Breaking News

pou peng

ບິໂບ່ ດວງພະໄທ ນາງສາວລາວ 2017 ຮ່ວມເປີດໂຕສະປາລະດັບຫຼູຫຼາ “Senses Day Spa Vientiane” ທີ່ ໂຮງແຮມ ຄຣາວ ພລາຊ່າ

ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ເປີດຕົວ ສະປາ ແຫ່ງໃໝ່ ເຊັນເຊັສ ເດ ສະປາ ວຽງຈັນ (Senses Day Spa Vientiane)  ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 2 ພຶດສະພາ 2018 ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ໄດ້ ເປີດຕົວສະປາ ລະດັບຫຼູທີ່ດີທີ່ສຸດໃນເມືອງ ເພື່ອເປັນຕົວເລືອກສຳລັບແຂກທີ່ຕ້ອງການບຳບັດ ແລະ ຜ່ອນຄາຍດ້ວຍວິທີທຳມະຊາດ. ທ່ານ ອໍລິເວີ້ ຣອນ ຜູ້ຈັດການໃຫ່ຍຂອງ ໂຮງແຮມ ຄວາວ ພລ່າຊ່າ ວຽງຈັນ ແລະ ນາງສາວລາວ 2017 ນາງ ດວງພະໄທ ເມກສີທອງ ໄດ້ໃຫ້ກຽດຕັດໂບເພື່ອເປີດໂຕຢ່າງເປັນທາງການ, ເຊັນເຊັສ ເດ ສະປາ ວຽງຈັນ ໂດຍ Ytsara ຕັ້ງຢູ່ເທິງຊັ້ນ 3 …

Read More »

ດວງປະຈຳວັນ ພຸດ ວັນທີ 2 ພຶດສະພາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຫຍຸ້ງຍາກລຳບາກໃຈກັບເພື່ອນຮ່ວມງານ, ຈະມີໂຊກດີໄດ້ສິ່ງຂອງທີ່ຖືກໃຈຈາກເພດກົງກັນຂ້າມ, ດ້ານຄວາມຮັກຍັງຄິດແຕ່ເລື່ອງເກົ່າໆ ແລະ ນ້ອຍໃຈໄປເອງ. ວັນຈັນ ດ້ານວຽກງານໃນມື້ນີ້ທຸກເລື່ອງທີ່ເຄີຍມີບັນຫາ ຈະດີຂຶ້ນ ເຈລະຈາເລື່ອງວຽກກໍ່ຜ່ານໄປໄດ້ດ້ວຍດີ, ດ້ານການເງິນຍັງຢູ່ໃນເກນທີ່ດີ ມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງຄົງຫວານ ແລະ ເຂົ້າໃຈກັນດີ. ວັນອັງຄານ ດ້ານວຽກງານໃນມື້ນີ້ຕ້ອງມີສະຕິ ເພາະຈະມີເລື່ອງເຂົ້າມາໃຫ້ເຈັບຫົວກັນເລື້ອຍໆ, ດ້ານການເງິນເຮັດວຽກຫຼາຍຈົນບໍ່ມີເວລາໃຊ້ຈ່າຍເງິນ ຍັງພໍມີເງິນເກັບຢູ່ໃນຊ່ວງນີ້, ດ້ານຄວາມຮັກຕ້ອງມີຄວາມໜັກແໜ້ນແດ່ ຢ່າຫູເບົາ. ວັນພຸດ ດ້ານວຽກງານໃນມື້ນີ້ຍາກທີ່ຈະເຂົ້າໃຈ ເພາະສະມາທິບໍ່ຢູ່ກັບຕົວ, ດ້ານການເງິນມີລາຍຈ່າຍຫຼາຍແຕ່ລາຍໄດ້ຍັງເທົ່າເກົ່າ, ດ້ານຄວາມຮັກຖ້າມັກຮັກໃຜລຸຍໂລດ ສົມໃຈແນ່ນອນ. ວັນພະຫັດ ດ້ານວຽກງານບໍ່ຄືບໜ້າເທົ່າທີ່ຄວນ ຢູ່ໃນເກນຢູ່ຕົວ, ດ້ານການເງິນຍັງຕ້ອງຊອກຊ່ອງທາງໃໝ່ໆ ເພື່ອໃຫ້ມີລາຍໄດ້ເສີມ, ດ້ານຄວາມຮັກຢ່າເປັນຄົນທີ່ເອົາແຕ່ໃຈເກີນເຫດ ອາດເຮັດໃຫ້ຄົນຮັກເບື່ອໜ່າຍ. ວັນສຸກ ດ້ານວຽກງານຈະມີເລື່ອງເຮັດໃຫ້ສະເທືອນໃຈ ແຕ່ບໍ່ມີຫຍັງຮ້າຍແຮງ, ດ້ານການເງິນມີລາຍໄດ້ເຂົ້າມາເລື້ອຍໆ, ດ້ານຄວາມຮັກຈະແອບຮັກຄົນໃກ້ຕົວ ແຕ່ເົຂາມີເຈົ້າຂອງແລ້ວ. ວັນເສົາ ດ້ານວຽກງານບໍ່ມີຫຍັງໜ້າຫ່ວງ ເພື່ອນຮ່ວມງານຊ່ວງນີ້ກໍ່ດີກັບເຮົາເປັນພິເສດ, ດ້ານການເງິນມີລາຍໄດ້ທີ່ຄົງທີ່ ຄວນຊອກຫາລາຍໄດ້ເສີມກໍ່ເປັນການດີ, ດ້ານຄວາມຮັກມີສະເໜ່ດຶງດູດສຸດໆຊ່ວງນີ້ ໃຜເຫັນກໍ່ຢາກເວົ້າຢາກລົມ.

