ຖືວ່າເປັນຮູບພາບທີ່ໜ້າຮັກຫຼາຍໆ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ກໍ່ບໍ່ພາດທີ່ຈະລົງພື້ນທີ່ ເພື່ອຮ່ວມຊ່ວຍເຫຼືອຜຸ້ປະສົບໄພ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງແນ່ນອນວ່າ ສະພາບຈິດໃຈຂອງຜູ້ປະສົບໄພກໍ່ຍັງຢູ່ໃນຊ່ວງສັບສົນແລະຕົກໃຈກັບເຫດການຮ້າຍແຮງທີ່ເກີດຂຶ້ນ ໂດຍສະເພາະເດັກນ້ອຍທີ່ພວກເຂົາຍັງໄຮ້ດຽງສາ, ດັ່ງນັ້ນ ລູກນໍ້າ ທິດາລັດ ເລີຍບໍ່ພາດທີ່ຈະຫອບເອົາຕຸກກະຕາ ເສື້ອຜ້າຊຸດໜ້າຮັກໆລາຍກາຕູນໄປຝາກນ້ອງໆຊາວອັດຕະປື ເຮັດໃຫ້ພວກເຂົາດີໃຈ ແລະ ເກີດຮອຍຍິ້ມທີ່ແສນບໍລິສຸດ ລູກນໍ້າ ກໍ່ຍັງໄດ້ໂພສຮູບທີ່ຖ່າຍຮ່ວມກັບນ້ອງໆ ພ້ອມຂຽນຄຳອະທິບາຍວ່າ: “ນ້ອງໆ ຝາກຂອບໃຈນ້ຳໃຈອ້າຍເອື້ອຍ ພໍ່ແມ່ ພີ່ນ້ອງທຸກໆຄົນເດີ້ ເຄື່ອງນຸ່ງເຄື່ອງໃຊ້ຮອດມືລະເດີ້ ບອກວ່າຊຸດງາມຫລາຍ ໃສ່ບໍ່ຖອດເລີຍ ມັກແຮງ” ເຫັນຮູບພາບນ້ອງໆຊາວອັດຕະປືຍິ້ມໄດ້ ກໍ່ເຮັດໃຫ້ຄົນລາວເຮົາຍິ້ມໄດ້ເຊັ່ນດຽວກັນ ເຮົາຈະຜ່ານວິກິດທີ່ຮ້າຍແຮງນີ້ໄປພ້ອມໆກັນ ສູ້ໆເດີ້. ຮູບພາບ: Louknum Vongsili
Read More »pou peng
ໂຕໂນ່ ນັກຮ້ອງຊື່ດັງລົງພື້ນທີ່ຊ່ວຍເຫຼືອພີ່ນ້ອງຊາວລາວ ພ້ອມໂພສຊຶ້ງ “ຂ້ອຍຮັກເຈົ້າຫຼາຍເດີ້”
ດັ່ງທີ່ ຂວັນໃຈ ເຮົາໄດ້ລາຍງານໄປກ່ອນໜ້າວ່າ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຊື່ດັງປະເທດເພື່ອນບ້ານ ຈະເດີນທາງພ້ອມທີມງານເພື່ອມາເປັນສ່ວນໜຶ່ງໃນການເຂົ້າຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ, ປັດຈຸບັນ ໂຕໂນ່ ໄດ້ເດີນທາງຮອດຈຸດໝາຍກໍ່ຄື ມ.ສະໜາມໄຊ ແຂວງອັດຕະປື ເປັນທີ່ຮຽບຮ້ອຍແລ້ວ ແລະ ມີການເຂົ້າຊ່ວຍເຫຼືອຜູ້ປະສົບໄພ ພ້ອມທັງໂອ້ລົມ ຖາມໄຖ່ ໃຫ້ກຳລັງໃຈຜູ້ປະສົບໄພ ແລະ ນອກຈາກນັ້ນ ໂຕໂນ່ ຍັງໄດ້ໂພສຮູບພາບ ພ້ອມແຄັບຊັ່ນສຸດຊຶ້ງວ່າ: “ຂ້ອຍຮັກເຈົ້າຫຼາຍເດີ້ ໃນມື້ທີ່ເດັກບ້ານຂ້ອຍຕິດຖໍ້າ ພວກເຈົ້າກໍ່ສົ່ງຄົນມາຊ່ວຍ ໃນວັນທີ່ພວກເຈົ້າເດືອດຮ້ອນ ກໍ່ໃຫ້ພວກຂ້ອຍໄດ້ເຮັດສິ່ງທີ່ເພື່ອນບ້ານກັນ…ຄວນຈະເຮັດ ຂໍໃຫ້ພວກເຈົ້າເຂັ້ມແຂງ ອົດທົນໃນຊ່ວງເວລາທີ່ຍາກລຳບາກ ຮອຍຍິ້ມຂອງພວກເຈົ້າ ມີຄວາມໝາຍຕໍ່ການເດີນທາງໄປຂອງພວກຂ້ອຍຫຼາຍເຫຼືອເກີນ…ໄພຕ່າງໆມັນເກີດຂຶ້ນໄດ້ຕະຫຼອດ ແຕ່ນໍ້າໃຈແລະຄວາມຮັກທີ່ພວກເຮົາມີໃຫ້ກັນ ກໍ່ສາມາດເຮັດໃຫ້ໂລກນີ້ໜ້າຢູ່ຂຶ້ນໄດ້” ເຫັນຄວາມຊ່ວຍເຫຼືອທີ່ຫຼັງໄຫຼ ພ້ອມກັບນໍ້າໃຈຈາກທຸກຫົນແຫ່ງແລ້ວ ພວກເຮົາຊາວລາວກໍ່ພໍຍິ້ມໄດ້, ຢ່າງໃດ ຂວັນໃຈ ກໍ່ຂໍເປັນສື່ກາງ ຂໍຂອບໃຈ ຈາກນໍ້າໃຈ ກຳລັງໃຈ ແລະ ການຊ່ວຍເຫຼືອຕ່າງໆຈາກທຸກໆພາກສ່ວນ ເຮົາຈະຈັບມືກັນກ້າວຜ່ານຊ່ວງເວລາທີ່ໂຫດຮ້າຍເທື່ອນີ້ໄປໃຫ້ໄດ້ #prayforattapue #prayforlaos #ລາວແລະໄທພີ່ນ້ອງກັນ ຮູບພາບຈາກ: mootono29
Read More »ຂ່າວດີສຸດໆ!!! ໜຸ່ມລາວຄວ້າລາງວັນລະດັບໂລກ Mister United Asia 2018 #ແຊຣໄປໃຫ້ໂລກຮູ້
ຂ່າວດີສຸດໆ!!! ເປັນຄັ້ງປະຫວັດສາດເລີຍກໍ່ວ່າໄດ້ ເພາະເຖິງແມ່ນວ່າ ປະເທດລາວ ຈະຢູ່ໃນຊ່ວງວິກິດ ເພາະມີເຫດນໍ້າຖ້ວມ ເຮັດໃຫ້ພີ່ນ້ອງລາວເຮົາຫຼາຍແຂວງໄດ້ຮັບຜົນກະທົບຢ່າງໜັກ ແຕ່ເຖິງຢ່າງໃດກໍ່ຕາມ ຄວາມໂຊກຮ້າຍໃນຄັ້ງນີ້ ກໍ່ຍັງມີຄວາມໂຊກດີ ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວ ເພາະຫຼ້າສຸດ ບອຍ ໄຊຍະເວດ ຄວ້າລາງວັນໃນການປະກວດເວທີລະດັບສາກົນ Mister United Asia 2018 ໄປສົດໆຮ້ອນໆໃນຄໍ່າຄືນທີ່ຜ່ານມາ (#ແຊຣໄປໃຫ້ໂລກຮູ້) ແລະ ຍັງບໍ່ພຽງແຕ່ເທົ່ານັ້ນ ເພາະໃນເວທີດັ່ງກ່າວ ໜຸ່ມລາວເຮົາໂຊຄວາມສາມາດ ທັງບຸກຂະລິກກະພາບ ຈົນເຮັດໃຫ້ຄວ້າໄປເຖິງ 4 ລາງວັນພິເສດ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້) ສຳລັບລາງວັນທີ່ ບອຍ ໄຊຍະເວດ ໄດ້ຮັບໃນເວທີ Mister United Asia ມີ: Mister United Asia 2018 The winner – Inspiration & Smart The winner – …
Read More »ຊາວອັດຕະປືຍິ້ມໄດ້ ຕັ້ງສາຍາໃໝ່ໃຫ້ ຟຣຸກ ຈິຣະ ແບບນີ້…
