ພາເອົາໃຈທີ່ອິດເມື່ອຍ ໄປໃຫ້ໄກຈາກຄົນຫຼາຍໃຈ ຖ້າສາວໆຄົນໃດກໍາລັງ Hurt ມາຟັງທາງນີ້! ອົກຫັກແລ້ວຈະເສົ້າໄປເຮັດຫຍັງ ເພາະຊີວິດຍັງມີຄວາມໝາຍກວ່າທີ່ຈະໄປເສຍເວລາ ກັບຜູ້ຊາຍທີ່ເຂົາບໍ່ຮັກເຮົາແລ້ວ ຖ້າເບື່ອກັບການໃຊ້ຊີວິດໃນເມືອງທີ່ແສນຈະວຸ່ນວາຍ ເບື່ອກັບການຕ້ອງຕື່ນນອນແຕ່ເຊົ້າໄປເຮັດວຽກ ກັບຕອນແລງ ຊີວິດວົນວຽນກັບສິ່ງຊໍ້າໆ ແຖມຍັງຕ້ອງມາເສຍໃຈກັບຄົນທີ່ທຳຮ້າຍຈິດໃຈເຮົາ ມື້ນີ້ຂັວນໃຈເລີຍຈະຂໍແນະນໍາສາວໆ ໃຫ້ລອງອອກໄປທ່ອງທ່ຽວໄກໆ ອອກໄປສໍາຜັດກັບທໍາມະຊາດ ສໍາຜັດກັບອາຍກິ່ນຫຍ້າ ແລະ ອາກາດບໍລິສຸດ ໄປໃນບ່ອນທີ່ບໍ່ເຄີຍໄປກັບເຂົາຄົນນັ້ນ ບໍ່ຕ້ອງເອົາຫຍັງໄປຫຼາຍ ພຽງແຕ່ຈັບກະເປົາຈັກ 2 ໜ່ວຍ ຫອບເສື້ອຜ້າໃສ່ ແບກໃຈທີ່ເຈັບຊໍ້າໄປຖິ້ມ ໄປເບິ່ງແຕ່ສິ່ງງາມໆ ທີ່ເຮັດໃຫ້ສະບາຍໃຈ ແລ້ວກັບມາພ້ອມກັບໃຈດວງໃໝ່ ທີ່ປາສະຈາກຄວາມເຈັບປວດ ມາເລີ່ມຕົ້ນສິ່ງໃໝ່ໆ ລືມສິ່ງທີ່ເຮັດໃຫ້ເສຍໃຈ ເມື່ອໄດ້ລອງແລ້ວ ສາວໆຈະຮູ້ສຶກວ່າ ຜ່ານມາເຮົາໄປຫຼົງທາງຢູ່ໃສ? ເຮົາທໍາຮ້າຍຕົວເອງໄປຫຼາຍສໍ່າໃດ? ປ່ອຍໃຫ້ຫົວໃຈຈົມກອງທຸກດົນປານນີ້ຫວາ? ເພາະທີ່ຈິງແລ້ວ ຄວາມສຸກມັນຢູ່ອ້ອມຕົວເຮົາເອງ ເຮົາເປັນຄົນເລືອກເອງ ບໍ່ມີໃຜທີ່ຈະມາໃຫ້ຄວາມສຸກທີ່ໝັ້ນຄົງກັບເຮົາໄດ້, ຢ່າລືມວ່າເຮົານັ້ນມີຄ່າ ບໍ່ມີໃຜຈະເຫັນຄຸນຄ່າເຮົາ ຖ້າເຮົາບໍ່ເຫັນຄຸນຄ່າຂອງຕົວເອງ. ທີ່ມາ: ວາລະສານ ຂວັນໃຈ
Read More »pou peng
5 ຂໍ້ທີ່ຈະຊ່ວຍເສີມສ້າງສະເໜ່ ໄປໃສໃຜກໍ່ຮັກກໍ່ຫອມ…
ແຕ່ງຕົວໃຫ້ມີສະຕາຍ ມີລົດສະນິຍົມໃນການແຕ່ງຕົວ ເລືອກເສຶ້ອຜ້າ ຈະຊ່ວຍເພີ່ມໃຫ້ເປັນສາວທີ່ມີສະເໜ່ ໜ້າຄົ້ນຫາ ບໍ່ຈຳເປັນຕ້ອງຊື້ເຄື່ອງແບຼນເນມມາໃສ່ ແຕ່ຄວນເບິ່ງໃຫ້ເຂົ້າກັບບຸກຂະລິກ ແລະ ເລືອກໃສ່ເສື້ອຜ້າທີ່ໃສ່ແລ້ວເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ ອອກກຳລັງກາຍເປັນປະຈຳ ສຸຂະພາບທີ່ດີຈະເຮັດໃຫ້ຜິວພັນຂອງທ່ານສົດໃສ ເຕັ່ງຕຶງ ໂດຍບໍ່ຕ້ອງເພິ່ງພາຄີມລາຄາແພງ ນອກຈາກນີ້ການອອກກຳລັງກາຍຍັງສົ່ງຜົນໃຫ້ຮູບຮ່າງຂອງທ່ານສົມສ່ວນໃສ່ເສຶ້ອຜ້າກໍງາມ ຫຸ່ນດີແລ້ວແບບນີ້ຈະບໍ່ເປັນຄົນງາມໄດ້ແນວໃດລະວ່າບໍ່? ຮູ້ຈັກມັກສະອາດ ເຫັນຫຼາຍຄົນທີ່ແຕ່ງໜ້າແຕ່ງຕົວງາມໆ ອອກຈາກເຮືອນແຕ່ໃຜຊິໄປຮູ້ວ່າສະພາບເຮືອນນັ້ນຮົກໆ ແຖມຍັງບໍ່ມັກອາບນ້ຳ ແບບນີ້ບໍ່ດີເດີ້ ສຸຂະອະນາໄມເປັນເລື່ອງສຳຄັນຫຼາຍ ສະນັ້ນງາມ ແລະ ຕ້ອງສະອາດນຳເດີ້ທ່ອງເອົາໄວ້ເລີຍ. ບຸກຂະລິກດີ ບຸກຂະລິກເປັນສິ່ງທີ່ບໍ່ຄວນເບີ່ງຂ້າມ ບາງຄົນໜ້າຕາດີຫຼາຍແຕ່ຍ່າງຫຼັງກົ່ງ ເບີ່ງແລ້ວບໍ່ມີສະເໜ່ຊວນແນມເລີຍ ລອງປ່ຽນຕົວເອງເບີ່ງເດີ້ຢືດບ່າໃຫ້ຊື່ ຫຼື ເຝິກການນັ່ງເຝິກໃຫ້ເປັນນິໄສ ນອກຈາກຈະເປັນຕາເບີ່ງແລ້ວທ່ານຈະບໍ່ມີບັນຫາເລຶ່ອງເຈັບຫຼັງນຳອີກ. ຄິດບວກ ເລຶ່ອງນີ້ສຳຄັນຫຼາຍເຖີງວ່າເບີ່ງແຍງຕົວເອງໃຫ້ດີພຽງໃດແຕ່ຖ້າທ່ານເປັນຜູ້ຍິງທີ່ມີຄວາມທຸກໝົ່ນໝອງຢູ່ອ້ອມຕົວ ຄົງຈະບໍ່ມີໃຜຢາກເຂົ້າໃກ້ ການເປັນຄົນຄິດບວກບໍ່ໄດ້ໝາຍຄວາມວ່າໃຫ້ທ່ານຕົວະຕົວເອງ ແຕ່ໝາຍເຖິງວ່າໃຫ້ທ່ານຍອມຮັບບັນຫາ ແລະ ຢູ່ຮ່ວມກັບບັນຫານັ້ນໆໄດ້ຢ່າງບໍ່ເປັນທຸກ ຈື່ໄວ້ວ່າຖ້າຈິດໃຈທ່ານງາມ ທ່ານກໍຄືແມ່ຍິງທີ່ງາມ.
Read More »ດວງປະຈຳວັນ ພະຫັດ ວັນທີ 26 ເມສາ 2018.
ວັນອາທິດ ດ້ານວຽກງານໃນມື້ນີ້ຕ້ອງເຂັ້ມແຂງ ເພາະຈະມີເລື່ອງເຂົ້າມາແບບບໍ່ຈົບບໍ່ສິ້ນ, ດ້ານການເງິນຊ່ວງນີ້ມີລາຍຈ່າຍຫຼາຍ ແຕ່ລາຍໄດ້ໜ້ອຍ, ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ປວດໃຈໄປຕາມໆກັນ. ວັນຈັນ ດ້ານວຽກງານດີ ມີຄົນລໍຖ້າອຸປະຖໍາ ກຽມຍື່ນມືເຂົ້າມາຊ່ວຍເມື່ອມີບັນຫາ, ດ້ານການເງິນມີລາຍໄດ້ທີ່ໜ້າພໍໃຈເຂົ້າມາເລື້ອຍໆ , ດ້ານຄວາມຮັກຍັງບໍ່ສົມຫວັງໃນຊ່ວງນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ລະວັງຈະມີຄົນຫາເລື່ອງມາໃສ່ ແລະ ເວົ້າຕິສິນນິນທາໃນທາງເສຍຫາຍ, ດ້ານການເງິນຢູ່ໃນເກນທີ່ດີ ມີເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງໂສດລອຍໄປລອຍມາ ບໍ່ສົມຫວັງ. ວັນພຸດ ດ້ານວຽກງານຢູ່ໃນເກນດີ ລາຍລື່ນບໍ່ມີອຸປະສັກ, ດ້ານການເງິນດີ ບໍ່ມີຝືດເຄືອງ ແຕ່ກໍ່ຍັງມີລາຍຈ່າຍເຂົ້າມາຫຼາຍ, ດ້ານຄວາມຮັກດີ ເຂົ້າໃຈກັນເປັນພິເສດ. ວັນພະຫັດ ດ້ານວຽກງານໃນມື້ນີ້ບໍ່ສະບາຍໃຈ ເພາະມີຄົນແອບອ້າງເອົາຜົນງາຍໄປແອບອ້າງ, ດ້ານການເງິນຢູ່ໃນເກນທີ່ເຮັດວຽກຫຼາຍ ແຕ່ມີລາຍໄດ້ບໍ່ຄືບໜ້າ ແອບນ້ອຍໃຈແດ່, ດ້ານຄວາມຮັກຍັງຄົງວຸ້ນວາຍໃຈ ຄິດຫຼາຍ. ວັນສຸກ ດ້ານວຽກງານຈະດີຖ້າບໍ່ອາລົມຮ້ອນເກີນໄປ ແລະ ຄວນຫຼຸດອັກຄະຕິບໍ່ດີ ແລະ ເຫັນແກ່ສ່ວນລວມຫຼາຍຂຶ້ນ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງເທົ່າເກົ່າ, ດ້ານຄວາມຮັກຍັງຄິດເອງ ລະເມີໄປຄົນດຽວ. ວັນເສົາ ດ້ານວຽກງານຄວນມີສະຕິ ໃນການແກ້ໄຂບັນຫາໃຫ້ດີ …
Read More »ຟ້າໃສ ຈິນນາລີ ເຊັກຊີ່ທ້າລົມຮ້ອນ (ເຫັນຫຸ່ນນາງແລ້ວຢາກວາງຂອງກິນ ແລ້ວໄປອອກກຳລັງກາຍດ່ວນ…)
(ເຫັນຫຸ່ນນາງແລ້ວຢາກວາງຂອງກິນແລ້ວໄປອອກກຳລັງກາຍດ່ວນ 555) ເຮັດເອົາແຟນຄລັບລະລາຍເມື່ອ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ໄດ້ໂພສຮູບອວດບໍດີ້ງາມໆຜ່ານ ອິນສະຕາແກຼມ, ຍິ່ງຊ່ວງນີ້ອາກາດຮ້ອນອົບເອົ້າ ຫຼາຍຕໍ່ຫຼາຍຄົນກໍ່ຄົງຈະໜີຮ້ອນ ໄປພັກຜ່ອນຕາມສະຖານທີ່ຕ່າງໆ ແລະ ໜຶ່ງໃນນັ້ນກໍ່ແມ່ນ ສາວ ຟ້າໃສ ທີ່ເດີນທາງໄປທ່ອງທ່ຽວທະເລ ພ້ອມທັງໃສ່ຊຸດລອຍນໍ້າ ໂຊບໍດີ້ສຸດເຊັກຊີ່ທ້າລົມຮ້ອນກັນຈັກບາດ… (ອ໋ອຍ! ຮ້ອນກວ່າອາກາດກໍ່ໜ້າຈະເປັນ ສາວ ຟ້າໃສ ຈິນນາລີ ນິແຫລະເດີ້ Wow Wow WOWWW ເຊັກຊີ້ບໍດີ້ກູດດດດດ) ຮູບພາບ: IG/fasai_missgrandlaos
Read More »“ແມ່” ຄືກຳລັງໃຈທີ່ເຮັດໃຫ້ ແພັດ ເພັດດາວອນ ຄວ້າເງິນ 265 ລ້ານກີບ ໃນ (ສຶກວັນດວນເພງ)
ຄວາມກະຕັນຍູມັກສົ່ງຜົນໃຫ້ຄົນປະສົບຜົນສຳເລັດ ແພັດ ເພັດດາວອນ ຄຳມະນີວົງ ສາວລາວທີ່ໄປສ້າງປະຫວັດສາດແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ”(ປະເທດເພື່ອນບ້ານ) ແລະ ສາມາດຄວ້າເງິນ 1 ລ້ານບາດ ຫຼື 265 ລ້ານກີບ ແບບສົດໆຮ້ອນໆໃນຄໍ່າຄືນຂອງ ວັນທີ 24 ເມສາ 2018 ທີ່ຜ່ານມາ. ຫຼາຍຄົນຄົງຍັງບໍ່ຮູ້ວ່າ ແຮງບັນດານໃຈທີ່ເຮັດໃຫ້ ສາວ ແພັດ ເພິ່ນກ້າທີ່ຈະກ້າວຂາໄປແຂ່ງຂັນເພງໃນລາຍການ “ສຶກວັນດວນເພງ” ຈົນຄວ້າເງິນ 1 ລ້ານບາດ ມາໄດ້ນັ້ນກໍຄື “ແມ່” ແລະ ແພັດຍັງຕ້ອງການປຸກບ້ານໃໝ່ໃຫ້ແມ່ ແລະ ຄົນໃນຄອບຄົວໄດ້ຢູ່ແບບສະບາຍ. ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແພັດ ທີ່ຍັງບໍ່ມີໃຜເຫັນ, ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້!!! ຮູບພາບບາງສ່ວນຈາກ: Pat phetdavone khammanivong
Read More »