Breaking News

pou peng

ສ່ອງ! ນຸ້ຍ ສຸພາພອນ ນາງເອກຮູບເງົາ “ສຽງສຸດທ້າຍ” ຈັດລຸກນີ້…ຮ່ວມພົບປະແຟນໆທີ່ນະຄອນປາກເຊ

ເປັນກະແສ Talk of the town ກັນໄປແລ້ວໃນເວລານີ້ ສຳລັບຮູບເງົາເລື່ອງ “ສຽງສຸດທ້າຍ” ຫຼ້າສຸດທີມຜູ້ສ້າງ ແລະ ນັກສະແດງກໍໄດ້ໄປຮ່ວມພົບປະກັບແຟນໆຮູບເງົາທີ່ ນະຄອນປາກເຊ ປະເທດລາວ ເຊິ່ງນອກຈາກບັນຍາກາດຈະເຕັມໄປດ້ວຍຄວາມອົບອຸ່ນແຟນໆໃຫ້ການຕ້ອນຮັບເປັນຢ່າງດີແລ້ວ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ທີ່ອໍລ້າຈັບ ມາໃນລຸກທີ່ເບິ່ງແລ້ວງົດງາມ ສົດໃສ ແຖມໃນເວລານີ້ນາງຂຶ້ນແທ່ນນາງເອກຮູບເງົາຫຼາຍຮ້ອນລ້ານໄປແລ້ວວວວ… ແຟນໆວ່າແນວໃດ? ລຸກນີ້ຂອງ ນຸ້ຍ ສຸພາພອນ ໃຫ້ຄະແນນນາງເທົ່າໃດ??? ແບບນີ້ໃຫ້ຄະແນນ 10 ເຕັມ 10 ໄປເລີຍກໍແລ້ວກັນເນາະງົດງາມຫຼາຍໆ… ແລະ ຍັງມີຮູບພາບບັນຍາກາດທີ່ ອ້າຍ ໂຈ້ໂຈ້ ມິຣາໂຄຣ ແລະ ນ້ອງ ນຸ້ຍ ສຸພາພອນ ແລະ ບັນດາແຟນໆທີ່ ນະຄອນປາກເຊ ມາຝາກກັນນຳເດີ້… ຮູບພາບ: …

Read More »

ຈົບແລ້ວເດີ້! ຈີ່ຈີ່ ພອຍໄພລິນ ຮັບໃບປະກາດທີ່ເມືອງຜູ້ດີອັງກິດ (ແຟນຄລັບຮ່ວມສະແດງຄວາມຍິນດີ)

ຫ່າງຫາຍຈາກວົງການກັນໄປດົນເຕີບ ມາອັບເດດ ຈີ່ຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຂອງບ້ານເຮົາ ທີ່ຫຼ້າສຸດເປັນບັນດິດໃໝ່ຮັບໃບປະກາດຈາກເມືອງຜູ້ດີອັງກິດມາແບບສົດໆຮ້ອນໆ…ແຖມສາວຄົນນີ້ຍັງໄດ້ອັບເດດຮູບພາບໃຫ້ໄດ້ອັບເດດຜ່ານອິນສະຕາແກຣມ ຈົນມີແຟນຄລັບ ແລະ ໝູ່ເພື່ອນເຂົ້າມາສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ. (ມີຮູບພາບໜ້າຮັກໆຂອງສາວ ຈີ່ຈີ່ ມາຝາກ…) ຢ່າງໃດ!! ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້ ສາວ ຈີ່ຈີ່ ຮູບພາບ/chichisvl

Read More »

ມາເບິ່ງ! ຄົນດັງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່…

ຄຳວ່າ Fashion ເປັນຫຍັງທີ່ນິຍາມບໍ່ໄດ້ ແລະ ບໍ່ມີຂອບເຂດຈຳກັດ ແຕ່ລະຄົນກໍລ້ວນມີ Slyle ເປັນຂອງຕົວເອງ, ໃນມື້ນີ້ ຂວັນໃຈ ເຮົາຈະພາແຟນໆມາອັບເດດບັນດາເຫຼົ່າເຈົ້າແມ່ແຟຊັ່ນທີ່ໄດ້ຖຶກຈັດລຳດັບວ່າເປັນ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ 20 ອັນດັບ ປະຈຳປີ 2018 ຈາກການຈັດລຳດັບຂອງ Lyst ກູລູຊື່ດັງຈາກການຈັດລຳດັບດ້ານແຟຊັ່ນ, ເຊິ່ງປີນີ້ອັນດັບທີ 1 ໄດ້ແກ່ Kylie Jenner ຂໍບອກວ່າເພິ່ນມາແຮງ ແຊງທຸກຄົນແທ້ໆ!!! ລອງມາເບິ່ງ 20 ອັນດັບ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່: 1.Kylie Jenner 2.Kim Kardashian 3.Meghan Markle 4.Cardi B 5.Beyoncé 6.Serena Williams 7.Chiara Ferragni 8.Blake Lively 9.Rihanna …

Read More »

ມາແບບສາວລາວ! ຕິກນໍ້າ ກະດຸມເພັດ ໃສ່ຊຸດໄໝລາວຮ່ວມງານທີ່ຈີນ ພ້ອມໂພສຂໍ້ຄວາມແບບນີ້…

ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງໄດ້ນຸ່ງຊຸດໄໝລາວ ເພື່ອເອກອ້າງປະເພນີການນຸ່ງຖືຂອງແມ່ຍິງລາວ ໃຫ້ຄົນທົ່ວໂລກໄດ້ຮູ້ຈັກໃນງານ Opening Ceremony of the 2018 Hainan International Tourism Island Carnival in Hainan, China ອີກດ້ວຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ Miss World Laos 2018 ກໍຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: ໜ້າຮັກ ງົດງາມຫຼາຍໆ!!! ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss Tourism Queen Laos 2018 ງົດງາມເໝາະສົມຕຳແໜ່ງ!!!

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍໄດ້ແລ້ວ ບອກເລີຍວ່າງົດງາມ ເໝາະສົມກັບຕຳແໜ່ງສຸດໆ Miss Tourism Queen Laos 2018 ນັ້ນກໍຄື ວານິພອນ ພູມີໄຊ (ໂຢໂຢ້)  ເຊີ່ງໄດ້ຮັບຕຳແໜ່ງມາແບບສົດໆຮ້ອນໆໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ ແລະ ຍັງຈະໄດ້ໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີໂລກ Miss Tourism Queen  ທີ່ປະເທດໄທອີກດ້ວຍ. (ຂໍສະແດງຄວາມຍິນດີ) ສຳລັບຮອງ Miss Tourism Queen Laos 2018  ມີດັ່ງນີ້: ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງ ອັດຕະປື ອານິດາ ມິ່ງບຸບຜາ ສາວງາມຈາກແຂວງ ຫຼວງພະບາງ ລາວັນ ເພັງຄຳວົງ ສາວງາມຈາກແຂວງ ຜົ້ງສາລີ ງົດງາມ ສົມມົງແທ້ໆ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງກັນໝົດທຸກຄົນເລີຍເດີ້ ແລະ ຄົນລາວເຮົາກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ບັນດາສາວງາມຈາກປະເທດລາວໃນເວທີໂລກນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/Miss …

Read More »