ເປັນອີກໜຶ່ງໂມເມັ້ນແຫ່ງຄວາມປະທັບໃຈ ຫຼັງຈາກທີ່ທີມຂອງ ແອບເປີ້ນ-ຟຣຸກ ໄດ້ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກເຫດເຂື່ອນແຕກ ທີ່ ມ.ສະໜາມໄຊ ແຂວງ. ອັດຕະປື ພໍຮອດພວກເຂົາກໍ່ໄດ້ນຳເຄື່ອງໄປແຈກຢາຍ ແລະ ເຂົ້າໄປຖາມໄຖ່ສາລະທຸກສຸກດິບ ຈົນເຮັດໃຫ້ແຟນໆຊ່ວອັດຕະປືຍິ້ມໄດ້ ແລະ ຂໍເກັບພາບຖ່າຍຮູບຮ່ວມກັນແບບລົວໆ, ເຊິ່ງ ແອບເປີ້ນ ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນໜ້າຮັກໆວ່າ: “ເຂົາວ່າ ຜົວ2018 ໃນມື້ນີ້ມາມອບຄວາມສຸກ ແລະ ກຳລັງໃຈແບບລ້ວນໆ ນ້ອງໆບອກດີໃຈຫຼາຍ…” (ຟຣຸກ ຈິຣະ ກາຍເປັນ #ຜົວ2018 ໄປແລ້ວວວ…ແລະ ຍັງມີພາບບັນຍາກາດມາໃຫ້ເບິ່ງກັນນຳເດີ້!!!) ພວກເຮົາດີໃຈທີ່ເຫັນ ຮອຍຍີ້ມ ຂອງທຸກໆຄົນ ແລະ ຂໍຂອບໃຈທຸກໆຝ່າຍທີ່ຫຼັງໄຫຼນໍ້າໃຈເຂົ້າຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກເຫດການໃນຄັ້ງນີ້. ຮູບພາບ: Appleminiberry
Read More »ຊຸບຕາປະເທດເພື່ອນບ້ານແຫ່ໂພສໃຫ້ກຳລງັໃຈພີ່ນ້ອງຊາວລາວ
ນອກຈາກຄົນບັນເທີງບ້ານເຮົາແລ້ວ ເຫຼົ່າຄົນບັນເທີງຈາກປະເທດເພື່ອນບ້ານ (ປະເທດໄທ) ກໍ່ເຊັ່ນດຽວກັນ ຫຼ້າສຸດຊຸບເປີສະຕາຫຼາຍຕໍ່ຫຼາຍທ່ານເຊັ່ນ ອໍ້າ ພັດສະລາພາ, ຊົມພູ່ ອາຣາຍາ, ເບວລ່າ ແຄມເປນ, ເມ ເຟື່ອງອາລົມ, ໝໍໂອກ ສະມິດ, ຟຣຸກ ຈິຣະ, ອະນັນດາ ເອເວີຣິງແຮມ, ຕຸກກີ້ ຊິງລ້ອຍຊິງລ້ານ, ເປີ້ຍ ປານວາດ, ໄອ້ ອາພິສະດາ, ເຕີ້ຍ ຈາລິນພອນ, ໂຕ່ໂນ່ ພາຄິນ ແລະ ອີກຫຼາຍໆຄົນ ກໍ່ໄດ້ໂພສຮູບພາບສື່ຄວາມໝາຍ ແລະ ຕິດແຮສແທັກ #Prayforlaos ແລະ ບາງທ່ານກໍ່ຍັງຊ່ວຍບໍລິຈາກ ຊ່ວຍກະຈາຍຂ່າວ ແລະ ຊ່ວຍບອກຊ່ອງທາງການບໍລິຈາກຜ່ານບັນຊີຕ່າງໆອີກດ້ວຍ. ຂໍຂອບໃຈ ນໍ້າໃຈຈາກທາງພາຍໃນປະເທດລາວ ແລະ ຈາກຕ່າງຊາດທີ່ຫຼັງໄຫຼເຂົ້າມາ ໄພພິບັດສຸກເສີນໃນເທື່ອນີ້ ເຮົາຈະຈັບມືກັນຂ້າມຜ່ານຊ່ວງເວລາທີ່ຮ້າຍແຮງນີ້ໄປໃຫ້ໄດ້ #prayforattapue #prayforlaos (ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງໄທ) …
Read More »