ເຫັນມີຫຼາຍຄົນກຳລັງງົງໆ ແລະ ຖາມກັນເຂົ້າມາຫຼາຍເລີຍວ່າ Miss Universe Laos 2018 ໃນປີນີ້ແມ່ນ ຮອງອັນດັບໜຶ່ງຂອງ Miss Universe Laos 2017 ຂອງປີກາຍ ແມ່ນແທ້ໆບໍ່? ດັ່ງນັ້ນເພື່ອເປັນການໄຂຄວາມສົງໃສ ໃນມື້ນີ້ ຊະນີIndy ເລີຍມີຂ່າວມາເລົ່າໃຫ້ແຟນໆຟັງວ່າ Miss Universe Laos 2018 ນັ້ນກໍ່ຄື ອອນອະນົງ ຫອມສົມບັດ ເຊິ່ງແຟນໆເຂົ້າໃຈຖືກຕ້ອງແລ້ວ ເພາະນາງເປັນ ຮອງອັນດັບ 1 ຂອງ Miss Universe Laos 2017 ແລະ ໄດ້ຮັບການແຕ່ງຕັ້ງຈາກກອງປະກວດ ໃຫ້ໄປເປັນຕົວແທນສາວງາມຈາກປະເທດລາວ ເພື່ອໄປຊິງມົງກຸດໃນເວທີ ນາງງາມຈັກກະວານໂລກ (Miss Universe 2018) ທີ່ຈະຈັດຂຶ້ນໃນວັນທີ 16 ທັນວາ 2018 ທີ່ປະເທດປະເທດໄທ. ແລະ ໃນວັນທີ 3 …
Read More »pou peng
ພາບປະທັບໃຈ! ພະເອກດັງສັນຊາດລາວ ລົງພື້ນທີ່ຊ່ວຍເຫຼືອຜູ້ປະສົບໄພ
ຢາກບອກວ່າ ຊະນີIndy ດີໃຈຫຼາຍທີ່ເຫັນການຊ່ວຍເຫຼືອຫຼັ່ງໄຫຼເຂົ້າມາເລື້ອຍໆ, ຫຼ້າສຸດ ທັນວາ ສຸລິຍະຈັກ ພະເອກສັນຊາດລາວທີ່ໄປໂດ່ງດັງໃນປະເທດເພື່ອນບ້ານ ກໍ່ໄດ້ລະດົມທຶນ ແລະ ນຳສິ່ງຂອງທີ່ຈຳເປັນເດີນທາງລົງມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ໃນວັນທີ 2-5 ສິງຫາ 2018 ທີ່ຜ່ານມາ. ເຊິ່ງບັນຍາກາດຂອງການມອບເຄື່ອງກໍ່ເຕັມໄປດ້ວຍຄວາມປິຕິຍິນດີ ໄດ້ເຫັນຮອຍຍິ້ມທີ່ສົດໃນຂອງພໍ່ແມ່ພີ່ນ້ອງຜູ້ປະສົບໄພ ເປັນພາບທີ່ປະທັບໃຈຫຼາຍໆ. ສຳລັບ ທັນວາ ສຸລິຍະຈັກ ອາຍຸ 26 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ …
Read More »ເຈນນີ່ Miss world lao ໂພສແຄັບຊັ່ນຫວານໃຫ້ກຳລັງໃຈເອກ ທີ່ປະສົບອຸບັດຕິເຫດໃນຂະນະຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ໜ້າຮັກຫຼາຍໆສຳລັບຄູ່ຮັກຄົນດັງ ເຈນນີ່ Miss world lao 2017 ແລະ ເອກ ໂອເວີ້ແດ້ນ ທີ່ເດີນທາງລົງຊ່ວຍເຫຼືອຜູ້ປະສົບໄພ ເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ຍັງບໍ່ໝົດເພາະພວກເຂົາຍັງໄດ້ຊ່ວຍເຫຼືອຜູ້ປະສົບນໍ້າຖ້ວມຢ່າງໜັກທີ່ ແຂວງ ຄຳມ່ວນ, ແຕ່ການຊ່ວຍເຫຼືອໃນເທື່ອນີ້ ເອກ ໄດ້ປະສົບອຸບັດຕິເຫດ ເອັນຂາພິກ ຈຶ່ງເຮັດໃຫ້ແຟນໆໄດ້ເຫັນໂມເມັ້ນຫວານໆລະຫວ່າງທັງສອງ. ເຊິ່ງ ເຈນນີ່ ກໍ່ໄດ້ໂພສຮູບ ແລະ ແຄັບຊັ່ນຫວານຂ້າຄົນໂສດ ມົດຕາຍໝົດຮັງທີ່ວ່າ: “ເປັນທັງອ້າຍ ເປັນທັງຫມູ່ ເປັນທັງແຟນ❤️ ຂອບໃຈທຸກຢ່າງ ທີ່ຢູ່ຄຽງຂ້າງກັນ❤️ #ເຊົາໄວໆເດີ້” ເຫັນແລ້ວຍິ້ມໄປນຳເລີຍ…ຫວານສຸດໆ ຫວັງວ່າຈະໄດ້ຍິນຂ່າວດີຂອງທັງສອງໄວໆ, ຢ່າງໃດ ກໍ່ຂໍໃຫ້ ອ້າຍ ເອກ ໂອເວີ້ແດ້ນ ເຊົາໄວໆ ແລະ ຢ່າລືມເກັບພາບໜ້າຮັກ ແຄັບຊັ່ນຫວານໆແບບນີ້ມາຝາກແຟນໆອີກແດ່ເດີ້. ຮູບພາບ:Tonkham Phonchanheuang ,Eck Playmaster