Read More »

ເປີດໃຈຄັ້ງທຳອິດ! ກັບອາຊີບທີ່ສາວໆຫຼາຍຄົນໄຝ່ຝັນ “Airhostess” ຊີວິດຈິງບໍ່ໄດ້ຄືກັບທີ່ຄິດ!!!

“ຄວາມອົດທົນ ເທົ່ານັ້ນທີ່ຈະຢູ່ລອດໃນອະຊີບ Airhostess” ເຊື່ອບໍ່? ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ຂວັນໃຈເຮົາມີຄຳຕອບ ຈາກປະສົບການຕົວຈິງຂອງນາງຟ້າສາຍການບິນດັງເລີຍໃດ .. ມາຮູ້ຈັກກັບ ພິດສາຄອນ ພົມສະຫວັນ (ປຸ້ຍ) ສາວສູງຍາວເຂົ່າດີ ສາວແອລະດັບ ເພິເຊີ (Purser) ຜູ້ທີ່ມີຊົ່ວໂມງບິນຫຼາຍກວ່າ 5000 ຊົ່ວໂມງ ຜູ້ທີ່ເດີນທາງຕາມຫາຄວາມຝັນຈາກອາຊີບເລຂາສູ່ອາຊີບທີ່ຫຼາຍຄົນເອີ້ນວ່າ ນາງຟ້າເທິງຍົນ ປະຈໍາການຢູ່ທີ່ສາຍການບິນລາວແອລາຍ (Laos Airline) ເລື່ອງລາວຂອງນາງກໍມີຄວາມຕື່ນເຕັ້ນແບບບໍ່ດ້ອຍໜ້າໃຜ ກວ່າຈະມາຮອດມື້ນີ້ໄດ້ບອກເລີຍວ່າຍ້ອນຄວາມກ້າ ຄວາມສາມາດສະເພາະຕົວລ້ວນໆ ເອົາລະບໍ່ເວົ້າກັນຍາວ ລອງມາເບິ່ງເລື່ອງລາວແຮງບັນດານໃຈດີໆຈາກການບອກເລົ່າຂອງສາວ ປຸ້ຍ ພິດສາຄອນ Airhostess ຄົນນີ້ລອງເບິ່ງ… ຍ້ອນຄວາມຝັນທີ່ມີ …

Read More »

ຮູ້ໄວ້ບໍ່ເສຍປຽບ! ວິທີການຄິດໄລ່ເງິນ OT ຫຼືວຽກເພີ່ມໂມງ

ເພື່ອໃຫ້ເຂົ້າກັບວັນ ກຳມະກອນສາກົນ (INTERNATIONAL LABOUR DAY) ຂວັນໃຈ ເຮົາຈຶ່ງໄດ້ໄປຊອກຄວາມຮູ້ດີໆມາຝາກໝູ່ເພື່ອນທຸກຄົນ, ເວລາທີ່ເຮັດວຽກເພີ່ມໂມງ ຫຼື OT ແລ້ວ ເຄີຍສົງໄສບໍ່ວ່າ ເພິ່ນມີວິທີຄິດໄລ່ເງິນ OT ໃຫ້ເຮົາແນວໃດ? ຫຼືບາງຄົນອາດຢາກລອງຄິດໄລ່ເງິນ OT ດ້ວຍຕົນເອງ ເພື່ອປ້ອງກັນການຖືກເອົາປຽບ ຈາກນາຍຈ້າງ ກໍສາມາດເບິ່ງຕາມສູດທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ໄດ້ດັ່ງນີ້: ມາດຕາ 114. ຄ່າເຮັດວຽກເພີ່ມໂມງ: “ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 17 ໂມງ ຫາ 22 ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 150% ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງ ຂອງວັນເຮັດວຽກປົກກະຕິ ນັບແຕ່ເວລາ 22 ໂມງ ຫາ 6 ໂມງເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມ ເທົ່າກັບ 200% …

Read More »

ເລີດໄດ້ອີກ! ຫຼິງຫຼິງ ປິຍະດາ ແລະ ຊົມພູ່ ອາຣາຍາ 2 ເຈົ້າແມ່ແຟຊັ່ນລວມຕົວ ຮ່ວມເຟມຖ່າຍຮູບ!

ເລີດໄດ້ອີກ! ເມື່ອ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວ ແລະ ຊົມພູ່ ອາຣາຍາ ເອຮາເກັດ ນັກສະແດງແຖວໜ້າ-ແຟຊັ່ນນິດຕ້າຂອງປະເທດເພື່ອນບ້ານ ຮ່ວມເຟມຖ່າຍຮູບຮ່ວມກັນ ຢູ່ທີ່ ຊຽງໃໝ່ (ປະເທດເພື່ອນບ້ານ) ໂດຍຮູບດັ່ງກ່າວໄດ້ຖືກໂພສຜ່ານ ເຟສບຸກ ແລະ ອິນສະຕາແກມ ຂອງ ສາວ ຫຼິງຫຼິງ ແລະ ນາງຍັງຂຽນແຄັບຊັ່ນບອກໃຫ້ແຟນໆໄດ້ຮູ້ວ່າ “ຍິ້ມບໍ່ຫຸບເລີຍ ແມ່ຊົມໜ້າຮັກຫຼາຍ”, ແລະ ນອກຈາກນັ້ນ ຫຼິງຫຼິງ ຍັງໄດ້ຖ່າຍຮູບ ນ້ອງ ສາຍຟ້າ ລູກຊາຍ ຂອງ ແມ່ ຊົມພູ່ ມາຝາກອີກດ້ວຍ, ຂໍບອກເລີຍວ່າໜ້າຮັກຫຼາຍໆ… ຮູບພາບ: Pitadar Lingling Inthavong  

Read More »