Breaking News

pou peng

ຮືຮາກັນຖ້ວນໜ້າ! ເມື່ອ Sinon Loresca  ເຈົ້າຂອງສາຍາ “King Of Catwalk” ເຊັກອິນທີ່ປະເທດລາວ!

ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ  “King Of Catwalk”  ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ… My Famous Catwalk in the Exotic Country LAOS ?? #laos #sinonloresca #kingofcatwalk #thekingofcatwalk #fashionshow #catwalk #viralFor Work Inquiries Please Email Me thekingofcatwalk88@hotmail.com โพสต์โดย Sinon Loresca เมื่อ 29 เมษายน 2018 …

Read More »

ດວງປະຈຳວັນ ຈັນ ວັນທີ 30 ເມສາ 2018.

ວັນອາທິດ ດ້ານວຽກງານຍັງດີບໍ່ມີບັນຫາ ເຮັດຫຍັງກໍ່ດີ ຜູ້ໃຫ່ຍຮັກ, ດ້ານການເງິນຈະມີໂຊກເຂົ້າມາໃຫ້ໄດ້ເຮກັນຍາວໄປ, ດ້ານຄວາມຮັກຍັງຄົງເບິ່ງແຍງເອົາໃຈໃສ່ກັນດີ. ວັນຈັນ ດ້ານວຽກງານໃນມື້ນີ້ຕ້ອງເອົາໃຈໃສ່ດ້ານວຽກງານເປັນພິເສດ ເພາະຈະມີເລື່ອງເຮັດໃຫ້ສັບສົນວຸ້ນວາຍກັນແດ່ຈັກໜ້ອຍ, ດ້ານການເງິນຄວາມປ່ຽນແປງທຸກຢ່າງ ເກີດຂຶ້ນໄດ້, ດ້ານຄວາມຮັກຍັງມີເລື່ອງທີ່ເຮັດໃຫ້ບໍ່ເຂົ້າໃຈກັນ. ວັນອັງຄານ ດ້ານວຽກງານລະວັງໃຫ້ດີຊ່ວງນີ້ຈະມີຄົນທີ່ອິດສາ, ດ້ານການເງິນຈະໄດ້ກຳໄລງາມ ຈາກທຸລະກິດທີ່ເຮັດຢູ່, ດ້ານຄວາມຮັກບໍ່ເຂົ້າໃຈກັນ ຍັງມີເລື່ອງທີ່ຕ້ອງເຄີຍກັນ. ວັນພຸດ ດ້ານວຽກງານຍັງມີເລື່ອງທີ່ຕ້ອງເຮັດໃຫ້ເຈັບຫົວ ເພາະໝູ່ຮ່ວມງານເຮັດວຽກບໍ່ເປັນທີມ, ດ້ານການເງິນຍັງຄົງຕ້ອງວິ່ງເຕັ້ນຊອກຫາລາຍໄດ້ເພີ່ມ ຄວນຊອກຫາວຽກພິເສດເຮັດເສີມ ເພື່ອລາຍໄດ້ທີ່ໝັ້ນຄົງ, ດ້ານຄວາມຮັກຈະມີຄົນເຂົ້າມາເຮັດໃຫ້ຫົວໃຈຫວັນໄຫວ. ວັນພະຫັດ ດ້ານວຽກງານຕ້ອງມີຄວາມລະອຽດ ຈະເຮັດຫຍັງກໍ່ຕ້ອງຮອບຄອບ, ດ້ານການເງິນຍັງມີເຂົ້າມາບໍ່ຫຼາຍ ດັ່ງທີ່ຄິດໄວ້, ດ້ານຄວາມຮັກຍັງມີຄວາມຮັກດີໆຈົນຄົນອ້ອມຂ້າງອິດສາ. ວັນສຸກ ດ້ານວຽກງານຢູ່ໃນເກນດີ ໝັ້ນຄົງ, ດ້ານການເງິນຈະມີວຽກເຂົ້າມາ ເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ, ດ້ານຄວາມຮັກເປັນຊ່ວງເວລາແຫ່ງຄວາມສຸກ ທຸກຢ່າງຢູ່ໃນເກນທີ່ດີ. ວັນເສົາ ດ້ານວຽກງານຍັງຄົງວຸ້ນວາຍ ກັບວຽກງານທີ່ເຂົ້າມາ, ດ້ານການເງິນຍັງຄ່ອງໂຕ ຈະເຮັດຫຍັງກໍ່ເງິນທອງໄຫຼມາເທມາເລື້ອຍໆຊ່ວງນີ້, ດ້ານຄວາມຮັກລະວັງໃຈຕົນເອງທີ່ມີຄວາມຄິດຢາກໄດ້ຄົນທີ່ມີເຈົ້າຂອງແລ້ວມາເປັນຂອງຕົວເອງ.

Read More »

ໂສດແບບມີ Style ໂສດຢ່າງມີຄວາມສຸກ Kookai ໂສດແບບບໍ່ເດືອດຮ້ອນໃຜ!

