຫ້ຫາຍດ້ວຍວິທີງ່າຍໆ ແຕ່ກໍຕ້ອງໃຊ້ເວລາແນ່ຈັກໜ້ອຍ ມື້ນີ້ຂັວນໃຈຈະພາແຟນໆໄປເບິ່ງວິທີຮັກສາສິວວ່າຈະມີຫຍັງແນ່!!! ໄປເບິ່ງນໍາກັນເລີຍ… ລ້າງໜ້າໃຫ້ສະອາດ ສິວແມ່ນເກີດຈາກການລ້າງໜ້າບໍ່ສະອາດບໍ່ຄວນລ້າງໜ້າຂອງທ່ານເລື້ອຍໆ ເພາະມັນຈະເຮັດໃຫ້ໃບໜ້າ ຂອງທ່ານແຫ້ງກວ່າເກົ່າ. ແລະ ກະຕຸ້ນໃຫ້ມີສິວເພີ່ມຂື້ນ ຖ້າແຕ່ງໜ້າຄວນເຊັດເຄື່ອງສໍາອາງອອກໃຫ້ ໝົດ. ບໍ່ຄວນໃຊ້ຄຣີນຊິງທີ່ຈະເຮັດໃຫ້ເກີດການອຸດຕັນຮູຂຸມຂົນ. ວິທີການລ້າງໜ້າໃຫ້ຖືກຕ້ອງແມ່ນສິ່ງທີ່ ຈຳເປັນ. ເຊິ່ງຕ້ອງລ້າງແບບແນວຕາມຂົນເພື່ອຄວາມສະອາດຂອງໃບໜ້າ ແລະ ເລິກເຊິ່ງກ່ວາເກົ່າມັນເປັນອີກວິທີງ່າຍໆທີ່ຈະຮັກສາສິວ. ບໍ່ຄວນເອົາມືລູບໃບໜ້າ ການເອົາມືລູບໃບໜ້າຂອງຕົວເອງຕະຫຼອດເຮັດໃຫ້ມີສິ່ງຕົກຄ້າງ ແລະ ກໍໃຫ້ເກີດສິວໄດ້ຄວນອົດທົນ ບໍ່ຄວນແກະ ຫຼື ບີບສິວເທິງໃບໜ້າຈະດີກວ່າ ນອກຈາກຈະເຮັດໃຫ້ເກີດສິວແລ້ວມັນຍັງເຮັດໃຫ້ໃບໜ້າມີນໍ້າມັນຕື່ມອີກ. ເພາະວ່າໃບໜ້າຂອງພວກເຮົາມີຕ່ອມເຫື່ອເມື່ອມີສຽງລົບກວນ, ມັນຈະກະຕຸ້ນຕ່ອມເຫື່ອທີ່ຢູ່ເທິງໃບໜ້າຂອງເຮົາຫຼາຍຂຶ້ນ. ມາກໜ້າດ້ວຍວິທີທໍາມະຊາດ ສິ່ງທີ່ໄດ້ຈາກທໍາມະຊາດມັກດີສະເໜີ ວິທີແກ້ສິວດ້ວຍການມາກໜ້າເພື່ອຮັກສາສິວບັນເທົາອາການອັກເສບຂອງສິວໃຫ້ຫຼຸດລົງຈາກວັດຖຸດິບຕາມທໍາມະຊາດຈະຊ່ວຍໃຫ້ຜົວໜ້າດີຂຶ້ນ ແລະ ເຮົາບໍ່ຄວນພາດທີ່ຈະນໍາສູດມາກໜ້າຮັກສາສິວມາຝາກກັນ. ໄຂ່ຂາວ ຊ່ວຍເຮັດຄວາມສະອາດຜິວໄດ້ດີ ແລະ ເລິກເຊິ່ງຖຶງຮູຂຸມຂົນ ພ້ອມທັງຍັງລອກສິວສ້ຽນໄດ້ນໍາອີກ.ນໍ້າຜິ້ງ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງແບັກທີເລຍທີ່ກໍໃຫ້ເກີດສິວໄດ້ໝາກເຂືອ ມີສານຕ້ານອະນຸມູນອິດສະລະ ວິຕາມິນຊີ ແລະ ວິຕາມິນເອ ຈະຊ່ວຍຮັກສາສິວໄດ້ເປັນຢ່າງດີໝາກແຕງ ໃຫ້ຄວາມຊຸ່ມຊື່ນກັບຜິວ, …

Read More »