Read More »ຈະຕຸລົງ ຕະຫຼົກຊື່ດັງປະເທດເພື່ອນບ້ານ ຕັ້ງໃຈແລ່ນເພື່ອລະດົມທຶນຊ່ວຍເຫຼືອພີ່ນ້ອງຜູ້ປະສົບໄພຊາວລາວ
ກ່ອນອື່ນຕ້ອງຂໍນົບງາມໆ ແລະ ກ່າວຄຳວ່າ “ຂອບໃຈຫຼາຍໆ”, ຫຼ້າສຸດ ຈະຕຸລົງ ໂພທາລາມ ຕະຫຼົກຊື່ດັງປະເທດເພື່ອນບ້ານ (ປະເທດໄທ) ອາຍຸ 52 ປີ, ໄດ້ອອກມາ ແລ່ນ ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພຊາວ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງປັດຈຸບັນ ໃນວັນທີ 3 ສິງຫາ 2018 ຍອດເງິນບໍລິຈາກຢູ່ທີ່ 77,516 ບາດ (ສະກຣຸນເງິນໄທ) ຫຼື ຕົກເປັນເງີນປະມານ 19 ລ້ານກວ່າກີບ,ເຊິ່ງ ຈະຕຸລົງ ໂພທາລາມກໍ່ໄດ້ໂພສເປີດໃຈ ໃນວັນທີ 1 ສິງຫາ 2018 ທີ່ຜ່ານມາວ່າ: “ເປັນຫຍັງຕ້ອງຊ່ວຍພີ່ນ້ອງລາວ? ຖ້າຄິດໃນແງ່ລົບ ຂອງຄົນເຫັນແກ່ຕົວຫຼືບໍ່ແມ່ນວຽກຫຍັງ ກໍ່ຈະປະມານນີ້…ບ້ານເົຮາກໍ່ມີຄົນເດືອດຮ້ອນຫຼາຍ ຊ່ວຍບ້ານເົຮາກ່ອນດີບໍ່ ຫຼື ຈະເອົາເລື່ອງາ່ສວນຕົວຕອນທີ່ໄປລາວນັ້ນນີ້ມາບວກເລີຍເຮັດໃຫ້ບໍ່ຢາກຊ່ວຍພວກເຂົາ ແຕ່ ລຸງ ລົງ ບໍ່ຄິດແບບນັ້ນ ລຸງຄິດວ່າເຮົາຄືເຜົ່າພັນດຽວກັນ ເວົ້າພາສາດຽວກັນ ໜ້າຄືກັນ …
Read More »ຂວັນໃຈແຟນໆ! Si-won ແຫ່ງວົງ “Super Junior” ຈະເດີນທາງລົງພື້ນທີ່ແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພ (ຂອບໃຈຫຼາຍໆເດີ້)
ໃນວັນທີ 2 ສິງຫາ 2018 ໄດ້ມີການແຈ້ງຂ່າວວ່າ ໜຸ່ມ Si-won ແຫ່ງວົງ “Super Junior” ນັກຮ້ອງຊື່ດັງຈາກ ສ.ເກົາຫລີ ຈະເດີນທາງມາຊ່ວຍເຫຼືອຜູ້ປະສົບໄພທີ່ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ, ເລີ່ມແຕ່ວັນທີ 2-4 ສິງຫາ 2018 ນີ້, ໂດຍ Si-Won ໄດ້ເປັນອາສາສະໝັກໃຫ້ກັບ UNICEF ໃນໂຄງການ “Smile for U “ . ສຳລັບ Si-won ເປັນນັກຮ້ອງ,ນັກສະແດງ,ນາຍແບບ,ນັກເຕັ້ນທີ່ມີຊື່ສຽງຂອງ ສ.ເກົາຫລີ, ແຈ້ງເກີດມາຈາກການເປັນໜຶ່ງໃນສະມາຊິກວົງ “Super Junior” ເປັນວົງທີ່ໄດ້ຮັບຄວາມນິຍົມຈາກຄົນທົ່ວໂລກ, ປັດຈຸບັນ Si-won ອາຍຸ 32 ປີ ແລະ ນອກຈາກວຽກໃນວົງການບັນເທິງແລ້ວ Si-won ຍັງເປັນອາສາສະໝັກໃຫ້ແກ່ອົງການ UNICEF ອີກດ້ວຍ. ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ …
Read More »