“ ຄຸນຄ່າຂອງແມ່ຍິງ ບໍ່ໄດ້ຂຶ້ນກັບສະຖານະພາບວ່າ ໂສດ ຫຼືແຕ່ງງານ ແຕ່ເຮົາຕ້ອງເລືອກຢູ່ໃນຈຸດທີ່ເຮົາຮູ້ສຶກມີຄຸນຄ່າ ແລະມີຄວາມສຸກທີ່ສຸດ” ສາວໂສດ ກຸກໄກ່ ພູມວິໄລ ສິຣິພົນເດດ ອາຍຸ 38 ປີ ນາງຈົບສຶກສາລະດັບ ປະລິນຍາໂທ ສາຂາແມ່ຍິງສຶກສາ (Women’s Studies) ຫຼືເອີ້ນອີກຢ່າງໜຶ່ງວ່າ ເປັນຜູ້ຊ່ຽວຊານບົດບາດຍິງ-ຊາຍ (Gender Specialist) ເຊິ່ງຈາກປະສົບການເຮັດວຽກທີ່ສ່ວນໃຫຍ່ ແມ່ນຊ່ວຍພັດທະນາສົ່ງເສີມບົດບາດແມ່ຍິງ ລວມທັງວາງແຜນປັບປຸງແກ້ໄຂບັນຫາແມ່ຍິງ ໃຫ້ຫຼາຍໆອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມງານກັບພາກລັດຖະບານ ນັບແຕ່ລະດັບນະໂຍບາຍ ອົງການ ຊຸມຊົນ ໄປຈົນເຖິງລະດັບບຸກຄົນ ສະນັ້ນ ຈຶ່ງເຮັດໃຫ້ກຸກໄກ່ ເຂົ້າໃຈບັນຫາຊີວິດຂອງແມ່ຍິງລາວແທບເອີ້ນໄດ້ວ່າ ໃນທຸກມິຕິກໍວ່າໄດ້ .. ແລ້ວຍ້ອນຮູ້ຫຼາຍໂພດບໍ່ນໍ້ ຈຶ່ງເຮັດໃຫ້ນາງຍັງຄອງສະຖານະພາບໂສດ ຈົນເຖິງປະຈຸບັນ? ເຮົາໄປເຈາະຈີ້ມພ້ອມໆກັນເລີຍ ຈັ່ງແມ່ນສັງຄົມມັກຕັ້ງຄຳຖາມກັບສາວໂສດ ແປກຄືກັນເນາະ ວ່າຄວາມໂສດຂອງເຮົາ ແທນທີ່ຈະເປັນເລື່ອງສ່ວນຕົວ ພັດບໍ່ແມ່ນ ເພາະສັງຄົມ ແລະຄົນອ້ອມຂ້າງ ເຂົາຈະຄອຍຖາມ ຄອຍເປັນຫ່ວງ ຄືກັບວ່າເປັນບັນຫາການເມືອງທີ່ທຸກຄົນຕ້ອງຊ່ວຍກັນແກ້ໄຂ ທັ້ງທີ່ບາງຄົນຊີວິດຄອບຄົວຕົນເອງກໍມີບັນຫາ …

Read More »

ດວງປະຈຳວັນ ສຸກ ວັນທີ 27 ເມສາ 2018.