ໜຸ່ມ Sack Cell ກັບມາຄັ້ງນີ້ບໍ່ທໍາມະດາອີຫຼີ?​ ກັບຜົນງານເພງໃໜ່ຂອງ ” ຄົນຮັກແພງ”​

ໜຸ່ມ ສັກ ວົງ Cell ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ເຈົ້າພໍ່ແຫ່ງວົງການເພງລາວທີ່ໂດ່ງດັງຕະຫຼອດມາ ແລະ ທີ່ສໍາຄັນຍັງສ້າງຜົນງານສຽງເພງທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ຕິດຕາມກັນມາຕະຫຼອດບໍ່ວ່າຈະເປັນຜົນງານສຽງເພງ ຫວານ, ຄົນມືສອງ, ຍັງດີບໍ່ພໍ… ແລະ ອີກຫຼາກຫຼາຍເພລງ, ດ້ວຍສຽງຮ້ອງທີ່ເປັນເອກະລັກ ແລະ ມີສະເຫນ່ ຈຶ່ງເຮັດໃຫ້ມີຖານແຟນຄລັບຕິດຕາມເປັນຈໍານວນຫຼາຍບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົານັ້ນເອງ… ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກວົງການເພງໄລຍະໜຶ່ງ ຈົນແຟນຕ່າງກໍພາກັນລໍຖ້າຜົນງານສຽງເພງຂອງນັກຮ້ອງໜຸ່ມຄົນນີ້, ຫຼ້າສຸດນັກຮ້ອງໜຸ່ມຄົນນີ້ກໍໄດ້ກັບມາອີກຄັ້ງ ກັບມາພ້ອມກັບຜົນງານເພງ ທີ່ມີຊື່ວ່າ “ຄົນຮັກແພງ”​ ແລະແນ່ນອນວ່າຂວັນໃຈເອງກໍບໍ່ພາດທີ່ຈະນໍາມາອັບເດດໃຫ້ແຟນໆໄດ້ຫາຍຄິດຮອດນໍາກັນ!!! ເພລງຈະມ່ວນ, ຊຶ້ງກິນໃຈຊໍ້າໃດນັ້ນສາມາດຮັບຊົມຢູ່ວີດີໂອນີ້ໄດ້ເລີຍ:…

Read More »

ພາສ່ອງ!!!ຜູ້ກໍາກັບໝຸ່ມໜ້າຕາດີຄົນນີ້…

ວິນາທີນີ້!!! ບໍ່ມີໃຜບໍ່ຮູ້ຈັກກັບ ໝຸ່ມຄົນນີ້ແລ້ວ ຊານົນ ມະນິພົນ ໝຸ່ມມາດເຂັ້ມທີ່ຫຼາກຫຼາຍຄວາມສາມາດ ທີ່ມີຜົນງານການສະແດງເລື່ອງ ສຽງສຸດທ້າຍ ຮັບບົດເປັນພະເອກ ເຊິ່ງໝຸ່ມຄົນນີ້ກໍຢູ່ໃນວົງການບັນເທີງບໍ່ວ່າຈະເປັນນັກສະແດງ, ນາຍແບບ, ນັກຮ້ອງ… ຫຼ້າສຸດກໍ່ຈະກາຍມາເປັນຜູ້ກໍາກັບໝຸ່ມໜ້າຕາດີ ທີ່ມີຄົນຈັບຕາເບິ່ງຢູ່ຕອນນີ້….ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງຜົົນງານຂອງໝຸ່ມຄົນນີ້ ວ່າຈະເປັນແນວໃດ!!! ເຮົາໄປເບິ່ງນໍາກັນເລີຍ… ຂະໜາດຕອນຮ້າຍຍັງຫຼໍ່ ຄົນສິຫຼໍ່ເຮັດຫຍັງກະຫຼໍ່… ຝາກຕິດຕາມຜົນງານ ຂອງໝຸ່ມຄົນນີ້ແນ່ເດີ ວ່າຈະມີຜົນງານຫຍັງອອກມາ ຖ້າຕິດຕາມເບິ່ງນໍາກັນເດີ… ໂອຍ….ຫຼໍ່ຈົນໃຈແອັດລະລາຍໝົດເແລ້ວ!!! ຂອບໃຈຮູບພາບ: Nonh sanonh Maniphonh

Read More »

ຫຼາຍໆຄົນພາກັນອົກຫັກ!!! ຫຼັງຈາກມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ…

ເປັນອີກງານທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຕັ້ງຕາລໍຄອຍ ສໍາລັບງານ VangVieng Fest 2020 ແລະ ບັນດາແມ່ຄ້າຊາວຂາຍ, ເຈົ້າຂອງໂຮງແຮມ-ຣີສອດແຕ່ນ້ອຍຫາໃຫຍ່ ກໍໄດ້ພາກັນ ກະກຽມວາງແຜນຊື້ວັດຖຸດິບຕ່າງໆ ແລະ ລົງທຶນກະກຽມສະຖານທີ່ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມງານ, ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເພາະມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ ໂດຍມີແຈ້ງການເລື່ອນງານ VangVieng Fest 2020 ອອກໄປແບບບໍ່ມີກຳນົດ ອີງຕາມ: ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 452/ຖວທ ວັນທີ 16 ທັນວາໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.ທາງຜູ້ຈັດງານ ຮ່ວມກັບຜູ້ໃຫ້ການອຸປະຖຳຫລັກຄື ບໍລິສັດເບຍລາວ ຈຳກັດ ແລະ ຜູ້ອຸປະຖຳຮ່ວມອື່ນໆທັງຫມົດ ຈະປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ. ເລື່ອນງານ “ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ“ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ …

Read More »