ວັນອາທິດ ດ້ານວຽກງານຍັງບໍ່ລົງຕົວ ຍັງມີວຽກທີ່ຕ້ອງສະສາງມາຕັ້ງແຕ່ມື້ວານ, ດ້ານການເງິນມີເງິນເຂົ້າມາເປັນໄລຍະ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ. ວັນຈັນ ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ຍັງບໍ່ລົງໂຕ ຕ້ອງລໍຖ້າໄປອີກຈັກໜ້ອຍ, ດ້ານການເງິນຍັງມີບັນຫາວຸ້ນວາຍ ກ່ຽວກັບເລື່ອງລາຍຈ່າຍ , ດ້ານຄວາມຮັກຍັງບໍ່ສົມຫວັງ ແຕ່ກໍ່ໂສດແບບມີຄວາມສຸກ. ວັນອັງຄານ ດ້ານວຽກງານໃນມື້ນີ້ຈະເຈີກັບບັນກາເກົ່າໆຊໍ້າຊາກກັບໝູ່ຮ່ວມງານທີ່ເວົ້າກັນບໍ່ເຂົ້າໃຈ, ດ້ານການເງິນຍັງບໍ່ເດືອດຮ້ອນ ເພາະມີເງິນເຫຼືອເກັບມາແຕ່ເດືອນກ່ອນ, ດ້ານຄວາມຮັກຍັງພົບເຈິບັນຫາທີ່ບໍ່ເຂົ້າໃຈກັນ. ວັນພຸດ ດ້ານວຽກງານໃນມື້ນີ້ເມື່ອຍເປັນພິເສດ ແຕ່ຍັງດີທີ່ມີຄົນເຂົ້າມາຊ່ວຍ, ດ້ານການເງິນຍັງດີທີ່ມີລາຍຈ່າຍ ແລະ ລາຍຮັບທີ່ດຸ່ນດ່ຽງກັນ, ດ້ານຄວາມຮັກມີເລື່ອງໃຫ້ຄິດໜັກ ຕ່າງຄົນຕ່າງຫັນຫຼັງ ບໍ່ຍອມປິ່ນໜ້າເຂົ້າຫາກັນ. ວັນພະຫັດ ດ້ານວຽກງານໃນມື້ນີ້ຕ້ອງລວມຄວາມກ້າ ຢ່າຄິດອາຍ ລຸຍໂລດ ປະສົບຜົນສຳເລັດແນ່ນອນ, ດ້ານການເງິນຍັງມີເກນທີ່ດີ, ດ້ານຄວາມຮັກຊ່ວງນີ້ເປັນຄົນສາຍເປ ມັກ ຮັກ ໃຜກໍ່ຈະທຸ້ມເທເປັນພິເສດ. ວັນສຸກ ດ້ານວຽກງານໃຫ້ລະວັງເລື່ອງສຸູນເສຍເລື່ອງຂໍ້ມູນຂ່າວສານ, ດ້ານການເງິນຍັງດີ ມີເກນມີລາຍຈ່າຍເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ ຍັງມີເລື່ອງເຂົ້າມາໃຫ້ວຸ້ນວາຍໃຈກັນຍາວໄປ. ວັນເສົາ ດ້ານວຽກງານໃນມື້ນີ້ມີເລື່ອງເຂົ້າມາໃຫ້ສັບສົນ ຕ້ອງໄດ້ແກ້ບັນຫາແບບດ່ຽວໆ, ດ້ານການເງິນເຮັດວຽກຫຼາຍ ແຕ່ລາຍຈ່າຍຍັງເທົ່າເດີມ, ດ້ານຄວາມຮັກຄິດຫຼາຍ …

Read More »

ໃຜວ່າໂສດມີຂໍ້ເສຍ? ໂສດແບບ ອາຈານ Noy ເອົາເວລາໄປພັດທະນາຕົນເອງໃຫ້ກ້າວໜ້າ

“ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນເອງ” ສາວໂສດຢ່າງມີຄຸນຄ່າທີ່ເຮົາຢາກແນະນຳໃຫ້ຮູ້ຈັກແມ່ນ  ຄໍາແພງ ພັນທະດາວົງ (ອາຈານນ້ອຍ) ອາຍຸ 37 ປີ, ຜູ້ອໍານວຍການ ວິທະຍາໄລແສງສະຫວັນ ຂວັນໃຈຂອງບັນດາລູກສິດ ວິທະຍາໄລແສງສະຫວັນ ທີ່ທັງເກັ່ງ ທັງໃຈດີ ດີກຣີ (Degree) ວ່າທີ່ປະລິນຍາເອກ ດ້ານການພັດທະນາອົງກອນ ແລະຊັບພະຍາກອນມະນຸດ ປະຈຸບັນນາງຮັບຜິດຊອບເປັນຜູ້ອຳນວຍການວິທະຍາໄລ ພ້ອມທັງເປັນຮອງປະທານກຸ່ມການສຶກສາແສງສະຫວັນ ເຊິ່ງປະກອບດ້ວຍ 4 ໂຮງຮຽນສາມັນ, 1 ໂຮງຮຽນນາໆຊາດ, 1 ວິທະຍາໄລ, 1 ໂຄງການສຶກສາ ແລະນາງຢືນຢັນວ່ານາງໂສດ 100%!! ມື້ນີ້ ອາຈານນ້ອຍ ຈະມາເປີດໃຈມຸມມອງຄວາມໂສດຂອງນາງ ທີ່ບໍ່ເຄີຍເປີດເຜີຍຢູ່ໃສມາກ່ອນໄປອ່ານກັນເລີຍເນາະ ແມ່ຍິງທີ່ຮຽນສູງແລ້ວຊອກຜົວຍາກແທ້ບໍ່? ແຕ່ອາຈານນ້ອຍ ພັດຄິດຕ່າງ ນາງບອກວ່າ ຍ້ອນນາງບໍ່ມີຜົວຈຶ່ງມີໂອກາດໄດ້ຮຽນສູງ ໄດ້ສະແດງຄວາມສາມາດທີ່ໂດດເດັ່ນ ເຖິງວ່າພາບທີ່ສັງຄົມມັກເບິ່ງ ແມ່ຍິງທີ່ຮຽນສູງ ແລະເກັ່ງວ່າຊອກຜົວຍາກນັ້ນ ອາຈານນ້ອຍຄິດວ່າ ອາດຍ້ອນແມ່ຍິງເຫຼົ່ານັ້ນເລືອກທີ່ຈະໂສດ ເພາະເຂົາຮູ້ສຶກອີ່ມເຕັມ …

Read More »